Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຕີໂມທຽວ 3:6 - ພຣະຄຳພີສັກສິ

6 ຢ່າ​ຕັ້ງ​ຜູ້​ທີ່​ເຊື່ອ​ໃໝ່​ໃຫ້​ເປັນ​ຜູ້ປົກຄອງ ຢ້ານ​ວ່າ​ຈະ​ອວດຕົວ​ຂຶ້ນ​ດ້ວຍ​ຄວາມ​ຈອງຫອງ ແລ້ວ​ຈະ​ຖືກ​ໂທດ​ເໝືອນ​ຢ່າງ​ມານຮ້າຍ​ນັ້ນ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

6 ລາວ​ຕ້ອງ​ບໍ່​ເປັນ​ຜູ້​ທີ່​ຫາ​ກໍ​ກັບໃຈ​ມາ​ເຊື່ອ, ບໍ່​ດັ່ງນັ້ນ​ລາວ​ອາດ​ຈະ​ກາຍເປັນ​ຄົນ​ອວດໂຕ​ຈອງຫອງ ແລະ ຕົກ​ຢູ່​ພາຍໃຕ້​ການພິພາກສາ​ເໝືອນ​ກັບ​ມານຮ້າຍ​ນັ້ນ.

Uka jalj uñjjattʼäta Copia luraña




1 ຕີໂມທຽວ 3:6
24 Jak'a apnaqawi uñst'ayäwi  

ອາມາຊີຢາ​ເອີຍ ດຽວ​ນີ້​ເຈົ້າ​ໄດ້​ຊະນະ​ຊາວ​ເອໂດມ ແລະ​ເຈົ້າ​ກໍ​ເຕັມ​ໄປ​ດ້ວຍ​ຄວາມ​ອວດຕົວ. ສະນັ້ນ ຈົ່ງ​ພໍໃຈ​ໃນ​ຊື່ສຽງ​ຂອງ​ເຈົ້າເອງ ແລະ​ຢູ່​ໃນ​ເຮືອນ​ນັ້ນ​ແຫຼະ. ເປັນຫຍັງ​ຈຶ່ງ​ສ້າງ​ຄວາມ​ເດືອດຮ້ອນ ທີ່​ຈະ​ນຳ​ເອົາ​ຄວາມ​ຈິບຫາຍ​ມາ​ສູ່​ເຈົ້າ ແລະ​ປະຊາຊົນ​ຂອງ​ເຈົ້າເອງ?”


ແຕ່​ເມື່ອ​ກະສັດ​ອຸດຊີຢາ​ໄດ້​ມີ​ອຳນາດ​ເຂັ້ມແຂງ​ແລ້ວ ເພິ່ນ​ກໍ​ຈອງຫອງ​ຂຶ້ນ​ອັນ​ເປັນເຫດ​ໃຫ້​ເພິ່ນ​ຫຼົ້ມຈົມ. ເພິ່ນ​ໄດ້​ໝິ່ນປະໝາດ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເພິ່ນ ໂດຍ​ເຂົ້າ​ໄປ​ໃນ​ພຣະວິຫານ​ຂອງ​ພຣະເຈົ້າຢາເວ ເພື່ອ​ເຜົາ​ເຄື່ອງຫອມ​ຖວາຍບູຊາ​ທີ່​ແທ່ນ​ໂດຍ​ຕົນເອງ.


ແຕ່​ເຮເຊກີຢາ​ມີ​ໃຈ​ຈອງຫອງ​ຂຶ້ນ, ເພິ່ນ​ຈຶ່ງ​ບໍ່ໄດ້​ສະແດງ​ຄວາມ​ຮູ້ບຸນຄຸນ​ໃນ​ສິ່ງ​ທີ່​ເພິ່ນ​ໄດ້ຮັບ, ຄວາມ​ໂກດຮ້າຍ​ຂອງ​ພຣະອົງ​ຈຶ່ງ​ລົງ​ມາ​ເທິງ​ເພິ່ນ, ເທິງ​ຢູດາຍ​ພ້ອມ​ນະຄອນ​ເຢຣູຊາເລັມ​ກໍໄດ້​ຮັບ​ຄວາມ​ລຳບາກ.


ການ​ອວດດີ​ນັ້ນ​ນຳ​ຄົນ​ໄປ​ສູ່​ໄພພິບັດ ການ​ຖ່ອມຕົວ​ນຳ​ຄົນ​ໃຫ້​ມີ​ກຽດ.


ການ​ອວດດີ​ພາ​ໃຫ້​ຕົນ​ຕົກຕໍ່າ, ແຕ່​ການ​ຖ່ອມຕົວ​ນັ້ນ​ເຮັດ​ໃຫ້​ຄົນ​ນັບຖື.


ໃນ​ວັນ​ນັ້ນ ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ຈະ​ເຮັດ​ໃຫ້​ທຸກຄົນ​ທີ່​ມີ​ອຳນາດ ທຸກຄົນ​ທີ່​ອວດອົ່ງ ແລະ​ທຸກຄົນ​ທີ່​ຈອງຫອງ​ນັ້ນ​ໄດ້​ຖ່ອມຕົວ​ລົງ.


ເພິ່ນ​ຈະ​ພາກພູມ​ໃຈ​ໃນ​ຄວາມມີໄຊ ແລະ​ໃນ​ການ​ສັງຫານ​ທະຫານ ເປັນ​ຈຳນວນ​ຫລວງຫລາຍ, ແຕ່​ເພິ່ນ​ຈະ​ບໍ່ມີ​ໄຊ​ເລື້ອຍ​ໄປ.


ພຣະເຢຊູເຈົ້າ​ກ່າວ​ກັບ​ພວກເພິ່ນ​ວ່າ, “ເຮົາ​ໄດ້​ເຫັນ​ມານຊາຕານ​ຕົກລົງ​ຈາກ​ຟ້າ ດັ່ງ​ຟ້າ​ແມບ.


ພີ່ນ້ອງ​ທັງຫລາຍ​ເອີຍ, ຕາມ​ຄວາມ​ເປັນ​ຈິງ​ແລ້ວ ຝ່າຍ​ເຮົາ​ຈະ​ເວົ້າ​ກັບ​ພວກເຈົ້າ​ເໝືອນ​ເວົ້າ​ກັບ​ຄົນ​ທີ່​ຢູ່​ຝ່າຍ​ພຣະວິນຍານ​ກໍ​ບໍ່ໄດ້, ເຮົາ​ຈຳເປັນ​ຕ້ອງ​ເວົ້າ​ກັບ​ພວກເຈົ້າ ເໝືອນ​ເວົ້າ​ກັບ​ຄົນ​ທີ່​ຢູ່​ຝ່າຍ​ມະນຸດ​ທຳມະດາ ເໝືອນ​ດັ່ງ​ພວກເຈົ້າ​ເປັນ​ເດັກນ້ອຍ​ຝ່າຍ​ຄວາມເຊື່ອ​ໃນ​ພຣະຄຣິດ.


ເລື່ອງ​ອາຫານ​ທີ່​ມາ​ຈາກ​ການ​ຖວາຍບູຊາ​ແກ່​ພະທຽມ​ນັ້ນ, ເຮົາ​ທັງຫລາຍ​ຮູ້​ຢູ່​ວ່າ, “ພວກເຮົາ​ທຸກຄົນ​ຕ່າງ​ກໍ​ມີ​ຄວາມ​ຮູ້.” ຄວາມ​ຮູ້​ເຮັດ​ໃຫ້​ເຮົາ​ອວດຕົວ ແຕ່​ຄວາມຮັກ​ເຮັດ​ໃຫ້​ຈະເລີນ​ຂຶ້ນ.


ແລະ​ເພື່ອ​ບໍ່​ໃຫ້​ເຮົາ​ຍົກຍ້ອງ​ຕົວ​ຈົນ​ເກີນ​ໄປ ເນື່ອງ​ຈາກ​ການ​ຊົງ​ສຳແດງ​ອັນ​ຫລວງຫລາຍ ຊຶ່ງ​ມາ​ຈາກ​ພຣະເຈົ້າ. ພຣະເຈົ້າ​ໄດ້​ຊົງ​ບັນດານ​ໃຫ້​ມີ​ສ້ຽນໜາມ​ໃນ​ເນື້ອກາຍ​ຂອງເຮົາ ເປັນ​ບໍລິວານ​ຂອງ​ມານຊາຕານ​ທີ່​ທຸບຕີ​ເຮົາ ເພື່ອ​ບໍ່​ໃຫ້​ເຮົາ​ຍົກຍ້ອງ​ຕົວ​ຈົນ​ເກີນໄປ.


ການ​ປະຕິບັດ​ເຊັ່ນນັ້ນ​ຈະ​ເຮັດ​ໃຫ້​ລາວ​ຄິດ​ຢູ່​ສະເໝີ​ວ່າ ຕົນ​ບໍ່ໄດ້​ດີກວ່າ​ພວກ​ພີ່ນ້ອງ​ຊາວ​ອິດສະຣາເອນ​ຄົນອື່ນໆ ທັງ​ຈະ​ບໍ່​ຄິດ​ຝ່າຝືນ​ກົດບັນຍັດ​ດ້ວຍ ບໍ່​ວ່າ​ໃນ​ກໍລະນີ​ໃດໆ​ກໍຕາມ. ແລ້ວ​ລາວ​ກໍ​ຈະ​ປົກຄອງ​ຢູ່​ໄດ້​ຫລາຍ​ປີ ແລະ​ລູກຫລານ​ຂອງ​ລາວ​ກໍ​ຈະ​ໄດ້​ປົກຄອງ​ດິນແດນ​ອິດສະຣາເອນ​ໄປ​ໄດ້​ຫລາຍ​ເຊັ່ນຄົນ.”


ຈົ່ງ​ໃຫ້​ແນ່ໃຈ​ວ່າ ພວກເຈົ້າ​ບໍ່ໄດ້​ກາຍເປັນ​ຄົນ​ຈອງຫອງ​ພອງຕົວ ແລະ​ລືມໄລ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ຜູ້​ທີ່​ໄດ້​ນຳພາ​ພວກເຈົ້າ​ອອກ​ມາ​ຈາກ​ປະເທດ​ເອຢິບ ບ່ອນ​ທີ່​ພວກເຈົ້າ​ໄດ້​ຕົກ​ເປັນ​ທາດຮັບໃຊ້​ນັ້ນ.


ອີກ​ປະການ​ໜຶ່ງ​ຜູ້ນັ້ນ​ຕ້ອງ​ເປັນ​ຜູ້​ທີ່​ຄົນ​ພາຍນອກ​ນັບຖື ເພື່ອ​ວ່າ​ລາວ​ຈະ​ບໍ່​ຖືກ​ອັບອາຍ​ຂາຍໜ້າ ແລະ​ຕົກ​ເຂົ້າ​ໃນ​ບ້ວງແຮ້ວ​ຂອງ​ມານຮ້າຍ​ນັ້ນ.


ກໍ​ເປັນ​ຄົນ​ຈອງຫອງ​ພອງຕົວ​ຂຶ້ນ ແລະ​ບໍ່​ຮູ້ຈັກ​ສິ່ງໃດ​ເລີຍ. ເຂົາ​ມົວເມົາ​ຢູ່​ກັບ​ການ​ຖົກຖຽງ ແລະ​ການ​ທະເລາະ​ວິວາດ​ເຖິງ​ເລື່ອງ​ຖ້ອຍຄຳ ຊຶ່ງ​ນຳ​ໄປ​ສູ່​ການ​ເຫິງສາ​ກັນ ການ​ຜິດຖຽງ​ກັນ ການ​ໝິ່ນປະໝາດ​ກັນ ຄວາມ​ລະແວງ​ສົງໄສ​ກັນ


ເປັນ​ຄົນ​ທໍລະຍົດ, ດື້ດ້ານ, ອວດ​ສະຫາວ ແລະ​ເປັນ​ຄົນ​ຮັກ​ຄວາມ​ສະໜຸກ ຫລາຍກວ່າ​ຮັກ​ພຣະເຈົ້າ.


ຈົ່ງ​ເປັນ​ເໝືອນ​ດັ່ງ​ເດັກນ້ອຍໆ​ທີ່​ເກີດ​ໃໝ່ ຈົ່ງ​ຮ້ອນໃຈ​ປາຖະໜາ​ຫາ​ນໍ້ານົມ​ອັນ​ບໍຣິສຸດ​ຝ່າຍ​ຈິດ​ວິນຍານ ເພື່ອ​ວ່າ​ດ້ວຍ​ນໍ້ານົມ​ນັ້ນ ພວກເຈົ້າ​ຈະ​ໄດ້​ຈະເລີນ​ຂຶ້ນ​ເຖິງ​ຄວາມ​ພົ້ນ.


ໃນທຳນອງ​ດຽວກັນ ພວກເຈົ້າ​ຜູ້​ມີ​ອາຍຸ​ອ່ອນກວ່າ ຈົ່ງ​ນ້ອມຟັງ​ຕໍ່​ພວກ​ອາວຸໂສ. ພວກເຈົ້າ​ທຸກຄົນ ຈົ່ງ​ສວມ​ຄວາມ​ຖ່ອມໃຈ ເພື່ອ​ຮັບໃຊ້​ຊຶ່ງກັນແລະກັນ ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, “ພຣະເຈົ້າ​ຊົງ​ຕໍ່ສູ້​ຄົນ​ທີ່​ຈອງຫອງ ແຕ່​ຊົງ​ປະທານ​ພຣະຄຸນ​ແກ່​ຜູ້​ທີ່​ຖ່ອມໃຈ​ລົງ.”


ເພາະວ່າ ພຣະເຈົ້າ​ບໍ່ໄດ້​ຊົງ​ຍົກເວັ້ນ​ຝູງ​ເທວະດາ​ທີ່​ໄດ້​ເຮັດ​ບາບ​ນັ້ນ, ແຕ່​ໄດ້​ຊົງ​ຊຸກ​ພວກເຂົາ​ລົງ​ໄປ​ສູ່​ພື້ນ​ທໍລະນີ​ເລິກ ຂັງ​ພວກເຂົາ​ໄວ້​ໃນ​ຂຸມ​ມືດ ຄຸມ​ໄວ້​ຈົນເຖິງ​ວັນ​ພິພາກສາ.


ຈົ່ງ​ຈົດຈຳ​ບັນດາ​ເທວະດາ ທີ່​ບໍ່​ຢູ່​ໃນ​ຂອບເຂດ​ແຫ່ງ​ສິດ​ອຳນາດ​ຂອງຕົນ, ແຕ່​ໄດ້​ປະຖິ້ມ​ບ່ອນ​ຢູ່​ອາໄສ​ຂອງ​ຕົນເອງ ພວກເຂົາ​ໄດ້​ຖືກ​ປະ​ໄວ້​ໃນ​ຄວາມມືດ​ເບື້ອງ​ລຸ່ມ, ຖືກ​ລ່າມໂສ້​ໄວ້​ຕະຫລອດໄປ​ສຳລັບ​ວັນ​ຍິ່ງໃຫຍ່​ທີ່​ຈະ​ມີ​ການ​ຕັດສິນ​ລົງໂທດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka