Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຕີໂມທຽວ 4:16 - ພຣະຄຳພີສັກສິ

16 ຈົ່ງ​ລະວັງຕົວ​ຂອງ​ເຈົ້າ ແລະ​ຄຳສັ່ງສອນ​ຂອງ​ເຈົ້າ​ດ້ວຍ. ຈົ່ງ​ສືບຕໍ່​ດຳເນີນ​ການ​ເຫຼົ່ານີ້ ເພາະ​ຖ້າ​ເຈົ້າ​ປະຕິບັດ​ຢ່າງ​ນີ້ ເຈົ້າ​ກໍ​ຈະ​ຊ່ວຍ​ເຈົ້າ​ເອງ​ແລະ​ທຸກຄົນ ຜູ້​ທີ່​ຟັງ​ເຈົ້າ​ໃຫ້​ພົ້ນ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

16 ຈົ່ງ​ເອົາໃຈໃສ່​ເບິ່ງແຍງ​ຊີວິດ ແລະ ຄຳສອນ​ຂອງ​ເຈົ້າ​ຢ່າງ​ໃກ້ຊິດ. ຈົ່ງ​ບາກບັ່ນ​ໃນ​ສິ່ງ​ເຫລົ່ານີ້, ເພາະ​ຖ້າ​ເຮັດ​ເຊັ່ນ​ນັ້ນ​ແລ້ວ, ເຈົ້າ​ຈະ​ຊ່ວຍ​ທັງ​ຕົນເອງ ແລະ ຜູ້​ທີ່​ຟັງ​ເຈົ້າ​ໃຫ້​ພົ້ນ​ໄດ້.

Uka jalj uñjjattʼäta Copia luraña




1 ຕີໂມທຽວ 4:16
38 Jak'a apnaqawi uñst'ayäwi  

ເຈົ້າ​ຕ້ອງ​ຮັບຮູ້​ວ່າ​ພຣະເຈົ້າຢາເວ​ໄດ້​ເລືອກເອົາ​ເຈົ້າ ໃຫ້​ເປັນ​ຜູ້​ສ້າງ​ວິຫານ​ອັນ​ສັກສິດ​ຂອງ​ພຣະອົງ. ບັດນີ້ ຈົ່ງ​ລົງ​ມື​ເຮັດ​ດ້ວຍ​ຄວາມ​ເດັດດ່ຽວ ແລະ​ກ້າຫານ​ເທີ້ນ.”


ແລະ​ໄດ້​ແນະນຳ​ພວກເຂົາ​ວ່າ, “ເມື່ອ​ກ່າວ​ຄຳ​ຕັດສິນ​ນັ້ນ ຈົ່ງ​ລະວັງ​ໃຫ້​ດີ; ພວກທ່ານ​ບໍ່ໄດ້​ເຮັດ​ຕາມ​ອຳນາດ​ຂອງ​ມະນຸດ, ແຕ່​ເຮັດ​ຕາມ​ອຳນາດ​ຂອງ​ພຣະເຈົ້າຢາເວ ແລະ​ພຣະອົງ​ສະຖິດ​ຢູ່​ນຳ​ພວກທ່ານ​ເມື່ອ​ພວກທ່ານ​ກ່າວ​ຄຳ​ຕັດສິນ​ລົງໂທດ.


ຈົ່ງ​ເອົາໃຈໃສ່​ເຊື່ອຟັງ​ທຸກສິ່ງ​ທີ່​ເຮົາ​ໄດ້​ບອກ​ພວກເຈົ້າ​ນັ້ນ. ຢ່າ​ພາວັນນາ​ອະທິຖານ​ຫາ​ບັນດາ​ພະອື່ນ ແລະ​ຢ່າ​ເອີ່ຍ​ເຖິງ​ແມ່ນແຕ່​ຊື່​ຂອງ​ພະ​ເຫຼົ່ານັ້ນ.


ສະນັ້ນ ຖ້ອຍຄຳ​ທີ່​ເຮົາ​ກ່າວ​ໄປ​ກໍ​ເຊັ່ນດຽວ​ກັນ ຄື​ຈະ​ບໍ່​ກັບຄືນ​ມາ​ຫາ​ເຮົາ​ໂດຍ​ສູນເປົ່າ ຈະ​ສຳເລັດ​ຕາມ​ທີ່​ເຮົາ​ໄດ້​ວາງ​ແຜນການ ແລະ​ທຸກສິ່ງ​ທີ່​ເຮົາ​ໃຊ້​ໄປ​ເຮັດ​ນັ້ນ ຈະ​ເກີດຜົນ​ຈະເລີນ​ຂຶ້ນ.


ຖ້າ​ພວກເຂົາ​ຮູ້​ຄວາມ​ນຶກຄິດ​ອັນ​ລຶກລັບ​ຂອງເຮົາ​ແລ້ວ ພວກເຂົາ​ກໍ​ຄວນ​ປະກາດ​ຖ້ອຍຄຳ​ຂອງເຮົາ​ໃຫ້​ປະຊາຊົນ​ຂອງເຮົາ​ຟັງ ແລະ​ນຳພາ​ພວກເຂົາ​ໃຫ້​ປະຖິ້ມ​ການ​ດຳລົງ​ຊີວິດ​ອັນ​ບໍ່​ດີ​ແລະ​ຊົ່ວຊ້າ ທີ່​ພວກເຂົາ​ເຮັດ​ຢູ່​ນັ້ນ.”


ແຕ່​ຈົ່ງ​ລະວັງຕົວ​ໃຫ້​ດີ ພວກເຂົາ​ຈະ​ຈັບ​ພວກເຈົ້າ​ຂຶ້ນ​ສານ ແລະ​ຈະ​ຖືກ​ຂ້ຽນຕີ​ໃນ​ທຳມະສາລາ, ພວກເຂົາ​ຈະ​ໃຫ້​ພວກເຈົ້າ​ຢືນ​ຢູ່​ຕໍ່ໜ້າ​ຜູ້​ປົກຄອງ ແລະ​ກະສັດ​ເພາະ​ເຫັນ​ແກ່​ເຮົາ ເພື່ອ​ຈະ​ໄດ້​ເປັນ​ພະຍານ​ແກ່​ພວກເຂົາ.


“ຈົ່ງ​ຄອຍ​ລະວັງຕົວ​ໃຫ້​ດີ ຢ່າ​ສູ່​ໃຫ້​ຈິດໃຈ​ຂອງ​ເຈົ້າ​ທັງຫລາຍ​ໜັກ​ໄປ​ໃນ​ການ​ກິນລ້ຽງ ແລະ​ດື່ມ​ເຫຼົ້າ​ເມົາ​ສຸຣາ ແລະ​ໃນ​ການ​ວິຕົກ​ກັງວົນ​ເຖິງ​ຊີວິດ​ນີ້ ບໍ່​ດັ່ງນັ້ນ​ແລ້ວ ວັນ​ນັ້ນ​ກໍ​ຈະ​ຫລອນ​ມາ​ຕົກ​ຖືກ​ພວກເຈົ້າ​ຢ່າງ​ບໍ່​ຄາດຄິດ


ແຕ່​ຂ້ານ້ອຍ​ໄດ້​ຮັບ​ຄວາມ​ຊ່ວຍເຫລືອ​ມາ​ຈາກ​ພຣະເຈົ້າ​ເທົ່າ​ເຖິງທຸກ​ວັນ​ນີ້. ດັ່ງນັ້ນ ຂ້ານ້ອຍ​ຈຶ່ງ​ຢືນ​ຢູ່​ໃນ​ທີ່​ນີ້ ເປັນ​ພະຍານ​ແກ່​ທຸກຄົນ​ບໍ່​ວ່າ​ຜູ້ໃຫຍ່ ຫລື​ຜູ້ນ້ອຍ​ກໍດີ, ຂ້ານ້ອຍ​ບໍ່ໄດ້​ເວົ້າ​ເລື່ອງ​ອື່ນ​ໃດ ນອກຈາກ​ຢືນຢັນ​ເລື່ອງ​ທີ່​ພວກ​ຜູ້ທຳນວາຍ ແລະ​ໂມເຊ​ໄດ້​ກ່າວ​ໄວ້​ເທົ່ານັ້ນ​ວ່າ ຈະ​ຕ້ອງ​ເກີດຂຶ້ນ​ຄື:


ສ່ວນ​ພວກເຮົາ ກໍ​ຈະ​ອຸທິດ​ເວລາ​ທັງໝົດ​ໃສ່​ໃນ​ການ​ພາວັນນາ​ອະທິຖານ ແລະ​ການ​ສັ່ງສອນ​ພຣະທຳ.”


ເພື່ອ​ເຮົາ​ຈະ​ໄດ້​ຊັກຊວນ​ເພື່ອນ​ຮ່ວມ​ຊາດ​ຂອງເຮົາ ໃຫ້​ເກີດ​ມີ​ໃຈ​ຫຶງຫວງ ເພື່ອ​ຈະ​ຊ່ວຍ​ພວກເຂົາ​ບາງຄົນ​ໃຫ້​ພົ້ນ.


ບັດນີ້ ພີ່ນ້ອງ​ທັງຫລາຍ​ຂອງເຮົາ​ເອີຍ ເຮົາ​ຂໍ​ຮຽກຮ້ອງ​ພວກເຈົ້າ​ໃຫ້​ຄອຍ​ລະວັງ​ສັງເກດ​ເບິ່ງ ພວກ​ທີ່​ສ້າງ​ຄວາມ​ແຕກແຍກ ແລະ​ເຮັດ​ໃຫ້​ຄົນອື່ນ​ຫລົງ​ໄປ ຈາກ​ຄຳສອນ​ທີ່​ພວກເຈົ້າ​ໄດ້​ຮຽນ​ມາ​ແລ້ວ.


ສຳລັບ​ຄົນ​ທີ່​ມີ​ຄວາມ​ພຽນ​ພະຍາຍາມ​ກະທຳ​ດີ, ສະແຫວງ​ຫາ​ສະຫງ່າຣາສີ ກຽດຕິຍົດ ແລະ​ຊີວິດ​ທີ່​ຕາຍ​ບໍ່​ເປັນ​ນັ້ນ ພຣະອົງ​ຈະ​ຊົງ​ປະທານ​ຊີວິດ​ນິຣັນດອນ​ໃຫ້​ແກ່​ພວກເຂົາ.


ເພາະ​ຕາມ​ພຣະ​ສະຕິປັນຍາ​ຂອງ​ພຣະເຈົ້າ ເຫັນ​ວ່າ ມະນຸດ​ບໍ່​ສາມາດ​ຮູ້ຈັກ​ພຣະອົງ​ໄດ້​ດ້ວຍ​ປັນຍາ​ຂອງ​ເຂົາ​ເອງ ແຕ່​ພຣະອົງ​ພໍໃຈ​ໃຊ້​ຂ່າວ​ເລື່ອງ​ທີ່​ເຂົາ​ຖື​ວ່າ​ໂງ່ ຊຶ່ງ​ພວກເຮົາ​ປະກາດ​ຢູ່​ນັ້ນ ເພື່ອ​ຊ່ວຍ​ຜູ້​ທີ່​ເຊື່ອ​ໃຫ້​ພົ້ນ.


ຕໍ່​ຄົນ​ທີ່​ອ່ອນ​ໃນ​ຄວາມເຊື່ອ ເຮົາ​ກໍ​ເຮັດ​ເໝືອນ​ຄົນ​ອ່ອນແອ ດັ່ງ​ຜູ້ໜຶ່ງ​ໃນ​ພວກເຂົາ ເພື່ອ​ຈະ​ໄດ້​ໃຈ​ຄົນ​ອ່ອນແອ ດັ່ງນັ້ນ ເຮົາ​ຈຶ່ງ​ຍອມ​ເປັນ​ຄົນ​ທຸກ​ຊະນິດ ເພື່ອ​ຈະ​ໄດ້​ຊ່ວຍ​ບາງຄົນ​ໃຫ້​ພົ້ນ ດ້ວຍ​ທຸກ​ວິທີ​ທາງ​ທີ່​ເຮົາ​ອາດ​ເຮັດ​ໄດ້.


ແຕ່​ເຮົາ​ທຸບຕີ​ຮ່າງກາຍ​ຂອງເຮົາ​ໃຫ້​ມັນ​ແຂງ​ຢູ່​ຄາ​ມື ເພາະ​ຢ້ານ​ວ່າ​ເມື່ອ​ເຮົາ​ໄດ້​ປະກາດ​ແກ່​ຄົນອື່ນ​ແລ້ວ ເຮົາ​ເອງ​ຈະ​ຖືກ​ຂ້າ​ຊື່​ອອກ​ຈາກ​ການ​ແຂ່ງຂັນ​ນັ້ນ.


ເພື່ອ​ພວກເຮົາ​ຈະ​ບໍ່​ເປັນ​ເດັກນ້ອຍ​ອີກ​ຕໍ່ໄປ ຖືກ​ພັດ​ໄປ​ພັດ​ມາ ແລະ​ຫັນເຫ​ໄປມາ​ດ້ວຍ​ລົມ​ປາກ​ແຫ່ງ​ຄຳສັ່ງສອນ​ທຸກຢ່າງ​ຂອງ​ຄົນ​ທີ່​ຫລອກລວງ ຜູ້​ທີ່​ນຳ​ຄົນອື່ນ​ໃຫ້​ຫລົງ​ຜິດ​ໄປ​ດ້ວຍ​ກົນອຸບາຍ​ອັນ​ສະຫລາດ​ຂອງ​ພວກເຂົາ.


ແລະ​ໃຫ້​ບອກ​ອາຂີໂປ​ວ່າ, “ສ່ວນ​ພາລະກິດ ຊຶ່ງ​ເຈົ້າ​ໄດ້​ຮັບ​ມອບໝາຍ ເພື່ອ​ບົວລະບັດ​ຮັບໃຊ້​ອົງພຣະ​ຜູ້​ເປັນເຈົ້າ​ນັ້ນ ຈົ່ງ​ເຮັດ​ໃຫ້​ບັນລຸ​ຜົນ​ສຳເລັດ.”


ໂດຍ​ທີ່​ພວກເຂົາ​ໄດ້​ຫ້າມປາມ​ພວກເຮົາ ບໍ່​ໃຫ້​ກ່າວ​ແກ່​ຄົນຕ່າງຊາດ ເພື່ອ​ຄົນ​ເຫຼົ່ານັ້ນ​ຈະ​ພົ້ນ​ໄດ້ ເພື່ອ​ການ​ຜິດບາບ​ທີ່​ພວກເຂົາ​ເຮັດ​ມາ​ນັ້ນ ຈະ​ຄົບຖ້ວນ ແຕ່​ໃນ​ສຸດທ້າຍ ຄວາມ​ໂກດຮ້າຍ​ຂອງ​ພຣະເຈົ້າ​ໄດ້​ຕົກ​ໃສ່​ພວກເຂົາ​ແລ້ວ.


ເມື່ອ​ເຮົາ​ກຳລັງ​ເດີນທາງ​ໄປ​ທີ່​ແຂວງ​ມາເກໂດເນຍ ເຮົາ​ຂໍຮ້ອງ​ໃຫ້​ເຈົ້າ​ຢູ່​ໃນ​ເມືອງ​ເອເຟໂຊ ເພື່ອ​ຈະ​ໄດ້​ສັ່ງ​ຫ້າມ​ບາງຄົນ ບໍ່​ໃຫ້​ພວກເຂົາ​ສອນ​ຄຳ​ໂອວາດ​ຢ່າງ​ອື່ນ.


ຈົ່ງ​ຝຶກຝົນ​ສິ່ງ​ເຫຼົ່ານັ້ນ ແລະ​ອຸທິດ​ເຈົ້າ​ເອງ​ຢ່າງ​ໝົດ​ສິ້ນ​ໃສ່​ການ​ນີ້ ເພື່ອ​ວ່າ​ທຸກຄົນ​ຈະ​ໄດ້​ເຫັນ​ເຈົ້າ​ຈະເລີນ​ຂຶ້ນ.


ຖ້າ​ເຈົ້າ​ໃຫ້​ຄຳແນະນຳ​ເຫຼົ່ານີ້​ແກ່​ບັນດາ​ພີ່ນ້ອງ, ເຈົ້າ​ກໍ​ຈະ​ເປັນ​ຜູ້ຮັບໃຊ້​ທີ່​ດີ​ຂອງ​ພຣະເຢຊູ​ຄຣິດເຈົ້າ ສົມກັບ​ທີ່​ເຈົ້າ​ໄດ້​ບຳລຸງ​ຕົນ​ດ້ວຍ​ຖ້ອຍຄຳ​ເລື່ອງ​ຄວາມເຊື່ອ ແລະ​ດ້ວຍ​ຄຳສັ່ງສອນ​ອັນ​ແທ້ຈິງ​ທີ່​ເຈົ້າ​ໄດ້​ປະຕິບັດ​ຕາມ​ນັ້ນ.


ເພາະສະນັ້ນ ເຮົາ​ຈຶ່ງ​ສູ້ທົນ​ທຸກສິ່ງ ເພາະ​ເຫັນ​ແກ່​ໄພ່ພົນ​ທີ່​ພຣະເຈົ້າ​ໄດ້​ຊົງ​ເລືອກ​ໄວ້ ເພື່ອ​ພວກເຂົາ​ຈະ​ໄດ້​ຮັບ​ຄວາມ​ພົ້ນ ຊຶ່ງ​ມາ​ໂດຍ​ທາງ​ພຣະຄຣິດເຈົ້າ​ເຢຊູ ແລະ​ຈະ​ຖືກ​ນຳ​ໄປ​ສູ່​ສະຫງ່າຣາສີ​ນິຣັນດອນ.


ແຕ່​ສຳລັບ​ເຈົ້າ ຈົ່ງ​ສືບຕໍ່​ດຳເນີນ​ຕໍ່ໄປ ໃນ​ສິ່ງ​ທີ່​ເຈົ້າ​ໄດ້​ຮຽນຮູ້​ມາ​ແລ້ວ ແລະ​ໄດ້​ເຊື່ອ​ຢ່າງ​ໝັ້ນຄົງ ເຈົ້າ​ກໍ​ຮູ້​ແລ້ວ​ວ່າ​ເຈົ້າ​ໄດ້​ຮຽນຮູ້​ມາ​ຈາກ​ຜູ້ໃດ.


ຈົ່ງ​ເອົາໃຈໃສ່​ເທດສະໜາ​ສັ່ງສອນ​ພຣະທຳ​ຂອງ​ພຣະເຈົ້າ ທັງ​ໃນ​ເວລາ​ມີ​ໂອກາດ​ແລະ​ບໍ່ມີ​ໂອກາດ, ຈົ່ງ​ຊັກຊວນ​ດ້ວຍ​ເຫດ​ຜົນ, ຈົ່ງ​ເຕືອນ​ສະຕິ​ແລະ​ໜູນໃຈ ດ້ວຍ​ຄວາມ​ພຽນ​ອົດທົນ​ທຸກຢ່າງ​ແລະ​ໃນ​ການ​ສິດສອນ.


ເປັນ​ຄົນ​ຢຶດໝັ້ນ​ໃນ​ຫລັກ​ອັນ​ທ່ຽງທຳ​ທີ່​ຖືກຕ້ອງ, ຕາມ​ໂອວາດ​ຄຳສອນ, ເພື່ອ​ຈະ​ສາມາດ​ເຕືອນ​ສະຕິ​ດ້ວຍ​ຄຳສອນ​ອັນ​ມີ​ຫລັກ ແລະ​ຊີ້ແຈງ​ແກ່​ຄົນ​ທີ່​ຄັດຄ້ານ​ຄຳສອນ​ນັ້ນ.


ຂໍ້​ຄວາມ​ຂ້າງ​ເທິງ​ນີ້ ເຈົ້າ​ຈົ່ງ​ໃຊ້​ວ່າ​ກ່າວ, ຕັກເຕືອນ ແລະ​ບອກສອນ​ພວກເຂົາ​ຢ່າງ​ໜັກແໜ້ນ ຢ່າ​ໃຫ້​ຜູ້ໃດ​ໝິ່ນປະໝາດ​ເຈົ້າ​ໄດ້.


ຝ່າຍ​ເຈົ້າ​ນັ້ນ ຈົ່ງ​ເປັນ​ແບບຢ່າງ​ໃນ​ການ​ກະທຳ​ດີ​ທຸກ​ປະການ ຈົ່ງ​ເປັນ​ຄົນ​ຈິງໃຈ ແລະ​ໜັກແໜ້ນ​ໃນ​ຄຳສັ່ງສອນ.


ຝ່າຍ​ເຮົາ ໄດ້​ລົງ​ມື​ຂຽນ​ໄວ້​ວ່າ, “ເຮົາ​ຈະ​ໃຊ້​ແທນຄືນ​ໃຫ້ ແຕ່​ສ່ວນ​ເຈົ້າ​ເປັນ​ໜີ້​ເຮົາ​ນັ້ນ ຄື​ຊີວິດ​ຂອງ​ເຈົ້າ​ເອງ ເຮົາ​ຈະ​ບໍ່​ອ້າງ​ເຖິງ.”


ຈົ່ງ​ລະວັງ​ໃຫ້​ດີ ຢ້ານ​ວ່າ​ຈະ​ມີ​ຜູ້​ຫັນ​ໜີ​ຈາກ​ພຣະຄຸນ​ຂອງ​ພຣະເຈົ້າ, ຢ້ານ​ວ່າ​ຈະ​ມີ​ຮາກ​ອັນ​ຂົມຂື່ນ​ງອກ​ຂຶ້ນ​ມາ ແລະ​ສ້າງ​ຄວາມ​ເດືອດຮ້ອນ​ຫຍຸ້ງຍາກ ຈຶ່ງ​ຈະ​ເປັນ​ເຫດ​ໃຫ້​ຫລາຍ​ຄົນ​ຊົ່ວ​ມົວໝອງ​ໄປ.


ຢ່າ​ຍອມ​ໃຫ້​ຄຳສອນ​ປອມ​ໃດໆ ນຳພາ​ພວກເຈົ້າ​ໃຫ້​ຫລົງຜິດ​ໄປ. ເປັນ​ການ​ດີ​ແທ້​ທີ່​ຈິດໃຈ​ຂອງ​ພວກເຮົາ​ໄດ້​ຮັບ​ການ​ເຊີດຊູ​ໃຫ້​ເຂັ້ມແຂງ​ດ້ວຍ​ພຣະຄຸນ​ຂອງ​ພຣະເຈົ້າ. ບໍ່ແມ່ນ​ດ້ວຍ​ອາຫານ​ການ​ກິນ ຊຶ່ງ​ບໍ່​ເປັນ​ປະໂຫຍດ​ແກ່​ຄົນ​ທີ່​ປະຕິບັດ​ຕາມ.


ຈົ່ງ​ຮູ້​ວ່າ ຜູ້​ທີ່​ເຮັດ​ໃຫ້​ຄົນ​ບາບ​ຄົນ​ໜຶ່ງ​ຕ່າວຄືນ​ມາ​ຈາກ​ທາງ​ຜິດ​ຂອງຕົນ​ນັ້ນ ກໍໄດ້​ຊ່ວຍ​ຈິດວິນຍານ​ຂອງ​ຄົນ​ນັ້ນ​ໃຫ້​ພົ້ນ​ຈາກ​ຄວາມ​ຕາຍ ແລະ​ທັງ​ໃຫ້​ຄວາມ​ຜິດບາບ​ຈຳນວນ​ຫລວງຫລາຍ​ໄດ້​ຮັບ​ການອະໄພ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka