1 ຕີໂມທຽວ 5:6 - ພຣະຄຳພີສັກສິ6 ແຕ່ແມ່ໝ້າຍຜູ້ທີ່ປ່ອຍຕົວໄປກັບຄວາມສະໜຸກສະໜານນັ້ນ ກໍຕາຍແລ້ວທັງເປັນ. Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່6 ແຕ່ແມ່ໝ້າຍທີ່ດຳເນີນຊີວິດຢູ່ເພື່ອຫາຄວາມສະໜຸກສະໜານນັ້ນກໍຕາຍແລ້ວທັງເປັນ. Uka jalj uñjjattʼäta |
ອົງພຣະຜູ້ເປັນເຈົ້າກ່າວວ່າ, “ຈົ່ງລົງຈາກບັນລັງເຖີດ ນະຄອນບາບີໂລນເອີຍ ແລະນັ່ງເທິງພື້ນຕາມຂີ້ຝຸ່ນດິນສາເຖີດ ຄັ້ງໜຶ່ງ ເຈົ້າເປັນດັ່ງສາວປອດຜູ້ໜຶ່ງໃດ ເປັນນະຄອນໜຶ່ງທີ່ບໍ່ມີຜູ້ໃດກ້າໂຈມຕີເອົາໄດ້ ແຕ່ເຈົ້າຈະບໍ່ອ່ອນໂຍນແລະໜ້າຈັບໃຈຕໍ່ໄປ ບັດນີ້ ເຈົ້າໄດ້ຕົກເປັນທາດຮັບໃຊ້ສາແລ້ວ
ແມ່ນແຕ່ຍິງຜູ້ດີມີຖານະສູງທີ່ລໍ້າລວຍຮັ່ງມີ ແລະບໍ່ເຄີຍຍ່າງໄປມາໃສໂດຍຕົນເອງຈັກເທື່ອ ກໍຈະປະພຶດແບບດຽວກັນ. ເມື່ອສັດຕູປິດລ້ອມເມືອງຂອງນາງຢູ່ນັ້ນ ນາງຈະກາຍເປັນຄົນໝົດຫວັງ ເພາະຂາດອາຫານການກິນ ຈົນຕ້ອງລີ້ກິນລູກຂອງຕົນເອງທີ່ຫາກໍເກີດໃໝ່ໆ ຕະຫລອດທັງສາຍແຮ່ດ້ວຍ. ນາງຈະບໍ່ຍອມແບ່ງປັນໃຫ້ຜົວທີ່ຮັກແລະລູກຄົນອື່ນໆຂອງຕົນກິນນຳ.