Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຕີໂມທຽວ 5:17 - ພຣະຄຳພີສັກສິ

17 ຈົ່ງ​ຖື​ວ່າ​ຜູ້ປົກຄອງ​ທັງຫລາຍ ທີ່​ນຳພາ​ຄຣິສຕະຈັກ​ເປັນ​ຢ່າງດີ​ນັ້ນ ກໍ​ສົມຄວນ​ໄດ້​ຮັບ​ກຽດ ແລະ​ການ​ບຳລຸງລ້ຽງ​ສອງ​ເທົ່າ ໂດຍ​ສະເພາະ​ຜູ້​ທີ່​ເຮັດ​ວຽກ​ຢ່າງ​ດຸໝັ່ນ ໃນ​ການ​ເທດສະໜາ​ແລະ​ການ​ສັ່ງສອນ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

17 ພວກ​ຜູ້ປົກຄອງ​ທີ່​ບໍລິຫານ​ກິດຈະການ​ຂອງ​ຄຣິສຕະຈັກ​ໄດ້​ດີ​ກໍ​ສົມຄວນ​ໄດ້​ຮັບ​ກຽດ​ເປັນ​ສອງ​ເທົ່າ, ໂດຍ​ສະເພາະ​ບັນດາ​ຜູ້​ທີ່​ເຮັດ​ໜ້າທີ່​ເທດສະໜາ ແລະ ສັ່ງສອນ.

Uka jalj uñjjattʼäta Copia luraña




1 ຕີໂມທຽວ 5:17
41 Jak'a apnaqawi uñst'ayäwi  

ໃນ​ບ່ອນ​ນັ້ນ ເອລີຢາ​ໄດ້​ກ່າວ​ແກ່​ເອລີຊາ​ວ່າ, “ກ່ອນ​ຂ້ອຍ​ຈະ​ຖືກ​ຮັບ​ຂຶ້ນ​ໄປ ໃຫ້​ເຈົ້າ​ບອກ​ຂ້ອຍ​ມາ​ເບິ່ງ​ວ່າ ເຈົ້າ​ຢາກ​ໃຫ້​ຂ້ອຍ​ເຮັດ​ຫຍັງ​ສຳລັບ​ເຈົ້າ​ແດ່?” ເອລີຊາ​ຕອບ​ວ່າ, “ຂໍ​ໃຫ້​ຂ້ານ້ອຍ​ໄດ້​ຮັບ​ຣິດອຳນາດ​ສອງ​ເທົ່າ ເພື່ອ​ສືບແທນ​ທ່ານ​ແດ່ທ້ອນ.”


ຈົ່ງ​ຊູໃຈ​ປະຊາຊົນ​ຊາວ​ນະຄອນ​ເຢຣູຊາເລັມ ຈົ່ງ​ບອກ​ວ່າ, ພວກເຂົາ​ທົນທຸກ​ດົນນານ​ພໍ​ແລ້ວ ບັດນີ້​ການບາບ​ຂອງ​ພວກເຂົາ​ທັງຫລາຍ ກໍໄດ້​ຮັບ​ອະໄພ ເສຍ​ແລ້ວ. ພຣະເຈົ້າຢາເວ​ໄດ້​ລົງໂທດ​ລົງທັນ​ພວກເຂົາ ໃຫ້​ສົມ​ກັບ​ບາບກຳ​ທີ່​ພວກເຂົາ​ໄດ້​ກະທຳ​ແລ້ວ.”


ເຮົາ​ຈະ​ໃຫ້​ພວກເຂົາ​ໄດ້​ຮັບ​ໂທດກຳ​ສອງ​ເທົ່າ ສຳລັບ​ການບາບ​ແລະ​ຄວາມ​ຊົ່ວຊ້າ​ທີ່​ພວກເຂົາ​ໄດ້​ເຮັດ ເພາະ​ພວກເຂົາ​ໄດ້​ເຮັດ​ໃຫ້​ດິນແດນ​ຂອງເຮົາ​ເປັນ​ມົນທິນ ໂດຍ​ສ້າງ​ຮູບເຄົາຣົບ​ທີ່​ບໍ່ມີ​ຊີວິດ​ແລະ​ໂດຍ​ມີ​ພະປອມ​ເຕັມ​ທົ່ວ​ທັງ​ດິນແດນ.”


ຈົ່ງ​ນຳ​ຄວາມ​ອັບອາຍ​ຂາຍໜ້າ​ມາ​ສູ່​ຄົນ​ທີ່​ຂົ່ມເຫັງ​ຂ້ານ້ອຍ​ແດ່ທ້ອນ; ແຕ່​ຂໍ​ຊົງ​ໂຜດ​ໄວ້​ຊີວິດ​ຂອງ​ຂ້ານ້ອຍ​ດ້ວຍ​ເທີ້ນ. ຈົ່ງ​ກະທຳ​ໃຫ້​ພວກເຂົາ​ຕົກໃຈ​ຢ້ານ​ຢ່າງໃຫຍ່ ແຕ່​ຢ່າ​ເຮັດ​ໃຫ້​ຂ້ານ້ອຍ​ຢ້ານກົວ​ເລີຍ. ຈົ່ງ​ນຳ​ໄພພິບັດ​ມາ​ສູ່​ພວກເຂົາ ແລະ​ທຳລາຍ​ພວກເຂົາ​ໃຫ້​ໝຸ່ນ​ທະລາຍ​ດ້ວຍ​ເຖີດ.


ບັດນີ້ ຈົ່ງ​ກັບ​ມາ​ດ້ວຍ​ຄວາມຫວັງ​ເຖີດ ພວກ​ທີ່​ເປັນ​ຊະເລີຍ​ເອີຍ ໃຫ້​ກັບ​ມາ​ສູ່​ບ່ອນ​ທີ່​ປອດໄພ​ສຳລັບ​ພວກເຈົ້າ. ບັດນີ້ ເຮົາ​ບອກ​ພວກເຈົ້າ​ວ່າ​ຈະ​ໄດ້​ຮັບ​ສອງ​ເທື່ອ​ເທົ່າຕົວ ພອນ​ສຳລັບ​ສິ່ງ​ທັງໝົດ​ທີ່​ພວກເຈົ້າ​ໄດ້​ທົນທຸກ​ນັ້ນ.


ພວກເຈົ້າ​ແລະ​ຄອບຄົວ​ຈະ​ເອົາ​ໄປ​ກິນ​ບ່ອນ​ໃດ​ບ່ອນ​ໜຶ່ງ​ກໍໄດ້ ເພາະວ່າ​ແມ່ນ​ຄ່າຈ້າງ​ສຳລັບ​ວຽກງານ​ທີ່​ພວກເຈົ້າ​ໄດ້​ເຮັດ​ໃນ​ຫໍເຕັນ​ບ່ອນ​ຊຸມນຸມ.


ຈົ່ງ​ຟັງ​ເອົາ ນີ້​ແຫຼະ ເຮົາ​ໄດ້​ບອກ​ພວກເຈົ້າ​ໃຫ້​ຮູ້​ໄວ້​ກ່ອນ.”


ຈົ່ງ​ຢູ່​ໃນ​ເຮືອນ​ຫລັງ​ນັ້ນ ກິນ​ແລະ​ດື່ມ​ຕາມ​ທີ່​ເຂົາ​ມີ​ຢູ່. ດ້ວຍວ່າ, ຄົນງານ​ກໍ​ຄວນ​ຈະ​ໄດ້​ຮັບ​ຄ່າ​ແຮງງານ​ຂອງຕົນ ຢ່າ​ຍ້າຍ​ຈາກ​ເຮືອນ​ນີ້​ເຂົ້າ​ໄປ​ຢູ່​ເຮືອນ​ອື່ນ.


ອົງພຣະ​ຜູ້​ເປັນເຈົ້າ​ຕອບ​ວ່າ, “ແມ່ນ​ຜູ້ໃດ​ທີ່​ເປັນ​ຜູ້​ຈັດ​ການ​ທີ່​ສັດຊື່ ແລະ​ສະຫລາດ? ກໍ​ແມ່ນ​ຜູ້​ທີ່​ນາຍ​ຂອງຕົນ​ມອບ​ໃຫ້​ຮັບຜິດຊອບ​ເບິ່ງແຍງ ຄົນ​ຮັບໃຊ້​ຜູ້​ອື່ນ​ຂອງ​ເພິ່ນ ແລະ​ແຈກຈ່າຍ​ອາຫານ​ໃຫ້​ຄົນ​ຮັບໃຊ້​ເຫຼົ່ານັ້ນ​ຕາມ​ເວລາ.


ເຮົາ​ໄດ້​ໃຊ້​ເຈົ້າ​ທັງຫລາຍ​ໄປ​ເກັບກ່ຽວ ອັນ​ທີ່​ເຈົ້າ​ບໍ່ໄດ້​ລົງ​ແຮງ​ເຮັດ ຄົນອື່ນ​ໄດ້​ລົງ​ແຮງ​ເຮັດ​ໄວ້ ແລະ​ພວກເຈົ້າ​ເປັນ​ຜູ້​ທີ່​ໄດ້​ຮັບ​ຜົນ​ປະໂຫຍດ ຈາກ​ການງານ​ຂອງ​ພວກເຂົາ.”


ພວກເພິ່ນ​ໄດ້​ເຮັດ​ດັ່ງນັ້ນ​ແລ້ວ, ຈຶ່ງ​ຝາກ​ໄປ​ນຳ​ບາຣະນາບາ ແລະ ໂຊໂລ ໄປ​ໃຫ້​ບັນດາ​ເຖົ້າແກ່​ໃນ​ຄຣິສຕະຈັກ.


ຂ້າພະເຈົ້າ​ໄດ້​ເປັນ​ແບບ​ຢ່າງ​ໃຫ້​ພວກທ່ານ​ເຫັນ​ໃນ​ທຸກສິ່ງ​ວ່າ ດ້ວຍ​ການ​ເຮັດ​ວຽກ​ອັນ​ໜັກໜ່ວງ​ແບບ​ນີ້ ຈຶ່ງ​ຈະ​ຊ່ວຍເຫລືອ​ຄົນ​ຍາກຈົນ​ໄດ້, ໂດຍ​ໃຫ້​ຄິດເຖິງ​ຖ້ອຍຄຳ​ທີ່​ອົງ​ພຣະເຢຊູເຈົ້າ​ເອງ​ໄດ້​ກ່າວ​ໄວ້​ວ່າ, ‘ການ​ໃຫ້ ເປັນ​ເຫດ​ໃຫ້​ມີ​ຄວາມສຸກ ຫລາຍກວ່າ​ການ​ຮັບ.”’


ພວກເຂົາ​ໄດ້​ໃຫ້ກຽດ​ແກ່​ພວກເຮົາ​ຫລາຍ​ຢ່າງ, ເມື່ອ​ພວກເຮົາ​ໄດ້​ລົງ​ເຮືອ​ຈາກ​ໄປ ພວກເຂົາ​ກໍ​ໄດ້ຈັດ​ເອົາ​ສິ່ງຂອງ​ທີ່​ຈຳເປັນ​ສຳລັບ​ການ​ເດີນທາງ​ໃຫ້​ພວກເຮົາ.


ຖ້າ​ເປັນ​ການ​ໜູນໃຈ ກໍ​ຈົ່ງ​ໜູນໃຈ ຖ້າ​ເປັນ​ການ​ບໍລິຈາກ ກໍ​ຈົ່ງ​ເຮັດ​ດ້ວຍ​ໃຈ​ສັດທາ​ເພື່ອ​ແຜ່ ຜູ້​ມີ​ສິດ​ອຳນາດ ກໍ​ຈົ່ງ​ເຮັດ​ດ້ວຍ​ຄວາມ​ເອົາໃຈໃສ່ ຜູ້​ສະແດງ​ຄວາມ​ເມດຕາ​ຕໍ່​ຄົນອື່ນ ກໍ​ຈົ່ງ​ເຮັດ​ດ້ວຍ​ໃຈ​ຍິນດີ.


