Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຕີໂມທຽວ 5:3 - ພຣະຄຳພີສັກສິ

3 ຈົ່ງ​ໃຫ້​ຄວາມນັບຖື​ແກ່​ພວກ​ທີ່​ເປັນ​ແມ່ໝ້າຍ​ຢ່າງ​ແທ້ຈິງ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

3 ຈົ່ງ​ນັບຖື​ເອົາໃຈໃສ່​ພວກແມ່ໝ້າຍ​ຜູ້​ທີ່​ຂັດສົນ​ຕາມ​ສົມຄວນ.

Uka jalj uñjjattʼäta Copia luraña




1 ຕີໂມທຽວ 5:3
28 Jak'a apnaqawi uñst'ayäwi  

ຄົນ​ຂັດສົນ​ທີ່ສຸດ​ນັ້ນ​ຕ່າງ​ກໍ​ກ່າວ​ຊົມເຊີຍ ຂ້ອຍ​ເຄີຍ​ຊ່ວຍ​ໃຫ້​ຄວາມ​ປອດໄພ​ແກ່​ແມ່ໝ້າຍ.


ຂ້ອຍ​ບໍ່ເຄີຍ​ປະຕິເສດ​ຊ່ວຍເຫລືອ​ຄົນ​ຍາກຈົນ ຂ້ອຍ​ບໍ່ເຄີຍ​ປະ​ໃຫ້​ແມ່ໝ້າຍ​ສິ້ນຫວັງ​ຈັກເທື່ອ


ພຣະເຈົ້າຢາເວ​ປົກປ້ອງ​ຄຸ້ມຄອງ​ຊາວ​ຕ່າງດ້າວ​ທັງຫລາຍ ທີ່​ອາໄສ​ຢູ່​ໃນ​ປະເທດ​ຂອງ​ພວກເຮົາ​ນັ້ນ. ພຣະອົງ​ຊ່ວຍ​ລູກກຳພ້າ​ທັງຫລາຍ​ແລະ​ແມ່ໝ້າຍ, ແຕ່​ທຳລາຍ​ແຜນການ​ຂອງ​ຄົນຊົ່ວຮ້າຍ.


ພຣະເຈົ້າ​ຜູ້​ທີ່​ສະຖິດ​ຢູ່​ໃນ​ພຣະວິຫານ​ອັນ​ສັກສິດ​ຂອງ​ພຣະອົງ ເປັນຫ່ວງ​ເປັນໃຍ​ລູກກຳພ້າ​ແລະ​ປ້ອງກັນ​ຮັກສາ​ແມ່ໝ້າຍ.


ພວກເຂົາ​ຂ້າ​ແມ່ໝ້າຍ​ແລະ​ລູກກຳພ້າ​ທັງຫລາຍ ແລະ​ຄົນຕ່າງດ້າວ​ທີ່​ຢູ່​ໃນ​ດິນແດນ​ດ້ວຍ.


ຈົ່ງ​ໃຫ້ກຽດ​ພໍ່​ແມ່​ຂອງ​ເຈົ້າ ເພື່ອ​ເຈົ້າ​ຈະ​ມີ​ອາຍຸ​ໝັ້ນຍືນ​ຢູ່​ໃນ​ດິນແດນ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເຈົ້າ​ກຳລັງ​ຈະ​ມອບ​ໃຫ້​ແກ່​ເຈົ້າ.


ຈົ່ງ​ປະ​ພວກ​ເດັກ​ກຳພ້າ​ໄວ້​ກັບ​ເຮົາ​ສາ ແລະ​ເຮົາ​ຈະ​ເບິ່ງແຍງ​ພວກເຂົາ​ເອງ. ບັນດາ​ແມ່ໝ້າຍ​ຂອງ​ພວກເຈົ້າ​ເພິ່ງພາ​ອາໄສ​ເຮົາ​ໄດ້.”


ຜູ້ນັ້ນ​ຈຶ່ງ​ບໍ່​ຕ້ອງ​ນັບຖື​ພໍ່​ຂອງຕົນ. ການ​ທີ່​ພວກເຈົ້າ​ເຮັດ​ເຊັ່ນ​ນັ້ນ ກໍ​ເປັນ​ການ​ທຳລາຍ​ຄຸນຄ່າ​ແຫ່ງ​ພຣະທຳ​ຂອງ​ພຣະເຈົ້າ, ເພື່ອ​ເຫັນ​ແກ່​ທຳນຽມ​ທີ່​ພວກເຈົ້າ​ສັ່ງສອນ​ຖ່າຍທອດ​ສືບຕໍ່​ກັນ​ມາ.


“ວິບັດ​ແກ່​ເຈົ້າ ພວກ​ທຳມະຈານ​ແລະ​ພວກ​ຟາຣີຊາຍ​ເອີຍ ຄົນ​ໜ້າຊື່​ໃຈຄົດ ພວກເຈົ້າ​ອັດ​ປະຕູ​ອານາຈັກ​ສະຫວັນ​ຕັນ​ມະນຸດ, ທີ່​ຈິງ​ແລ້ວ​ພວກເຈົ້າ​ເອງ​ກໍ​ບໍ່​ເຂົ້າ​ໄປ, ແຕ່​ຍັງ​ກັ້ນກາງ​ຜູ້​ທີ່​ຢາກ​ເຂົ້າ​ໄປ. [


ແລ້ວ​ກໍ​ເປັນ​ໝ້າຍ​ຢູ່​ລະຫວ່າງ​ແປດສິບສີ່​ປີ ນາງ​ບໍ່​ໜີ​ຈາກ​ບໍລິເວນ​ພຣະວິຫານ​ຈັກເທື່ອ, ແຕ່​ໄດ້​ຢູ່​ປະຕິບັດ​ພຣະເຈົ້າ, ຮັກສາ​ສິນ​ດ້ວຍ​ການ​ອົດ​ອາຫານ ແລະ​ພາວັນນາ​ອະທິຖານ ທັງ​ກາງເວັນ​ແລະ​ກາງຄືນ.


ພໍ​ພຣະອົງ​ມາ​ໃກ້​ປະຕູ​ເມືອງ ກໍ​ມີ​ຄົນ​ຫາມ​ຊາກສົບ​ຂອງ​ຊາຍໜຸ່ມ​ຄົນ​ໜຶ່ງ​ອອກ​ມາ ຄົນ​ທີ່​ຕາຍ​ນີ້ ເປັນ​ລູກຊາຍ​ຄົນ​ດຽວ​ຂອງ​ຍິງ​ຄົນ​ໜຶ່ງ​ທີ່​ເປັນ​ໝ້າຍ ມີ​ຊາວ​ເມືອງ​ຫລາຍ​ຄົນ​ອອກ​ມາ​ນຳ​ນາງ.


ເມື່ອ​ພຣະເຢຊູເຈົ້າ​ຫລຽວ​ເຫັນ​ນະທານາເອັນ ກຳລັງ​ມາ​ຫາ​ພຣະອົງ ຈຶ່ງ​ເວົ້າ​ຕໍ່​ລາວ​ວ່າ, “ຜູ້​ນີ້​ແຫຼະ ເປັນ​ຄົນ​ອິດສະຣາເອນ​ແທ້ ໃນ​ຕົວ​ລາວ​ບໍ່ມີ​ກົນອຸບາຍ​ເລີຍ.”


ໃນ​ຄາວ​ນັ້ນ ເມື່ອ​ຈຳນວນ​ພວກ​ສິດ​ກຳລັງ​ເພີ່ມ​ທະວີ​ຫລາຍ​ຂຶ້ນ ຊາວ​ຢິວ​ປາກ​ພາສາ​ກຣີກ ຈົ່ມ​ຕໍ່​ຊາວ​ຢິວ​ຄົນ​ພື້ນເມືອງ​ປາກ​ພາສາ​ເຮັບເຣີ​ວ່າ ໃນ​ແຕ່ລະ​ວັນ​ພວກ​ແມ່ໝ້າຍ​ຊາວ​ກຣິກ ບໍ່ໄດ້​ຮັບ​ການ​ເອົາໃຈໃສ່​ໃນ​ການ​ແຈກຈ່າຍ​ອາຫານ.


ດັ່ງນັ້ນ ເປໂຕ​ຈຶ່ງ​ລຸກ​ຂຶ້ນ​ໄປ​ກັບ​ພວກເຂົາ ເມື່ອ​ມາ​ເຖິງ​ແລ້ວ ພວກເຂົາ​ກໍ​ນຳ​ເພິ່ນ​ຂຶ້ນ​ໄປ​ທີ່​ຫ້ອງ​ຊັ້ນ​ເທິງ ຊຶ່ງ​ມີ​ແມ່ໝ້າຍ​ທັງໝົດ​ໄດ້​ມາ​ອ້ອມ​ເພິ່ນ​ໄວ້ ທັງ​ຮ້ອງໄຫ້ ແລະ​ຊີ້​ໃຫ້​ເຫັນ​ເສື້ອຜ້າ ແລະ​ເສື້ອ​ຊັ້ນນອກ​ຕ່າງໆ​ທີ່​ໂດຣະກາ​ເປັນ​ຜູ້​ເຮັດ ເມື່ອ​ນາງ​ຍັງ​ມີ​ຊີວິດ​ຢູ່​ກັບ​ພວກ​ຕົນ.


ຝ່າຍ​ເປໂຕ​ກໍ​ຍື່ນ​ມື​ຊ່ວຍເຫຼືອ​ນາງ​ໃຫ້​ລຸກ​ຂຶ້ນ, ແລ້ວ​ເພິ່ນ​ກໍ​ເອີ້ນ​ພີ່ນ້ອງ​ຜູ້​ທີ່​ເຊື່ອ​ທຸກຄົນ​ເຂົ້າ​ມາ ລວມທັງ​ບັນດາ​ແມ່ໝ້າຍ ແລະ​ເພິ່ນ​ໄດ້​ມອບ​ນາງ​ທີ່​ເປັນ​ຄືນ​ມາ​ຈາກ​ຕາຍ​ນັ້ນ ໃຫ້​ແກ່​ພວກເຂົາ.


ພຣະອົງ​ໃຫ້​ສິດ​ລູກກຳພ້າ​ແລະ​ພວກ​ແມ່ໝ້າຍ​ໄດ້​ຮັບ​ຄວາມ​ເປັນທຳ; ພຣະອົງ​ຮັກ​ຊາວ​ຕ່າງດ້າວ​ທີ່​ອາໄສ​ຢູ່​ນຳ​ພວກເຮົາ ໂດຍ​ໃຫ້​ອາຫານ​ແລະ​ເຄື່ອງນຸ່ງຫົ່ມ​ແກ່​ພວກເຂົາ.


ອາຫານ​ນີ້​ແມ່ນ​ສຳລັບ​ພວກ​ເລວີ ໃນ​ເມື່ອ​ພວກເຂົາ​ບໍ່ມີ​ຊັບສົມບັດ​ໃດໆ​ເປັນ​ຂອງ​ຕົນເອງ ແລະ​ສຳລັບ​ຊາວ​ຕ່າງດ້າວ ລູກ​ກຳພ້າ ແລະ​ແມ່ໝ້າຍ​ທີ່​ອາໄສ​ຢູ່​ໃນ​ເມືອງ​ຕ່າງໆ​ຂອງ​ພວກເຈົ້າ. ພວກເຂົາ​ຈະ​ໄດ້​ມາ​ຮັບ​ເອົາ​ໄປ​ກິນ​ຕາມ​ຄວາມ​ຕ້ອງການ​ຂອງ​ພວກເຂົາ. ຈົ່ງ​ປະຕິບັດ​ເຊັ່ນນີ້ ແລ້ວ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ກໍ​ຈະ​ອວຍພອນ​ທຸກໆ​ສິ່ງ​ທີ່​ພວກເຈົ້າ​ເຮັດ.”


ຈົ່ງ​ຊົມຊື່ນ​ຍິນດີ​ຢູ່​ຊ້ອງໜ້າ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ຮ່ວມ​ກັບ​ລູກ​ຊາຍ​ຍິງ​ຂອງ​ເຈົ້າ, ທາດຮັບໃຊ້​ຂອງ​ເຈົ້າ, ຊາວ​ເລວີ, ຊາວ​ຕ່າງດ້າວ ເດັກ​ກຳພ້າ ແລະ​ແມ່ໝ້າຍ​ທີ່​ອາໄສ​ຢູ່​ໃນ​ເມືອງ​ຕ່າງໆ​ຂອງ​ພວກເຈົ້າ. ຈົ່ງ​ຈັດ​ພິທີ​ນີ້​ຂຶ້ນ​ຢູ່​ໃນ​ບ່ອນ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ເລືອກໄວ້ ຊຶ່ງ​ໃຫ້​ນາມຊື່​ຂອງ​ພຣະອົງ​ຕັ້ງຢູ່.


ຈົ່ງ​ຊົມຊື່ນ​ຍິນດີ​ໃນ​ງານ​ເທດສະການ​ຂອງ​ເຈົ້າ​ຮ່ວມ​ກັນ​ກັບ​ລູກ​ຊາຍ​ຍິງ​ຂອງ​ເຈົ້າ, ທາດຮັບໃຊ້​ຂອງ​ເຈົ້າ, ຊາວ​ເລວີ, ຊາວ​ຕ່າງດ້າວ, ເດັກ​ກຳພ້າ ແລະ​ແມ່ໝ້າຍ​ທີ່​ອາໄສ​ຢູ່​ໃນ​ເມືອງ​ຕ່າງໆ​ຂອງ​ພວກເຈົ້າ.


‘ຄຳສາບແຊ່ງ​ເປັນ​ຂອງ​ຜູ້ໃດ​ຜູ້ໜຶ່ງ ທີ່​ຕັດສິດ​ຂອງ​ຄົນຕ່າງດ້າວ, ລູກ​ກຳພ້າ ແລະ​ແມ່ໝ້າຍ.’ ແລະ​ປະຊາຊົນ​ທັງໝົດ​ຈະ​ພ້ອມ​ກັນ​ຕອບ​ວ່າ, ‘ອາແມນ.’


ພວກເຮົາ​ບໍ່ໄດ້​ຊອກ​ຫາ​ຄຳ​ຊົມເຊີຍ​ຈາກ​ຜູ້ໃດ ທັງ​ຈາກ​ພວກເຈົ້າ ແລະ​ຈາກ​ຄົນອື່ນ​ດ້ວຍ.


ແລະ​ພວກ​ຍິງ​ຜູ້​ອາວຸໂສ ເໝືອນ​ດັ່ງ​ເພິ່ນ​ເປັນ​ແມ່ ແລະ​ພວກ​ຍິງ​ໜຸ່ມ ເໝືອນ​ດັ່ງ​ເປັນ​ເອື້ອຍ​ນ້ອງ​ດ້ວຍ​ຄວາມ​ບໍຣິສຸດ​ໃຈ​ທຸກຢ່າງ.


ທຳມະ​ທີ່​ບໍຣິສຸດ ແລະ​ບໍ່ມີ​ການ​ຊົ່ວ​ມົວໝອງ ຕໍ່​ພຣະພັກ​ພຣະເຈົ້າ ຜູ້​ຊົງ​ເປັນ​ພຣະບິດາເຈົ້າ ກໍ​ມີ​ດັ່ງນີ້ ຄື​ການ​ຢ້ຽມຢາມ​ລູກກຳພ້າ​ແລະ​ຍິງໝ້າຍ ທີ່​ມີ​ຄວາມ​ທຸກຮ້ອນ ແລະ​ການ​ຮັກສາ​ຕົວ​ໃຫ້​ພົ້ນ​ຈາກ​ການ​ດ່າງພອຍ​ຂອງ​ໂລກ.


ຈົ່ງ​ໃຫ້ກຽດ​ແກ່​ທຸກໆ​ຄົນ ຈົ່ງ​ຮັກ​ບັນດາ​ພີ່ນ້ອງ​ໃນ​ຄວາມເຊື່ອ​ດຽວກັນ ຈົ່ງ​ຢຳເກງ​ພຣະເຈົ້າ ແລະ​ຈົ່ງ​ເຄົາຣົບ​ນັບຖື​ຜູ້​ທີ່​ມີ​ອຳນາດ​ສູງສຸດ.


ເຈົ້າ​ທັງຫລາຍ​ທີ່​ເປັນ​ຜົວ​ກໍ​ເໝືອນກັນ ຈົ່ງ​ຢູ່​ກິນ​ກັບ​ເມຍ​ດ້ວຍ​ເຂົ້າໃຈ​ວ່າ ນາງ​ເປັນ​ເພດ​ທີ່​ອ່ອນແອ​ກວ່າ ຈົ່ງ​ນັບຖື​ເມຍ ເໝືອນ​ເປັນ​ຜູ້​ຮ່ວມ​ກັນ​ຮັບ​ພຣະຄຸນ​ແຫ່ງ​ຊີວິດ ເປັນ​ມໍຣະດົກ ເພື່ອ​ບໍ່​ໃຫ້​ສິ່ງໃດ​ສິ່ງໜຶ່ງ​ຂັດຂວາງ​ຄຳ​ພາວັນນາ​ອະທິຖານ​ຂອງ​ພວກເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka