1 ຕີໂມທຽວ 6:15 - ພຣະຄຳພີສັກສິ15 ຊຶ່ງພຣະເຈົ້າຜູ້ຊົງສະເຫວີຍສຸກແລະຊົງຣິດອຳນາດສູງສຸດແຕ່ພຣະອົງດຽວ ຊົງເປັນພຣະມະຫາກະສັດເໜືອກະສັດທັງປວງ ແລະຊົງເປັນອົງພຣະຜູ້ເປັນເຈົ້າເໜືອເຈົ້ານາຍທັງປວງ ຈະຊົງສຳແດງໃຫ້ປາກົດຕາມເວລາກຳນົດ. Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່15 ເຊິ່ງພຣະເຈົ້າຈະໃຫ້ການມາປາກົດເປັນໄປໃນເວລາຂອງພຣະອົງ, ພຣະເຈົ້າຜູ້ເປັນທີ່ສັນລະເສີນ ແລະ ເປັນຜູ້ຄອບຄອງແຕ່ພຽງອົງດຽວ, ເປັນກະສັດເໜືອກະສັດທັງຫລາຍ ແລະ ເປັນອົງພຣະຜູ້ເປັນເຈົ້າເໜືອເຈົ້ານາຍທັງຫລາຍ, Uka jalj uñjjattʼäta |
ເມື່ອກຳນົດເຈັດປີໄດ້ຜ່ານພົ້ນໄປແລ້ວ ກະສັດຈຶ່ງກ່າວວ່າ, “ເຮົາໄດ້ເງີຍໜ້າຂຶ້ນສູ່ທ້ອງຟ້າ ແລ້ວຈິດໃຈຂອງເຮົາກໍກາຍເປັນປົກກະຕິ ເຮົາຈຶ່ງສັນລະເສີນພຣະເຈົ້າອົງສູງສຸດ ທັງຖວາຍກຽດຕິຍົດ ແລະສະຫງ່າຣາສີແກ່ພຣະອົງຜູ້ຊົງເປັນຢູ່ຕະຫລອດໄປ. ພຣະເຈົ້າຈະປົກຄອງຕະຫລອດໄປ ອານາຈັກຂອງພຣະອົງຈະດຳລົງຢູ່ເປັນນິດ.
ກະສັດທັງຫລາຍນັ້ນຈະສູ້ຮົບກັບພຣະເມສານ້ອຍ ແລະພຣະເມສານ້ອຍຈະມີໄຊຊະນະ ເພາະວ່າພຣະອົງເປັນອົງພຣະຜູ້ເປັນເຈົ້າເໜືອເຈົ້ານາຍທັງຫລາຍ ແລະເປັນມະຫາກະສັດເໜືອກະສັດທັງຫລາຍ ຝ່າຍບັນດາຄົນທີ່ຢູ່ກັບພຣະອົງ ເປັນຜູ້ທີ່ພຣະອົງໄດ້ຊົງເອີ້ນເອົາແລະຊົງເລືອກໄວ້ ກັບທັງເປັນຜູ້ສັດຊື່ ກໍຈະມີໄຊດ້ວຍກັນກັບພຣະອົງ.”