Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຕີໂມທຽວ 6:12 - ພຣະຄຳພີສັກສິ

12 ຈົ່ງ​ອົດທົນ​ຕໍ່ສູ້​ຈົນ​ສຸດ​ກຳລັງ​ແຫ່ງ​ຄວາມເຊື່ອ ແລະ​ຢຶດເອົາ​ຊີວິດ​ນິຣັນດອນ. ດ້ວຍວ່າ, ພຣະເຈົ້າ​ໄດ້​ເອີ້ນ​ເອົາ​ເຈົ້າ​ໃຫ້​ມາ​ເຖິງ​ຊີວິດ​ນີ້ ເມື່ອ​ເຈົ້າ​ໄດ້​ປະກາດ​ຕົນ​ຮັບ​ເຊື່ອ​ຢ່າງ​ໜັກແໜ້ນ ຕໍ່ໜ້າ​ພະຍານ​ຫລາຍ​ຄົນ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

12 ຈົ່ງ​ຕໍ່ສູ້​ຢ່າງ​ເຂັ້ມແຂງ​ເພື່ອ​ຄວາມເຊື່ອ​ນີ້. ຈົ່ງ​ຢຶດໝັ້ນ​ຊີວິດ​ນິລັນດອນ​ທີ່​ໄດ້​ເອີ້ນ​ເອົາ​ເຈົ້າ​ເມື່ອ​ເຈົ້າ​ປະກາດ​ຕົນ​ຮັບເຊື່ອ​ຕໍ່ໜ້າ​ພະຍານ​ຫລາຍ​ຄົນ.

Uka jalj uñjjattʼäta Copia luraña




1 ຕີໂມທຽວ 6:12
39 Jak'a apnaqawi uñst'ayäwi  

ຂ້ານ້ອຍ​ຕິດພັນ​ຢູ່​ກັບ​ພຣະອົງ​ສະເໝີ ແລະ​ມື​ຂອງ​ພຣະອົງ​ກໍ​ຮັກສາ​ຂ້ານ້ອຍ​ໄວ້​ໃຫ້​ປອດໄພ.


ປັນຍາ​ເປັນ​ຕົ້ນໄມ້​ແຫ່ງ​ຊີວິດ​ແກ່​ຜູ້​ທີ່​ຢຶດ​ໄວ້​ແໜ້ນ​ເອີ້ນ​ວ່າ​ຜາສຸກ.


ພໍ​ຂ້ອຍ​ຈາກ​ພວກເຂົາ​ໄປ​ແລ້ວ ຂ້ອຍ​ກໍໄດ້​ພົບ​ລາວ ຂ້ອຍ​ດຶງ​ເອົາ​ລາວ ແລະ​ບໍ່​ຍອມ​ໃຫ້​ລາວ​ໜີ​ຫ່າງ ຈົນກວ່າ​ຂ້ອຍ​ໄດ້​ຄຽງຂ້າງ​ພາ​ລາວ​ໄປ​ເຮືອນ​ມານດາ ແລະ​ພາເຂົ້າ​ໄປ​ໃນ​ຫ້ອງ​ບ່ອນ​ທີ່​ຂ້ອຍ​ເກີດ​ມາ​ນັ້ນ.


ຄົນ​ຜູ້ນີ້​ຈະ​ກ່າວ​ວ່າ, ‘ຂ້ອຍ​ເປັນ​ຂອງ​ພຣະເຈົ້າຢາເວ.’ ແລະ​ຜູ້ນັ້ນ​ຈະ​ເອີ້ນຊື່​ຕາມ​ນາມຊື່​ຂອງ​ຢາໂຄບ. ແລະ​ຜູ້ນັ້ນ​ຈະ​ຂຽນໄວ້​ເທິງ​ມື​ຂອງຕົນ​ວ່າ, ‘ຂອງ​ພຣະເຈົ້າຢາເວ.’ ແລະ​ຈະ​ມີ​ຊື່​ຕາມ​ນາມຊື່​ຂອງ​ອິດສະຣາເອນ.”


ປະຊາຊົນ​ຢູດາ​ຈະ​ມີ​ໄຊຊະນະ​ດັ່ງ​ທະຫານ​ທີ່​ຢຽບຢໍ່າ​ເຫຼົ່າ​ສັດຕູ​ລົງ​ໃນ​ຂີ້ຕົມ ຕາມ​ທ້ອງ​ຖະໜົນ​ຫົນທາງ. ພວກເຂົາ​ຈະ​ຕໍ່ສູ້​ເຫຼົ່າ​ສັດຕູ ເພາະ​ພຣະເຈົ້າຢາເວ​ຢູ່​ກັບ​ພວກເຂົາ ແລະ​ພວກເຂົາ​ຈະ​ເອົາ​ຊະນະ​ແມ່ນແຕ່​ກອງ​ທະຫານ​ມ້າ​ຂອງ​ເຫຼົ່າ​ສັດຕູ​ດ້ວຍ.


ໂດຍ​ຖ້ອຍຄຳ​ອັນ​ສັດຈິງ ໂດຍ​ຣິດອຳນາດ​ຂອງ​ພຣະເຈົ້າ ດ້ວຍ​ອາວຸດ​ຂອງ​ຄວາມ​ຊອບທຳ (ຊຶ່ງ​ໃຊ້​ສຳລັບ​ມື​ຂວາ​ແລະ​ມື​ຊ້າຍ ໄວ້​ໂຈມຕີ​ແລະ​ປ້ອງກັນ​ຕົວ​ດ້ວຍ).


ແລະ​ເນື່ອງ​ຈາກ​ຜົນ​ແຫ່ງ​ການ​ບົວລະບັດ​ນັ້ນ ພວກເຂົາ​ຈຶ່ງ​ສັນລະເສີນ​ພຣະເຈົ້າ ໂດຍ​ເຫດ​ທີ່​ເຈົ້າ​ທັງຫລາຍ​ຍອມ​ຟັງ ແລະ​ຕັ້ງໃຈ​ຢູ່​ໃນ​ອຳນາດ​ຂ່າວປະເສີດ​ເລື່ອງ​ພຣະຄຣິດ ແລະ​ເພາະ​ເຫດ​ພວກເຈົ້າ​ໄດ້​ແຈກຈ່າຍ​ແກ່​ພວກເຂົາ ແລະ​ແກ່​ຄົນ​ທັງປວງ​ດ້ວຍ​ໃຈ​ກວ້າງຂວາງ.


ຈົ່ງ​ໄປ​ຫາ​ປະໂຣຫິດ​ປະຈຳການ​ໃນ​ເວລາ​ນັ້ນ ແລະ​ເວົ້າ​ກັບ​ເພິ່ນ​ວ່າ, ‘ໃນວັນນີ້ ຂ້ານ້ອຍ​ຍອມ​ຮັບຮອງ​ຕໍ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຂ້ານ້ອຍ​ວ່າ ຂ້ານ້ອຍ​ໄດ້​ເຂົ້າ​ໄປ​ໃນ​ດິນແດນ​ທີ່​ພຣະອົງ​ໄດ້​ສັນຍາ​ວ່າ​ຈະ​ມອບໃຫ້​ກັບ​ປູ່ຍ່າຕາຍາຍ​ຂອງ​ພວກ​ຂ້ານ້ອຍ ໄດ້​ມອບ​ໃຫ້​ພວກ​ຂ້ານ້ອຍ​ແລ້ວ.’


