Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຕີໂມທຽວ 5:14 - ພຣະຄຳພີສັກສິ

14 ດັ່ງນັ້ນ ເຮົາ​ຈຶ່ງ​ປາຖະໜາ​ໃຫ້​ບັນດາ​ແມ່ໝ້າຍ​ໜຸ່ມ​ໄດ້​ແຕ່ງງານ, ມີ​ລູກ ແລະ​ດູແລ​ບ້ານ​ເຮືອນ ເພື່ອ​ບໍ່​ປ່ອຍ​ໃຫ້​ເຫຼົ່າ​ສັດຕູ​ມີ​ຊ່ອງທາງ​ເວົ້າ​ຄຳ​ຊົ່ວຊ້າ​ໃສ່​ພວກເຮົາ​ໄດ້.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

14 ດັ່ງນັ້ນ ເຮົາ​ຈຶ່ງ​ຂໍ​ແນະນຳ​ບັນດາ​ແມ່ໝ້າຍ​ໜຸ່ມ​ໃຫ້​ແຕ່ງງານ, ໃຫ້​ມີ​ລູກ, ໃຫ້​ເບິ່ງແຍງ​ເຮືອນ​ຂອງ​ຕົນ ແລະ ເພື່ອ​ບໍ່​ໃຫ້​ສັດຕູ​ມີ​ໂອກາດ​ໃສ່ຮ້າຍປ້າຍສີ​ໄດ້.

Uka jalj uñjjattʼäta Copia luraña




1 ຕີໂມທຽວ 5:14
19 Jak'a apnaqawi uñst'ayäwi  

ອັບຣາຮາມ​ຈຶ່ງ​ຟ້າວ​ແລ່ນ​ເຂົ້າ​ໄປ​ໃນ​ຜ້າເຕັນ ແລະ​ບອກ​ຊາຣາ​ວ່າ “ໄວໆ ຮີບ​ໄປ​ເອົາ​ແປ້ງ​ຢ່າງດີ​ຖົງ​ໜຶ່ງ ມາ​ນວດ​ແລະ​ເຮັດ​ເຂົ້າຈີ່.”


ແລ້ວ​ແຂກ​ທັງ​ສາມ​ກໍ​ຖາມ​ເພິ່ນ​ວ່າ, “ຊາຣາ ເມຍ​ຂອງ​ເຈົ້າ​ຢູ່​ໃສ?” ເພິ່ນ​ຕອບ​ວ່າ, “ນາງ​ຢູ່​ໃນ​ຜ້າເຕັນ.”


ແຕ່​ຍ້ອນ​ວ່າ​ທ່ານ​ໄດ້​ໝິ່ນປະໝາດ​ຕໍ່​ພຣະເຈົ້າຢາເວ ໂດຍ​ກະທຳ​ຢ່າງນີ້ ລູກ​ຂອງທ່ານ​ທີ່​ເກີດ​ມາ​ກໍ​ຈະ​ຕາຍ.”


ຍິງ​ທີ່​ມີ​ປັນຍາ​ສ້າງ​ເຮືອນ​ຂອງຕົນ​ຂຶ້ນ, ແຕ່​ຍິງ​ທີ່​ໂງ່ຈ້າ​ທຳລາຍ​ເຮືອນ​ຂອງຕົນ​ລົງ.


ຈົ່ງ​ແຕ່ງງານ​ແລະ​ມີ​ລູກ​ຢູ່​ທີ່​ນັ້ນ. ແລ້ວ​ໃຫ້​ລູກ​ຂອງ​ພວກເຈົ້າ​ແຕ່ງງານ​ກັນ ເພື່ອ​ພວກເຂົາ​ຈະ​ມີ​ລູກ​ເຊັ່ນດຽວ​ກັນ. ພວກເຈົ້າ​ຕ້ອງ​ເພີ່ມ​ຈຳນວນ​ຄົນ​ໃຫ້​ຫລາຍຂຶ້ນ ແລະ​ບໍ່​ໃຫ້​ລົດໜ້ອຍ​ຖອຍລົງ.


ແລ້ວ​ຜູ້​ກວດກາ ແລະ​ເຈົ້າແຂວງ​ຄົນອື່ນໆ ກໍ​ພະຍາຍາມ​ຊອກ​ຈັບ​ຜິດ​ດານີເອນ​ໃນ​ການ​ບໍລິຫານ​ອານາຈັກ; ແຕ່​ພວກເຂົາ​ຈັບ​ຜິດ​ບໍ່ໄດ້ ເພາະ​ດານີເອນ​ເປັນ​ຄົນ​ສັດຊື່​ທີ່ສຸດ​ແລະ​ບໍ່ໄດ້​ເຮັດ​ໃນ​ສິ່ງ​ທີ່​ຜິດ ຫລື​ໃນ​ສິ່ງ​ທີ່​ເສື່ອມເສຍ​ໃດໆ​ເລີຍ.


ເຫດສະນັ້ນ ພວກເຮົາ​ຢ່າ​ກ່າວໂທດ​ໃສ່​ກັນແລະກັນ​ອີກ​ຕໍ່ໄປ, ແຕ່​ຈົ່ງ​ຕັດສິນໃຈ​ເຮັດ​ດັ່ງນີ້​ກໍດີກວ່າ ຄື​ຢ່າ​ເອົາ​ສິ່ງໃດ​ສິ່ງໜຶ່ງ​ທີ່​ເຮັດ​ໃຫ້​ພີ່ນ້ອງ​ຊູນ​ສະດຸດ ຫລື​ລົ້ມ​ລົງ​ໃນ​ບາບ ມາ​ຂວາງ​ທາງ​ພີ່ນ້ອງ.


ສິ່ງໃດ​ທີ່​ເຮົາ​ເຮັດ​ຢູ່​ນັ້ນ​ເຮົາ​ກໍ​ຈະ​ເຮັດ​ຕໍ່ໄປ ເພື່ອ​ບໍ່​ໃຫ້​ຄົນ​ພວກ​ນັ້ນ​ມີ​ເຫດ​ອວດອ້າງ​ໄດ້​ວ່າ ການງານ​ທີ່​ພວກເຂົາ​ເຮັດ​ນັ້ນ​ແມ່ນ​ຢ່າງ​ດຽວ​ກັບ​ທີ່​ເຮົາ​ດຳເນີນ​ຢູ່.


ເຮົາ​ຢາກ​ໃຫ້​ຜູ້ຊາຍ​ທຸກຄົນ​ຍົກ​ມື​ພາວັນນາ​ອະທິຖານ ດ້ວຍ​ຈິດໃຈ​ບໍຣິສຸດ​ຢູ່​ໃນ​ທຸກ​ແຫ່ງ ໂດຍ​ບໍ່ມີ​ໃຈ​ຄຽດຮ້າຍ​ແລະ​ການ​ຜິດຖຽງ​ກັນ.


ພວກເຂົາ​ຫ້າມ​ບໍ່​ໃຫ້​ເອົາ​ກັນ​ເປັນ​ຜົວ​ເມຍ ຫ້າມ​ກິນ​ອາຫານ​ບາງ​ຊະນິດ ຊຶ່ງ​ພຣະເຈົ້າ​ໄດ້​ສ້າງ​ໄວ້ ແຕ່​ພຣະເຈົ້າ​ໄດ້​ສ້າງ​ອາຫານ​ເຫຼົ່ານີ້ ເພື່ອ​ໃຫ້​ບັນດາ​ຄົນ​ທີ່​ເຊື່ອ ແລະ​ຮູ້ຈັກ​ຄວາມຈິງ​ນັ້ນ ກິນ​ດ້ວຍ​ການ​ໂມທະນາ​ຂອບພຣະຄຸນ.


ແຕ່​ຢ່າ​ຈົດ​ຊື່​ບັນດາ​ແມ່ໝ້າຍ​ໜຸ່ມ​ເຂົ້າ​ໃນ​ບັນຊີ ເພາະ​ເມື່ອ​ເກີດ​ຄວາມ​ປາຖະໜາ​ຢາກ​ແຕ່ງງານ​ອີກ ພວກເຂົາ​ຈະ​ຫັນ​ໜີໄປ​ຈາກ​ພຣະຄຣິດ,


ຝ່າຍ​ຜູ້​ທີ່​ເປັນ​ທາດຮັບໃຊ້​ນັ້ນ ຕ້ອງ​ຖື​ວ່າ​ນາຍ​ຂອງ​ພວກ​ຕົນ ເປັນ​ຜູ້​ສົມຄວນ​ໄດ້​ຮັບ​ກຽດ​ໃນ​ທຸກຢ່າງ ເພື່ອ​ວ່າ​ຈະ​ບໍ່ມີ​ຜູ້ໃດ​ກ່າວ​ປະໝາດ​ພຣະນາມ​ຂອງ​ພຣະເຈົ້າ ແລະ​ຄຳສັ່ງສອນ​ຂອງ​ພວກເຮົາ.


ໃຫ້​ເປັນ​ຄົນ​ມີ​ສະຕິ​ອັນ​ດີ​ຮອບຄອບ, ເປັນ​ຄົນ​ບໍຣິສຸດ, ເປັນ​ຄົນ​ເອົາໃຈໃສ່​ໃນ​ວຽກບ້ານ​ການເຮືອນ, ເປັນ​ຄົນ​ມີ​ໃຈ​ເມດຕາ ແລະ ເປັນ​ຄົນ​ນອບນ້ອມ​ເຊື່ອຟັງ​ຜົວ​ຂອງຕົນ ເພື່ອ​ພຣະທຳ​ຂອງ​ພຣະເຈົ້າ​ຈະ​ບໍ່​ຖືກ​ໝິ່ນປະໝາດ.


ຈົ່ງ​ໃຊ້​ຄຳ​ເວົ້າ​ອັນ​ຖືກຕ້ອງ​ທ່ຽງທຳ ເພື່ອ​ຈະ​ບໍ່ມີ​ຜູ້ໃດ​ຕິຕຽນ​ໄດ້ ເພື່ອ​ວ່າ​ຜູ້​ທີ່​ຂັດຂວາງ​ເຈົ້າ​ນັ້ນ​ຈະ​ໄດ້​ຮັບ​ຄວາມ​ອັບອາຍ ໂດຍ​ບໍ່ມີ​ຄຳ​ຊົ່ວຊ້າ​ອັນ​ໃດ ທີ່​ຈະ​ວ່າ​ກ່າວ​ພວກເຮົາ​ໄດ້.


ຈົ່ງ​ໃຫ້​ການ​ແຕ່ງງານ​ຂອງ​ພວກເຈົ້າ ເປັນ​ທີ່​ຍົກຍ້ອງ​ນັບຖື​ແກ່​ທຸກຄົນ ແລະ​ຈົ່ງ​ໃຫ້​ຄູ່​ຜົວ​ເມຍ​ສັດຊື່​ຕໍ່​ກັນແລະກັນ. ພຣະເຈົ້າ​ຈະ​ຕັດສິນ​ລົງໂທດ​ຄົນ​ເຮັດ​ຜິດ​ສິນທຳ​ແລະ​ຄົນ​ຫລິ້ນຊູ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka