1 ຕີໂມທຽວ 6:11 - ພຣະຄຳພີສັກສິ11 ແຕ່ເຈົ້າ ຜູ້ເປັນຄົນຂອງພຣະເຈົ້າ ຈົ່ງຫລີກເວັ້ນຈາກສິ່ງເຫຼົ່ານັ້ນທັງໝົດເສຍ. ຈົ່ງໃຫ້ໃຈຂອງເຈົ້າຈົດຈໍ່ຢູ່ທີ່ຄວາມຊອບທຳ ການນັບຖືພຣະເຈົ້າຢ່າງຖືກຕ້ອງ ຄວາມເຊື່ອ ຄວາມຮັກ ຄວາມໝັ່ນພຽນ ແລະຄວາມອ່ອນສຸພາບ. Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່11 ສ່ວນເຈົ້າຜູ້ເປັນຄົນຂອງພຣະເຈົ້າ, ຈົ່ງຫລີກໜີຈາກສິ່ງເຫລົ່ານີ້ທັງໝົດ ແລະ ໄຝ່ຫາຄວາມຊອບທຳ, ທາງຂອງພຣະເຈົ້າ, ຄວາມເຊື່ອ, ຄວາມຮັກ, ຄວາມອົດທົນ ແລະ ຄວາມສຸພາບອ່ອນຫວານ. Uka jalj uñjjattʼäta |
ມີຜູ້ທຳນວາຍຄົນໜຶ່ງໄດ້ໄປຫາກະສັດອາຮາບ ແລະບອກວ່າ, “ພຣະເຈົ້າຢາເວບອກໄວ້ດັ່ງນີ້: ‘ເນື່ອງຈາກຊາວຊີເຣຍເວົ້າວ່າ ເຮົາເປັນພຣະເຈົ້າຢາເວແຫ່ງພູຜາ ແລະບໍ່ແມ່ນພຣະເຈົ້າແຫ່ງບ່ອນຮາບພຽງ’ ເຮົາຈະໃຫ້ເຈົ້າມີໄຊຊະນະເໜືອກອງທັບໃຫຍ່ຂອງພວກເຂົາ ແລ້ວເຈົ້າແລະປະຊາຊົນຂອງເຈົ້າກໍຈະໄດ້ຮູ້ວ່າ ເຮົາແມ່ນພຣະເຈົ້າຢາເວ.”
ເພື່ອປະຕິບັດຕາມກົດລະບຽບທີ່ກະສັດດາວິດພໍ່ຂອງເພິ່ນໄດ້ວາງໄວ້ ເພິ່ນໄດ້ຈັດວຽກປະຈຳວັນໃຫ້ແກ່ພວກປະໂຣຫິດ ແລະພວກເລວີທີ່ເປັນຜູ້ຊ່ວຍຮ້ອງເພງແລະເຮັດວຽກໃຫ້ພວກປະໂຣຫິດ. ເພິ່ນຍັງໄດ້ຈັດຕັ້ງໃຫ້ມີທະຫານເຝົ້າຍາມພຣະວິຫານເປັນໝວດໆ ເພື່ອເຮັດໜ້າທີ່ປະຈຳວັນ ຢູ່ຕາມແຕ່ລະປະຕູເຂົ້າພຣະວິຫານ ຕາມຂໍ້ຄຳສັ່ງຂອງກະສັດດາວິດຄົນຂອງພຣະເຈົ້າ.