ບັດນີ້ ພວກເຈົ້າ​ມີ​ສ່ວນ​ກັບ​ເຮົາ​ໃນ​ການ​ຕໍ່ສູ້ ເປັນ​ການ​ຕໍ່ສູ້​ຢ່າງ​ດຽວ​ກັບ​ທີ່​ພວກເຈົ້າ​ໄດ້​ເຫັນ​ເຮົາ​ຕໍ່ສູ້​ມາ​ໃນ​ອະດີດ ແລະ​ດັ່ງ​ທີ່​ເຮົາ​ຍັງ​ຕໍ່ສູ້​ຢູ່​ໃນ​ເວລາ​ນີ້ ຕາມ​ທີ່​ພວກເຈົ້າ​ຮູ້​ມາ​ແລ້ວ​ນັ້ນ.


ແລະ​ຈົ່ງ​ໃຫ້​ສັນຕິສຸກ​ທີ່​ມາ​ຈາກ​ພຣະຄຣິດ​ຄຸ້ມຄອງ​ຈິດໃຈ​ຂອງ​ເຈົ້າ​ທັງຫລາຍ ພຣະເຈົ້າ​ໄດ້​ຊົງ​ເອີ້ນ​ເຈົ້າ​ທັງຫລາຍ​ໄວ້​ໃຫ້​ເປັນ​ກາຍ​ອັນ​ດຽວ ກໍ​ເພື່ອ​ສັນຕິສຸກ​ນັ້ນ ແລະ​ພວກເຈົ້າ​ຈົ່ງ​ມີ​ໃຈ​ກະຕັນຍູ.


ຄື​ເຕືອນ​ສະຕິ​ໜູນໃຈ​ພວກເຈົ້າ ແລະ​ສັ່ງ​ເນັ້ນ​ພວກເຈົ້າ ເພື່ອ​ໃຫ້​ດຳເນີນ​ຊີວິດ​ຕາມ​ຢ່າງ​ສົມຄວນ​ຕໍ່​ພຣະເຈົ້າ ຜູ້​ຊົງ​ເອີ້ນ​ເອົາ​ເຈົ້າ​ທັງຫລາຍ​ໃຫ້​ເຂົ້າ​ມາ​ໃນ​ຣາຊອານາຈັກ ແລະ​ໃນ​ສະຫງ່າຣາສີ​ຂອງ​ພຣະອົງ.


ພຣະເຈົ້າ​ຊົງ​ເອີ້ນ​ເອົາ​ພວກເຈົ້າ​ໃຫ້​ມາ​ເຖິງ​ຊີວິດ​ໃໝ່​ນີ້ ກໍ​ໂດຍ​ຂ່າວປະເສີດ​ທີ່​ພວກເຮົາ​ໄດ້​ປະກາດ​ແກ່​ພວກເຈົ້າ ພຣະອົງ​ໄດ້​ຊົງ​ເອີ້ນ​ເອົາ​ພວກເຈົ້າ ໃຫ້​ມີ​ສ່ວນ​ໃນ​ສະຫງ່າຣາສີ​ຂອງ​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ພວກເຮົາ.


ຕີໂມທຽວ​ລູກ​ຂອງເຮົາ​ເອີຍ, ເຮົາ​ຂໍ​ມອບ​ຄຳແນະນຳ​ນີ້​ແກ່​ເຈົ້າ ຕາມ​ທີ່​ມີ​ຄຳທຳນວາຍ​ກ່າວ​ໄວ້​ກ່ຽວກັບ​ເຈົ້າ​ເມື່ອ​ກ່ອນ​ນັ້ນ ຈົ່ງ​ໃຊ້​ຖ້ອຍຄຳ​ເຫຼົ່ານັ້ນ​ເປັນ​ອາວຸດ ເພື່ອ​ຕໍ່ສູ້​ດ້ວຍ​ໃຈ​ກ້າຫານ.


ແລະ​ຈົ່ງ​ຢຶດຖື​ຄວາມເຊື່ອ​ອັນ​ແທ້ຈິງ ແລະ​ໃຫ້​ມີ​ໃຈ​ສຳນຶກ​ຜິດແລະຊອບ​ອັນ​ເສາະໃສ ມີ​ບາງຄົນ​ໄດ້​ປະຕິເສດ​ທີ່​ຈະ​ຟັງ​ໃຈ​ສຳນຶກ​ຜິດແລະຊອບ​ຂອງຕົນ ຈຶ່ງ​ເຮັດ​ໃຫ້​ຄວາມເຊື່ອ​ຂອງ​ເຂົາ​ຫຼົ້ມຈົມ.


ຢ່າ​ເມີນເສີຍ​ຕໍ່​ຂອງ​ປະທານ ຝ່າຍ​ຈິດ​ວິນຍານ​ທີ່​ມີ​ໃນ​ເຈົ້າ ຊຶ່ງ​ຖືກ​ມອບໝາຍ​ໃຫ້​ເຈົ້າ ເມື່ອ​ພວກ​ຜູ້ທຳນວາຍ​ແລະ​ພວກ​ເຖົ້າແກ່​ວາງ​ມື​ໃສ່​ເຈົ້າ.


ເຮົາ​ສັ່ງ​ເຈົ້າ​ຕໍ່ໜ້າ​ພຣະເຈົ້າ ຜູ້​ຊົງ​ບັນດານ​ໃຫ້​ສິ່ງ​ທັງປວງ​ມີ​ຊີວິດ ແລະ​ຕໍ່ໜ້າ​ພຣະຄຣິດເຈົ້າ​ເຢຊູ​ຜູ້​ໄດ້​ຊົງ​ເປັນ​ພະຍານ ເຖິງ​ຄຳ​ປະຕິຍານ​ອັນ​ດີ​ຕໍ່ໜ້າ​ປົນທຽວ​ປີລາດ


ດ້ວຍ​ວິທີ​ນີ້ ຈຶ່ງ​ຈະ​ເປັນ​ການ​ທ້ອນໂຮມ​ຊັບສົມບັດ​ໄວ້​ສຳລັບ​ຕົນ ຊຶ່ງ​ຈະ​ເປັນ​ຮາກຖານ​ອັນ​ໝັ້ນຄົງ​ເພື່ອ​ອະນາຄົດ. ດັ່ງນັ້ນ ເຂົາ​ຈຶ່ງ​ຈະ​ສາມາດ​ຢຶດເອົາ​ຊີວິດ​ອັນ​ແທ້ຈິງ​ໄວ້​ໄດ້.


ຜູ້​ຊົງ​ໂຜດ​ເຮົາ​ທັງຫລາຍ​ໃຫ້​ພົ້ນ ແລະ​ຊົງ​ເອີ້ນ​ເອົາ​ເຮົາ​ທັງຫລາຍ​ໃຫ້​ເປັນ​ໄພ່ພົນ​ຂອງ​ພຣະອົງ ບໍ່ແມ່ນ​ເພາະ​ເຫັນ​ແກ່​ການ​ດີ​ທີ່​ເຮົາ​ໄດ້​ເຮັດ​ນັ້ນ ແຕ່​ເພາະ​ເຫັນ​ແກ່​ພຣະ​ປະສົງ​ຂອງ​ພຣະອົງເອງ ແລະ​ພຣະຄຸນ​ຊຶ່ງ​ຊົງ​ປະທານ​ແກ່​ພວກເຮົາ​ໃນ​ພຣະຄຣິດເຈົ້າ​ເຢຊູ ຕັ້ງແຕ່​ດຶກດຳບັນ​ມາ​ນັ້ນ


ຈົ່ງ​ມອບ​ຄຳສອນ​ທີ່​ເຈົ້າ​ໄດ້ຍິນ​ຈາກ​ເຮົາ ຕໍ່ໜ້າ​ພະຍານ​ຫລາຍ​ຄົນ ໄວ້​ກັບ​ຄົນ​ສັດຊື່​ທີ່​ສາມາດ​ສອນ​ຄົນອື່ນ​ໄດ້​ດ້ວຍ.


ເຮົາ​ໄດ້​ຕໍ່ສູ້​ຢ່າງ​ສຸດ​ກຳລັງ ເຮົາ​ໄດ້​ແລ່ນ​ແຂ່ງຂັນ​ຈົນເຖິງ​ທີ່ສຸດ ແລະ​ເຮົາ​ໄດ້​ຮັກສາ​ຄວາມເຊື່ອ​ໄວ້​ແລ້ວ.


ເຮົາ​ປາຖະໜາ​ໃຫ້​ພວກເຈົ້າ​ຮູ້​ວ່າ ຕີໂມທຽວ ນ້ອງຊາຍ​ຂອງ​ພວກເຮົາ ໄດ້​ອອກ​ຈາກ​ຄຸກ​ແລ້ວ, ຖ້າ​ລາວ​ມາ​ຮອດ​ທີ່​ນີ້​ໄວ ເມື່ອ​ເຮົາ​ໄປ​ຢ້ຽມຢາມ​ພວກເຈົ້າ ເຮົາ​ກໍ​ຈະ​ເອົາ​ລາວ​ໄປ​ນຳ​ດ້ວຍ.


ດ້ວຍວ່າ, ພວກເຮົາ​ທຸກຄົນ​ເປັນ​ຜູ້​ຮ່ວມງານ​ກັບ​ພຣະຄຣິດ ຖ້າ​ພວກເຮົາ​ຢຶດຖື​ຄວາມ​ໄວ້ວາງໃຈ ທີ່​ພວກເຮົາ​ໄດ້​ມີ​ໃນ​ຕອນ​ຕົ້ນ​ນັ້ນ ໄວ້​ໝັ້ນຄົງ​ຈົນເຖິງ​ທີ່ສຸດ.


ເພື່ອ​ວ່າ​ໂດຍ​ສອງ​ປະການ​ທີ່​ປ່ຽນແປງ​ບໍ່ໄດ້ (ເພາະ​ພຣະເຈົ້າ​ຈະ​ກ່າວ​ຄຳ​ຕົວະ​ບໍ່ໄດ້) ເຮົາ ຜູ້​ທີ່​ໄດ້​ໜີ​ໄພ​ຮ້ອນ​ໄປ​ເພີ່ງ​ເຢັນ ຈຶ່ງ​ໄດ້​ຮັບ​ຄວາມ​ຊູໃຈ​ອັນ​ແຮງກ້າ ໃນ​ການ​ທີ່​ຈະ​ຢຶດຖື​ຄວາມຫວັງ ຊຶ່ງ​ມີ​ຢູ່​ຕໍ່ໜ້າ​ເຮົາ​ນັ້ນ.


ຢ່າ​ຮ້າຍ​ຕອບ​ແທນ​ການ​ຮ້າຍ ແລະ​ຢ່າ​ປ້ອຍດ່າ​ຕອບ​ແທນ​ການ​ປ້ອຍດ່າ, ແຕ່​ກົງກັນຂ້າມ​ຈົ່ງ​ອວຍພອນ​ແກ່​ພວກເຂົາ. ດ້ວຍວ່າ, ພຣະເຈົ້າ​ຊົງ​ເອີ້ນ​ພວກເຈົ້າ​ໃຫ້​ເຮັດ​ການ​ຢ່າງ​ນີ້​ແຫຼະ ເພື່ອ​ພວກເຈົ້າ​ຈະ​ໄດ້​ຮັບ​ພຣະພອນ​ມາ​ເປັນ​ມໍຣະດົກ.


ແລະ​ເມື່ອ​ເຈົ້າ​ທັງຫລາຍ​ໄດ້​ທົນທຸກ​ຢູ່​ຊົ່ວ​ຂະນະ​ໜຶ່ງ​ແລ້ວ ພຣະເຈົ້າ​ຜູ້​ຊົງ​ພຣະຄຸນ​ທັງໝົດ ຜູ້​ໄດ້​ຊົງ​ເອີ້ນ​ພວກເຈົ້າ​ໃຫ້​ເຂົ້າ​ໃນ​ສະຫງ່າຣາສີ​ອັນ​ຕະຫລອດໄປ​ໃນ​ພຣະຄຣິດ ພຣະອົງ​ເອງ​ຈະ​ຊົງ​ໂຜດ​ແປງ​ໃຈ​ພວກເຈົ້າ ໃຫ້​ຕັ້ງ​ຂຶ້ນ​ໃໝ່​ແລະ​ຕັ້ງໝັ້ນຄົງ​ຢູ່ ໃຫ້​ມີ​ກຳລັງ​ຂຶ້ນ​ແລະ​ຊົງ​ບັນດານ​ໃຫ້​ມີ​ຮາກ​ອັນ​ແໜ້ນໜາ.


ນີ້​ແຫຼະ ເປັນ​ພຣະສັນຍາ​ທີ່​ພຣະອົງ​ໄດ້​ຊົງ​ສັນຍາ​ໄວ້​ແກ່​ເຮົາ​ທັງຫລາຍ ຄື​ຊີວິດ​ນິຣັນດອນ.


ເພື່ອນ​ທີ່ຮັກ​ຂອງເຮົາ​ເອີຍ, ເຮົາ​ອົດສາ​ພະຍາຍາມ​ຢ່າງ​ສຸດ​ຄວາມ​ສາມາດ ເພື່ອ​ຂຽນ​ຈົດໝາຍ​ມາ​ເຖິງ​ພວກເຈົ້າ ກ່ຽວກັບ​ເລື່ອງ​ຄວາມ​ພົ້ນ​ທີ່​ພວກເຮົາ​ມີ​ຢູ່​ຮ່ວມ​ກັນ ເມື່ອ​ເຮົາ​ເຫັນ​ມີ​ຄວາມ​ຈຳເປັນ​ທີ່​ຈະ​ຕ້ອງ​ຂຽນ​ມາ​ເຕືອນ​ສະຕິ​ພວກເຈົ້າ ໃຫ້​ຕໍ່ສູ້​ເພື່ອ​ຄວາມເຊື່ອ ຊຶ່ງ​ພຣະເຈົ້າ​ໄດ້​ມອບ​ໃຫ້​ແກ່​ປະຊາຊົນ​ຂອງ​ພຣະອົງ​ເທື່ອ​ດຽວ​ເປັນ​ການ​ສິ້ນສຸດ.


ເຫດສະນັ້ນ ເຈົ້າ​ຈົ່ງ​ຈຳ​ໄວ້​ວ່າ​ເຈົ້າ​ໄດ້​ຮັບ​ແລະ​ໄດ້ຍິນ​ຢ່າງ​ໃດ ຈົ່ງ​ຖື​ຮັກສາ​ແລະ​ກັບໃຈ​ເສຍ​ໃໝ່. ຖ້າ​ເຈົ້າ​ບໍ່​ຕື່ນ​ຂຶ້ນ ເຮົາ​ຈະ​ມາ​ຫາ​ເຈົ້າ​ເໝືອນ​ດັ່ງ​ຂະໂມຍ ແລະ​ເຈົ້າ​ຈະ​ບໍ່​ຮູ້​ວ່າ​ຍາມ​ໃດ​ເຮົາ​ຈະ​ມາ​ຫາ​ເຈົ້າ.


ພຣະອົງ​ກະທຳ​ເຊັ່ນ​ນີ້ ເພື່ອ​ແອບສອນ​ລູກຫລານ​ຂອງ​ຊາວ​ອິດສະຣາເອນ​ທຸກຄົນ ໃຫ້​ຮູ້ຈັກ​ກ່ຽວກັບ​ການ​ເຮັດ​ເສິກ ໂດຍ​ສະເພາະ​ຢ່າງຍິ່ງແລ້ວ ແມ່ນ​ຜູ້​ທີ່​ບໍ່ເຄີຍ​ສູ້ຮົບ​ມາກ່ອນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka