Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຕີໂມທຽວ 5:2 - ພຣະຄຳພີສັກສິ

2 ແລະ​ພວກ​ຍິງ​ຜູ້​ອາວຸໂສ ເໝືອນ​ດັ່ງ​ເພິ່ນ​ເປັນ​ແມ່ ແລະ​ພວກ​ຍິງ​ໜຸ່ມ ເໝືອນ​ດັ່ງ​ເປັນ​ເອື້ອຍ​ນ້ອງ​ດ້ວຍ​ຄວາມ​ບໍຣິສຸດ​ໃຈ​ທຸກຢ່າງ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

2 ຕໍ່​ແມ່ຍິງ​ຜູ້ອາວຸໂສ​ເໝືອນດັ່ງ​ເພິ່ນ​ເປັນ​ແມ່ ແລະ ຕໍ່​ຍິງ​ໜຸ່ມ​ທີ່​ມີ​ອາຍຸ​ອ່ອນກວ່າ​ເໝືອນດັ່ງ​ເປັນ​ນ້ອງສາວ​ດ້ວຍ​ຄວາມບໍລິສຸດ​ຢ່າງ​ແທ້ຈິງ.

Uka jalj uñjjattʼäta Copia luraña




1 ຕີໂມທຽວ 5:2
8 Jak'a apnaqawi uñst'ayäwi  

ຜູ້ໃດ​ທີ່​ປະຕິບັດ​ຕາມ​ນໍ້າພຣະໄທ​ພຣະບິດາ​ຂອງເຮົາ ຜູ້​ຊົງ​ສະຖິດ​ຢູ່​ໃນ​ສະຫວັນ ຜູ້ນັ້ນ​ແຫຼະ ເປັນ​ນ້ອງຊາຍ, ນ້ອງສາວ ແລະ​ມານດາ​ຂອງເຮົາ.”


ພີ່ນ້ອງ​ທັງຫລາຍ​ເອີຍ ໃນ​ທີ່ສຸດ​ນີ້ ສິ່ງໃດ​ທີ່​ສັດຈິງ ສິ່ງໃດ​ທີ່​ໜ້າ​ນັບຖື ສິ່ງໃດ​ທີ່​ຍຸດຕິທຳ ສິ່ງໃດ​ທີ່​ບໍຣິສຸດ ສິ່ງໃດ​ທີ່​ໜ້າຮັກ ສິ່ງໃດ​ທີ່​ໜ້າຍິນດີ ສິ່ງໃດ​ທີ່​ລໍ້າເລີດ ແລະ​ຖ້າ​ມີ​ສິ່ງໃດ​ຄວນ​ແກ່​ການ​ສັນລະເສີນ ຈົ່ງ​ພິຈາລະນາ​ເຖິງ​ສິ່ງ​ເຫຼົ່ານັ້ນ.


ແລະ​ຈົ່ງ​ລະເວັ້ນ​ຈາກ​ຄວາມຊົ່ວ​ທຸກ​ຊະນິດ.


ຢ່າ​ໃຫ້​ຜູ້ໃດ​ໝິ່ນປະໝາດ​ຄວາມ​ໜຸ່ມ​ຂອງ​ເຈົ້າ, ແຕ່​ຈົ່ງ​ເປັນ​ແບບຢ່າງ​ໃຫ້​ຄົນ​ທີ່​ເຊື່ອ​ທັງຫລາຍ ໃນ​ທາງ​ກິຣິຍາ​ແລະ​ວາຈາ ໃນ​ຄວາມຮັກ ໃນ​ຄວາມເຊື່ອ ແລະ​ໃນ​ຄວາມ​ບໍຣິສຸດ​ຂອງ​ເຈົ້າ.


ຢ່າ​ກ່າວ​ຕັກເຕືອນ​ຊາຍ​ຜູ້​ອາວຸໂສ ດ້ວຍ​ຖ້ອຍຄຳ​ອັນ​ຮຸນແຮງ ແຕ່​ຈົ່ງ​ຂໍຮ້ອງ​ເພິ່ນ ເໝືອນ​ດັ່ງ​ເພິ່ນ​ເປັນ​ພໍ່, ຈົ່ງ​ປະຕິບັດ​ຕໍ່​ພວກ​ຊາຍ​ໜຸ່ມ ເໝືອນ​ເປັນ​ອ້າຍ​ນ້ອງ​ກັນ


ຈົ່ງ​ໃຫ້​ຄວາມນັບຖື​ແກ່​ພວກ​ທີ່​ເປັນ​ແມ່ໝ້າຍ​ຢ່າງ​ແທ້ຈິງ.


ດັ່ງນັ້ນ ເຈົ້າ​ຈົ່ງ​ຫລີກ​ໜີ​ຈາກ​ຣາຄະ​ຕັນຫາ​ຂອງ​ຄົນ​ໜຸ່ມ. ຈົ່ງ​ຕິດຕາມ​ຄວາມ​ຊອບທຳ, ຄວາມເຊື່ອ, ຄວາມຮັກ ແລະ​ສັນຕິສຸກ ຮ່ວມ​ກັບ​ຄົນ​ທັງປວງ​ທີ່​ຮ້ອງ​ອອກ​ພຣະນາມ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ດ້ວຍ​ໃຈ​ບໍຣິສຸດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka