Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຕີໂມທຽວ 3:4 - ພຣະຄຳພີສັກສິ

4 ລາວ​ຕ້ອງ​ເປັນ​ຄົນ​ສາມາດ​ນຳພາ​ຄອບຄົວ​ຂອງຕົນ​ໄດ້​ດີ ແລະ​ໃຫ້​ລູກ​ນ້ອມຟັງ​ດ້ວຍ​ຄວາມນັບຖື​ທຸກປະການ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

4 ລາວ​ຕ້ອງ​ເບິ່ງແຍງ​ຈັດການ​ຄອບຄົວ​ຂອງ​ຕົນເອງ​ໄດ້​ດີ ແລະ ເຫັນ​ວ່າ​ພວກລູກ​ກໍ​ເຊື່ອຟັງ​ລາວ ແລະ ລາວ​ຈະຕ້ອງ​ເຮັດ​ຢ່າງ​ນັ້ນ​ໃຫ້​ສົມຄວນ​ແກ່​ການນັບຖື.

Uka jalj uñjjattʼäta Copia luraña




1 ຕີໂມທຽວ 3:4
10 Jak'a apnaqawi uñst'ayäwi  

ເຮົາ​ໄດ້​ເລືອກ​ເອົາ​ລາວ ເພື່ອ​ວ່າ​ລາວ​ຈະ​ບອກສອນ​ລູກໆ​ກັບ​ເຊື້ອສາຍ​ຂອງ​ລາວ​ໃຫ້​ເຊື່ອຟັງ​ເຮົາ ທັງ​ປະພຶດ​ສິ່ງ​ທີ່​ຖືກຕ້ອງ​ແລະ​ຊອບທຳ. ເພື່ອ​ພຣະເຈົ້າຢາເວ​ຈະ​ປະທານ​ແກ່​ອັບຣາຮາມ ຕາມ​ສິ່ງທີ່​ພຣະອົງ​ໄດ້​ສັນຍາ​ໄວ້​ກັບ​ລາວ.”


ໂກເນລີໂອ​ເປັນ​ຜູ້​ຖື​ສາສະໜາ​ຢ່າງ​ຖືກຕ້ອງ ແລະ​ທຸກຄົນ​ໃນ​ຄອບຄົວ​ຂອງ​ເພິ່ນ ຕ່າງ​ກໍ​ຢຳເກງ​ພຣະເຈົ້າ ເພິ່ນ​ເຄີຍ​ໃຫ້​ທານ​ຢ່າງ​ຫລວງຫລາຍ ເພື່ອ​ຊ່ວຍ​ຜູ້​ຍາກຈົນ ແລະ​ພາວັນນາ​ອະທິຖານ​ຫາ​ພຣະເຈົ້າ​ຢ່າງ​ສະໝໍ່າ​ສະເໝີ​ບໍ່ໄດ້​ຂາດ.


ເໝືອນ​ດັ່ງ​ທີ່​ຄຣິສຕະຈັກ​ຍອມ​ອ່ອນນ້ອມ​ຕໍ່​ພຣະຄຣິດ ເມຍ​ຄວນ​ຍອມ​ອ່ອນນ້ອມ​ຕໍ່​ຜົວ​ຂອງຕົນ​ໃນ​ທຸກສິ່ງ.


ພີ່ນ້ອງ​ທັງຫລາຍ​ເອີຍ ໃນ​ທີ່ສຸດ​ນີ້ ສິ່ງໃດ​ທີ່​ສັດຈິງ ສິ່ງໃດ​ທີ່​ໜ້າ​ນັບຖື ສິ່ງໃດ​ທີ່​ຍຸດຕິທຳ ສິ່ງໃດ​ທີ່​ບໍຣິສຸດ ສິ່ງໃດ​ທີ່​ໜ້າຮັກ ສິ່ງໃດ​ທີ່​ໜ້າຍິນດີ ສິ່ງໃດ​ທີ່​ລໍ້າເລີດ ແລະ​ຖ້າ​ມີ​ສິ່ງໃດ​ຄວນ​ແກ່​ການ​ສັນລະເສີນ ຈົ່ງ​ພິຈາລະນາ​ເຖິງ​ສິ່ງ​ເຫຼົ່ານັ້ນ.


ສ່ວນ​ຜູ້​ດູແລ​ຮັບໃຊ້​ໃນ​ຄຣິສຕະຈັກ ຕ້ອງ​ມີ​ເມຍ​ດຽວ​ເທົ່ານັ້ນ ເປັນ​ຜູ້ນຳພາ​ລູກໆ ແລະ​ຄອບຄົວ​ຂອງຕົນ​ໄດ້​ດີ.


ຄື​ພວກ​ຜູ້ປົກຄອງ​ນັ້ນ ຕ້ອງ​ເປັນ​ຜູ້​ທີ່​ບໍ່ມີ​ຂໍ້​ຕິຕຽນ ມີ​ເມຍ​ຄົນ​ດຽວ ມີ​ລູກ​ທີ່​ເຊື່ອ​ໃນ​ພຣະເຈົ້າ ແລະ​ບໍ່​ຖືກ​ກ່າວຫາ​ວ່າ​ເປັນ​ນັກເລງ ຫລື​ເປັນ​ຄົນ​ດື້ດ້ານ.


ຈົ່ງ​ແນະນຳ​ພວກ​ຜູ້ຊາຍ​ທີ່​ອາວຸໂສ ໃຫ້​ເປັນ​ຄົນ​ຮູ້ຈັກ​ບັງຄັບ​ຕົນ, ເປັນ​ຄົນ​ສະຫງ່າ​ຜ່າເຜີຍ ແລະ​ເປັນ​ຄົນ​ມີ​ສະຕິ​ອາຣົມ​ດີ​ຮອບຄອບ, ເປັນ​ຄົນ​ມີ​ຄວາມເຊື່ອ​ຢ່າງ​ຖືກຕ້ອງ, ຄວາມຮັກ ແລະ​ຄວາມ​ອົດທົນ.


ຝ່າຍ​ເຈົ້າ​ນັ້ນ ຈົ່ງ​ເປັນ​ແບບຢ່າງ​ໃນ​ການ​ກະທຳ​ດີ​ທຸກ​ປະການ ຈົ່ງ​ເປັນ​ຄົນ​ຈິງໃຈ ແລະ​ໜັກແໜ້ນ​ໃນ​ຄຳສັ່ງສອນ.


ຖ້າ​ພວກເຈົ້າ​ບໍ່​ເຕັມໃຈ​ບົວລະບັດ​ຮັບໃຊ້​ພຣະເຈົ້າຢາເວ ຈົ່ງ​ຕັດສິນໃຈ​ໃນ​ມື້ນີ້​ວ່າ ພວກເຈົ້າ​ຈະ​ບົວລະບັດ​ຮັບໃຊ້​ຜູ້ໃດ ບັນດາ​ພະ​ທີ່​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ​ໄດ້​ຂາບໄຫວ້​ໃນ​ເມໂຊໂປຕາເມຍ ຫລື​ບັນດາ​ພະ​ຂອງ​ຊາວ​ອາໂມ​ໃນ​ດິນແດນ​ທີ່​ພວກເຈົ້າ​ອາໄສ​ຢູ່​ນີ້. ສ່ວນ​ຂ້າພະເຈົ້າ​ກັບ​ຄອບຄົວ​ຂອງ​ຂ້າພະເຈົ້າ​ແລ້ວ ພວກເຮົາ​ຈະ​ບົວລະບັດ​ຮັບໃຊ້​ພຣະເຈົ້າຢາເວ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka