Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຕີໂມທຽວ 4:13 - ພຣະຄຳພີສັກສິ

13 ຈົ່ງ​ຕັ້ງໃຈ​ດ້ວຍ​ຄວາມ​ພຽນ​ພະຍາຍາມ​ຂອງ​ເຈົ້າ ໃນ​ການ​ອ່ານ​ພຣະຄຳ​ຂອງ​ພຣະເຈົ້າ​ໃນ​ທີ່​ນະມັດສະການ ແລະ​ການ​ເທດສະໜາ​ກັບ​ການ​ສັ່ງສອນ ຈົນກວ່າ​ເຮົາ​ຈະ​ມາ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

13 ຈົ່ງ​ອຸທິດ​ຕົນເອງ​ໃນ​ການອ່ານ​ພຣະຄຳພີ​ໃນ​ທີ່​ປະຊຸມ, ໃນ​ການເທດສະໜາ ແລະ ໃນ​ການສັ່ງສອນ​ຈົນ​ກວ່າ​ເຮົາ​ຈະ​ມາ.

Uka jalj uñjjattʼäta Copia luraña




1 ຕີໂມທຽວ 4:13
20 Jak'a apnaqawi uñst'ayäwi  

ເຈົ້າ​ທັງຫລາຍ​ຄົ້ນ​ຫາ​ໃນ​ພຣະຄຳພີ ເພາະ​ຄິດ​ວ່າ​ຈະ​ພົບ​ຊີວິດ​ນິຣັນດອນ ແມ່ນ​ພຣະຄຳພີ​ນີ້​ແຫຼະ ທີ່​ເປັນ​ພະຍານ​ໃຫ້​ເຮົາ,


ຄົນ​ຢິວ​ໃນ​ເມືອງ​ນີ້​ມີ​ຈິດໃຈ​ສູງ​ສົ່ງ ຫລາຍກວ່າ​ຄົນ​ຢິວ​ໃນ​ເມືອງ​ເທສະໂລນິກ, ພວກເຂົາ​ມີ​ໃຈ​ເຫຼື້ອມໃສ​ຫລາຍ ແລະ​ຢາກ​ຈະ​ຟັງ​ຖ້ອຍຄຳ​ທີ່​ໂປໂລ​ກ່າວ ແລະ​ພວກເຂົາ​ສຶກສາ​ພຣະຄຳພີ​ທຸກໆ​ວັນ ເພື່ອ​ຢາກ​ຮູ້​ວ່າ​ຖ້ອຍຄຳ​ທີ່​ໂປໂລ​ກ່າວ​ນັ້ນ​ເປັນ​ຄວາມຈິງ​ແທ້​ຫລື​ບໍ່.


ສ່ວນ​ພວກເຮົາ ກໍ​ຈະ​ອຸທິດ​ເວລາ​ທັງໝົດ​ໃສ່​ໃນ​ການ​ພາວັນນາ​ອະທິຖານ ແລະ​ການ​ສັ່ງສອນ​ພຣະທຳ.”


ຖ້າ​ເປັນ​ການ​ໜູນໃຈ ກໍ​ຈົ່ງ​ໜູນໃຈ ຖ້າ​ເປັນ​ການ​ບໍລິຈາກ ກໍ​ຈົ່ງ​ເຮັດ​ດ້ວຍ​ໃຈ​ສັດທາ​ເພື່ອ​ແຜ່ ຜູ້​ມີ​ສິດ​ອຳນາດ ກໍ​ຈົ່ງ​ເຮັດ​ດ້ວຍ​ຄວາມ​ເອົາໃຈໃສ່ ຜູ້​ສະແດງ​ຄວາມ​ເມດຕາ​ຕໍ່​ຄົນອື່ນ ກໍ​ຈົ່ງ​ເຮັດ​ດ້ວຍ​ໃຈ​ຍິນດີ.


ພີ່ນ້ອງ​ທັງຫລາຍ​ເອີຍ ກ່ຽວກັບ​ເລື່ອງ​ນີ້ ເຮົາ​ຈະ​ລົງ​ຄວາມ​ເຫັນ​ວ່າ​ຢ່າງ​ໃດ? ເມື່ອ​ພວກເຈົ້າ​ມາ​ເຕົ້າໂຮມ​ກັນ​ເພື່ອ​ນະມັດສະການ, ຄົນ​ໜຶ່ງ​ໃນ​ພວກເຈົ້າ​ຮ້ອງເພງ​ສັນລະເສີນ, ບາງຄົນ​ສັ່ງສອນ ບາງຄົນ​ກໍ​ມີ​ບົດ​ຄວາມ​ທີ່​ຊົງ​ສຳແດງ​ມາ​ຈາກ​ພຣະເຈົ້າ ມີ​ບາງຄົນ​ກໍ​ເວົ້າ​ພາສາ​ແປກໆ ແລະ​ບາງຄົນ​ແປ​ພາສາ​ແປກໆ, ເຈົ້າ​ຈົ່ງ​ເຮັດ​ສິ່ງ​ທັງໝົດ​ນີ້ ເພື່ອ​ເສີມສ້າງ​ຄຣິສຕະຈັກ​ໃຫ້​ຈະເລີນ​ຂຶ້ນ.


ແຕ່​ພວກ​ທີ່​ປະກາດ​ພຣະທຳ​ກໍ​ເວົ້າ​ກັບ​ມະນຸດ ເພື່ອ​ໃຫ້​ເສີມສ້າງ​ພວກເຂົາ​ຈະເລີນ​ຂຶ້ນ ແລະ​ເປັນ​ການ​ໜູນໃຈ ແລະ ເລົ້າໂລມ​ໃຈ​ພວກເຂົາ.


ແຕ່​ບັດນີ້ ພີ່ນ້ອງ​ທັງຫລາຍ​ເອີຍ, ຖ້າ​ເຮົາ​ຈະ​ມາ​ຫາ​ເຈົ້າ​ທັງຫລາຍ ແລະ​ປາກ​ພາສາ​ແປກໆ ພວກເຈົ້າ​ຈະ​ໄດ້​ປະໂຫຍດ​ອັນ​ໃດ​ຈາກ​ເຮົາ ເວັ້ນ​ເສຍ​ແຕ່​ເຮົາ​ຈະ​ກ່າວ​ຖ້ອຍຄຳ​ທີ່​ຊົງ​ສຳແດງ​ຈາກ​ພຣະເຈົ້າ ຫລື​ຖ້ອຍຄຳ​ແຫ່ງ​ວິຊາ​ຄວາມຮູ້ ຫລື​ຖ້ອຍຄຳ​ແຫ່ງ​ຄຳທຳນວາຍ ຫລື​ຖ້ອຍຄຳ​ແຫ່ງ​ການ​ສັ່ງສອນ​ໃຫ້​ແກ່​ເຈົ້າ​ທັງຫລາຍ.


ລາວ​ຈະ​ຕ້ອງ​ມີ​ປື້ມກົດບັນຍັດ​ໄວ້​ຢູ່​ນຳ​ສະເໝີ ແລະ​ຮໍ່າຮຽນ​ເອົາ​ເປັນ​ປະຈຳ​ຕະຫລອດ​ຊີວິດ ເພື່ອ​ວ່າ​ລາວ​ຈະ​ໄດ້​ຮຽນຮູ້​ຢຳເກງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງຕົນ ແລະ​ປະຕິບັດ​ຕາມ​ກົດບັນຍັດ​ໃນ​ປື້ມ​ນັ້ນ​ແລະ​ຂໍ້ຄຳສັ່ງ​ຢ່າງ​ສັດຊື່.


ຈົ່ງ​ລະວັງຕົວ​ຂອງ​ເຈົ້າ ແລະ​ຄຳສັ່ງສອນ​ຂອງ​ເຈົ້າ​ດ້ວຍ. ຈົ່ງ​ສືບຕໍ່​ດຳເນີນ​ການ​ເຫຼົ່ານີ້ ເພາະ​ຖ້າ​ເຈົ້າ​ປະຕິບັດ​ຢ່າງ​ນີ້ ເຈົ້າ​ກໍ​ຈະ​ຊ່ວຍ​ເຈົ້າ​ເອງ​ແລະ​ທຸກຄົນ ຜູ້​ທີ່​ຟັງ​ເຈົ້າ​ໃຫ້​ພົ້ນ.


ຖ້າ​ເຈົ້າ​ໃຫ້​ຄຳແນະນຳ​ເຫຼົ່ານີ້​ແກ່​ບັນດາ​ພີ່ນ້ອງ, ເຈົ້າ​ກໍ​ຈະ​ເປັນ​ຜູ້ຮັບໃຊ້​ທີ່​ດີ​ຂອງ​ພຣະເຢຊູ​ຄຣິດເຈົ້າ ສົມກັບ​ທີ່​ເຈົ້າ​ໄດ້​ບຳລຸງ​ຕົນ​ດ້ວຍ​ຖ້ອຍຄຳ​ເລື່ອງ​ຄວາມເຊື່ອ ແລະ​ດ້ວຍ​ຄຳສັ່ງສອນ​ອັນ​ແທ້ຈິງ​ທີ່​ເຈົ້າ​ໄດ້​ປະຕິບັດ​ຕາມ​ນັ້ນ.


ທີ່​ຈິງ​ແລ້ວ ເຈົ້າ​ໄດ້​ຮູ້​ພຣະຄຳພີ​ອັນ​ສັກສິດ ຕັ້ງແຕ່​ຄາວ​ເຈົ້າ​ຍັງ​ນ້ອຍ​ພຸ້ນ ຊຶ່ງ​ສາມາດ​ສອນ​ເຈົ້າ​ໃຫ້​ມີ​ປັນຍາ ທີ່​ນຳ​ໄປ​ເຖິງ​ຄວາມ​ພົ້ນ ໂດຍ​ທາງ​ຄວາມເຊື່ອ​ໃນ​ພຣະຄຣິດເຈົ້າ​ເຢຊູ.


ຈົ່ງ​ເອົາໃຈໃສ່​ເທດສະໜາ​ສັ່ງສອນ​ພຣະທຳ​ຂອງ​ພຣະເຈົ້າ ທັງ​ໃນ​ເວລາ​ມີ​ໂອກາດ​ແລະ​ບໍ່ມີ​ໂອກາດ, ຈົ່ງ​ຊັກຊວນ​ດ້ວຍ​ເຫດ​ຜົນ, ຈົ່ງ​ເຕືອນ​ສະຕິ​ແລະ​ໜູນໃຈ ດ້ວຍ​ຄວາມ​ພຽນ​ອົດທົນ​ທຸກຢ່າງ​ແລະ​ໃນ​ການ​ສິດສອນ.


ຂໍ້​ຄວາມ​ຂ້າງ​ເທິງ​ນີ້ ເຈົ້າ​ຈົ່ງ​ໃຊ້​ວ່າ​ກ່າວ, ຕັກເຕືອນ ແລະ​ບອກສອນ​ພວກເຂົາ​ຢ່າງ​ໜັກແໜ້ນ ຢ່າ​ໃຫ້​ຜູ້ໃດ​ໝິ່ນປະໝາດ​ເຈົ້າ​ໄດ້.


ຢ່າ​ໃຫ້​ໜັງສື​ກົດບັນຍັດ​ນີ້​ຫ່າງໄກ​ຈາກ​ປາກ​ຂອງ​ເຈົ້າ. ຈົ່ງ​ພາວັນນາ​ເອົາ​ທຸກວັນ​ທຸກຄືນ ແລະ​ໃຫ້​ແນ່ໃຈ​ວ່າ​ເຈົ້າ​ເຊື່ອຟັງ​ທຸກໆ​ສິ່ງ​ທີ່​ໄດ້​ມີ​ຂຽນ​ໄວ້​ໃນ​ນັ້ນ. ແລ້ວ​ເຈົ້າ​ກໍ​ຈະ​ຈະເລີນ​ຮຸ່ງເຮືອງ ແລະ​ຈະ​ປະສົບ​ຄວາມ​ສຳເລັດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka