1 ຕີໂມທຽວ 5:8 - ພຣະຄຳພີສັກສິ8 ແຕ່ຖ້າຜູ້ໃດບໍ່ອຸດໜູນລ້ຽງດູພີ່ນ້ອງຂອງຕົນແລ້ວ ໂດຍສະເພາະຄົນໃນຄອບຄົວຂອງຕົນເອງ ຜູ້ນັ້ນກໍໄດ້ປະຕິເສດຄວາມເຊື່ອແລ້ວ ແລະແຮ່ງຊົ່ວກວ່າຄົນທີ່ບໍ່ເຊື່ອເສຍອີກ. Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່8 ຖ້າຜູ້ໃດບໍ່ອຸດໜູນລ້ຽງດູຍາດພີ່ນ້ອງຂອງຕົນໂດຍສະເພາະຄົນໃນຄອບຄົວຂອງຕົນເອງ ຜູ້ນັ້ນກໍໄດ້ປະຕິເສດຄວາມເຊື່ອແລ້ວ ແລະ ຮ້າຍກວ່າຄົນທີ່ບໍ່ເຊື່ອອີກ. Uka jalj uñjjattʼäta |
ນີ້ແຫຼະ ເປັນເທື່ອທີສາມທີ່ເຮົາຕຽມພ້ອມທີ່ເຮົາຈະມາຫາເຈົ້າທັງຫລາຍ ແລະເຮົາຈະບໍ່ເປັນພາລະອັນໜັກແກ່ພວກເຈົ້າ ເພາະວ່າເຮົາບໍ່ຕ້ອງການສິ່ງໃດຈາກພວກເຈົ້າ, ແຕ່ວ່າຕ້ອງການຕົວພວກເຈົ້າ. ເຫດວ່າ, ທີ່ລູກຈະທ້ອນໂຮມຊັບໄວ້ສຳລັບພໍ່ແມ່ ກໍບໍ່ສົມຄວນ, ແຕ່ວ່າແມ່ນພໍ່ແມ່ເປັນຜູ້ທ້ອນໂຮມຊັບໄວ້ສຳລັບລູກ.
ບັນດາຜູ້ປະກາດພຣະທຳປອມ ໄດ້ເກີດມີຂຶ້ນໃນທ່າມກາງໄພ່ພົນຂອງພຣະເຈົ້າໃນເມື່ອກ່ອນສັນໃດ ກໍຈະມີຄູສອນປອມເກີດຂຶ້ນໃນທ່າມກາງພວກເຈົ້າສັນນັ້ນ ພວກເຂົາຈະນຳເອົາຄຳສອນບໍ່ຈິງ ທີ່ເປັນການທຳລາຍມາສິດສອນ ຈົນເຖິງກັບປະຕິເສດພຣະອົງ ຜູ້ຊົງເປັນພຣະເຈົ້າທີ່ໄດ້ໄຖ່ພວກເຂົາໄວ້ ຊຶ່ງຈະນຳຄວາມຈິບຫາຍມາເຖິງຕົວພວກເຂົາໂດຍໄວ.
ດ້ວຍວ່າ, ມີຄົນບໍ່ນັບຖືພຣະເຈົ້າບາງຄົນໄດ້ແອບແຝງເຂົ້າມາຢູ່ໃນທ່າມກາງພວກເຈົ້າ, ເປັນບຸກຄົນທີ່ບິດເບືອນພຣະຄຸນຂອງພຣະເຈົ້າຂອງພວກເຮົາ ເພື່ອເປັນຊ່ອງທາງໃຫ້ຕົນເຮັດຕາມກິເລດຕັນຫາ ແລະເປັນຜູ້ທີ່ປະຕິເສດພຣະເຢຊູຄຣິດເຈົ້າຜູ້ຊົງເປັນເຈົ້ານາຍ ແລະເປັນອົງພຣະເຢຊູຄຣິດເຈົ້າແຕ່ອົງດຽວຂອງພວກເຮົາ. ພຣະຄຳພີໄດ້ກຳນົດໄວ້ລ່ວງໜ້າແຕ່ດົນນານມາແລ້ວ ເຖິງການຕັດສິນລົງໂທດທີ່ພວກເຂົາຈະໄດ້ຮັບ.