Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຕີໂມທຽວ 5:21 - ພຣະຄຳພີສັກສິ

21 ເຮົາ​ສັ່ງ​ເຈົ້າ​ຕໍ່​ພຣະພັກ​ພຣະເຈົ້າ ແລະ ພຣະຄຣິດເຈົ້າ​ເຢຊູ ແລະ ຝູງ​ເທວະດາ​ທີ່​ຊົງ​ເລືອກ​ໄວ້​ແລ້ວ​ນັ້ນ ໃຫ້​ເຈົ້າ​ຮັກສາ​ລະບຽບ​ເຫຼົ່ານີ້​ໄວ້ ໂດຍ​ບໍ່​ເຫັນ​ແກ່​ໜ້າ​ຜູ້ໃດ ແລະ​ບໍ່​ເຮັດ​ການ​ໃດໆ​ດ້ວຍ​ໃຈ​ລຳອຽງ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

21 ເຮົາ​ຮຽກຮ້ອງ​ເຈົ້າ​ຕໍ່ໜ້າ​ພຣະເຈົ້າ ແລະ ພຣະຄຣິດເຈົ້າເຢຊູ ແລະ ຕໍ່ໜ້າ​ບັນດາ​ເທວະດາ​ທີ່​ໄດ້​ເລືອກ​ໄວ້, ໃຫ້​ຢຶດຖື​ຄຳແນະນຳ​ເຫລົ່ານີ້​ໂດຍ​ບໍ່​ລຳອຽງ ແລະ ຢ່າ​ເຮັດ​ສິ່ງໃດ​ດ້ວຍ​ຄວາມລໍາອຽງ.

Uka jalj uñjjattʼäta Copia luraña




1 ຕີໂມທຽວ 5:21
25 Jak'a apnaqawi uñst'ayäwi  

ຂໍ​ໃຫ້​ຄົນມີ​ປັນຍາ​ຄິດເຖິງ​ສິ່ງ​ເຫຼົ່ານີ້​ດີໆ ຂໍ​ໃຫ້​ພວກເຂົາ​ພິຈາລະນາ​ເບິ່ງ​ຄວາມຮັກ​ອັນ​ໝັ້ນຄົງ​ຂອງ​ພຣະເຈົ້າຢາເວ.


ຂໍ​ຊົງ​ໂຜດ​ອະທິບາຍ​ກົດບັນຍັດ​ນັ້ນ​ເພື່ອ​ຈະ​ໄດ້​ເຮັດ​ຕາມ ຂ້ານ້ອຍ​ຈະ​ຖື​ຮັກສາ​ກົດບັນຍັດ​ນັ້ນ​ດ້ວຍ​ສຸດຈິດ​ສຸດໃຈ.


ເຂົ້າຂ້າງ​ຄົນຜິດ​ແລະ​ບິດເບືອນ​ຄວາມ​ຍຸດຕິທຳ​ເປັນ​ການ​ບໍ່​ຖືກຕ້ອງ.


ແລ້ວ​ໃຫ້​ເອົາ​ຫີນ​ກ້ອນ​ໃໝ່​ມາ​ອັດ​ກ້ອນ​ທີ່​ໄດ້​ເຈາະ​ອອກ​ໄປ​ນັ້ນ ແລະ​ເອົາ​ປູນ​ມາ​ໂບກ​ຝາ​ເຮືອນ​ໃໝ່​ອີກ.


ຈົ່ງ​ສັດຊື່​ແລະ​ທ່ຽງທຳ ເມື່ອ​ພວກເຈົ້າ​ຕັດສິນ​ຄະດີ​ທາງ​ກົດໝາຍ; ຢ່າ​ສະແດງ​ຄວາມ​ເຫັນອົກ​ເຫັນໃຈ​ຄົນ​ຍາກຈົນ ແລະ​ຢ່າ​ສະແດງ​ຄວາມ​ຢ້ານກົວ​ຕໍ່​ຄົນ​ຮັ່ງມີ.


“ດັ່ງນັ້ນ ເຮົາ​ຈຶ່ງ​ຈະ​ເຮັດ​ໃຫ້​ປະຊາຊົນ​ອິດສະຣາເອນ​ໝິ່ນປະໝາດ​ພວກເຈົ້າ​ຄືນ ຍ້ອນ​ພວກເຈົ້າ​ບໍ່ໄດ້​ປະຕິບັດ​ຕາມ​ຄວາມປະສົງ​ຂອງເຮົາ ແລະ​ເມື່ອ​ພວກເຈົ້າ​ສັ່ງສອນ​ປະຊາຊົນ​ຂອງເຮົາ ພວກເຈົ້າ​ກໍ​ບໍ່ໄດ້​ປະຕິບັດ​ຕໍ່​ທຸກຄົນ​ໃຫ້​ສະເໝີ​ພາບ​ກັນ.”


ເພາະ​ບຸດ​ມະນຸດ​ຈະ​ມາ​ປາກົດ​ດ້ວຍ​ສະຫງ່າຣາສີ​ແຫ່ງ​ພຣະບິດາເຈົ້າ​ຂອງ​ພຣະອົງ ພ້ອມ​ດ້ວຍ​ຝູງ​ເທວະດາ​ຂອງ​ພຣະອົງ, ເມື່ອນັ້ນ​ທ່ານ​ຈະ​ໃຫ້​ບຳເໜັດ​ແກ່​ທຸກຄົນ ຕາມ​ການ​ກະທຳ​ຂອງຕົນ.


ເມື່ອນັ້ນ ພຣະອົງ​ກໍ​ຈະ​ກ່າວ​ຕໍ່​ບັນດາ​ຜູ້​ທີ່​ຢູ່​ເບື້ອງຊ້າຍ​ວ່າ, ‘ຫຍັບ​ອອກ​ໄປ​ໃຫ້​ຫ່າງ​ຈາກ​ເຮົາ ພວກສູ​ຜູ້​ທີ່​ຖືກ​ສາບແຊ່ງ​ເອີຍ ລົງ​ໄປ​ໃນ​ບຶງໄຟ​ທີ່​ໄໝ້​ຢູ່​ຕະຫລອດໄປ​ເປັນນິດ ຊຶ່ງ​ໄດ້​ຖືກ​ຈັດຕຽມ​ໄວ້​ສຳລັບ​ມານຮ້າຍ ແລະ​ບໍລິວານ​ຂອງ​ມັນ


ສັ່ງສອນ​ພວກເຂົາ​ໃຫ້​ຖື​ຮັກສາ​ທຸກໆ​ສິ່ງ​ທີ່​ເຮົາ​ໄດ້​ສັ່ງ​ພວກເຈົ້າ​ໄວ້​ແລ້ວ​ນັ້ນ ນີ້​ແຫຼະ ເຮົາ​ຢູ່​ກັບ​ເຈົ້າ​ທັງຫລາຍ​ທຸກໆ​ວັນ​ຈົນ​ສິ້ນ​ໂລກນີ້.”


ພວກເຂົາ​ຈຶ່ງ​ຖາມ​ພຣະອົງ​ວ່າ, “ອາຈານ​ເອີຍ ພວກເຮົາ​ຮູ້​ວ່າ​ຖ້ອຍຄຳ​ທີ່​ທ່ານ​ກ່າວ ແລະ​ສັ່ງສອນ​ນັ້ນ​ຖືກຕ້ອງ ແລະ​ໂດຍ​ບໍ່​ເຫັນແກ່ໜ້າ​ຜູ້ໃດ, ແຕ່​ສັ່ງສອນ​ຫົນທາງ​ຂອງ​ພຣະເຈົ້າ​ຢ່າງ​ສັດຊື່.


ສະນັ້ນ ຖ້າ​ຜູ້ໃດ​ມີ​ຄວາມ​ລະອາຍ​ໃນ​ເລື່ອງ​ເຮົາ ແລະ​ໃນ​ເລື່ອງ​ຖ້ອຍຄຳ​ຂອງເຮົາ ບຸດ​ມະນຸດ​ກໍ​ຈະ​ມີ​ຄວາມ​ລະອາຍ​ໃນ​ເລື່ອງ​ຂອງ​ຜູ້ນັ້ນ ເມື່ອ​ເຮົາ​ມາ​ປາກົດ​ໃນ​ສະຫງ່າຣາສີ​ຂອງເຮົາ ກັບ​ໃນ​ສະຫງ່າຣາສີ​ຂອງ​ພຣະບິດາເຈົ້າ ແລະ​ຂອງ​ພວກ​ເທວະດາ​ບໍຣິສຸດ.


ເຫດສະນັ້ນ, ແຕ່​ນີ້​ຕໍ່ໄປ ພວກເຮົາ​ຈຶ່ງ​ບໍ່​ພິຈາລະນາ​ເບິ່ງ​ຜູ້ໃດ​ຕາມ​ມາດຕະຖານ​ຂອງ​ມະນຸດ​ອີກ ເຖິງ​ແມ່ນ​ວ່າ ເມື່ອ​ກ່ອນ​ນັ້ນ​ພວກເຮົາ​ໄດ້​ສັງເກດ​ຮູ້​ພຣະຄຣິດ​ຕາມ​ມາດຕະຖານ​ຂອງ​ມະນຸດ​ກໍຕາມ ມາບັດນີ້ ພວກເຮົາ​ກໍ​ບໍ່​ສັງເກດ​ຮູ້​ພຣະອົງ​ຕາມ​ແບບ​ນັ້ນ​ອີກ​ຕໍ່ໄປ.


ບັດນີ້ ຈົ່ງ​ມ້າງ​ຄ້າຍ​ແລະ​ຍົກຍ້າຍ​ໄປ​ຕໍ່. ຈົ່ງ​ໄປ​ທີ່​ເຂດ​ເນີນພູ​ຂອງ​ຊາວ​ອາໂມ ແລະ​ທົ່ວ​ອານາ​ເຂດ​ອ້ອມແອ້ມ​ທັງໝົດ​ນັ້ນ ເຊັ່ນ: ຮ່ອມພູ​ຈໍແດນ, ເຂດ​ເນີນພູ​ແລະ​ທົ່ງພຽງ, ເຂດ​ພາກໃຕ້ ແລະ​ແຄມ​ຝັ່ງ​ທີ່​ທະເລ​ເມດີແຕຣາເນ. ຈົ່ງ​ໄປ​ທີ່​ດິນແດນ​ຂອງ​ຊາວ​ການາອານ, ເທິງ​ພູ​ເລບານອນ ແລະ​ແມ່ນໍ້າ​ໃຫຍ່​ເອີຟຣັດ.


ພວກເຂົາ​ໄດ້​ສະແດງ​ຄວາມ​ສັດຊື່​ຍິ່ງໃຫຍ່​ຕໍ່​ພຣະອົງ ຫລາຍກວ່າ​ຕໍ່​ພໍ່​ແມ່​ອ້າຍ​ເອື້ອຍ​ນ້ອງ​ກັບ​ລູກໆ. ພວກເຂົາ​ໄດ້​ເຊື່ອຟັງ​ຂໍ້ຄຳສັ່ງ​ຂອງ​ພຣະອົງ ທັງ​ສັດຊື່​ແລະ​ໝັ້ນຄົງ​ຕໍ່​ພັນທະສັນຍາ​ດ້ວຍ.


ເຮົາ​ຮ້ອງຂໍ​ນຳ​ພວກເຈົ້າ​ຕື່ມ​ອີກ ໃນ​ນາມ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ວ່າ, ຈົ່ງ​ອ່ານ​ຈົດໝາຍ​ສະບັບ​ນີ້ ສູ່​ພີ່ນ້ອງ​ຄົນ​ທີ່​ເຊື່ອ​ທັງໝົດ​ຟັງ.


ເຮົາ​ສັ່ງ​ເຈົ້າ​ຕໍ່ໜ້າ​ພຣະເຈົ້າ ຜູ້​ຊົງ​ບັນດານ​ໃຫ້​ສິ່ງ​ທັງປວງ​ມີ​ຊີວິດ ແລະ​ຕໍ່ໜ້າ​ພຣະຄຣິດເຈົ້າ​ເຢຊູ​ຜູ້​ໄດ້​ຊົງ​ເປັນ​ພະຍານ ເຖິງ​ຄຳ​ປະຕິຍານ​ອັນ​ດີ​ຕໍ່ໜ້າ​ປົນທຽວ​ປີລາດ


ຈົ່ງ​ບອກ​ຄົນ​ຂອງ​ເຈົ້າ ໃຫ້​ຈົດຈຳ​ໃນ​ເລື່ອງ​ນີ້ ແລະ​ຕັກເຕືອນ​ພວກເຂົາ​ຢ່າງ​ໜັກແໜ້ນ​ຢູ່​ຊ້ອງ​ພຣະພັກ​ພຣະເຈົ້າ ບໍ່​ໃຫ້​ຜິດຖຽງ​ກັນ​ເຖິງ​ຖ້ອຍຄຳ​ຕ່າງໆ ການ​ກະທຳ​ເຊັ່ນ​ນີ້ ບໍ່​ເປັນ​ສິ່ງ​ທີ່​ດີ ມີ​ແຕ່​ເຮັດ​ໃຫ້​ຜູ້​ຟັງ​ຈິບຫາຍ​ໄປ.


ເຮົາ​ສັ່ງ​ເຈົ້າ​ຢູ່​ຊ້ອງ​ພຣະພັກ​ພຣະເຈົ້າ ແລະ​ຢູ່​ຊ້ອງ​ພຣະພັກ​ພຣະຄຣິດເຈົ້າ​ເຢຊູ ຜູ້​ຈະ​ຊົງ​ພິພາກສາ​ທັງ​ຄົນ​ເປັນ​ແລະ​ຄົນ​ຕາຍ ໂດຍ​ອ້າງ​ເຖິງ​ການ​ທີ່​ພຣະອົງ​ຈະ​ຊົງ​ສ່ອງ​ສະຫວ່າງ​ມາ​ປາກົດ ແລະ​ອ້າງ​ເຖິງ​ຣາຊອານາຈັກ​ຂອງ​ພຣະອົງ​ວ່າ,


ແຕ່​ປັນຍາ​ທີ່​ມາ​ຈາກ​ເບື້ອງ​ເທິງ​ນັ້ນ ກ່ອນ​ອື່ນ​ໝົດ​ກໍ​ບໍຣິສຸດ ແລະ​ປະກອບ​ດ້ວຍ​ຄວາມ​ສະຫງົບສຸກ ຄວາມ​ສຸພາບ​ອ່ອນໂຍນ ຄວາມ​ເປັນ​ມິດ ເຕັມ​ໄປ​ດ້ວຍ​ຄວາມ​ເມດຕາ ແລະ​ໃຫ້​ຜົນ​ດີ ບໍ່​ເລືອກ​ໜ້າ​ຄົນ​ແລະ​ບໍ່​ໜ້າຊື່​ໃຈຄົດ.


ເພາະວ່າ ພຣະເຈົ້າ​ບໍ່ໄດ້​ຊົງ​ຍົກເວັ້ນ​ຝູງ​ເທວະດາ​ທີ່​ໄດ້​ເຮັດ​ບາບ​ນັ້ນ, ແຕ່​ໄດ້​ຊົງ​ຊຸກ​ພວກເຂົາ​ລົງ​ໄປ​ສູ່​ພື້ນ​ທໍລະນີ​ເລິກ ຂັງ​ພວກເຂົາ​ໄວ້​ໃນ​ຂຸມ​ມືດ ຄຸມ​ໄວ້​ຈົນເຖິງ​ວັນ​ພິພາກສາ.


ຈົ່ງ​ຈົດຈຳ​ບັນດາ​ເທວະດາ ທີ່​ບໍ່​ຢູ່​ໃນ​ຂອບເຂດ​ແຫ່ງ​ສິດ​ອຳນາດ​ຂອງຕົນ, ແຕ່​ໄດ້​ປະຖິ້ມ​ບ່ອນ​ຢູ່​ອາໄສ​ຂອງ​ຕົນເອງ ພວກເຂົາ​ໄດ້​ຖືກ​ປະ​ໄວ້​ໃນ​ຄວາມມືດ​ເບື້ອງ​ລຸ່ມ, ຖືກ​ລ່າມໂສ້​ໄວ້​ຕະຫລອດໄປ​ສຳລັບ​ວັນ​ຍິ່ງໃຫຍ່​ທີ່​ຈະ​ມີ​ການ​ຕັດສິນ​ລົງໂທດ.


ຜູ້ນັ້ນ ຈະ​ຕ້ອງ​ດື່ມ​ເຫລົ້າແວງ​ແຫ່ງ​ຄວາມ​ໂກດຮ້າຍ​ຂອງ​ພຣະເຈົ້າ ທີ່​ຊົງ​ຖອກ​ລົງ​ໃນ​ຈອກ​ແຫ່ງ​ຄວາມ​ໂກດຮ້າຍ​ນັ້ນ ໂດຍ​ບໍ່​ປົນ​ກັບ​ສິ່ງໃດ ຜູ້ນັ້ນ​ຈະ​ຖືກ​ທໍລະມານ​ໃນ​ໄຟ​ກັບ​ມາດ ຕໍ່ໜ້າ​ຝູງ​ເທວະດາ​ບໍຣິສຸດ ແລະ​ຕໍ່​ພຣະພັກ​ພຣະ​ເມສານ້ອຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka