Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຕີໂມທຽວ 4:8 - ພຣະຄຳພີສັກສິ

8 ການ​ຝຶກຝົນ​ທາງ​ກາຍ​ນັ້ນ ມີ​ປະໂຫຍດ​ບາງ​ຢ່າງ ແຕ່​ການ​ນັບຖື​ພຣະເຈົ້າ​ຢ່າງ​ຖືກຕ້ອງ​ນັ້ນ ມີ​ປະໂຫຍດ​ທຸກຢ່າງ ເພາະ​ໄດ້​ຮັບ​ພຣະສັນຍາ​ອັນ​ປະເສີດ​ສຳລັບ​ຊີວິດ​ໃນ​ປະຈຸບັນ ແລະ​ໃນ​ອະນາຄົດ​ອີກ​ດ້ວຍ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

8 ການ​ຝຶກຝົນ​ທາງ​ກາຍ​ນັ້ນ​ມີ​ຄຸນຄ່າ​ຢູ່​ສ່ວນ​ໜຶ່ງ ແຕ່​ຝຶກຝົນ​ໃນ​ທາງ​ຂອງ​ພຣະເຈົ້າ​ກໍ​ມີ​ຄຸນຄ່າ​ໃນ​ທຸກດ້ານ, ເພາະ​ຮັກສາ​ສັນຍາ​ໄວ້​ທັງ​ສຳລັບ​ຊີວິດ​ປັດຈຸບັນ ແລະ ຊີວິດ​ໃນ​ເບື້ອງໜ້າ​ດ້ວຍ.

Uka jalj uñjjattʼäta Copia luraña




1 ຕີໂມທຽວ 4:8
52 Jak'a apnaqawi uñst'ayäwi  

ຖ້າ​ພວກເຂົາ​ເຊື່ອຟັງ​ພຣະເຈົ້າ ແລະ​ຮັບໃຊ້​ພຣະອົງ ພວກເຂົາ​ກໍ​ໃຊ້​ຊີວິດ​ຢ່າງ​ສະຫງົບສຸກ ແລະ​ຮຸ່ງເຮືອງ​ໄດ້.


ທຸກຄົນ​ທີ່​ໃຫ້ກຽດ​ພຣະອົງ​ກໍໄດ້​ຕາມ​ທີ່​ຕ້ອງການ ພຣະອົງ​ໄດ້ຍິນ​ສຽງ​ພວກເຂົາ​ຮ້ອງໄຫ້​ແລະ​ຊ່ວຍ​ເຂົາ​ໃຫ້​ພົ້ນ.


ແຕ່​ຜູ້​ຖ່ອມຕົວ​ຈະ​ໄດ້​ຮັບ​ດິນແດນ​ເປັນ​ມໍຣະດົກ ທັງ​ຊື່ນໃຈ​ຍິນດີ​ຢູ່​ກັບ​ຄວາມຮັ່ງມີ​ແລະ​ມີ​ສັນຕິສຸກ​ດ້ວຍ.


ຄົນ​ຊອບທຳ​ຈະ​ໄດ້​ຮັບ​ດິນແດນ​ເປັນ​ມໍຣະດົກ ແລະ​ຈະ​ອາໄສ​ຢູ່​ທີ່​ນັ້ນ​ສືບໄປ​ເປັນນິດ.


ຜູ້​ທີ່​ໄວ້ວາງໃຈ​ໃນ​ພຣະເຈົ້າຢາເວ ຈະ​ໄດ້​ຮັບ​ດິນແດນ​ເປັນ​ກຳມະສິດ ແຕ່​ຄົນຊົ່ວຮ້າຍ​ຈະ​ຖືກ​ຂັບໄລ່​ໜີໄປ​ໝົດສິ້ນ.


ພຣະເຈົ້າຢາເວ ພຣະເຈົ້າ​ເປັນ​ຕາເວັນ​ແລະ​ເປັນ​ໂລ້ກຳບັງ ຊົງ​ປະທານ​ພຣະຄຸນ​ແລະ​ສະຫງ່າຣາສີ. ດ້ວຍ​ຄວາມ​ເມດຕາ​ແລະ​ກຽດສັກສີ ພຣະເຈົ້າຢາເວ​ໃຫ້​ຂອງ​ດີ ແກ່​ຜູ້​ທີ່​ເດີນ​ຕາມ​ທາງ​ອັນ​ຊອບທຳ​ຢ່າງ​ບໍ່​ອັ້ນ.


ການ​ຢຳເກງ​ພຣະເຈົ້າຢາເວ​ນຳ​ໄປ​ສູ່​ຊີວິດ ຄື​ມີ​ຊີວິດ​ຍືນຍາວ ປາສະຈາກ​ໂພຍໄພ ແລະ​ປອດໄພ​ຈາກ​ການ​ທຳຮ້າຍ.


ຄົນ​ທີ່​ຖ່ອມຕົວ​ຢຳເກງ​ພຣະເຈົ້າຢາເວ​ຈະ​ເກີດຮັ່ງ​ຄູນມີ ທັງ​ຈະ​ມີ​ກຽດ​ກັບ​ຊື່ສຽງ​ແລະ​ຊີວິດ​ອັນ​ຍືນຍາວ​ດ້ວຍ.


ຄົນບາບ​ຜູ້ໜຶ່ງ​ອາດ​ໄດ້​ເຮັດ​ຊົ່ວ​ໄວ້​ຕັ້ງ​ຮ້ອຍ​ຢ່າງ ແລະ​ຍັງ​ມີ​ຊີວິດ​ຢູ່. ເອີ​ແມ່ນ​ແລ້ວ ຂ້າພະເຈົ້າ​ຮູ້​ສິ່ງ​ທີ່​ພວກເຂົາ​ເວົ້າ​ວ່າ, “ຖ້າ​ທ່ານ​ຢຳເກງ​ພຣະເຈົ້າ ທຸກສິ່ງ​ກໍ​ຈະ​ເປັນ​ໄປ​ໂດຍ​ດີ;


ຝ່າຍ​ຄົນ​ຊອບທຳ​ຈະ​ມີ​ຄວາມສຸກ ແລະ​ສິ່ງ​ທັງຫລາຍ​ຈະ​ເປັນ​ໄປ​ໂດຍ​ດີ​ສຳລັບ​ພວກເຂົາ. ພວກເຂົາ​ສາມາດ​ທີ່​ຈະ​ສະໜຸກ​ຢູ່​ກັບ​ສິ່ງ​ທີ່​ຫາ​ມາ​ໄດ້.


ແລ້ວ​ພວກເຈົ້າ​ກໍ​ຈະ​ປອດໄພ; ພວກເຈົ້າ​ຈະ​ໝັ້ນຄົງ​ດັ່ງ​ຢູ່​ໃນ​ປ້ອມ​ປ້ອງກັນ​ອັນ​ເຂັ້ມແຂງ. ພວກເຈົ້າ​ຈະມີ​ອາຫານ​ກິນ ແລະ​ຈະ​ມີ​ນໍ້າ​ດື່ມ.


ມີ​ປະໂຫຍດ​ຫຍັງ​ແກ່​ເຮົາ​ແດ່ ທີ່​ພວກເຂົາ​ໄດ້​ທູບຫອມ​ມາ​ແຕ່​ເມືອງ​ເຊບາ ຫລື​ໄດ້​ເຄື່ອງຫອມ​ມາ​ຈາກ​ທາງ​ໄກ? ເຮົາ​ຈະ​ບໍ່​ຍອມ​ຮັບ​ເອົາ​ເຄື່ອງຖວາຍ​ຂອງ​ພວກເຂົາ ຫລື​ຍິນດີ​ກັບ​ເຄື່ອງບູຊາ​ຂອງ​ພວກເຂົາ.


ຜູ້ໃດ​ທີ່​ເວົ້າ​ຕໍ່ສູ້​ບຸດ​ມະນຸດ​ກໍ​ຈະ​ອະໄພ​ໃຫ້​ແກ່​ຜູ້ນັ້ນ​ໄດ້, ແຕ່​ຜູ້ໃດ​ທີ່​ເວົ້າ​ຕໍ່ສູ້​ພຣະວິນຍານ​ບໍຣິສຸດເຈົ້າ ຈະ​ບໍ່ໄດ້​ຮັບ​ການອະໄພ​ເລີຍ ທັງ​ໃນ​ໂລກນີ້​ແລະ​ໃນ​ໂລກ​ໜ້າ​ດ້ວຍ.”


ແລະ ຜູ້ໃດ​ທີ່​ໄດ້​ປະ​ບ້ານ​ເຮືອນ ຫລື​ອ້າຍ​ເອື້ອຍ​ນ້ອງ ຫລື​ພໍ່​ແມ່ ຫລື​ລູກ ຫລື​ໄຮ່​ນາ​ເພື່ອ​ເຫັນ​ແກ່​ນາມຊື່​ຂອງເຮົາ ຜູ້​ນັ້ນ​ກໍ​ຈະ​ໄດ້​ຮັບ​ຜົນ​ຕອບ​ແທນ​ຮ້ອຍ​ເທົ່າ ແລະ​ຈະ​ໄດ້​ຮັບ​ມໍຣະດົກ ຄື​ຊີວິດ​ນິຣັນດອນ.


ແຕ່​ກ່ອນ​ອື່ນ​ໝົດ ເຈົ້າ​ທັງຫລາຍ​ຈົ່ງ​ສະແຫວງ​ຫາ​ຣາຊອານາຈັກ​ຂອງ​ພຣະເຈົ້າ ແລະ​ຄວາມ​ຊອບທຳ​ຂອງ​ພຣະອົງ ແລ້ວ​ພຣະອົງ​ຈະ​ຊົງ​ເພີ່ມເຕີມ​ສິ່ງ​ທັງປວງ​ເຫຼົ່ານີ້​ໃຫ້​ແກ່​ພວກເຈົ້າ.


ໃນ​ໂລກນີ້ ຜູ້​ນັ້ນ​ຈະ​ໄດ້​ຮັບ​ຕອບ​ແທນ​ຮ້ອຍ​ເທົ່າ​ຄື: ບ້ານ​ເຮືອນ, ອ້າຍ​ເອື້ອຍ​ນ້ອງ, ພໍ່ແມ່, ລູກ ແລະ​ໄຮ່​ນາ ແລະ​ທັງ​ຈະ​ໄດ້​ຮັບ​ການ​ຂົ່ມເຫັງ​ດ້ວຍ ແລະ​ໃນ​ໂລກ​ໜ້າ​ເຂົາ​ຈະ​ໄດ້​ຊີວິດ​ນິຣັນດອນ.


ແຕ່​ນໍ້າ​ອະງຸ່ນ​ໃໝ່​ຕ້ອງ​ໃສ່​ໄວ້​ໃນ​ຖົງ​ໜັງ​ໃໝ່


ພວກເຮົາ​ຮູ້​ແລ້ວ​ວ່າ ພຣະເຈົ້າ​ຊົງ​ຮ່ວມ​ກັບ​ຄົນ​ທັງຫລາຍ​ທີ່​ຮັກ​ພຣະອົງ ເພື່ອ​ໃຫ້​ເກີດຜົນ​ດີ​ໃນ​ທຸກສິ່ງ ຄື​ຄົນ​ທັງປວງ​ທີ່​ພຣະອົງ​ໄດ້​ຊົງ​ເອີ້ນ​ໄວ້​ຕາມ​ພຣະ​ປະສົງ​ຂອງ​ພຣະອົງ.


ເຖິງ​ວ່າ​ໂປໂລ ຫລື​ອາໂປໂລ ຫລື​ເປໂຕ ຫລື​ໂລກ ຫລື​ຊີວິດ ຫລື​ຄວາມ​ຕາຍ ຫລື​ປະຈຸບັນ ຫລື​ອະນາຄົດ​ກໍດີ ສິ່ງສາລະພັດ​ເຫຼົ່ານັ້ນ ກໍ​ເປັນ​ຂອງ​ພວກເຈົ້າ,


ອາຫານ​ບໍ່ແມ່ນ​ສິ່ງ​ທີ່​ຊ່ວຍ​ເຮົາ ໃຫ້​ມີ​ຄວາມ​ສຳພັນ​ກັບ​ພຣະເຈົ້າ​ດີ​ຂຶ້ນ ຖ້າ​ເຮົາ​ບໍ່​ກິນ ເຮົາ​ກໍ​ບໍ່ໄດ້​ຊົ່ວ​ລົງ ຖ້າ​ເຮົາ​ກິນ ເຮົາ​ກໍ​ບໍ່ໄດ້​ດີ​ຂຶ້ນ.


ແຕ່​ຈົ່ງ​ຫລີກເວັ້ນ​ຈາກ​ນິຍາຍ​ອັນ​ໂງ່ງ່າວ​ຕ່າງໆ ຊຶ່ງ​ຂັດ​ກັບ​ຄວາມເຊື່ອ ຈົ່ງ​ຝຶກຝົນ​ຕົນເອງ​ໃຫ້​ດຳເນີນ​ຊີວິດ​ໃນ​ຄວາມ​ຢຳເກງ​ພຣະເຈົ້າ.


ຜູ້ໃດ​ກໍຕາມ​ທີ່​ສັ່ງສອນ​ຜິດ​ໄປ​ຈາກ​ນີ້ ແລະ​ທັງ​ບໍ່​ເຫັນ​ພ້ອມ​ກັບ​ຫລັກ​ຄຳສັ່ງສອນ​ອັນ​ແທ້ຈິງ​ຂອງ​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ພວກເຮົາ ແລະ​ຄຳສັ່ງສອນ​ອັນ​ຖືກຕ້ອງ​ເປັນທຳ​ກັບ​ຄວາມເຊື່ອ​ຂອງ​ພວກເຮົາ


ແລະ​ການ​ໂຕ້ຖຽງ​ກັນ​ຢ່າງ​ບໍ່ມີ​ທີ່​ສິ້ນສຸດ ລະຫວ່າງ​ຄົນ​ໃຈ​ດື້ດ້ານ​ແລະ​ຄົນ​ໃຈ​ຄົດໂກງ ຂາດ​ຄວາມຈິງ ເຂົາ​ຄິດ​ວ່າ​ຄວາມເຊື່ອ​ໃນ​ພຣະເຈົ້າ​ນັ້ນ ເປັນ​ຫົນທາງ​ທີ່​ນຳ​ໄປ​ສູ່​ຄວາມ​ຮັ່ງມີ​ສີສຸກ.


ຈິງ​ຢູ່ ການ​ນັບຖື​ພຣະເຈົ້າ​ຢ່າງ​ຖືກຕ້ອງ​ນັ້ນ ໄດ້​ກຳໄລ​ອັນ​ມະຫາສານ​ແກ່​ຜູ້​ທີ່​ມີ​ຄວາມ​ພໍໃຈ​ກັບ​ສິ່ງ​ຂອງ​ທີ່​ຕົນ​ມີ​ຢູ່.


ເຂົາ​ກໍ​ເຮັດ​ເໝືອນ​ຄົນ​ນັບຖື​ພຣະເຈົ້າ​ຢ່າງ​ຖືກຕ້ອງ, ແຕ່​ວ່າ​ຣິດອຳນາດ​ຂອງ​ການ​ນັບຖື​ນັ້ນ ເຂົາ​ກໍ​ປະຕິເສດ​ເສຍ ເຈົ້າ​ຈົ່ງ​ຫລີກ​ໜີ​ເສຍ​ຈາກ​ຄົນ​ຢ່າງ​ນັ້ນ.


ຄຳ​ນີ້​ເປັນ​ຄຳ​ສັດຈິງ. ເຮົາ​ປາຖະໜາ​ໃຫ້​ເຈົ້າ​ເນັ້ນ​ເຖິງ​ເລື່ອງ​ເຫຼົ່ານີ້ ເພື່ອ​ຄົນ​ທັງຫລາຍ​ທີ່​ເຊື່ອ​ໃນ​ພຣະເຈົ້າ​ແລ້ວ ຈະ​ເອົາໃຈໃສ່​ເຮັດ​ການ​ດີ ການ​ເຫຼົ່ານີ້​ດີ​ແລະ​ມີ​ປະໂຫຍດ​ແກ່​ຄົນ​ທັງປວງ.


ຢ່າ​ຍອມ​ໃຫ້​ຄຳສອນ​ປອມ​ໃດໆ ນຳພາ​ພວກເຈົ້າ​ໃຫ້​ຫລົງຜິດ​ໄປ. ເປັນ​ການ​ດີ​ແທ້​ທີ່​ຈິດໃຈ​ຂອງ​ພວກເຮົາ​ໄດ້​ຮັບ​ການ​ເຊີດຊູ​ໃຫ້​ເຂັ້ມແຂງ​ດ້ວຍ​ພຣະຄຸນ​ຂອງ​ພຣະເຈົ້າ. ບໍ່ແມ່ນ​ດ້ວຍ​ອາຫານ​ການ​ກິນ ຊຶ່ງ​ບໍ່​ເປັນ​ປະໂຫຍດ​ແກ່​ຄົນ​ທີ່​ປະຕິບັດ​ຕາມ.


ນີ້​ແຫຼະ ເປັນ​ພຣະສັນຍາ​ທີ່​ພຣະອົງ​ໄດ້​ຊົງ​ສັນຍາ​ໄວ້​ແກ່​ເຮົາ​ທັງຫລາຍ ຄື​ຊີວິດ​ນິຣັນດອນ.


ເຮົາ​ຈະ​ຕັ້ງ​ຜູ້​ທີ່​ມີ​ໄຊຊະນະ​ນັ້ນ ໃຫ້​ເປັນ​ເສົາ​ໃນ​ວິຫານ​ແຫ່ງ​ພຣະເຈົ້າ​ຂອງເຮົາ ແລະ​ຜູ້ນັ້ນ​ຈະ​ບໍ່​ອອກ​ໄປ​ຈາກ​ພຣະວິຫານ​ຈັກເທື່ອ, ເຮົາ​ຈະ​ຈາລຶກ​ພຣະນາມ​ແຫ່ງ​ພຣະເຈົ້າ​ຂອງເຮົາ​ໃສ່​ຕົວ​ຜູ້ນັ້ນ ກັບ​ທັງ​ຊື່​ນະຄອນ​ເຢຣູຊາເລັມ​ໃໝ່ ຊຶ່ງ​ຈະ​ລົງ​ມາ​ແຕ່​ສະຫວັນ​ຈາກ​ພຣະເຈົ້າ​ຂອງເຮົາ ແລະ​ເຮົາ​ຍັງ​ຈະ​ຈາລຶກ​ນາມ​ໃໝ່​ຂອງເຮົາ​ໃສ່​ຕົວ​ຂອງ​ຜູ້ນັ້ນ​ເໝືອນກັນ.


ຜູ້​ທີ່​ໄຊຊະນະ ເຮົາ​ຈະ​ໃຫ້​ຜູ້ນັ້ນ​ນັ່ງ​ກັບ​ເຮົາ​ເທິງ​ບັນລັງ​ຂອງເຮົາ ເໝືອນ​ກັບ​ທີ່​ເຮົາ​ມີ​ໄຊຊະນະ​ແລ້ວ ແລະ​ໄດ້​ນັ່ງ​ກັບ​ພຣະບິດາເຈົ້າ​ຂອງເຮົາ​ເທິງ​ຣາຊບັນລັງ​ຂອງ​ພຣະອົງ.


ຊາມູເອນ​ກ່າວ​ວ່າ, “ແມ່ນ​ສິ່ງໃດ​ທີ່​ພຣະເຈົ້າຢາເວ​ຕ້ອງການ​ຫລາຍກວ່າ: ການ​ເຊື່ອຟັງ ຫລື​ຂອງ​ຖວາຍ ແລະ​ເຄື່ອງ​ບູຊາ? ການ​ເຊື່ອຟັງ​ພຣະເຈົ້າຢາເວ ກໍ​ດີກວ່າ​ຖວາຍ​ແກະ​ໂຕ​ດີທີ່ສຸດ​ເປັນ​ເຄື່ອງ​ບູຊາ​ແກ່​ພຣະອົງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka