Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຕີໂມທຽວ 5:13 - ພຣະຄຳພີສັກສິ

13 ນອກ​ນັ້ນ​ພວກເຂົາ​ຍັງ​ເປັນ​ຄົນ​ມັກ​ຢູ່​ລ້າ ທຽວ​ຂຶ້ນ​ເຮືອນນັ້ນ​ເຮືອນນີ້ ຍິ່ງ​ຮ້າຍ​ກວ່າ​ນັ້ນ ພວກເຂົາ​ມັກ​ເວົ້າຂວັນ​ນິນທາ ມັກ​ຫຍຸ້ງກ່ຽວ​ຢູ່​ກັບ​ກິດທຸລະ​ຂອງ​ຄົນອື່ນ ແລະ​ມັກ​ເວົ້າ​ແຕ່​ສິ່ງ​ທີ່​ບໍ່​ສົມຄວນ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

13 ນອກຈາກ​ນີ້ ພວກເຂົາ​ຈະ​ມີ​ນິໄສ​ຂີ້ຄ້ານ​ທຽວ​ໄປ​ເຮືອນ​ນັ້ນ​ເຮືອນ​ນີ້ ແລະ ບໍ່​ພຽງ​ແຕ່​ພວກເຂົາ​ກາຍເປັນ​ຄົນຂີ້ຄ້ານ​ເທົ່ານັ້ນ​ແຕ່​ຍັງ​ມັກ​ເວົ້າຂວັນນິນທາ ແລະ ມັກຫຍຸ້ງເລື່ອງຄົນອື່ນ ເວົ້າ​ສິ່ງ​ທີ່​ບໍ່​ຄວນ​ເວົ້າ.

Uka jalj uñjjattʼäta Copia luraña




1 ຕີໂມທຽວ 5:13
14 Jak'a apnaqawi uñst'ayäwi  

ບໍ່ມີ​ໃຜ​ຫ່ອນ​ໄຂ​ຄວາມລັບ​ກັບ​ຄົນ​ປາກບອນ, ແຕ່​ຄົນ​ທີ່​ໄວ້ໃຈ​ໄດ້​ກໍ​ເກັບກຳ​ຄວາມລັບ​ໄວ້​ໄດ້.


ຄົນ​ປາກ​ບອນ​ບໍ່​ຫ່ອນ​ຮັກສາ​ຄວາມລັບ​ໄວ້​ໄດ້ ຈົ່ງ​ໜີ​ໃຫ້​ຫ່າງ​ຈາກ​ຄົນ​ທີ່​ເວົ້າຫລາຍ​ເກີນໄປ.


ນາງ​ຫຍຸ້ງ​ຢູ່​ກັບ​ວຽກ​ສະເໝີ ແລະ​ເອົາໃຈໃສ່​ໃນ​ຄວາມ​ຕ້ອງການ​ຂອງ​ຄອບຄົວ.


ນາງ​ເປັນ​ແມ່ເລງ​ທີ່​ບໍ່ມີ​ຢາງອາຍ ແລະ​ມັກ​ຍ່າງ​ໄປ​ຕາມ​ຖະໜົນ​ຫົນທາງ​ເລື້ອຍໆ.


ຢ່າ​ທຽວໄປ​ທຽວມາ​ໃສ່ຮ້າຍ​ປ້າຍສີ​ຄົນອື່ນ ຢ່າ​ປອງຮ້າຍ​ຕໍ່​ຊີວິດ​ເພື່ອນບ້ານ. ເຮົາ​ແມ່ນ​ພຣະເຈົ້າຢາເວ.


ຈົ່ງ​ຢູ່​ໃນ​ເຮືອນ​ຫລັງ​ນັ້ນ ກິນ​ແລະ​ດື່ມ​ຕາມ​ທີ່​ເຂົາ​ມີ​ຢູ່. ດ້ວຍວ່າ, ຄົນງານ​ກໍ​ຄວນ​ຈະ​ໄດ້​ຮັບ​ຄ່າ​ແຮງງານ​ຂອງຕົນ ຢ່າ​ຍ້າຍ​ຈາກ​ເຮືອນ​ນີ້​ເຂົ້າ​ໄປ​ຢູ່​ເຮືອນ​ອື່ນ.


ພວກທ່ານ​ກໍ​ຮູ້​ແລ້ວ​ວ່າ ຂ້າພະເຈົ້າ​ບໍ່ໄດ້​ຖ່ວງດຶງ​ສິ່ງໃດໆ ທີ່​ເປັນ​ຄຸນ​ປະໂຫຍດ​ແກ່​ພວກທ່ານ ຂ້າພະເຈົ້າ​ບໍ່ໄດ້​ທໍ້ຖອຍ​ຈາກ​ການ​ປະກາດ ຫລື​ສັ່ງສອນ​ພວກທ່ານ​ຕາມ​ທີ່​ປະຊຸມ ແລະ​ຕາມ​ບ້ານ​ເຮືອນ.


ໃນ​ທ່າມກາງ​ພວກທ່ານ​ເອງ ຈະ​ມີ​ຄົນ​ເວົ້າ​ປີ້ນ​ຄວາມຈິງ ແລະ​ຊັກຊວນ​ເອົາ​ຄົນ​ທີ່ເຊື່ອ​ໃຫ້​ຫລົງ​ໄປ​ຕາມ​ພວກເຂົາ.


ຈຶ່ງ​ເຮັດ​ຜິດ​ຍ້ອນ​ລະເມີດ​ຄຳ​ປະຕິຍານ​ເດີມ​ຂອງຕົນ.


ຈຳເປັນ​ຕ້ອງ​ໃຫ້​ພວກເຂົາ​ງັບ​ປາກ​ເສຍ ເພາະ​ພວກເຂົາ​ໄດ້​ເຮັດ​ໃຫ້​ບັນດາ​ຄອບຄົວ​ທັງໝົດ​ປັ່ນປ່ວນ​ວຸ້ນວາຍ​ໄປ ໂດຍ​ສອນ​ສິ່ງ​ທີ່​ບໍ່ຄວນ​ສອນ​ເພື່ອ​ຫາ​ລາຍໄດ້​ໃນ​ທາງ​ບໍ່​ສັດຊື່.


ຄຳ​ສັນລະເສີນ​ແລະ​ຄຳ​ປ້ອຍດ່າ ກໍ​ອອກ​ມາ​ຈາກ​ປາກ​ອັນ​ດຽວກັນ. ພີ່ນ້ອງ​ທັງຫລາຍ​ຂອງເຮົາ​ເອີຍ, ບໍ່ຄວນ​ໃຫ້​ເປັນ​ຢ່າງ​ນີ້​ເລີຍ.


ແຕ່​ວ່າ​ຢ່າ​ໃຫ້​ຜູ້ໃດ​ໃນ​ພວກເຈົ້າ ໄດ້​ຮັບ​ຄວາມ​ທຸກ ເພາະ​ເປັນ​ຜູ້​ຂ້າ​ຄົນ ເປັນ​ຂະໂມຍ ເປັນ​ຜູ້​ທຳຮ້າຍ ຫລື​ເປັນ​ຜູ້​ທ່ຽວ​ຫຍຸ້ງກ່ຽວ​ກັບ​ກິດທຸລະ​ຂອງ​ຄົນອື່ນ.


ເຫດສະນັ້ນ ຖ້າ​ເຮົາ​ມາ ເຮົາ​ຈະ​ເປີດເຜີຍ​ການ​ທີ່​ລາວ​ເຮັດ ຄື​ລາວ​ໄດ້​ກ່າວ​ໃສ່​ຮ້າຍ​ຕໍ່​ເຮົາ ດ້ວຍ​ຄວາມ​ບໍ່ມີ​ແກ່ນສານ ແລະ​ເທົ່ານັ້ນ​ຍັງ​ບໍ່​ສົມໃຈ ຊໍ້າ​ບໍ່​ໜຳ ລາວ​ຍັງ​ປະຕິເສດ ບໍ່​ຍອມ​ຮັບ​ຕ້ອນ​ຄຣິສຕຽນ​ເຫຼົ່ານັ້ນ ແລ້ວ​ຍັງ​ກີດກັ້ນ​ຄົນ​ທັງຫລາຍ​ທີ່​ຢາກ​ຮັບຕ້ອນ​ພວກເຂົາ ກັບ​ທັງ​ຕັດ​ພວກເຂົາ​ອອກ​ເສຍ​ຈາກ​ຄຣິສຕະຈັກ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka