Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຕີໂມທຽວ 5:20 - ພຣະຄຳພີສັກສິ

20 ສຳລັບ​ຜູ້​ທີ່​ຍັງ​ເຮັດ​ບາບ​ຢູ່​ນັ້ນ ຈົ່ງ​ຕຳໜິ​ຕິຕຽນ​ເຂົາ​ຕໍ່ໜ້າ​ຄົນ​ທັງຫລາຍ ເພື່ອ​ວ່າ​ຄົນອື່ນ​ຈະ​ໄດ້​ຢຳເກງ​ເໝືອນກັນ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

20 ແຕ່​ບັນດາ​ຜູ້ປົກຄອງ​ຜູ້​ທີ່​ເຮັດ​ບາບ​ນັ້ນ​ເຈົ້າ​ຈົ່ງ​ກ່າວ​ຕັກເຕືອນ​ຕໍ່ໜ້າ​ຄົນ​ທັງຫລາຍ, ເພື່ອ​ວ່າ​ຄົນ​ອື່ນໆ​ຈະ​ໄດ້​ລະວັງ.

Uka jalj uñjjattʼäta Copia luraña




1 ຕີໂມທຽວ 5:20
15 Jak'a apnaqawi uñst'ayäwi  

ຢ່າ​ຮັກສາ​ຄວາມ​ກຽດຊັງ​ພີ່ນ້ອງ​ໄວ້​ໃນ​ໃຈ ແຕ່​ຈົ່ງ​ສະສາງ​ຄວາມ​ຂັດແຍ້ງ​ກັນ​ກັບ​ຜູ້ນັ້ນ ເພື່ອ​ວ່າ​ເຈົ້າ​ຈະ​ບໍ່​ເຂົ້າ​ສ່ວນ​ໃນ​ໂທດ​ຂອງ​ລາວ.


ເລື່ອງ​ນີ້​ໄດ້​ຊ່າລື​ໄປ​ເຖິງ​ຫູ​ຄົນ​ທັງຫລາຍ​ທີ່​ຢູ່​ໃນ​ເມືອງ​ເອເຟໂຊ ຕະຫລອດ​ທັງ​ຄົນ​ຢິວ ແລະ​ຄົນ​ກຣີກ​ດ້ວຍ, ປະຊາຊົນ​ທຸກຄົນ​ຕ່າງ​ກໍ​ຢ້ານກົວ​ຫລາຍ​ທີ່ສຸດ ແລະ​ພຣະນາມ​ຂອງ​ອົງ​ພຣະເຢຊູເຈົ້າ ກໍ​ເປັນ​ທີ່​ຍ້ອງຍໍ​ສັນລະເສີນ​ຢ່າງ​ສູງສຸດ.


ຄຣິສຕະຈັກ​ທັງໝົດ ແລະ​ທຸກຄົນ​ທີ່​ໄດ້ຍິນ​ເຫດການ​ນີ້ ຕ່າງ​ກໍ​ຕົກໃຈ​ຢ້ານກົວ​ຢ່າງ​ໃຫຍ່.


ເມື່ອ​ອານາເນຍ​ໄດ້ຍິນ​ຖ້ອຍຄຳ​ເຫຼົ່ານີ້ ລາວ​ກໍ​ລົ້ມ​ລົງ​ສິ້ນໃຈ​ຕາຍ ຝ່າຍ​ຄົນ​ທັງປວງ​ທີ່​ໄດ້ຍິນ​ເຖິງ​ເຫດການ​ນັ້ນ ຕ່າງ​ກໍ​ຕົກໃຈ​ຢ້ານກົວ​ຢ່າງໃຫຍ່.


ຈົ່ງ​ພິຈາລະນາ​ເບິ່ງ​ວ່າ ການ​ທີ່​ເຈົ້າ​ທັງຫລາຍ​ໄດ້​ທຸກໃຈ ຕາມ​ຢ່າງ​ຊອບພຣະໄທ​ພຣະເຈົ້າ​ນັ້ນ ໄດ້​ເຮັດ​ໃຫ້​ພວກເຈົ້າ​ເກີດ​ມີ​ຄວາມ​ຂະຫຍັນ​ຂັນແຂງ​ຫລາຍ​ເທົ່າ​ໃດ ເອົາໃຈໃສ່​ທີ່​ຈະ​ແກ້​ຕົວ​ຫລາຍ​ເທົ່າ​ໃດ ຄວາມ​ເຄືອງໃຈ ຄວາມ​ຕື່ນ​ຕົວ ຄວາມ​ອາໄລ ຄວາມ​ຮ້ອນຮົນ ແລະ​ການ​ລົງໂທດ​ຕອບແທນ​ຫລາຍ​ເທົ່າ​ໃດ ໃນ​ທຸກສິ່ງ​ເຫຼົ່ານີ້ ເຈົ້າ​ທັງຫລາຍ​ໄດ້​ສະແດງ​ຕົວ​ວ່າ ເປັນ​ຄົນ​ບໍ່ມີ​ຜິດ​ໃນ​ການ​ນັ້ນ​ແລ້ວ.


ຢ່າ​ເຂົ້າ​ໄປ​ມີ​ສ່ວນ​ໃດໆ​ກັບ​ການ​ກະທຳ​ຝ່າຍ​ຄວາມມືດ ອັນ​ບໍ່ມີ​ປະໂຫຍດ​ຫຍັງ ແຕ່​ຈົ່ງ​ເປີດເຜີຍ​ສິ່ງ​ເຫຼົ່ານັ້ນ ອອກ​ມາ​ສູ່​ຄວາມ​ສະຫວ່າງ​ກໍດີກວ່າ.


ແລ້ວ​ຊາວ​ອິດສະຣາເອນ​ທັງໝົດ​ກໍ​ຈະ​ໄດ້ຍິນ​ສິ່ງ​ທີ່​ພວກເຈົ້າ​ໄດ້​ເຮັດ ພວກເຂົາ​ຈະ​ຢ້ານກົວ​ແລະ​ຈະ​ບໍ່ມີ​ໃຜ​ກ້າ​ເຮັດ​ສິ່ງ​ຊົ່ວຮ້າຍ​ໃນ​ທ່າມກາງ​ພວກເຈົ້າ​ອີກ.


ແລ້ວ​ທຸກໆ​ຄົນ​ກໍ​ຈະ​ໄດ້ຍິນ​ສິ່ງ​ທີ່​ພວກເຈົ້າ​ໄດ້​ເຮັດ​ແລະ​ເກີດ​ຢ້ານກົວ ແລ້ວ​ກໍ​ຈະ​ບໍ່ມີ​ຜູ້ໃດ​ບັງ​ອາດ​ຝ່າຝືນ​ເຮັດ​ເຊັ່ນນັ້ນ​ອີກ​ຕໍ່ໄປ.”


ແລ້ວ​ທຸກໆ​ຄົນ​ກໍ​ຈະ​ໄດ້ຍິນ​ເລື່ອງ​ທີ່​ໄດ້​ເກີດຂຶ້ນ ຕໍ່ໄປ​ພວກເຂົາ​ຈະ​ເກີດ​ຢ້ານກົວ ແລະ​ຈະ​ບໍ່ມີ​ໃຜ​ບັງອາດ​ເຮັດ​ເລື່ອງ​ຊົ່ວຊ້າ​ຢ່າງ​ນີ້​ອີກ.


ແລ້ວ​ຊາວ​ເມືອງ​ກໍ​ຈະ​ເອົາ​ກ້ອນຫີນ​ແກວ່ງ​ໃສ່​ລາວ​ໃຫ້​ເຖິງ​ຕາຍ. ດັ່ງນັ້ນ ພວກເຈົ້າ​ຈຶ່ງ​ຈະ​ກຳຈັດ​ຄວາມ​ຊົ່ວຊ້າ​ເຊັ່ນນີ້​ໃຫ້​ໝົດ​ໄປ​ໄດ້. ທຸກຄົນ​ໃນ​ຊາດ​ອິດສະຣາເອນ​ຈະ​ໄດ້ຍິນ​ສິ່ງ​ທີ່​ເກີດຂຶ້ນ ແລະ​ພວກເຂົາ​ຈະ​ຢ້ານກົວ.”


ໃນ​ບັນດາ​ຄົນ​ເຫຼົ່ານັ້ນ​ມີ ຮີເມນາໂຢ ແລະ ອາເລັກຊັນເດີ ທີ່​ເຮົາ​ໄດ້​ມອບ​ພວກເຂົາ​ໄວ້​ກັບ​ມານຊາຕານ​ແລ້ວ ເພື່ອ​ພວກເຂົາ​ຈະ​ໄດ້​ຮຽນຮູ້ ແລະ​ເຊົາ​ກ່າວ​ຄຳ​ຫຍາບຊ້າ​ຕໍ່​ພຣະເຈົ້າ.


ຈົ່ງ​ເອົາໃຈໃສ່​ເທດສະໜາ​ສັ່ງສອນ​ພຣະທຳ​ຂອງ​ພຣະເຈົ້າ ທັງ​ໃນ​ເວລາ​ມີ​ໂອກາດ​ແລະ​ບໍ່ມີ​ໂອກາດ, ຈົ່ງ​ຊັກຊວນ​ດ້ວຍ​ເຫດ​ຜົນ, ຈົ່ງ​ເຕືອນ​ສະຕິ​ແລະ​ໜູນໃຈ ດ້ວຍ​ຄວາມ​ພຽນ​ອົດທົນ​ທຸກຢ່າງ​ແລະ​ໃນ​ການ​ສິດສອນ.


ຄຳ​ທີ່​ພວກເຂົາ​ອ້າງ​ນີ້​ເປັນ​ຄວາມຈິງ. ດ້ວຍເຫດນີ້ ເຈົ້າ​ຈົ່ງ​ຕໍ່​ວ່າ​ພວກເຂົາ​ຢ່າງ​ຮຸນແຮງ ເພື່ອ​ພວກເຂົາ​ຈະ​ໄດ້​ມີ​ຄວາມເຊື່ອ​ອັນ​ມີ​ຫລັກ


ຂໍ້​ຄວາມ​ຂ້າງ​ເທິງ​ນີ້ ເຈົ້າ​ຈົ່ງ​ໃຊ້​ວ່າ​ກ່າວ, ຕັກເຕືອນ ແລະ​ບອກສອນ​ພວກເຂົາ​ຢ່າງ​ໜັກແໜ້ນ ຢ່າ​ໃຫ້​ຜູ້ໃດ​ໝິ່ນປະໝາດ​ເຈົ້າ​ໄດ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka