Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຕີໂມທຽວ 4:5 - ພຣະຄຳພີສັກສິ

5 ເພາະວ່າ​ສິ່ງ​ເຫຼົ່ານັ້ນ ກໍ​ຖືກ​ຊຳລະ​ໄວ້​ແລ້ວ ໂດຍ​ພຣະທຳ​ຂອງ​ພຣະເຈົ້າ ແລະ​ດ້ວຍ​ຄຳ​ພາວັນນາ​ອະທິຖານ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

5 ເພາະວ່າ​ສິ່ງ​ເຫລົ່ານີ້​ໄດ້​ຜ່ານ​ການຊຳລະ​ແລ້ວ​ດ້ວຍ​ພຣະຄຳ​ຂອງ​ພຣະເຈົ້າ ແລະ ດ້ວຍ​ຄຳອະທິຖານ.

Uka jalj uñjjattʼäta Copia luraña




1 ຕີໂມທຽວ 4:5
8 Jak'a apnaqawi uñst'ayäwi  

ສະນັ້ນ ພຣະເຈົ້າ​ຈຶ່ງ​ໄດ້​ສ້າງ​ສັດປ່າ​ຕາມ​ຊະນິດ​ຂອງ​ມັນ, ສັດ​ບ້ານ​ຕາມ​ຊະນິດ​ຂອງ​ມັນ ແລະ​ສັດ​ຍ່າງຍ້າຍ​ເລືອຄານ​ຕາມ​ຊະນິດ​ຂອງ​ມັນ. ແລະ​ພຣະເຈົ້າ​ໄດ້ເຫັນ​ວ່າ​ສິ່ງ​ນັ້ນ​ດີ.


ພຣະເຈົ້າ​ໄດ້​ເຫັນ​ວ່າ​ທຸກໆ​ສິ່ງ​ທີ່​ໄດ້​ນິຣະມິດ​ສ້າງ​ຂຶ້ນ​ມາ ແລ້ວ​ກໍ​ໄດ້ເຫັນ​ວ່າ​ດີຫລາຍ. ມີ​ເວລາ​ຄໍ່າ ແລະ​ເວລາ​ເຊົ້າ ນັ້ນ​ແມ່ນ​ມື້​ທີ​ຫົກ.


ແຕ່​ຈົ່ງ​ບໍລິຈາກ​ໃຫ້​ແກ່​ຄົນ​ຍາກຈົນ ຕາມ​ທີ່​ພວກເຈົ້າ​ມີ​ຢູ່​ຂ້າງ​ໃນ ແລະ​ທຸກສິ່ງ​ກໍ​ຈະ​ສະອາດ​ເສາະໃສ​ສຳລັບ​ພວກເຈົ້າ.”


ແຕ່​ພຣະເຢຊູເຈົ້າ​ຕອບ​ມັນ​ວ່າ, “ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, ‘ມະນຸດ​ຈະ​ບໍ່​ລ້ຽງ​ຊີວິດ ພຽງແຕ່​ອາຫານ​ຢ່າງ​ດຽວ.”’


ເພາະວ່າ ຜົວ​ທີ່​ບໍ່​ເຊື່ອ ກໍໄດ້​ຮັບ​ການ​ຊຳລະ​ຍ້ອນ​ເມຍ​ຂອງຕົນ ແລະ​ເມຍ​ທີ່​ບໍ່​ເຊື່ອ​ກໍໄດ້​ຮັບ​ການ​ຊຳລະ​ຍ້ອນ​ຜົວ​ຂອງຕົນ ຖ້າບໍ່​ດັ່ງນັ້ນ ລູກ​ຂອງ​ພວກເຂົາ ກໍ​ຄົງ​ຈະ​ເປັນ​ດັ່ງ​ລູກ​ຂອງ​ຄົນ​ທີ່​ບໍ່​ບໍຣິສຸດ ແຕ່​ບັດນີ້ ລູກ​ນັ້ນ​ບໍຣິສຸດ​ແລ້ວ.


ພວກເຂົາ​ຫ້າມ​ບໍ່​ໃຫ້​ເອົາ​ກັນ​ເປັນ​ຜົວ​ເມຍ ຫ້າມ​ກິນ​ອາຫານ​ບາງ​ຊະນິດ ຊຶ່ງ​ພຣະເຈົ້າ​ໄດ້​ສ້າງ​ໄວ້ ແຕ່​ພຣະເຈົ້າ​ໄດ້​ສ້າງ​ອາຫານ​ເຫຼົ່ານີ້ ເພື່ອ​ໃຫ້​ບັນດາ​ຄົນ​ທີ່​ເຊື່ອ ແລະ​ຮູ້ຈັກ​ຄວາມຈິງ​ນັ້ນ ກິນ​ດ້ວຍ​ການ​ໂມທະນາ​ຂອບພຣະຄຸນ.


ສຳລັບ​ຄົນ​ສະອາດ​ນັ້ນ ທຸກສິ່ງ​ກໍ​ສະອາດ​ເສາະໃສ ແຕ່​ສຳລັບ​ຄົນຊົ່ວຮ້າຍ​ແລະ​ຄົນ​ທີ່​ບໍ່​ເຊື່ອ​ນັ້ນ ບໍ່ມີ​ສິ່ງໃດ​ສະອາດ​ຈັກ​ຢ່າງ ແຕ່​ຈິດໃຈ ແລະ​ໃຈ​ສຳນຶກ​ຜິດແລະຊອບ​ຂອງ​ພວກເຂົາ ກໍ​ຖືກ​ຊົ່ວຮ້າຍ​ໄປ​ແລ້ວ.


ແມ່ນ​ໂດຍ​ຄວາມເຊື່ອ​ແບບ​ນີ້ ພວກເຮົາ​ຈຶ່ງ​ເຂົ້າໃຈ​ວ່າ​ໂລກ​ຈັກກະວານ​ນີ້​ໄດ້​ຖືກ​ສ້າງ​ຂຶ້ນ​ໂດຍ​ພຣະທຳ​ຂອງ​ພຣະເຈົ້າ. ດັ່ງນັ້ນ ສິ່ງ​ທີ່​ຕາ​ເຫັນ​ຢູ່​ກໍ​ເປັນ​ມາ​ຈາກ​ສິ່ງ​ທີ່​ບໍ່​ປາກົດ​ໃຫ້​ເຫັນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka