Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຕີໂມທຽວ 3:5 - ພຣະຄຳພີສັກສິ

5 ດ້ວຍວ່າ, ຜູ້​ທີ່​ບໍ່​ຮູ້ຈັກ​ນຳພາ​ຄອບຄົວ​ຂອງຕົນ ຜູ້ນັ້ນ​ຈະ​ປົກຄອງ​ຄຣິສຕະຈັກ​ຂອງ​ພຣະເຈົ້າ​ໄດ້​ຢ່າງ​ໃດ?

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

5 (ຖ້າ​ຜູ້ໃດ​ບໍ່​ຮູ້​ວິທີ​ເບິ່ງແຍງ​ຈັດການ​ຄອບຄົວ​ຂອງ​ຕົນ​ເອງ​ແລ້ວ, ລາວ​ຈະ​ສາມາດ​ເບິ່ງແຍງ​ຄຣິສຕະຈັກ​ຂອງ​ພຣະເຈົ້າ​ໄດ້​ຢ່າງໃດ?)

Uka jalj uñjjattʼäta Copia luraña




1 ຕີໂມທຽວ 3:5
8 Jak'a apnaqawi uñst'ayäwi  

ທ່ານ​ທັງຫລາຍ ຈົ່ງ​ລະວັງ​ຕົວເອງ​ໃຫ້​ດີ ແລະ​ເຝົ້າ​ຮັກສາ​ຝູງແກະ ທີ່​ພຣະວິນຍານ​ບໍຣິສຸດເຈົ້າ​ໄດ້​ມອບ​ໄວ້​ໃຫ້​ພວກທ່ານ​ເປັນ​ຜູ້​ດູແລ, ຈົ່ງ​ບຳລຸງ​ລ້ຽງ​ຄຣິສຕະຈັກ​ຂອງ​ພຣະເຈົ້າ ທີ່​ພຣະອົງ​ເປັນ​ເຈົ້າ​ຂອງ ໂດຍ​ພຣະບຸດ​ໄດ້​ຊົງ​ໄຖ່​ມາ​ດ້ວຍ​ພຣະ​ໂລຫິດ​ຂອງ​ພຣະອົງ​ເອງ.


ຢ່າ​ເປັນ​ຕົ້ນ​ເຫດ ທີ່​ເຮັດ​ໃຫ້​ພວກ​ຢິວ ພວກ​ຕ່າງຊາດ ຫລື​ຄຣິສຕະຈັກ​ຂອງ​ພຣະເຈົ້າ​ສະດຸດ​ໃຈ.


ແລະ​ໄດ້​ຊົງ​ປາບ​ສິ່ງສາລະພັດ​ທັງປວງ​ລົງ​ໃຕ້​ພຣະບາດ​ຂອງ​ພຣະອົງ ແລະ​ໄດ້​ຊົງ​ຕັ້ງ​ພຣະອົງ​ໄວ້​ໃຫ້​ເປັນ​ພຣະ​ປະມຸກ ເໜືອ​ສິ່ງສາລະພັດ​ແກ່​ຄຣິສຕະຈັກ.


ເໝືອນ​ດັ່ງ​ທີ່​ຄຣິສຕະຈັກ​ຍອມ​ອ່ອນນ້ອມ​ຕໍ່​ພຣະຄຣິດ ເມຍ​ຄວນ​ຍອມ​ອ່ອນນ້ອມ​ຕໍ່​ຜົວ​ຂອງຕົນ​ໃນ​ທຸກສິ່ງ.


ຂໍ້​ເລິກລັບ​ອັນ​ໃຫຍ່​ນີ້ ຂ້າພະເຈົ້າ​ເຂົ້າໃຈ​ວ່າ ໝາຍເຖິງ​ພຣະຄຣິດ​ກັບ​ຄຣິສຕະຈັກ.


ຖ້າ​ເຮົາ​ຍັງ​ຊັກຊ້າ​ຢູ່ ຈົດໝາຍ​ສະບັບ​ນີ້ ກໍ​ຈະ​ໄດ້​ບອກ​ພວກເຈົ້າ​ໃຫ້​ຮູ້​ວ່າ ຄວນ​ຈະ​ບົວລະບັດ​ຢ່າງ​ໃດ ໃນ​ຄອບຄົວ​ຂອງ​ພຣະເຈົ້າ ຄື​ໃນ​ຄຣິສຕະຈັກ​ຂອງ​ພຣະເຈົ້າ​ອົງ​ຊົງ​ຊີວິດ​ຢູ່ ທີ່​ເປັນ​ເສົາ​ແລະ​ເປັນ​ຮາກ​ແຫ່ງ​ຄວາມຈິງ.


ເຮົາ​ໄດ້​ບອກ​ລາວ​ແລ້ວ​ວ່າ ເຮົາ​ຈະ​ລົງໂທດ​ຄອບຄົວ​ຂອງ​ລາວ​ຕະຫລອດໄປ ເພາະ​ພວກ​ລູກຊາຍ​ຂອງ​ລາວ​ໄດ້​ກ່າວ​ຄຳ​ຊົ່ວຊ້າ​ຕໍ່ສູ້​ເຮົາ. ສ່ວນ​ເອລີ​ເອງ​ກໍ​ຮູ້ຈັກ​ວ່າ​ພວກເຂົາ​ເວົ້າ​ດັ່ງນັ້ນ ແຕ່​ລາວ​ບໍ່ໄດ້​ຫ້າມ​ພວກເຂົາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka