1 ຕີໂມທຽວ 4:10 - ພຣະຄຳພີສັກສິ10 ເຫດທີ່ພວກເຮົາເຮັດວຽກຢ່າງໜັກໜ່ວງແລະອົດສາສູ້ ເພາະວ່າພວກເຮົາໄດ້ໄວ້ວາງໃຈໃນພຣະເຈົ້າ ຜູ້ຊົງພຣະຊົນຢູ່, ຜູ້ຊົງໂຜດໃຫ້ພົ້ນຂອງທຸກຄົນ ແລະໂດຍສະເພາະແລ້ວຂອງພວກຄົນທີ່ເຊື່ອໃນພຣະອົງ. Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່10 ດ້ວຍເຫດນີ້ທີ່ພວກເຮົາເຮັດວຽກງານໜັກ ແລະ ອົດທົນສູ້ກໍເພາະພວກເຮົາໄດ້ມອບຄວາມຫວັງໄວ້ໃນພຣະເຈົ້າຜູ້ມີຊີວິດຢູ່, ຜູ້ເປັນພຣະຜູ້ຊ່ວຍໃຫ້ພົ້ນຂອງມະນຸດທຸກຄົນ ແລະ ໂດຍສະເພາະບັນດາຜູ້ທີ່ເຊື່ອ. Uka jalj uñjjattʼäta |
ກະສັດເນບູກາດເນັດຊາໄດ້ກ່າວວ່າ, “ສັນລະເສີນພຣະເຈົ້າຂອງຊັດຣາກ, ເມຊາກ ແລະອາເບັດເນໂກ ພຣະອົງໄດ້ໃຊ້ເທວະດາຂອງພຣະອົງລົງມາຊ່ວຍກູ້ເອົາຊາຍເຫຼົ່ານີ້ທີ່ຮັບໃຊ້ ແລະໄວ້ວາງໃຈໃນພຣະອົງ. ພວກເຂົາບໍ່ຍອມເຊື່ອຟັງຄຳສັ່ງຂອງເຮົາ ແລະໄດ້ສ່ຽງຊີວິດຂອງພວກຕົນ ແທນທີ່ຈະກົ້ມລົງ ແລະຂາບໄຫວ້ພະອື່ນ ນອກຈາກພຣະເຈົ້າຂອງຕົນເອງ.
ແຕ່ໂດຍພຣະຄຸນຂອງພຣະເຈົ້າ ເຮົາຈຶ່ງເປັນຢູ່ຢ່າງນີ້ ແລະພຣະຄຸນທີ່ພຣະອົງໄດ້ໂຜດໃຫ້ແກ່ເຮົານັ້ນ ກໍບໍ່ໄດ້ໄຮ້ປະໂຫຍດ, ກົງກັນຂ້າມ ເຮົາໄດ້ເຮັດການຢ່າງໜັກໜ່ວງຫຼາຍກວ່າບັນດາອັກຄະສາວົກຄົນອື່ນໆ ຕາມທີ່ຈິງແລ້ວບໍ່ແມ່ນເຮົາເອງເຮັດ ແຕ່ແມ່ນພຣະຄຸນຂອງພຣະເຈົ້າທີ່ສະຖິດຢູ່ກັບເຮົາທີ່ເຮັດ.