Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຕີໂມທຽວ 5:22 - ພຣະຄຳພີສັກສິ

22 ຢ່າ​ຟ້າວ​ວາງ​ມື​ລົງ​ໃສ່​ຜູ້ໃດ ແລະ​ຢ່າ​ເຂົ້າ​ສ່ວນ​ໃນ​ຄວາມ​ບາບ​ກັບ​ຄົນອື່ນ ຈົ່ງ​ຮັກສາ​ຕົວ​ໃຫ້​ບໍຣິສຸດ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

22 ຢ່າ​ຟ້າວ​ວາງມື​ໃສ່​ຜູ້ໃດ, ແລະ ຢ່າ​ມີ​ສ່ວນຮ່ວມ​ໃນ​ຄວາມບາບ​ຂອງ​ຄົນ​ອື່ນ. ຈົ່ງ​ຮັກສາ​ຕົນເອງ​ໃຫ້​ບໍລິສຸດ.

Uka jalj uñjjattʼäta Copia luraña




1 ຕີໂມທຽວ 5:22
18 Jak'a apnaqawi uñst'ayäwi  

ເຈົ້າ​ເປັນ​ໝູ່​ກັບ​ຄົນ​ຂີ້ລັກ​ທຸກຄົນ​ທີ່​ພົບເຫັນ ແລະ​ຄົບຫາ​ສະມາຄົມ​ກັບ​ທຸກຄົນ​ທີ່​ຫລີ້ນຊູ້.


ຫລັງຈາກ​ພວກ​ພີ່ນ້ອງ​ຖືສິນ​ອົດອາຫານ ແລະ​ພາວັນນາ​ອະທິຖານ​ແລ້ວ ກໍໄດ້​ວາງ​ມື​ໃສ່​ບາຣະນາບາ​ກັບ​ໂຊໂລ ຈຶ່ງ​ໃຊ້​ພວກເພິ່ນ​ໄປ.


ແຕ່​ເມື່ອ​ພວກ​ເຫຼົ່ານັ້ນ​ຂັດຂວາງ ແລະ​ກ່າວ​ຄຳ​ຫຍາບຊ້າ ໂປໂລ​ຈຶ່ງ​ສັ່ນ​ເສື້ອຜ້າ​ຕໍ່ສູ້​ພວກເຂົາ ແລ້ວ​ເວົ້າ​ວ່າ, “ຂໍ​ໃຫ້​ໂທດ​ຂອງ​ພວກເຈົ້າ​ຕົກ​ໃສ່​ຫົວ​ຂອງ​ພວກເຈົ້າ​ເອງ ຝ່າຍ​ເຮົາ, ເຮົາ​ບໍ່ມີ​ໂທດ ຕັ້ງແຕ່​ນີ້​ໄປ ເຮົາ​ຈະ​ໄປ​ຫາ​ພວກ​ຕ່າງຊາດ.”


ດ້ວຍເຫດນັ້ນ ໃນວັນນີ້ ຂ້າພະເຈົ້າ​ຈຶ່ງ​ກ່າວ​ເລື່ອງ​ນີ້​ແກ່​ພວກທ່ານ​ຢ່າງ​ໜັກແໜ້ນ​ວ່າ ຂ້າພະເຈົ້າ​ບໍ່ມີ​ໂທດ​ໃນ​ຊາຕາກຳ​ຂອງ​ພວກທ່ານ​ທຸກຄົນ.


ພວກເຂົາ​ໄດ້​ນຳ​ຄົນ​ທັງ​ເຈັດ​ນີ້ ມາ​ສະເໜີ​ຕໍ່​ພວກ​ອັກຄະສາວົກ ແລະ​ພວກເພິ່ນ​ຈຶ່ງ​ພາວັນນາ​ອະທິຖານ​ວາງ​ມື​ໃສ່​ພວກເຂົາ.


ຢ່າ​ເຂົ້າ​ໄປ​ມີ​ສ່ວນ​ໃດໆ​ກັບ​ການ​ກະທຳ​ຝ່າຍ​ຄວາມມືດ ອັນ​ບໍ່ມີ​ປະໂຫຍດ​ຫຍັງ ແຕ່​ຈົ່ງ​ເປີດເຜີຍ​ສິ່ງ​ເຫຼົ່ານັ້ນ ອອກ​ມາ​ສູ່​ຄວາມ​ສະຫວ່າງ​ກໍດີກວ່າ.


ຕ້ອງ​ໃຫ້​ຄົນ​ເຫຼົ່າ​ນີ້ ຜ່ານ​ການ​ທົດສອບ​ກ່ອນ ແລະ​ເມື່ອ​ເຫັນ​ວ່າ​ບໍ່ມີ​ຂໍ້​ຕິຕຽນ​ແລ້ວ ຈຶ່ງ​ໃຫ້​ເປັນ​ຜູ້​ດູແລ​ຮັບໃຊ້.


ຜູ້​ປົກຄອງ​ຄຣິສຕະຈັກ ຕ້ອງ​ເປັນ​ຜູ້​ປາສະຈາກ​ການ​ຕຳໜິ​ຕິຕຽນ ລາວ​ຕ້ອງ​ມີ​ເມຍ​ຄົນ​ດຽວ​ເທົ່ານັ້ນ ຮູ້ຈັກ​ບັງຄັບ​ຕົນ ແລະ​ມີ​ສະຕິ​ອັນ​ດີ​ຮອບຄອບ ມີ​ກິຣິຍາ​ຮຽບຮ້ອຍ ລາວ​ຕ້ອງ​ມີ​ນໍ້າໃຈ​ເຫຼື້ອມໃສ​ໃນ​ການ​ຕ້ອນຮັບ​ແຂກ ເໝາະສົມ​ເປັນ​ຄູ​ທີ່​ດີ​


ຢ່າ​ຕັ້ງ​ຜູ້​ທີ່​ເຊື່ອ​ໃໝ່​ໃຫ້​ເປັນ​ຜູ້ປົກຄອງ ຢ້ານ​ວ່າ​ຈະ​ອວດຕົວ​ຂຶ້ນ​ດ້ວຍ​ຄວາມ​ຈອງຫອງ ແລ້ວ​ຈະ​ຖືກ​ໂທດ​ເໝືອນ​ຢ່າງ​ມານຮ້າຍ​ນັ້ນ.


ຢ່າ​ໃຫ້​ຜູ້ໃດ​ໝິ່ນປະໝາດ​ຄວາມ​ໜຸ່ມ​ຂອງ​ເຈົ້າ, ແຕ່​ຈົ່ງ​ເປັນ​ແບບຢ່າງ​ໃຫ້​ຄົນ​ທີ່​ເຊື່ອ​ທັງຫລາຍ ໃນ​ທາງ​ກິຣິຍາ​ແລະ​ວາຈາ ໃນ​ຄວາມຮັກ ໃນ​ຄວາມເຊື່ອ ແລະ​ໃນ​ຄວາມ​ບໍຣິສຸດ​ຂອງ​ເຈົ້າ.


ຢ່າ​ເມີນເສີຍ​ຕໍ່​ຂອງ​ປະທານ ຝ່າຍ​ຈິດ​ວິນຍານ​ທີ່​ມີ​ໃນ​ເຈົ້າ ຊຶ່ງ​ຖືກ​ມອບໝາຍ​ໃຫ້​ເຈົ້າ ເມື່ອ​ພວກ​ຜູ້ທຳນວາຍ​ແລະ​ພວກ​ເຖົ້າແກ່​ວາງ​ມື​ໃສ່​ເຈົ້າ.


ເພາະ​ເຫດ​ນີ້ ເຮົາ​ຈຶ່ງ​ຂໍ​ເຕືອນ​ສະຕິ​ເຈົ້າ ຈົ່ງ​ພັດທະນາ​ຂອງ​ປະທານ​ທີ່​ມີ​ໃນ​ຕົວ​ເຈົ້າ ໃຫ້​ຈະເລີນ​ຮຸ່ງເຮືອງ​ຂຶ້ນ ຄື​ຂອງ​ປະທານ ຊຶ່ງ​ພຣະເຈົ້າ​ໄດ້​ໂຜດ​ປະທານ​ໃຫ້​ເຈົ້າ ເມື່ອ​ເຮົາ​ໄດ້​ວາງ​ມື​ໃສ່​ເຈົ້າ.


ຈົ່ງ​ມອບ​ຄຳສອນ​ທີ່​ເຈົ້າ​ໄດ້ຍິນ​ຈາກ​ເຮົາ ຕໍ່ໜ້າ​ພະຍານ​ຫລາຍ​ຄົນ ໄວ້​ກັບ​ຄົນ​ສັດຊື່​ທີ່​ສາມາດ​ສອນ​ຄົນອື່ນ​ໄດ້​ດ້ວຍ.


ແລະ​ຄຳສັ່ງສອນ​ເຖິງ​ເລື່ອງ​ບັບຕິສະມາ ພິທີ​ວາງ​ມື, ການ​ເປັນ​ຄືນ​ມາ​ຈາກ​ຕາຍ ແລະ​ການ​ພິພາກສາ​ລົງໂທດ​ເປັນນິດ.


ຊາວ​ອິດສະຣາເອນ​ໄດ້​ຊີມ​ອາຫານ​ບາງ​ສ່ວນ​ຂອງ​ພວກເຂົາ ແຕ່​ບໍ່ໄດ້​ຂໍ​ຄຳແນະນຳ​ຈາກ​ພຣະເຈົ້າຢາເວ​ກ່ຽວກັບ​ເລື່ອງນີ້.


ດ້ວຍວ່າ, ຜູ້ໃດ​ທີ່​ສະແດງ​ຄວາມ​ຄຳນັບ​ຕໍ່​ເຂົາ ຜູ້ນັ້ນ​ກໍ​ເຂົ້າ​ສ່ວນ​ໃນ​ການ​ກະທຳ​ຊົ່ວ​ຂອງ​ເຂົາ​ແລ້ວ.


ແລ້ວ​ຂ້າພະເຈົ້າ​ກໍ​ໄດ້​ຍິນ​ສຽງ​ໜຶ່ງ​ອີກ​ຈາກ​ສະຫວັນ​ກ່າວ​ວ່າ, “ໄພ່ພົນ​ຂອງເຮົາ​ເອີຍ, ຈົ່ງ​ອອກ​ມາ​ຈາກ​ມະຫາ​ນະຄອນ​ນັ້ນ​ເສຍ ເພື່ອ​ເຈົ້າ​ທັງຫລາຍ​ຈະ​ບໍ່ມີ​ສ່ວນ ໃນ​ການບາບ​ຂອງ​ມັນ ເພື່ອ​ເຈົ້າ​ຈະ​ບໍ່ໄດ້​ຖືກ​ໄພ​ອັນຕະລາຍ ທີ່​ຈະ​ເກີດ​ແກ່​ມັນ​ນັ້ນ,


Jiwasaru arktasipxañani:

Anuncios ukanaka


Anuncios ukanaka