1 ຕີໂມທຽວ 6:10 - ພຣະຄຳພີສັກສິ10 ເພາະວ່າການຮັກເງິນຄຳເປັນເຄົ້າມູນຂອງຄວາມຊົ່ວທຸກຢ່າງ ແລະເພາະຄວາມໂລບນີ້ແຫຼະ ຈຶ່ງຊັກຈູງບາງຄົນໃຫ້ຫລົງໄປຈາກຄວາມເຊື່ອ ແລະແທງຕົວເອງຈົນຊອດ ດ້ວຍຄວາມເຈັບແສບຫລາຍປະການ. Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່10 ເພາະວ່າການຮັກເງິນເປັນຮາກເຫງົ້າຂອງຄວາມຊົ່ວທຸກຢ່າງ. ເພາະການເຫັນແກ່ເງິນນີ້ແຫລະບາງຄົນຈຶ່ງຫລົງອອກໄປຈາກຄວາມເຊື່ອ ແລະ ແທງຕົນເອງດ້ວຍຄວາມເຈັບປວດຫລາຍຢ່າງ. Uka jalj uñjjattʼäta |
ແລະຜູ້ທີ່ຈະສືບແທນຂ້າພະເຈົ້ານັ້ນ ອາດຈະເປັນຄົນມີປັນຍາຫລືອາດຈະເປັນຄົນໂງ່ຈ້າກໍໄດ້ ຜູ້ໃດແດ່ຮູ້? ເຖິງຢ່າງໃດກໍຕາມ ລາວຈະຕ້ອງເປັນເຈົ້າຂອງສິ່ງທີ່ຂ້າພະເຈົ້າໄດ້ຫາໄວ້ນັ້ນ ຄືທຸກໆສິ່ງຢູ່ໃຕ້ດວງຕາເວັນທີ່ຂ້າພະເຈົ້າຫາມາໄດ້ດ້ວຍປັນຍາຂອງຂ້າພະເຈົ້າ. ທຸກສິ່ງລ້ວນແຕ່ອະນິຈັງທັງສິ້ນ.
ພວກເຈົ້າລຶບກຽດຂອງເຮົາຕໍ່ໜ້າປະຊາຊົນຂອງເຮົາ ເພື່ອຈະໄດ້ເຂົ້າເດືອຍບາງກຳ ແລະເຂົ້າຈີ່ບາງກ້ອນ. ພວກເຈົ້າຂ້າປະຊາຊົນທີ່ບໍ່ສົມຄວນຈະຕາຍເລີຍ ແລະພວກເຈົ້າປ່ອຍປະຊາຊົນທີ່ບໍ່ສົມຄວນຈະມີຊີວິດໃຫ້ມີຊີວິດຢູ່. ດັ່ງນັ້ນ ພວກເຈົ້າຈຶ່ງເວົ້າຕົວະຕໍ່ປະຊາຊົນຂອງເຮົາ ແລະພວກເຂົາກໍເຊື່ອພວກເຈົ້າ.’
ພວກຜູ້ປົກຄອງເມືອງ ກໍປົກຄອງດ້ວຍເຫັນແກ່ສິນບົນ ພວກປະໂຣຫິດກໍແປກົດບັນຍັດດ້ວຍເຫັນແກ່ຄ່າຈ້າງລາງວັນ ພວກຜູ້ທຳນວາຍກໍບອກນິມິດຂອງຕົນດ້ວຍເຫັນແກ່ເງິນ ແລະພວກເຂົາທຸກຄົນຕ່າງກໍອ້າງວ່າ ພຣະເຈົ້າຢາເວຢູ່ກັບພວກຕົນ ພວກເຂົາເວົ້າວ່າ, “ເຫດຮ້າຍໃດໆຈະບໍ່ມາຖືກພວກເຮົາດອກ ເພາະພຣະເຈົ້າຢາເວສະຖິດຢູ່ນຳພວກເຮົາ.”
ໃນຈຳນວນສິ່ງຂອງທີ່ພວກເຮົາຢຶດມາໄດ້ນັ້ນ ຂ້ານ້ອຍໄດ້ເຫັນເສື້ອຄຸມງາມໂຕໜຶ່ງຂອງຊາວບາບີໂລນ ແລະເງິນໜັກປະມານສອງກິໂລກຼາມ ແລະຄຳແທ່ງໜຶ່ງໜັກກວ່າເຄິ່ງກິໂລກຼາມ. ຂ້ານ້ອຍຢາກໄດ້ສິ່ງເຫຼົ່ານັ້ນຫລາຍ ເລີຍໄດ້ເຊື່ອງເອົາໄວ້ ທ່ານຈະພົບສິ່ງເຫຼົ່ານັ້ນ ຝັງໄວ້ຢູ່ໃຕ້ພື້ນດິນໃນຜ້າເຕັນຂອງຂ້ານ້ອຍ ສ່ວນເງິນແມ່ນຢູ່ກ້ອງລຸ່ມນັ້ນ.”