ພວກ​ສິດ​ເຫຼົ່ານັ້ນ ກໍ​ພໍໃຈ​ທີ່​ຈະ​ເຮັດ​ຢ່າງ​ນັ້ນ ແລະ​ທີ່​ຈິງ​ພວກເຂົາ​ກໍ​ເປັນ​ໜີ້​ພວກ​ໄພ່ພົນ​ເຫຼົ່ານັ້ນ​ດ້ວຍ ເພາະວ່າ​ຖ້າ​ພວກເຂົາ​ໄດ້​ຮັບ​ຄົນຕ່າງຊາດ​ເຂົ້າ​ສ່ວນ​ໃນ​ການ​ຝ່າຍ​ວິນຍານຈິດ ກໍ​ເປັນ​ການ​ສົມຄວນ​ທີ່​ພວກ​ຕ່າງຊາດ​ນັ້ນ ຈະ​ໄດ້​ຊ່ວຍ​ອຸປະຖຳ​ສິດ​ເຫຼົ່ານັ້ນ ດ້ວຍ​ສິ່ງ​ຂອງ​ຝ່າຍ​ເນື້ອກາຍ.


ເຮົາ​ຂໍ​ຝາກ​ຄວາມ​ຄິດເຖິງ ມາ​ຍັງ​ນາງ​ຕີຝາຍນາ ແລະ ນາງ​ທີໂຟຊາ ທີ່​ເຮັດ​ວຽກງານ​ໜັກ​ໃນ​ພາລະກິດ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ແລະ​ຂໍ​ຝາກ​ຄວາມ​ຄິດເຖິງ ມາ​ຍັງ​ນາງ​ເປຊີດາ ເພື່ອນ​ທີ່ຮັກ​ຂອງເຮົາ ຜູ້​ໄດ້​ເຮັດ​ພາລະກິດ​ອັນ​ໜັກໜ່ວງ​ຫລາຍ​ໃນ​ອົງພຣະ​ຜູ້​ເປັນເຈົ້າ.


ແຕ່​ໂດຍ​ພຣະຄຸນ​ຂອງ​ພຣະເຈົ້າ ເຮົາ​ຈຶ່ງ​ເປັນ​ຢູ່​ຢ່າງ​ນີ້ ແລະ​ພຣະຄຸນ​ທີ່​ພຣະອົງ​ໄດ້​ໂຜດ​ໃຫ້​ແກ່​ເຮົາ​ນັ້ນ ກໍ​ບໍ່ໄດ້​ໄຮ້​ປະໂຫຍດ, ກົງກັນຂ້າມ ເຮົາ​ໄດ້​ເຮັດ​ການ​ຢ່າງ​ໜັກໜ່ວງ​ຫຼາຍກວ່າ​ບັນດາ​ອັກຄະສາວົກ​ຄົນອື່ນໆ ຕາມ​ທີ່​ຈິງ​ແລ້ວ​ບໍ່ແມ່ນ​ເຮົາ​ເອງ​ເຮັດ ແຕ່​ແມ່ນ​ພຣະຄຸນ​ຂອງ​ພຣະເຈົ້າ​ທີ່​ສະຖິດ​ຢູ່​ກັບ​ເຮົາ​ທີ່​ເຮັດ.


ພີ່ນ້ອງ​ທັງຫລາຍ​ເອີຍ ເຮົາ​ຂໍ​ຕັກເຕືອນ​ພວກເຈົ້າ ໃຫ້​ຢູ່​ໃຕ້​ການນຳພາ​ຂອງ​ຄົນ​ເຫຼົ່ານີ້ ແລະ​ຂອງ​ທຸກຄົນ​ທີ່​ຮ່ວມ​ງານ ແລະ​ບົວລະບັດ​ຮັບໃຊ້​ດ້ວຍ​ຄວາມ​ລຳບາກ​ຮ່ວມ​ກັບ​ພວກເຂົາ.


ດ້ວຍວ່າ, ພວກເຮົາ​ເປັນ​ຜູ້​ຮ່ວມກັນ​ທຳງານ​ຂອງ​ພຣະເຈົ້າ ແລະ​ພວກເຈົ້າ​ເປັນ​ໄຮ່ນາ​ຂອງ​ພຣະເຈົ້າ. ພວກເຈົ້າ​ກໍ​ເປັນ​ຕຶກ​ຂອງ​ພຣະເຈົ້າ​ເໝືອນກັນ.


ຍ້ອນ​ວ່າ ພວກເຮົາ​ເປັນ​ຜູ້​ທີ່​ຮ່ວມ​ງານ​ກັບ​ພຣະອົງ ພວກເຮົາ​ຈຶ່ງ​ຂໍຮ້ອງ​ພວກເຈົ້າ​ເໝືອນກັນ​ວ່າ ຢ່າ​ໃຫ້​ພຣະຄຸນ​ຊຶ່ງ​ພວກເຈົ້າ​ໄດ້​ຮັບ​ຈາກ​ພຣະອົງ​ນັ້ນ ເປັນ​ສິ່ງ​ໄຮ້​ປະໂຫຍດ.


ຄົນ​ທີ່​ຮັບ​ພຣະທຳ​ຄຳສອນ​ແລ້ວ ຈົ່ງ​ແບ່ງ​ສິ່ງ​ທີ່​ດີ​ທຸກຢ່າງ​ໃຫ້​ແກ່​ຜູ້​ທີ່​ສັ່ງສອນ​ຕົນ.


ລາວ​ຈະ​ໄດ້​ຮັບ​ສ່ວນແບ່ງ​ເທົ່າ​ກັນ​ກັບ​ປະໂຣຫິດ​ຄົນອື່ນໆ ແລະ​ຮັກສາ​ສິ່ງຂອງ​ທີ່​ຄອບຄົວ​ຂອງ​ລາວ​ຈັດ​ສົ່ງ​ມາ​ໃຫ້​ລາວ​ໄດ້.”


ໂດຍ​ນຳ​ພຣະທຳ​ທີ່​ໃຫ້​ຊີວິດ​ໄປ​ສູ່​ພວກເຂົາ ຖ້າ​ເຮັດ​ດັ່ງນັ້ນ, ເຮົາ​ກໍ​ຈະ​ມີ​ເຫດຜົນ​ອວດອ້າງ​ໄດ້​ໃນ​ວັນ​ຂອງ​ພຣະຄຣິດ​ວ່າ ຄວາມ​ບາກບັ່ນ​ແລະ​ພາລະກິດ​ຂອງເຮົາ​ທັງໝົດ ບໍ່ໄດ້​ໄຮ້​ປະໂຫຍດ.


ເຫດສະນັ້ນ ຈົ່ງ​ຕ້ອນຮັບ​ເພິ່ນ​ໄວ້​ດ້ວຍ​ຄວາມ​ຊົມຊື່ນ​ຍິນດີ ເໝືອນ​ດັ່ງ​ພີ່ນ້ອງ​ຄົນ​ໜຶ່ງ​ໃນ​ອົງພຣະ​ຜູ້​ເປັນເຈົ້າ ແລະ​ໃຫ້​ນັບຖື​ທຸກຄົນ​ທີ່​ເປັນ​ແບບ​ດຽວກັນ​ກັບ​ເພິ່ນ,


ເຮົາ​ຂໍຮ້ອງ​ພວກເຈົ້າ ຜູ້​ເປັນ​ເພື່ອນ​ຮ່ວມງານ​ທີ່​ສັດຊື່​ຂອງເຮົາ​ແທ້ໆ ເຮົາ​ຢາກ​ໃຫ້​ເຈົ້າ​ຊ່ວຍເຫລືອ​ຍິງ​ທັງສອງ​ຄົນ​ນີ້ ເພາະ​ພວກເຂົາ​ໄດ້​ເຮັດ​ວຽກ​ຢ່າງ​ໜັກໜ່ວງ​ກັບ​ເຮົາ ໃນ​ວຽກງານ​ຂ່າວປະເສີດ​ຮ່ວມ​ກັບ​ກະເລເມ ແລະ​ເພື່ອນ​ຮ່ວມ​ງານ​ຄົນອື່ນໆ​ຂອງເຮົາ​ດ້ວຍ ຊຶ່ງ​ຊື່​ຂອງ​ເຂົາ​ທັງຫລາຍ​ມີ​ຢູ່​ໃນ​ທະບຽນ​ແຫ່ງ​ຊີວິດ​ແລ້ວ.


ດ້ວຍວ່າ, ຜູ້​ທີ່​ບໍ່​ຮູ້ຈັກ​ນຳພາ​ຄອບຄົວ​ຂອງຕົນ ຜູ້ນັ້ນ​ຈະ​ປົກຄອງ​ຄຣິສຕະຈັກ​ຂອງ​ພຣະເຈົ້າ​ໄດ້​ຢ່າງ​ໃດ?


ເຫດ​ທີ່​ພວກເຮົາ​ເຮັດ​ວຽກ​ຢ່າງ​ໜັກໜ່ວງ​ແລະ​ອົດສາ​ສູ້ ເພາະວ່າ​ພວກເຮົາ​ໄດ້​ໄວ້ວາງໃຈ​ໃນ​ພຣະເຈົ້າ ຜູ້​ຊົງພຣະຊົນ​ຢູ່, ຜູ້​ຊົງ​ໂຜດ​ໃຫ້​ພົ້ນ​ຂອງ​ທຸກຄົນ ແລະ​ໂດຍ​ສະເພາະ​ແລ້ວ​ຂອງ​ພວກ​ຄົນ​ທີ່​ເຊື່ອ​ໃນ​ພຣະອົງ.


ຢ່າ​ເມີນເສີຍ​ຕໍ່​ຂອງ​ປະທານ ຝ່າຍ​ຈິດ​ວິນຍານ​ທີ່​ມີ​ໃນ​ເຈົ້າ ຊຶ່ງ​ຖືກ​ມອບໝາຍ​ໃຫ້​ເຈົ້າ ເມື່ອ​ພວກ​ຜູ້ທຳນວາຍ​ແລະ​ພວກ​ເຖົ້າແກ່​ວາງ​ມື​ໃສ່​ເຈົ້າ.


ຈົ່ງ​ລະວັງຕົວ​ຂອງ​ເຈົ້າ ແລະ​ຄຳສັ່ງສອນ​ຂອງ​ເຈົ້າ​ດ້ວຍ. ຈົ່ງ​ສືບຕໍ່​ດຳເນີນ​ການ​ເຫຼົ່ານີ້ ເພາະ​ຖ້າ​ເຈົ້າ​ປະຕິບັດ​ຢ່າງ​ນີ້ ເຈົ້າ​ກໍ​ຈະ​ຊ່ວຍ​ເຈົ້າ​ເອງ​ແລະ​ທຸກຄົນ ຜູ້​ທີ່​ຟັງ​ເຈົ້າ​ໃຫ້​ພົ້ນ.


ຖ້າ​ເຈົ້າ​ໃຫ້​ຄຳແນະນຳ​ເຫຼົ່ານີ້​ແກ່​ບັນດາ​ພີ່ນ້ອງ, ເຈົ້າ​ກໍ​ຈະ​ເປັນ​ຜູ້ຮັບໃຊ້​ທີ່​ດີ​ຂອງ​ພຣະເຢຊູ​ຄຣິດເຈົ້າ ສົມກັບ​ທີ່​ເຈົ້າ​ໄດ້​ບຳລຸງ​ຕົນ​ດ້ວຍ​ຖ້ອຍຄຳ​ເລື່ອງ​ຄວາມເຊື່ອ ແລະ​ດ້ວຍ​ຄຳສັ່ງສອນ​ອັນ​ແທ້ຈິງ​ທີ່​ເຈົ້າ​ໄດ້​ປະຕິບັດ​ຕາມ​ນັ້ນ.


ຢ່າ​ຮັບ​ຟັງ​ຄຳ​ກ່າວຫາ​ໃດໆ ໃສ່​ຜູ້ນຳ​ຄົນ​ໃດ​ຄົນ​ໜຶ່ງ ນອກຈາກ​ມີ​ພະຍານ​ສອງ​ຫລື​ສາມ​ປາກ.


ຈົ່ງ​ໃຫ້​ຄວາມນັບຖື​ແກ່​ພວກ​ທີ່​ເປັນ​ແມ່ໝ້າຍ​ຢ່າງ​ແທ້ຈິງ.


ຊາວ​ກະສິກອນ​ທີ່​ເຮັດ​ວຽກ​ໜັກ ກໍ​ຄວນ​ເປັນ​ຜູ້​ທຳອິດ​ທີ່​ໄດ້​ຮັບ​ຜົນ​ເກັບກ່ຽວ.


ຈົ່ງ​ເອົາໃຈໃສ່​ເທດສະໜາ​ສັ່ງສອນ​ພຣະທຳ​ຂອງ​ພຣະເຈົ້າ ທັງ​ໃນ​ເວລາ​ມີ​ໂອກາດ​ແລະ​ບໍ່ມີ​ໂອກາດ, ຈົ່ງ​ຊັກຊວນ​ດ້ວຍ​ເຫດ​ຜົນ, ຈົ່ງ​ເຕືອນ​ສະຕິ​ແລະ​ໜູນໃຈ ດ້ວຍ​ຄວາມ​ພຽນ​ອົດທົນ​ທຸກຢ່າງ​ແລະ​ໃນ​ການ​ສິດສອນ.


ເຈົ້າ​ທັງຫລາຍ​ຈົ່ງ​ຍອມ​ຟັງ​ແລະ​ຍອມ​ຢູ່​ໃນ​ໂອວາດ​ຜູ້ນຳ​ຂອງ​ພວກເຈົ້າ ເພາະ​ພວກເພິ່ນ​ດູແລ​ຮັກສາ​ຈິດ​ວິນຍານ​ຂອງ​ພວກເຈົ້າ​ຢູ່ ເໝືອນ​ຜູ້ໜຶ່ງ​ທີ່​ຈະ​ຕ້ອງ​ສະເໜີ​ລາຍງານ ເພື່ອ​ພວກເພິ່ນ​ຈະ​ໄດ້​ເຮັດ​ງານ​ນີ້​ດ້ວຍ​ຄວາມ​ຊື່ນໃຈ, ບໍ່ແມ່ນ​ດ້ວຍ​ຄວາມ​ເສົ້າໃຈ ຊຶ່ງ​ຈະ​ບໍ່​ເປັນ​ປະໂຫຍດ​ແກ່​ເຈົ້າ​ທັງຫລາຍ.


ເຮົາ​ຂໍ​ຝາກ​ຄວາມ​ຄິດເຖິງ ມາ​ຍັງ​ບັນດາ​ຜູ້ນຳ​ຂອງ​ພວກເຈົ້າ ແລະ​ໄພ່ພົນ​ຂອງ​ພຣະເຈົ້າ​ທຸກຄົນ. ບັນດາ​ພີ່ນ້ອງ​ທີ່​ມາ​ຈາກ​ອີຕາລີ ກໍ​ຝາກ​ຄວາມ​ຄິດເຖິງ​ມາ​ຫາ​ພວກເຈົ້າ​ດ້ວຍ.


ຈົ່ງ​ລະນຶກເຖິງ​ພວກ​ຜູ້ນຳ​ຂອງ​ພວກເຈົ້າ ຄື​ຜູ້​ທີ່​ໄດ້​ປະກາດ​ພຣະທຳ​ແກ່​ພວກເຈົ້າ. ຈົ່ງ​ພິຈາລະນາ​ເບິ່ງ​ຜົນ​ສຸດທ້າຍ​ແຫ່ງ​ຊີວິດ​ຂອງ​ພວກເພິ່ນ ແລະ​ຈົ່ງ​ປະຕິບັດ​ຕາມ​ແບບຢ່າງ​ຄວາມເຊື່ອ​ຂອງ​ພວກເພິ່ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka