Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຕີໂມທຽວ 5:4 - ພຣະຄຳພີສັກສິ

4 ແຕ່​ຖ້າ​ແມ່ໝ້າຍ​ຄົນ​ໃດ​ມີ​ລູກ ຫລື​ຫລານ ກໍ​ໃຫ້​ລູກຫລານ​ນັ້ນ​ຮຽນຮູ້​ປະຕິບັດ​ໜ້າທີ່​ທາງ​ສາສະໜາ ແກ່​ຄອບຄົວ​ຂອງ​ເຂົາ​ເອງ ຄື​ໃຫ້​ຕອບບຸນ​ແທນຄຸນ​ຂອງ​ພໍ່​ແມ່ ເພາະ​ການ​ກະທຳ​ຢ່າງ​ນີ້ ເປັນ​ທີ່​ພໍພຣະໄທ​ພຣະເຈົ້າ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

4 ແຕ່​ຖ້າ​ແມ່ໝ້າຍ​ຄົນໃດ​ມີ​ລູກ ຫລື ຫລານ ກ່ອນອື່ນໝົດ​ຈະ​ຕ້ອງ​ໃຫ້​ລູກຫລານ​ເຫລົ່ານັ້ນ​ໄດ້​ຮຽນຮູ້​ປະຕິບັດ​ຕາມ​ຫລັກ​ຂອງ​ສາສະໜາ​ໂດຍ​ການ​ເອົາໃຈໃສ່​ເບິ່ງແຍງ​ຄອບຄົວ​ຂອງ​ຕົນເອງ​ອັນ​ເປັນ​ການຕອບແທນ​ແກ່​ພໍ່ແມ່ ແລະ ພໍ່ຕູ້ແມ່ຕູ້, ເພາະ​ການ​ເຮັດ​ເຊັ່ນ​ນີ້​ເປັນ​ທີ່​ພໍໃຈ​ພຣະເຈົ້າ.

Uka jalj uñjjattʼäta Copia luraña




1 ຕີໂມທຽວ 5:4
18 Jak'a apnaqawi uñst'ayäwi  

ໂຢເຊັບ​ໄດ້​ຈັດ​ຫາ​ສະບຽງ​ອາຫານ​ໃຫ້​ພໍ່, ບັນດາ​ອ້າຍ​ນ້ອງ ແລະ​ຄອບຄົວ​ຂອງ​ພວກເຂົາ​ທຸກໆ​ຄົນ ຕະຫລອດ​ທັງ​ພວກ​ເດັກນ້ອຍ​ທີ່​ໄດ້​ຕິດຕາມ​ມາ​ນຳ​ນັ້ນ.


ຢາໂຄບ​ອາໄສ​ຢູ່​ໃນ​ປະເທດ​ເອຢິບ​ສິບເຈັດ​ປີ ຈົນ​ເພິ່ນ​ມີ​ອາຍຸ​ໜຶ່ງຮ້ອຍ​ສີ່ສິບເຈັດ​ປີ.


ລາວ​ຈະ​ບໍ່ມີ​ລູກ​ເພື່ອ​ສືບ​ເຊື້ອສາຍ​ໃຫ້​ລາວ​ເລີຍ ຈະ​ບໍ່ມີ​ຜູ້ໃດ​ລອດຊີວິດ​ຢູ່​ໃນ​ບ້ານເຮືອນ​ຂອງ​ລາວ​ດ້ວຍ.


ພວກ​ລູກໆ​ຕ່າງ​ກໍ​ພໍໃຈ​ໃນ​ຕົວນາງ ແລະ​ຜູ້​ເປັນ​ຜົວ​ກໍ​ຍ້ອງຍໍ​ຊົມເຊີຍ​ນາງ​ດ້ວຍ.


ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ, “ເຮົາ​ຈະ​ໂຈມຕີ​ນະຄອນ​ບາບີໂລນ​ໃຫ້​ພັງ​ພິນາດ​ໄປ. ເຮົາ​ຈະ​ບໍ່​ປະ​ຫຍັງ​ໃຫ້​ເຫຼືອ​ໄວ້​ເລີຍ ຄື​ບໍ່​ໃຫ້​ມີ​ເດັກນ້ອຍ​ແລະ​ຜູ້​ລອດຊີວິດ​ເຫຼືອ​ຢູ່​ຈັກ​ຄົນ.” ພຣະເຈົ້າຢາເວ​ໄດ້​ກ່າວ​ດັ່ງນີ້ແຫລະ.


ແລ້ວ​ພຣະ​ກຸມມານ​ເຢຊູ ຈຶ່ງ​ລົງ​ເມືອ​ກັບ​ພວກເພິ່ນ​ສູ່​ເມືອງ​ນາຊາເຣັດ ແລະ​ອ່ອນນ້ອມ​ຍອມ​ຟັງ​ພວກເພິ່ນ ຝ່າຍ​ແມ່​ກໍ​ເກັບ​ກຳ​ເລື່ອງ​ທັງໝົດ​ນີ້​ໄວ້​ໃນ​ໃຈ.


ການ​ກະທຳ​ເຊັ່ນນີ້ ເປັນ​ສິ່ງ​ທີ່​ດີ ແລະ​ເປັນ​ທີ່​ພໍພຣະໄທ​ພຣະເຈົ້າ ພຣະ​ຜູ້​ໂຜດ​ຊ່ວຍ​ໃຫ້​ພົ້ນ​ຂອງ​ພວກເຮົາ


ແຕ່​ຖ້າ​ຍິງ​ຄຣິສຕຽນ​ຄົນ​ໃດ ມີ​ພີ່ນ້ອງ​ທີ່​ເປັນ​ແມ່ໝ້າຍ ກໍ​ໃຫ້​ນາງ​ຊ່ວຍ​ລ້ຽງດູ​ພວກເຂົາ ແລະ​ຢ່າ​ໃຫ້​ເປັນ​ພາລະ​ແກ່​ຄຣິສຕະຈັກ ເພື່ອ​ວ່າ​ຄຣິສຕະຈັກ​ຈະ​ໄດ້​ລ້ຽງດູ​ແມ່ໝ້າຍ ຜູ້​ທີ່​ບໍ່ມີ​ບ່ອນ​ເພິ່ງພາ​ອາໄສ​ແທ້ໆ.


ຈຳເປັນ​ຕ້ອງ​ໃຫ້​ພວກເຂົາ​ງັບ​ປາກ​ເສຍ ເພາະ​ພວກເຂົາ​ໄດ້​ເຮັດ​ໃຫ້​ບັນດາ​ຄອບຄົວ​ທັງໝົດ​ປັ່ນປ່ວນ​ວຸ້ນວາຍ​ໄປ ໂດຍ​ສອນ​ສິ່ງ​ທີ່​ບໍ່ຄວນ​ສອນ​ເພື່ອ​ຫາ​ລາຍໄດ້​ໃນ​ທາງ​ບໍ່​ສັດຊື່.


ເພິ່ນ​ມີ​ລູກຊາຍ​ສີ່ສິບ​ຄົນ ແລະ​ຫລານຊາຍ​ສາມສິບ​ຄົນ​ທີ່​ຂີ່​ລໍ​ເຈັດສິບ​ໂຕ. ອັບໂດນ​ໄດ້​ປົກຄອງ​ຊາດ​ອິດສະຣາເອນ​ເປັນ​ເວລາ​ແປດ​ປີ.


ນາງ​ນຳ​ເອົາ​ເຂົ້າ​ນັ້ນ​ກັບ​ເມືອ​ໃນເມືອງ ເພື່ອ​ໃຫ້​ຍ່າ​ເບິ່ງ​ວ່າ​ຕົນ​ເກັບ​ໄດ້​ຫລາຍ​ເທົ່າໃດ. ນາງ​ຍັງ​ໄດ້​ເອົາ​ອາຫານ​ທີ່​ເຫຼືອ​ກິນ​ນັ້ນ​ໃຫ້​ຍ່າ​ດ້ວຍ.


ຢູ່ມາ​ມື້ໜຶ່ງ ນາງຣຸດ​ຊາວ​ໂມອາບ​ໄດ້​ເວົ້າ​ກັບ​ນາງ​ນາໂອມີ​ວ່າ, “ຂໍ​ໃຫ້​ລູກ​ໄປ​ເກັບ​ເອົາ​ເຂົ້າ ຊຶ່ງ​ພວກ​ກ່ຽວເຂົ້າ​ເຮັດ​ຕົກ​ຢູ່​ຕາມ​ທົ່ງນາ​ເຖີດ. ລູກ​ເຊື່ອ​ແນ່​ວ່າ ຄົງ​ຈະ​ມີ​ບາງຄົນ​ອະນຸຍາດ​ໃຫ້​ລູກ​ເກັບ​ເອົາ​ໄດ້.” ນາງ​ນາໂອມີ​ຈຶ່ງ​ຕອບ​ວ່າ, “ຈົ່ງ​ໄປ​ເຖີດ ລູກເອີຍ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka