1 ຕີໂມທຽວ 5:5 - ພຣະຄຳພີສັກສິ5 ຜູ້ເປັນແມ່ໝ້າຍຢ່າງແທ້ຈິງ ທີ່ຖືກປະລະໃຫ້ຢູ່ຜູ້ດຽວໂດດດ່ຽວນັ້ນ ກໍຈົ່ງມອບຄວາມຫວັງໄວ້ກັບພຣະເຈົ້າ ແລະສືບຕໍ່ໄຫວ້ວອນອະທິຖານທັງເວັນແລະຄືນ. Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່5 ແມ່ໝ້າຍຜູ້ທີ່ຂັດສົນແທ້ໆ ແລະ ຖືກປະໃຫ້ຢູ່ຄົນດຽວນັ້ນກໍໃຫ້ລາວຕັ້ງຄວາມຫວັງໄວ້ໃນພຣະເຈົ້າ ແລະ ສືບຕໍ່ອະທິຖານ ແລະ ຮ້ອງຂໍຕໍ່ພຣະເຈົ້າທັງກາງເວັນ ແລະ ກາງຄືນໃຫ້ຊ່ວຍເຫລືອ. Uka jalj uñjjattʼäta |
ແລ້ວເຈົ້າກໍຈະເຫັນໂດຍຕົນເອງວ່າ, ‘ຜູ້ໃດເກີດເດັກນ້ອຍເຫຼົ່ານີ້ໃຫ້ຂ້ອຍ? ຂ້ອຍໄດ້ສູນເສຍເດັກນ້ອຍທັງຫລາຍ ແລະກໍບໍ່ສາມາດມີຕື່ມອີກ. ຂ້ອຍຖືກເນລະເທດແລະຂັບໄລ່ໃຫ້ໜີໄປ ແມ່ນຜູ້ໃດນຳເດັກນ້ອຍເຫຼົ່ານີ້ມາໃຫ້? ຂ້ອຍໄດ້ຖືກປະປ່ອຍໃຫ້ຢູ່ປ່ຽວຕາມລຳພັງ ເດັກນ້ອຍເຫຼົ່ານີ້ພັດມາແຕ່ໃສອີກ?”’