Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຕີໂມທຽວ 4:4 - ພຣະຄຳພີສັກສິ

4 ສິ່ງສາລະພັດ​ທີ່​ພຣະເຈົ້າ​ສ້າງ​ໄວ້​ນັ້ນ ເປັນ​ຂອງ​ດີ​ທັງໝົດ ບໍ່ຄວນ​ປະຖິ້ມ​ສິ່ງໃດ​ເລີຍ ແຕ່​ຈົ່ງ​ຮັບ​ເອົາ​ທຸກສິ່ງ​ດ້ວຍ​ການ​ໂມທະນາ​ຂອບພຣະຄຸນ,

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

4 ເພາະ​ທຸກສິ່ງ​ທີ່​ພຣະເຈົ້າ​ສ້າງ​ນັ້ນ​ດີ ແລະ ບໍ່​ມີ​ສິ່ງໃດ​ເປັນ​ຂອງ​ຕ້ອງຫ້າມ​ເລີຍ​ຖ້າ​ຮັບເອົາ​ດ້ວຍ​ການໂມທະນາ​ຂອບພຣະຄຸນ,

Uka jalj uñjjattʼäta Copia luraña




1 ຕີໂມທຽວ 4:4
15 Jak'a apnaqawi uñst'ayäwi  

ພຣະເຈົ້າ​ໄດ້​ເຫັນ​ວ່າ​ທຸກໆ​ສິ່ງ​ທີ່​ໄດ້​ນິຣະມິດ​ສ້າງ​ຂຶ້ນ​ມາ ແລ້ວ​ກໍ​ໄດ້ເຫັນ​ວ່າ​ດີຫລາຍ. ມີ​ເວລາ​ຄໍ່າ ແລະ​ເວລາ​ເຊົ້າ ນັ້ນ​ແມ່ນ​ມື້​ທີ​ຫົກ.


ສຽງ​ນັ້ນ​ກ່າວ​ແກ່​ເພິ່ນ​ເປັນ​ຄັ້ງ​ທີ​ສອງ​ອີກ​ວ່າ, “ສິ່ງ​ທີ່​ພຣະເຈົ້າ​ປະກາດ​ວ່າ ຖືກ​ຊຳລະ​ແລ້ວ ຢ່າ​ຖື​ວ່າ​ເປັນ​ສິ່ງ​ທີ່​ຕ້ອງ​ຫ້າມ​ເລີຍ.”


ຄື​ໃຫ້​ງົດເວັ້ນ​ເສຍ​ຈາກ​ກິນ​ອາຫານ​ທີ່​ຖວາຍບູຊາ​ແກ່​ຮູບເຄົາຣົບ​ແລ້ວ, ໃຫ້​ງົດ​ຈາກ​ການ​ກິນ​ເລືອດ, ໃຫ້​ງົດ​ຈາກ​ການ​ກິນ​ສັດ​ທີ່​ຕາຍ​ເພາະ​ຖືກ​ຮັດ​ຄໍ ແລະ​ໃຫ້​ຫລີກເວັ້ນ​ຈາກ​ການ​ຫລິ້ນຊູ້, ຖ້າ​ພວກທ່ານ​ງົດ​ຈາກ​ສິ່ງ​ເຫຼົ່ານີ້​ໄດ້ ພວກທ່ານ​ກໍ​ຢູ່ເຢັນ​ເປັນສຸກ ຈົ່ງ​ຈະເລີນ​ເທີ້ນ.”


ສ່ວນ​ຄົນຕ່າງຊາດ​ທີ່​ຮັບ​ເຊື່ອ​ແລ້ວ​ນັ້ນ ພວກເຮົາ​ໄດ້​ສົ່ງ​ຈົດໝາຍ​ແຈ້ງ​ໃຫ້​ພວກເຂົາ​ຊາບ​ເຖິງ​ສິ່ງ​ທີ່​ພວກເຮົາ​ໄດ້​ຕົກລົງ​ກັນ ຄື​ໃຫ້​ງົດ​ຈາກ​ການ​ກິນ​ອາຫານ​ທີ່​ໄດ້​ຖວາຍ​ແກ່​ຮູບເຄົາຣົບ​ແລ້ວ ໃຫ້​ງົດ​ຈາກ​ການ​ກິນ​ເລືອດ​ໃດໆ​ທັງ​ສິ້ນ ໃຫ້​ງົດ​ຈາກ​ການ​ກິນ​ສັດ​ທີ່​ຕາຍ​ເພາະ​ຖືກ​ຮັດ​ຄໍ ແລະ​ໃຫ້​ຫລີກເວັ້ນ​ຈາກ​ການ​ຫລິ້ນຊູ້.”


ໝັ້ນໃຈ​ໃນ​ອົງ​ພຣະເຢຊູເຈົ້າ​ວ່າ ບໍ່ມີ​ອັນ​ໃດ​ທີ່​ເປັນ​ຂອງ​ຕ້ອງ​ຫ້າມ​ໃນ​ຕົວ​ມັນ​ເອງ; ແຕ່​ຖ້າ​ຄົນ​ໃດ​ຄິດ​ວ່າ​ມັນ​ເປັນ​ຂອງ​ຕ້ອງ​ຫ້າມ ສິ່ງ​ນັ້ນ​ກໍ​ເປັນ​ຂອງ​ຕ້ອງ​ຫ້າມ​ສຳລັບ​ລາວ.


ຢ່າ​ທຳລາຍ​ກິດຈະການ​ຂອງ​ພຣະເຈົ້າ ຍ້ອນ​ເລື່ອງ​ອາຫານ​ການ​ກິນ ອາຫານ​ທຸກຢ່າງ​ບໍ່​ເປັນ​ຂອງ​ຕ້ອງ​ຫ້າມ​ກໍ​ຈິງ, ແຕ່​ວ່າ​ຄົນ​ໃດ​ທີ່​ກິນ​ອາຫານ ຊຶ່ງ​ເປັນ​ເຫດ​ໃຫ້​ຄົນອື່ນ​ຊູນ​ສະດຸດ​ໃຈ ກໍ​ມີ​ຄວາມຜິດ.


ຜູ້​ທີ່​ຖື​ວັນ ກໍ​ຖື​ເພື່ອ​ຖວາຍ​ກຽດ​ແດ່​ອົງພຣະ​ຜູ້​ເປັນເຈົ້າ​ເໝືອນກັນ ຜູ້​ທີ່​ກິນ ກໍ​ກິນ​ເພື່ອ​ຖວາຍ​ກຽດ​ແດ່​ອົງພຣະ​ຜູ້​ເປັນເຈົ້າ. ດ້ວຍວ່າ, ເພິ່ນ​ໄດ້​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ​ສຳລັບ​ອາຫານ​ນັ້ນ ສ່ວນ​ຜູ້​ທີ່​ບໍ່​ຍອມ​ກິນ​ບາງ​ຢ່າງ ກໍ​ບໍ່​ຍອມ​ກິນ​ເພື່ອ​ຖວາຍ​ກຽດ​ແດ່​ອົງພຣະ​ຜູ້​ເປັນເຈົ້າ ແລະ​ເພິ່ນ​ກໍ​ຍັງ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ.


“ເຮົາ​ເຮັດ​ສິ່ງສາລະພັດ​ໄດ້​ບໍ່ມີ​ຜູ້ໃດ​ຫ້າມ”, ແຕ່​ບໍ່ແມ່ນ​ທຸກສິ່ງ​ທີ່​ເຮັດ​ໄດ້​ນັ້ນ​ເປັນ​ປະໂຫຍດ “ເຮົາ​ເຮັດ​ສິ່ງສາລະພັດ​ໄດ້​ບໍ່ມີ​ຜູ້ໃດ​ຫ້າມ”, ແຕ່​ບໍ່ແມ່ນ​ທຸກສິ່ງ​ທີ່​ເຮັດ​ໄດ້​ນັ້ນ​ຈະ​ໃຫ້​ຈະເລີນ​ຂຶ້ນ.


ຊີ້ນ​ທຸກຢ່າງ​ທີ່​ເຂົາ​ຂາຍ​ຕາມ​ຕະຫລາດ​ນັ້ນ ກິນ​ໄດ້​ໂດຍ​ບໍ່​ຕ້ອງ​ຖາມ​ສິ່ງໃດ ເພາະ​ເຫັນແກ່​ໃຈ​ສຳນຶກ​ຜິດແລະຊອບ.


ດ້ວຍວ່າ, “ແຜ່ນດິນ​ໂລກ​ກັບ​ສັບພະທຸກສິ່ງ​ໃນ​ນັ້ນ ກໍ​ເປັນ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ.”


ຖ້າ​ເຮົາ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ​ສຳລັບ​ອາຫານ ເປັນຫຍັງ​ຄົນອື່ນ​ຈຶ່ງ​ຕ້ອງ​ຕິຕຽນ​ເຮົາ​ກ່ຽວກັບ​ອາຫານ ຊຶ່ງ​ເຮົາ​ໄດ້​ຂອບພຣະຄຸນ​ແລ້ວ?


ພຣະອົງ​ເປັນ​ທີ່​ເພິ່ງ ອັນ​ເຂັ້ມແຂງ​ຂອງ​ເຈົ້າ​ຕະຫລອດ​ມາ ສົມບູນ​ແລະ​ທ່ຽງທຳ ໃນ​ວິຖີ​ທາງ​ຂອງ​ພຣະອົງ; ພຣະເຈົ້າ​ຂອງ​ພວກເຈົ້າ ສັດຊື່​ແລະ​ທ່ຽງທຳ ພຣະອົງ​ໄດ້​ກະທຳ ແຕ່​ສິ່ງ​ທີ່​ດີ​ແລະ​ຖືກຕ້ອງ.


ພວກເຂົາ​ຫ້າມ​ບໍ່​ໃຫ້​ເອົາ​ກັນ​ເປັນ​ຜົວ​ເມຍ ຫ້າມ​ກິນ​ອາຫານ​ບາງ​ຊະນິດ ຊຶ່ງ​ພຣະເຈົ້າ​ໄດ້​ສ້າງ​ໄວ້ ແຕ່​ພຣະເຈົ້າ​ໄດ້​ສ້າງ​ອາຫານ​ເຫຼົ່ານີ້ ເພື່ອ​ໃຫ້​ບັນດາ​ຄົນ​ທີ່​ເຊື່ອ ແລະ​ຮູ້ຈັກ​ຄວາມຈິງ​ນັ້ນ ກິນ​ດ້ວຍ​ການ​ໂມທະນາ​ຂອບພຣະຄຸນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka