12 ຈຶ່ງເຮັດຜິດຍ້ອນລະເມີດຄຳປະຕິຍານເດີມຂອງຕົນ.
12 ອັນເປັນເຫດໃຫ້ພວກເຮົາຖືກພິພາກສາເພາະລະເມີດຄຳປະຕິຍານຂອງຕົນທີ່ໃຫ້ໄວ້ແຕ່ທຳອິດ.
ພວກເຂົາກໍໄດ້ປະຖິ້ມສິ່ງດີງາມ. ດ້ວຍເຫດນີ້ ສັດຕູຈຶ່ງຈະໄລ່ຕິດຕາມພວກເຂົາ.
ຖ້າມີຜູ້ໃດຫິວ ກໍໃຫ້ຜູ້ນັ້ນກິນທີ່ເຮືອນຂອງຕົນເສຍກ່ອນ ເພື່ອເວລາມາປະຊຸມກັນ ເຈົ້າທັງຫລາຍຈະບໍ່ຖືກການຊົງພິພາກສາລົງໂທດ. ສ່ວນເລື່ອງອື່ນໆນັ້ນ ເມື່ອເຮົາມາ ເຮົາຈະແນະນຳໃຫ້.
ເຮົາຮູ້ສຶກປະຫລາດໃຈ ທີ່ເຈົ້າທັງຫລາຍພາກັນປະຖິ້ມພຣະອົງຢ່າງຮີບດ່ວນ ພຣະອົງຊົງເອີ້ນພວກເຈົ້າມາດ້ວຍພຣະຄຸນຂອງພຣະຄຣິດ ແຕ່ພວກເຈົ້າຕ່າວຄືນໄປຫາຂ່າວປະເສີດອັນແຕກຕ່າງເສຍ.
ແຕ່ຢ່າຈົດຊື່ບັນດາແມ່ໝ້າຍໜຸ່ມເຂົ້າໃນບັນຊີ ເພາະເມື່ອເກີດຄວາມປາຖະໜາຢາກແຕ່ງງານອີກ ພວກເຂົາຈະຫັນໜີໄປຈາກພຣະຄຣິດ,
ນອກນັ້ນພວກເຂົາຍັງເປັນຄົນມັກຢູ່ລ້າ ທຽວຂຶ້ນເຮືອນນັ້ນເຮືອນນີ້ ຍິ່ງຮ້າຍກວ່ານັ້ນ ພວກເຂົາມັກເວົ້າຂວັນນິນທາ ມັກຫຍຸ້ງກ່ຽວຢູ່ກັບກິດທຸລະຂອງຄົນອື່ນ ແລະມັກເວົ້າແຕ່ສິ່ງທີ່ບໍ່ສົມຄວນ.
ພີ່ນ້ອງທັງຫລາຍຂອງເຮົາເອີຍ, ຢ່າໄດ້ພາກັນເປັນອາຈານຈຳນວນຫລວງຫລາຍ ເພາະພວກເຈົ້າກໍຮູ້ແລ້ວວ່າ ເຮົາທັງຫລາຍທີ່ເປັນຜູ້ສອນນັ້ນ ຈະໄດ້ຮັບການຊົງພິພາກສາໜັກໜ່ວງກວ່າຜູ້ອື່ນ.
ດ້ວຍວ່າ, ເຖິງເວລາແລ້ວທີ່ການຊົງພິພາກສາ ຈະຕ້ອງເລີ່ມຕົ້ນທີ່ຄົວວິຫານຂອງພຣະເຈົ້າ ແລະຖ້າການພິພາກສານັ້ນເລີ່ມຕົ້ນທີ່ພວກເຮົາກ່ອນ ປາຍທາງຂອງຄົນເຫຼົ່ານັ້ນ ທີ່ບໍ່ເຊື່ອຟັງຂ່າວປະເສີດເລື່ອງຂອງພຣະເຈົ້າຈະເປັນຢ່າງໃດ?