Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຕີໂມທຽວ 3:16 - ພຣະຄຳພີສັກສິ

16 ເຮົາ​ຕ້ອງ​ຍອມຮັບ​ເຖິງ​ຄວາມ​ຍິ່ງໃຫຍ່​ໃນ​ຂໍ້​ລັບເລິກ​ແຫ່ງ​ຄວາມເຊື່ອ​ຂອງ​ພວກເຮົາ​ຄື: ພຣະອົງ​ໄດ້​ປາກົດ​ໃນ​ສະພາບ​ມະນຸດ ໄດ້​ຖືກ​ຊົງ​ສຳແດງ​ໃຫ້​ເຫັນ​ເປັນ​ຜູ້​ຊອບທຳ ໂດຍ​ພຣະວິນຍານ ຊົງ​ສຳແດງ​ພຣະອົງ​ແກ່​ພວກ​ເທວະດາ. ມີ​ຜູ້​ປະກາດ​ເລື່ອງ​ພຣະອົງ​ ໃນ​ທ່າມກາງ​ພວກ​ຕ່າງຊາດ. ມີ​ຜູ້​ເຊື່ອຖື​ພຣະອົງ​ທົ່ວ​ທັງ​ໂລກ ແລະ​ຖືກ​ຮັບ​ຂຶ້ນ​ສູ່​ສະຫງ່າຣາສີ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

16 ຂໍ້​ເລິກລັບ​ແຫ່ງ​ທາງ​ຂອງ​ພຣະເຈົ້າ​ນັ້ນ​ຍິ່ງໃຫຍ່​ເໜືອ​ຂໍ້​ຂ້ອງ​ໃຈ​ທັງປວງ​ຄື: ພຣະອົງ​ໄດ້​ປາກົດ​ໃນ​ສະພາບ​ມະນຸດ ໄດ້​ຮັບ​ການພິສູດ​ໂດຍ​ພຣະວິນຍານ, ບັນດາ​ເທວະດາ​ກໍ​ໄດ້​ເຫັນ, ໄດ້​ຖືກ​ປະກາດ​ໃນ​ທ່າມກາງ​ປະຊາຊາດ, ຄົນ​ໃນ​ໂລກ​ໄດ້​ເຊື່ອ​ໃນ​ພຣະອົງ, ໄດ້​ຖືກ​ຮັບ​ຂຶ້ນ​ສູ່​ສະຫງ່າລາສີ.

Uka jalj uñjjattʼäta Copia luraña




1 ຕີໂມທຽວ 3:16
81 Jak'a apnaqawi uñst'ayäwi  

ເພາະສະນັ້ນ ອົງພຣະ​ຜູ້​ເປັນເຈົ້າ​ຈະ​ໃຫ້​ເຈົ້າ​ເຫັນ​ໝາຍສຳຄັນ​ຢ່າງ​ໜຶ່ງ ຄື​ຍິງ​ສາວ​ຜູ້ໜຶ່ງ ຈະ​ຖືພາ​ແລະ​ຈະ​ອອກລູກ​ເປັນ​ຜູ້ຊາຍ​ແລະ​ຈະ​ມີ​ຊື່​ວ່າ, ‘ເອມານູເອນ’


ມີ​ເດັກນ້ອຍ​ຜູ້ໜຶ່ງ​ໄດ້​ເກີດ​ມາ​ໃຫ້​ພວກເຮົາ ມີ​ລູກຊາຍ​ຜູ້ໜຶ່ງ​ຖືກ​ມອບໝາຍ​ໃຫ້​ພວກເຮົາ​ແລ້ວ ພຣະອົງ​ຈະ​ຊົງ​ນາມ​ວ່າ, “ຜູ້​ປຶກສາ​ທີ່​ອັດສະຈັນ” “ພຣະເຈົ້າ​ຊົງຣິດ” “ພຣະບິດາ​ສືບໄປ” “ອົງ​ສັນຕິຣາດ”


ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ເບັດເລເຮັມ​ເອຟຣາທາ​ເອີຍ ເຈົ້າ​ເປັນ​ເມືອງ​ໜຶ່ງ​ທີ່​ນ້ອຍ​ທີ່ສຸດ ໃນ​ເມືອງ​ທັງຫລາຍ​ຂອງ​ຢູດາຍ ແຕ່​ເຮົາ​ຈະ​ໃຫ້​ມີ​ຜູ້ປົກຄອງ​ຄົນ​ໜຶ່ງ ອອກ​ມາ​ຈາກ​ເຈົ້າ​ສຳລັບ​ຊາດ​ອິດສະຣາເອນ ຊຶ່ງ​ໜໍ່ແນວ​ເຊື້ອສາຍ​ສືບມາ​ຈາກ​ສະໄໝ​ເດີມ.”


“ຍິງ​ພົມມະຈາຣີ​ຜູ້​ໜຶ່ງ​ຈະ​ຖື​ພາ ແລະ​ຈະ​ເກີດ​ລູກຊາຍ​ຄົນ​ໜຶ່ງ ເຂົາ​ຈະ​ເອີ້ນ​ຊື່​ລູກ​ນັ້ນ​ວ່າ, ເອມານູເອນ.” (ໝາຍຄວາມ​ວ່າ, “ພຣະເຈົ້າ​ສະຖິດ​ຢູ່​ກັບ​ເຮົາ​ທັງຫລາຍ.”)


ພຣະເຢຊູເຈົ້າ​ຕອບ​ວ່າ, “ສຳລັບ​ພວກເຈົ້າ​ນັ້ນ ພຣະເຈົ້າ​ຊົງ​ໂຜດ​ໃຫ້​ພວກເຈົ້າ​ຮູ້​ໄດ້​ຄວາມ​ລັບເລິກ​ແຫ່ງ​ຣາຊອານາຈັກ​ສະຫວັນ, ແຕ່​ຄົນ​ເຫຼົ່ານັ້ນ​ບໍ່ໄດ້​ຊົງ​ໂຜດ​ໃຫ້​ຮູ້.


ໃນ​ທັນໃດນັ້ນ ກໍ​ເກີດ​ແຜ່ນດິນ​ຫວັ່ນໄຫວ​ຢ່າງ​ຮ້າຍແຮງ ມີ​ເທວະດາ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ຕົນ​ໜຶ່ງ ໄດ້​ລົງ​ມາ​ຈາກ​ສະຫວັນ ກື່ງ​ກ້ອນຫີນ​ອອກ ແລະ​ນັ່ງ​ຢູ່​ເທິງ​ກ້ອນຫີນ​ນັ້ນ.


ເມື່ອ​ພຣະເຢຊູເຈົ້າ​ຮັບ​ບັບຕິສະມາ​ແລ້ວ ພຣະອົງ​ກໍ​ຂຶ້ນ​ຈາກ​ນໍ້າ ໃນ​ທັນໃດນັ້ນ ຟ້າ​ສະຫວັນ​ກໍ​ໄຂ​ອອກ ແລະ ພຣະອົງ​ໄດ້​ເຫັນ​ພຣະວິນຍານ​ຂອງ​ພຣະເຈົ້າ​ເໝືອນ​ດັ່ງ​ນົກເຂົາ​ລົງ​ມາ​ຢູ່​ເທິງ​ພຣະອົງ.


ແລ້ວ​ມານຮ້າຍ​ກໍໄດ້​ໜີໄປ​ຈາກ​ພຣະເຢຊູເຈົ້າ ແລະ ມີ​ຝູງ​ເທວະດາ​ມາ​ບົວລະບັດ​ຮັບໃຊ້​ພຣະອົງ.


ບ່ອນ​ທີ່​ພຣະອົງ​ຖືກ​ມານຊາຕານ​ທົດລອງ​ເປັນ​ເວລາ​ສີ່ສິບ​ວັນ ພຣະອົງ​ຢູ່​ທ່າມກາງ​ເຫຼົ່າ​ສັດຮ້າຍ, ແຕ່​ມີ​ພວກ​ເທວະດາ​ໄດ້​ມາ​ບົວລະບັດ​ພຣະອົງ.


ເມື່ອ​ອົງ​ພຣະເຢຊູເຈົ້າ​ໄດ້​ກ່າວ​ແກ່​ພວກເຂົາ​ແລ້ວ ພຣະອົງ​ກໍ​ຖືກ​ຮັບ​ຂຶ້ນ​ສູ່​ສະຫວັນ ນັ່ງ​ທີ່​ເບື້ອງຂວາ​ພຣະຫັດ​ຂອງ​ພຣະເຈົ້າ.


ເມື່ອ​ພວກ​ນາງ​ເຂົ້າ​ໄປ​ໃນ​ອຸບມຸງ​ແລ້ວ ກໍໄດ້​ເຫັນ​ຊາຍ​ໜຸ່ມ​ຜູ້ໜຶ່ງ ນຸ່ງ​ເສື້ອລ່າມ​ສີຂາວ​ນັ່ງ​ຢູ່​ເບື້ອງຂວາ ພວກ​ນາງ​ກໍ​ມີ​ຄວາມ​ສະທ້ານ​ຢ້ານກົວ ຕົກໃຈ​ຫລາຍ.


ຄື​ແສງ​ສະຫວ່າງ​ສ່ອງ​ແຈ້ງ ເປີດເຜີຍ​ພຣະ​ປະສົງ​ ແກ່​ບັນດາ​ປະຊາຊາດ ແລະ​ນຳ​ເອົາ​ສະຫງ່າຣາສີ​ມາ​ສູ່ ອິດສະຣາເອນ​ພົນລະເມືອງ​ ຂອງ​ພຣະເຈົ້າ.”


ເມື່ອ​ດາວິດ​ເອີ້ນ​ເພິ່ນ​ວ່າ, ‘ພຣະອົງເຈົ້າ’ ສະນັ້ນ ພຣະຄຣິດ​ເປັນ​ບຸດ​ຂອງ​ດາວິດ​ໄດ້​ຢ່າງ​ໃດ?”


ແລ້ວ​ມີ​ເທວະດາ​ຕົນ​ໜຶ່ງ ຈາກ​ສະຫວັນ​ມາ​ປາກົດ​ແກ່​ພຣະອົງ ຊູ​ກຳລັງ​ພຣະອົງ​ຂຶ້ນ.


ເວລາ​ພວກຍິງ​ເຫຼົ່ານີ້​ຢືນ​ຄິດເຖິງ​ເຫດການ​ນີ້​ຢູ່ ໃນ​ທັນໃດນັ້ນ ກໍ​ມີ​ຊາຍ​ສອງ​ຄົນ​ຢືນ​ຢູ່​ໃກ້​ພວກ​ນາງ ຊາຍ​ສອງ​ຄົນ​ນີ້​ນຸ່ງ​ເຄື່ອງ​ເປັ່ງ​ປະກາຍ​ຈົນ​ເຫຼື້ອມ​ຕາ.


ຂະນະທີ່​ຊົງ​ອວຍພອນ​ຢູ່​ນັ້ນ ພຣະອົງ​ກໍ​ຈາກ​ພວກເພິ່ນ​ໄປ ແລະ​ຖືກ​ຮັບ​ຂຶ້ນ​ສູ່​ສະຫວັນ.


ພຣະທຳ​ໄດ້​ຊົງ​ບັງເກີດ​ເປັນ​ມະນຸດ ແລະ​ອາໄສ​ຢູ່​ທ່າມກາງ​ເຮົາ​ທັງຫລາຍ ບໍຣິບູນ​ດ້ວຍ​ພຣະຄຸນ​ແລະ​ຄວາມຈິງ ເຮົາ​ທັງຫລາຍ​ໄດ້​ເຫັນ​ສະຫງ່າຣາສີ​ຂອງ​ພຣະອົງ ຄື​ສະຫງ່າຣາສີ​ທີ່​ພຣະອົງ​ໄດ້​ຮັບ ໃນ​ຖານະ​ທີ່​ເປັນ​ພຣະບຸດ​ອົງ​ດຽວ​ຂອງ​ພຣະບິດາເຈົ້າ.


ພຣະເຢຊູເຈົ້າ​ຮູ້​ວ່າ ພຣະບິດາເຈົ້າ​ໄດ້​ມອບ​ທຸກສິ່ງ​ໃຫ້​ຢູ່​ໃຕ້​ອຳນາດ​ຂອງ​ພຣະອົງ ແລະ​ຮູ້​ວ່າ​ພຣະອົງ​ເອງ​ມາ​ຈາກ​ພຣະເຈົ້າ ແລະ ກຳລັງ​ຈະ​ກັບ​ເມືອ​ຫາ​ພຣະເຈົ້າ.


“ແຕ່​ເມື່ອ​ອົງ​ພຣະຜູ້​ຊ່ວຍ ຜູ້​ທີ່​ເຮົາ​ຈະ​ໃຊ້​ຈາກ​ພຣະບິດາເຈົ້າ ມາ​ຫາ​ເຈົ້າ​ທັງຫລາຍ ຄື​ພຣະວິນຍານ​ແຫ່ງ​ຄວາມຈິງ ຊຶ່ງ​ມາ​ຈາກ​ພຣະບິດາເຈົ້າ​ໄດ້​ສະເດັດ​ມາ​ແລ້ວ ພຣະອົງ​ນັ້ນ​ແຫຼະ ຈະ​ເປັນ​ພະຍານ​ໃຫ້​ແກ່​ເຮົາ.


ເຮົາ​ມາ​ຈາກ​ພຣະບິດາເຈົ້າ ແລະ​ເຂົ້າ​ມາ​ໃນ​ໂລກ ແລະ​ບັດນີ້​ເຮົາ​ກຳລັງ​ຈະ​ຈາກ​ໂລກ​ໄປ​ຫາ​ພຣະບິດາເຈົ້າ.”


ບັດນີ້ ພຣະບິດາເຈົ້າ​ເອີຍ ຂໍໂຜດ​ໃຫ້​ຂ້ານ້ອຍ​ມີ​ສະຫງ່າຣາສີ​ຢູ່​ຊ້ອງໜ້າ​ພຣະອົງ​ເຖີດ ຄື​ສະຫງ່າຣາສີ​ທີ່​ຂ້ານ້ອຍ​ໄດ້​ມີ​ກັບ​ພຣະອົງ​ກ່ອນ​ສ້າງ​ໂລກ​ນັ້ນ.


ແລະ​ໄດ້​ເຫັນ​ເທວະດາ​ສອງ​ຕົນ​ໃສ່​ເຄື່ອງ​ຂາວ ນັ່ງ​ຢູ່​ບ່ອນ​ທີ່​ພວກເຂົາ​ວາງ​ພຣະສົບ​ຂອງ​ພຣະເຢຊູເຈົ້າ ຕົນ​ໜຶ່ງ​ຢູ່​ເບື້ອງ​ຫົວ ແລະ​ຕົນ​ໜຶ່ງ​ຢູ່​ເບື້ອງ​ຕີນ.


ຖ້າ​ເຈົ້າ​ທັງຫລາຍ​ເຫັນ​ບຸດ​ມະນຸດ​ຂຶ້ນ​ເມືອ​ບ່ອນ​ທີ່​ພຣະອົງ​ເຄີຍ​ຢູ່​ແຕ່​ກ່ອນ​ນັ້ນ ພວກເຈົ້າ​ຈະ​ວ່າ​ຢ່າງ​ໃດ?


ຊາວ​ນະຄອນ​ເຢຣູຊາເລັມ​ທຸກຄົນ ຕ່າງ​ກໍໄດ້​ຮູ້​ເຖິງ​ເຫດການ​ນີ້. ດັ່ງນັ້ນ ພວກເຂົາ​ຈຶ່ງ​ເອີ້ນ​ດິນ​ຕອນ​ນີ້​ຕາມ​ພາສາ​ຂອງ​ພວກ​ຕົນ​ວ່າ ອະເກັນດາມາ ຊຶ່ງ​ໝາຍຄວາມວ່າ ນາເລືອດ)


ແລ້ວ​ເປໂຕ​ກໍ​ເລີ່ມຕົ້ນ​ກ່າວ​ວ່າ, “ບັດນີ້ ຂ້າພະເຈົ້າ​ຮູ້​ເຫັນ​ຄັກແນ່​ແລ້ວ​ວ່າ, ພຣະເຈົ້າ​ເຮັດ​ກັບ​ທຸກຄົນ​ໂດຍ​ບໍ່​ເລືອກ​ໜ້າ​ຜູ້ໃດ.


ເມື່ອ​ມາ​ຮອດ​ເມືອງ​ອັນຕີໂອເຂຍ ທ່ານ​ທັງສອງ​ໄດ້​ເອີ້ນ​ສະມາຊິກ​ໃນ​ຄຣິສຕະຈັກ​ມາ​ປະຊຸມ ແລ້ວ​ໄດ້​ເລົ່າ​ສູ່​ພີ່ນ້ອງ​ຟັງ​ເຖິງ​ທຸກຢ່າງ ທີ່​ພຣະເຈົ້າ​ຊົງ​ສະຖິດ ແລະ​ໄດ້​ຊົງ​ກະທຳ​ສຳລັບ​ຕົນ ແລະ​ການ​ທີ່​ພຣະເຈົ້າ​ເປີດ​ປະຕູ​ແຫ່ງ​ຄວາມເຊື່ອ​ໃຫ້​ຄົນຕ່າງຊາດ​ເຂົ້າ​ມາ.


ທ່ານ​ທັງຫລາຍ ຈົ່ງ​ລະວັງ​ຕົວເອງ​ໃຫ້​ດີ ແລະ​ເຝົ້າ​ຮັກສາ​ຝູງແກະ ທີ່​ພຣະວິນຍານ​ບໍຣິສຸດເຈົ້າ​ໄດ້​ມອບ​ໄວ້​ໃຫ້​ພວກທ່ານ​ເປັນ​ຜູ້​ດູແລ, ຈົ່ງ​ບຳລຸງ​ລ້ຽງ​ຄຣິສຕະຈັກ​ຂອງ​ພຣະເຈົ້າ ທີ່​ພຣະອົງ​ເປັນ​ເຈົ້າ​ຂອງ ໂດຍ​ພຣະບຸດ​ໄດ້​ຊົງ​ໄຖ່​ມາ​ດ້ວຍ​ພຣະ​ໂລຫິດ​ຂອງ​ພຣະອົງ​ເອງ.


ເພາະ​ພຣະເຈົ້າ​ບໍ່ໄດ້​ຖື​ວ່າ​ແຕກຕ່າງ​ກັນ ລະຫວ່າງ​ຄົນ​ຢິວ​ແລະ​ຄົນຕ່າງຊາດ, ອົງພຣະ​ຜູ້​ເປັນເຈົ້າ​ຊົງ​ເປັນ​ອົງພຣະ​ຜູ້​ເປັນເຈົ້າ​ອົງ​ດຽວ​ຂອງ​ຄົນ​ທັງໝົດ ແລະ​ອວຍພອນ​ຢ່າງ​ບໍຣິບູນ​ແກ່​ທຸກຄົນ​ທີ່​ຮ້ອງ​ຫາ​ພຣະອົງ.


ແຕ່​ເຮົາ​ຖາມ​ວ່າ, “ພວກເຂົາ​ບໍ່ໄດ້ຍິນ​ບໍ?” ແນ່ນອນ ແທ້ຈິງ​ພວກເຂົາ​ໄດ້ຍິນ​ແລ້ວ ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, “ສຽງ​ຂອງ​ພວກເຂົາ​ດັງ​ກ້ອງ ແຜ່​ໄປ​ທົ່ວ​ແຜ່ນດິນ​ໂລກ ແລະ ຖ້ອຍຄຳ​ຂອງ​ພວກເຂົາ​ ກໍ​ເຖິງ​ທີ່ສຸດ​ແຜ່ນດິນ​ໂລກ.”


ຈົ່ງ​ຖວາຍ​ພຣະ​ກຽດ​ແດ່​ພຣະເຈົ້າ ຜູ້​ຊົງ​ຣິດເດດ​ທີ່​ເຮັດ​ໃຫ້​ເຈົ້າ​ທັງຫລາຍ​ຕັ້ງໝັ້ນຄົງ​ຢູ່ ຕາມ​ຂ່າວປະເສີດ​ເລື່ອງ​ພຣະເຢຊູ​ຄຣິດເຈົ້າ​ທີ່​ເຮົາ​ປະກາດ​ນັ້ນ ແລະ​ຕາມ​ການ​ເປີດເຜີຍ​ໃຫ້​ເຫັນ​ເຖິງ​ຄວາມຈິງ​ອັນ​ເລິກລັບ ຊຶ່ງ​ໄດ້​ຖືກ​ປົກບັງ​ໄວ້​ມາ​ຕັ້ງແຕ່​ບູຮານ​ນະການ​ພຸ້ນ.


ແຕ່​ດຽວນີ້ ກໍໄດ້​ເປີດເຜີຍ​ໃຫ້​ເຫັນ​ແລ້ວ ຕາມ​ທີ່​ພວກ​ຜູ້ທຳນວາຍ​ໄດ້​ຂຽນ​ໄວ້ ແລະ​ໂດຍ​ຄຳສັ່ງ​ຂອງ​ພຣະເຈົ້າ ອົງ​ດຳລົງ​ຢູ່​ຖາວອນ​ກໍໄດ້​ເປີດເຜີຍ​ໃຫ້​ປະຊາຊາດ​ທັງປວງ​ເຫັນແຈ້ງ ເພື່ອ​ວ່າ ພວກເຂົາ​ທຸກຄົນ​ຈະ​ໄດ້​ເຊື່ອຟັງ​ແລະ​ປະຕິບັດ​ຕາມ.


ບໍ່​ເປັນ​ຢ່າງນັ້ນ​ດອກ ພຣະເຈົ້າ​ກ່າວ​ແຕ່​ຄວາມຈິງ ເຖິງ​ແມ່ນ​ວ່າ​ມະນຸດ​ທຸກຄົນ​ເວົ້າ​ຕົວະ​ກໍຕາມ, ດັ່ງ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, “ເພື່ອ​ພຣະອົງ​ຈະ​ໄດ້​ປາກົດ​ວ່າ ຊົງ​ເປັນ​ຜູ້​ທ່ຽງທຳ ໃນ​ຖ້ອຍຄຳ​ທັງຫລາຍ​ຂອງ​ພຣະອົງ ແລະ​ຊົງ​ມີໄຊ​ເມື່ອ​ພວກເຂົາ​ກ່າວໂທດ​ໃສ່​ພຣະອົງ.”


ດ້ວຍວ່າ, ສິ່ງ​ທີ່​ກົດບັນຍັດ​ເຮັດ​ບໍ່ໄດ້ ເພາະ​ເນື້ອກາຍ ເຮັດ​ໃຫ້​ອ່ອນ​ກຳລັງ​ເສຍ ພຣະເຈົ້າ​ກໍໄດ້​ຊົງ​ເຮັດ​ແລ້ວ ໂດຍ​ໄດ້​ຊົງ​ໃຊ້​ພຣະບຸດ​ຂອງ​ພຣະອົງ​ມາ​ໃນ​ສະພາບ​ເໝືອນ​ເນື້ອກາຍ ​ທີ່​ຜິດບາບ ແລະ​ເພື່ອ​ຊົງ​ໄຖ່​ຄວາມ​ຜິດບາບ ພຣະອົງ​ຈຶ່ງ​ໄດ້​ຊົງ​ລົງໂທດ​ຄວາມ​ບາບ​ໃນ​ເນື້ອກາຍ ນັ້ນ.


ພວກເຂົາ​ໄດ້​ສືບ​ເຊື້ອສາຍ​ມາ​ຈາກ​ພວກ​ບັນພະບຸລຸດ​ຄົນ​ສຳຄັນ ແລະ​ພຣະຄຣິດ​ກໍໄດ້​ບັງເກີດ​ເປັນ​ມະນຸດ​ໃນ​ເຊື້ອຊາດ​ຂອງ​ພວກເຂົາ ຂໍ​ໃຫ້​ພຣະເຈົ້າ​ຜູ້ປົກຄອງ​ເໜືອ​ສິ່ງສາລະພັດ ຈົ່ງ​ໄດ້​ຮັບ​ຄຳ​ຍ້ອງຍໍ​ສັນລະເສີນ​ເປັນນິດ​ເທີ້ນ ອາແມນ.


ມະນຸດ​ຜູ້​ທຳອິດ​ເກີດ​ມາ​ຈາກ​ດິນ ຈຶ່ງ​ກາຍເປັນ​ຂີ້ຝຸ່ນ​ດິນ, ມະນຸດ​ຖ້ວນ​ສອງ​ມາ​ຈາກ​ສະຫວັນ.


ປັນຍາ​ທີ່​ເຮົາ​ປະກາດ​ນັ້ນ ແມ່ນ​ຄວາມ​ເລິກລັບ​ແຫ່ງ​ປັນຍາ​ຂອງ​ພຣະເຈົ້າ ທີ່​ຖືກ​ເຊື່ອງ​ໄວ້​ຈາກ​ມະນຸດ​ກ່ອນ​ສ້າງ​ໂລກ ຊຶ່ງ​ພຣະເຈົ້າ​ຊົງ​ກຳນົດ​ໄວ້​ແລ້ວ ເພື່ອ​ເປັນ​ສະຫງ່າຣາສີ​ແກ່​ພວກເຮົາ.


ດ້ວຍວ່າ, ພຣະບຸດ​ຂອງ​ພຣະເຈົ້າ​ຄື​ພຣະເຢຊູ​ຄຣິດເຈົ້າ ອົງ​ທີ່​ຊີລາ, ຕີໂມທຽວ ແລະ​ເຮົາ​ເອງ ໄດ້​ປະກາດ​ໃນ​ທ່າມກາງ​ພວກເຈົ້າ​ນັ້ນ ພຣະອົງ​ບໍ່ໄດ້​ເປັນ​ຜູ້ “ຈິງ” ແລະ “ບໍ່​ຈິງ” ໃນ​ພຣະອົງ​ນັ້ນ​ມີ​ແຕ່​ຄຳ​ວ່າ, “ຈິງ” ສະເໝີ;


ດ້ວຍວ່າ, ພຣະເຈົ້າ​ໄດ້​ໃຫ້​ເປໂຕ​ເປັນ​ອັກຄະສາວົກ​ແກ່​ຄົນ​ຢິວ​ຢ່າງ​ໃດ ພຣະອົງ​ກໍໄດ້​ໃຫ້​ເຮົາ​ເປັນ​ອັກຄະສາວົກ​ແກ່​ຄົນຕ່າງຊາດ​ຢ່າງ​ນັ້ນ.


ແຕ່​ເມື່ອ​ຄົບ​ກຳນົດ​ເວລາ​ແລ້ວ ພຣະເຈົ້າ​ໄດ້​ຊົງ​ໃຊ້​ພຣະບຸດ​ຂອງ​ພຣະອົງ​ມາ ຊົງ​ບັງເກີດ​ນຳ​ຍິງ​ຄົນ​ໜຶ່ງ ແລະ​ຊົງ​ມີ​ຊີວິດ​ຢູ່​ພາຍໃຕ້​ກົດບັນຍັດ,


ພຣະເຈົ້າ​ໄດ້​ຕັ້ງໃຈ​ໄວ້​ກ່ອນ​ແລ້ວ ໃນ​ການ​ເຮັດ​ໃຫ້​ພວກເຮົາ​ຮູ້ຈັກ​ແຜນການ​ອັນ​ເລິກລັບ ໃນ​ນໍ້າພຣະໄທ​ຂອງ​ພຣະອົງ ເພື່ອ​ໃຫ້​ສຳເລັດ​ໂດຍ​ທາງ​ພຣະອົງ.


ແລະ​ພາວັນນາ​ອະທິຖານ​ເພື່ອ​ຂ້າພະເຈົ້າ​ດ້ວຍ ເພື່ອ​ຈະ​ຊົງ​ໂຜດ​ໃຫ້​ຂ້າພະເຈົ້າ​ເກີດ​ມີ​ໃຈ​ກ້າຫານ ອອກ​ປາກ​ສະແດງ​ຂໍ້​ລັບເລິກ​ເລື່ອງ​ຂ່າວປະເສີດ,


ແຕ່​ພວກເຈົ້າ​ຕ້ອງ​ຕັ້ງໝັ້ນ​ຢູ່​ໃນ​ຄວາມເຊື່ອ ເທິງ​ຮາກຖານ​ອັນ​ໝັ້ນຄົງ​ແລະ​ຖາວອນ ຢ່າ​ໄດ້​ໜີ​ຈາກ​ຄວາມຫວັງ​ທີ່​ພວກເຈົ້າ​ມີ ເມື່ອ​ໄດ້ຍິນ​ຂ່າວປະເສີດ​ແລ້ວ​ນັ້ນ ແມ່ນ​ຂ່າວປະເສີດ​ນັ້ນ​ແຫຼະ ທີ່​ໄດ້​ແຜ່​ຂະຫຍາຍ​ໄປ​ສູ່​ມວນ​ມະນຸດ​ທົ່ວ​ໃຕ້​ຟ້າ ຊຶ່ງ​ເຮົາ​ຄື​ໂປໂລ ໄດ້​ກາຍເປັນ​ຜູ້ຮັບໃຊ້​ໃນ​ການ​ປະກາດ​ຂ່າວປະເສີດ​ນັ້ນ.


ພຣະເຈົ້າ​ຊົງ​ມີ​ພຣະ​ປະສົງ​ທີ່​ຈະ​ສຳແດງ​ໃຫ້​ໄພ່ພົນ​ເຫຼົ່ານັ້ນ​ຮູ້​ວ່າ ໃນ​ທ່າມກາງ​ຄົນຕ່າງຊາດ ອັນ​ໃດ​ເປັນ​ຄວາມ​ຮັ່ງມີ​ຂອງ​ສະຫງ່າຣາສີ​ແຫ່ງ​ຂໍ້​ເລິກລັບ ຄື​ທີ່​ພຣະຄຣິດ​ຊົງ​ສະຖິດ​ຢູ່​ໃນ​ເຈົ້າ​ທັງຫລາຍ ຊຶ່ງ​ເປັນ​ເຫດ​ໃຫ້​ຫວັງ​ວ່າ​ຈະ​ໄດ້​ເຖິງ​ສະຫງ່າຣາສີ​ນັ້ນ.


ຂ່າວປະເສີດ​ສືບຕໍ່​ນຳ​ພຣະພອນ​ມາ​ສູ່​ມະນຸດ​ທັງປວງ ແລະ​ແຜ່​ຂະຫຍາຍ​ໄປ​ທົ່ວ​ໂລກ ດັ່ງ​ທີ່​ມີ​ໃນ​ທ່າມກາງ​ພວກເຈົ້າ ຕັ້ງແຕ່​ວັນ​ທີ່​ພວກເຈົ້າ​ໄດ້ຍິນ​ເທື່ອ​ທຳອິດ ເຖິງ​ພຣະຄຸນ​ຂອງ​ພຣະເຈົ້າ ແລະ​ຮຽນຮູ້​ຮັບ​ເອົາ​ຕາມ​ຄວາມຈິງ​ນັ້ນ.


ເພື່ອ​ເຂົາ​ທັງຫລາຍ​ຈະ​ໄດ້​ຮັບ​ຄວາມ​ຊູໃຈ ແລະ​ເຂົ້າ​ຕິດ​ສະໜິດ​ກັນ​ໃນ​ຄວາມຮັກ ຈົນເຖິງ​ຄວາມຮູ້​ຄັກແນ່​ອັນ​ສົມບູນ ຊຶ່ງ​ມາ​ດ້ວຍ​ຄວາມ​ເຂົ້າໃຈ ຈຶ່ງ​ຈະ​ສັງເກດ​ຮູ້​ໄດ້​ຂໍ້​ລັບເລິກ​ຂອງ​ພຣະເຈົ້າ ຄື​ພຣະຄຣິດ


ເມື່ອ​ພຣະອົງ​ສະເດັດ​ມາ​ປາກົດ​ໃນ​ວັນ​ນັ້ນ ເພື່ອ​ຮັບ​ກຽດຕິຍົດ​ພ້ອມ​ທັງ​ໄພ່ພົນ​ບໍຣິສຸດ​ທັງໝົດ​ຂອງ​ພຣະອົງ ແລະ​ເປັນ​ການ​ອັດສະຈັນ​ໃຈ​ໃນ​ທ່າມກາງ​ຜູ້​ທີ່​ເຊື່ອ​ທຸກຄົນ ລວມ​ທັງ​ພວກເຈົ້າ​ເພາະ​ໄດ້​ເຊື່ອ​ຖ້ອຍຄຳ ຊຶ່ງ​ພວກເຮົາ​ໄດ້​ປະກາດ​ແກ່​ພວກເຈົ້າ​ນັ້ນ.


ອຳນາດ​ອັນ​ເລິກລັບ​ແຫ່ງ​ຄວາມ​ຊົ່ວຮ້າຍ​ກໍ​ດຳເນີນ​ການ​ຢູ່​ແລ້ວ ແຕ່​ສິ່ງ​ທີ່​ຕ້ອງ​ເກີດຂຶ້ນ​ນັ້ນ​ຈະ​ເກີດຂຶ້ນ​ໄດ້ ກໍ​ຕໍ່​ເມື່ອ​ຜູ້​ທີ່​ກີດກັ້ນ​ມັນ​ໄວ້​ນັ້ນ​ຖືກ​ຍົກ​ໄປ​ເສຍ.


ຕ້ອງ​ເປັນ​ຄົນ​ຢຶດໝັ້ນ​ໃນ​ຂໍ້​ລັບເລິກ​ແຫ່ງ​ຄວາມເຊື່ອ ດ້ວຍ​ໃຈ​ສຳນຶກ​ຜິດແລະຊອບ​ອັນ​ເສາະໃສ.


ພຣະບຸດ​ນັ້ນ ເປັນ​ແສງ​ສະທ້ອນ​ພຣະ​ສະຫງ່າຣາສີ​ຂອງ​ພຣະເຈົ້າ ແລະ​ມີ​ສະພາບ​ເປັນ​ແບບພິມ​ດຽວກັນ​ກັບ​ພຣະອົງ ແລະ​ຊົງ​ຄໍ້າຊູ​ພິພົບ​ໂລກ​ໄວ້​ດ້ວຍ​ພຣະທຳ​ອັນ​ຊົງ​ຣິດ​ຂອງ​ພຣະອົງ, ເມື່ອ​ພຣະອົງ​ຊົງ​ຊຳລະ​ບາບກຳ​ແລ້ວ ກໍ​ຊົງ​ປະທັບ​ຢູ່​ເບື້ອງ​ຂວາ​ຂອງ​ຜູ້​ຊົງ​ຣິດທານຸພາບ​ໃນ​ທີ່​ສູງສຸດ.


ຈົ່ງ​ປັກຕາ​ເບິ່ງ​ພຣະເຢຊູເຈົ້າ ຄື​ຜູ້​ບຸກເບີກ​ຄວາມເຊື່ອ ແລະ​ຜູ້​ຊົງ​ເຮັດ​ໃຫ້​ຄວາມເຊື່ອ​ຂອງ​ພວກເຮົາ​ເຖິງ​ທີ່​ສຳເລັດ. ພຣະອົງ​ໄດ້​ຊົງ​ອົດທົນ​ຕໍ່​ໄມ້ກາງແຂນ ເພາະ​ເຫັນ​ແກ່​ຄວາມ​ຍິນດີ​ທີ່​ຕັ້ງ​ໄວ້​ຕໍ່ໜ້າ​ພຣະອົງ ພຣະອົງ​ຊົງ​ຖື​ວ່າ​ຄວາມ​ລະອາຍ​ນັ້ນ​ບໍ່​ເປັນ​ສິ່ງ​ສຳຄັນ ຈຶ່ງ​ໄດ້​ປະທັບ​ລົງ​ເບື້ອງ​ຂວາ​ພຣະທີ່ນັ່ງ​ຂອງ​ພຣະເຈົ້າ.


ສິ່ງ​ທີ່​ຖຽງ​ບໍ່ໄດ້ ກໍ​ຄື​ຜູ້ນ້ອຍ​ຮັບ​ພອນ​ຈາກ​ຜູ້ໃຫຍ່.


ເລື່ອງ​ທີ່​ເຮົາ​ກຳລັງ​ເວົ້າ​ຢູ່​ນີ້​ມີ​ຂໍ້​ສຳຄັນ ຄື​ພວກເຮົາ​ມີ​ພຣະ​ມະຫາ​ປະໂຣຫິດ​ຢ່າງ​ນີ້ ຄື​ພຣະ​ມະຫາ​ປະໂຣຫິດ​ຜູ້​ປະທັບ​ຢູ່​ເບື້ອງ​ຂວາ​ພຣະທີ່ນັ່ງ​ຂອງ​ຜູ້​ຊົງ​ຣິດ​ເດຊາ​ນຸພາບ​ໃນ​ສະຫວັນ.


ກໍ​ຊົງ​ສຳແດງ​ໃຫ້​ພວກ​ຜູ້ທຳນວາຍ​ນັ້ນ​ຮູ້​ວ່າ ທີ່​ທ່ານ​ເຫຼົ່ານັ້ນ​ໄດ້​ປະຕິບັດ​ໃນ​ເຫດການ​ທັງປວງ​ນັ້ນ ບໍ່ແມ່ນ​ສຳລັບ​ພວກເພິ່ນ​ເອງ ແຕ່​ສຳລັບ​ເຈົ້າ​ທັງຫລາຍ. ບັດນີ້ ຄົນ​ເຫຼົ່ານັ້ນ​ທີ່​ປະກາດ​ຂ່າວປະເສີດ​ແກ່​ເຈົ້າ​ທັງຫລາຍ ໄດ້​ກ່າວ​ສິ່ງ​ເຫຼົ່ານັ້ນ​ແກ່​ພວກເຈົ້າ​ແລ້ວ ໂດຍ​ພຣະວິນຍານ​ບໍຣິສຸດເຈົ້າ ຜູ້​ຊົງ​ຮັບໃຊ້​ມາ​ຈາກ​ສະຫວັນ. ເຫດການ​ເຫຼົ່ານີ້ ເປັນ​ສິ່ງ​ຊຶ່ງ​ພວກ​ເທວະດາ​ປາຖະໜາ​ຈະ​ພິຈາລະນາ​ເບິ່ງ.


ພຣະອົງ​ໄດ້​ຖືກ​ຊົງ​ເລືອກ​ໄວ້ ໂດຍ​ພຣະເຈົ້າ​ກ່ອນ​ວາງ​ຮາກ​ສ້າງ​ໂລກ ແຕ່​ເພື່ອ​ເຫັນ​ແກ່​ພວກເຈົ້າ ພຣະອົງ​ຈຶ່ງ​ໄດ້​ໃຫ້​ພຣະຄຣິດ​ສະເດັດ​ມາ​ປາກົດ​ໃນ​ເວລາ​ສຸດທ້າຍ.


ໂດຍ​ທາງ​ພຣະອົງ​ນັ້ນ ພວກເຈົ້າ​ຈຶ່ງ​ໄດ້​ໄວ້ວາງໃຈ​ໃນ​ພຣະເຈົ້າ ຜູ້​ຊົງ​ບັນດານ​ໃຫ້​ພຣະອົງ​ເປັນ​ຄືນ​ມາ​ຈາກ​ຕາຍ ແລະ​ຊົງ​ປະທານ​ສະຫງ່າຣາສີ​ໃຫ້​ແກ່​ພຣະອົງ ເພື່ອ​ຄວາມເຊື່ອ​ແລະ​ຄວາມຫວັງ​ຂອງ​ພວກເຈົ້າ​ຈະ​ຕັ້ງ​ຢູ່​ໃນ​ພຣະເຈົ້າ.


ດ້ວຍວ່າ, ພຣະຄຣິດ​ກໍ​ເໝືອນກັນ ໄດ້​ສິ້ນພຣະຊົນ​ເທື່ອ​ດຽວ​ເປັນ​ການ​ສິ້ນສຸດ ເພື່ອ​ແທນ​ຄວາມ​ຜິດບາບ ຄື​ພຣະອົງ​ຜູ້​ຊອບທຳ ແທນ​ຜູ້​ບໍ່​ຊອບທຳ ເພື່ອ​ຈະ​ໄດ້​ນຳ​ເຮົາ​ທັງຫລາຍ​ໄປ​ເຖິງ​ພຣະເຈົ້າ ຝ່າຍ​ກາຍ​ພຣະອົງ​ຊົງ​ຖືກ​ປະຫານ​ເສຍ ແຕ່​ຝ່າຍ​ວິນຍານ ພຣະອົງ​ຖືກ​ຊົງ​ບັນດານ​ໃຫ້​ຄືນພຣະຊົນ.


ຜູ້​ໄດ້​ສະເດັດ​ເຂົ້າ​ໃນ​ສະຫວັນ ແລະ​ຊົງ​ສະຖິດ​ຢູ່​ເບື້ອງຂວາ​ພຣະຫັດ​ຂອງ​ພຣະເຈົ້າ ໂດຍ​ມີ​ຝູງ​ເທວະດາ​ແລະ​ບັນດາ​ຜູ້​ມີ​ອຳນາດ ແລະ​ຣິດເດດ​ຖືກ​ຊົງ​ມອບ​ໄວ້ ໃຫ້​ຢູ່​ໃຕ້​ອຳນາດ​ຂອງ​ພຣະອົງ​ແລ້ວ.


ເມື່ອ​ຊີວິດ​ນັ້ນ​ໄດ້​ມາ​ປາກົດ ພວກເຮົາ​ກໍໄດ້​ເຫັນ. ດັ່ງນັ້ນ ພວກເຮົາ​ຈຶ່ງ​ເປັນ​ພະຍານ​ເຖິງ​ຊີວິດ​ນັ້ນ ແລະ​ປະກາດ​ແກ່​ພວກເຈົ້າ​ເຖິງ​ຊີວິດ​ນິຣັນດອນ ຊຶ່ງ​ໄດ້​ມີ​ຢູ່​ກັບ​ພຣະບິດາເຈົ້າ ແລະ​ໄດ້​ປາກົດ​ແກ່​ພວກເຮົາ.


ພວກເຈົ້າ​ຮູ້​ວ່າ​ພຣະອົງ​ໄດ້​ມາ​ປາກົດ ເພື່ອ​ຍົກ​ເອົາ​ບາບກຳ​ຂອງ​ມະນຸດ ແລະ​ໃນ​ພຣະອົງ​ນັ້ນ​ບໍ່ມີ​ບາບ​ເລີຍ.


ຜູ້​ທີ່​ຍັງ​ເຮັດ​ບາບ ກໍ​ມາ​ຈາກ​ມານຮ້າຍ, ເພາະວ່າ​ມານຮ້າຍ​ໄດ້​ເຮັດ​ບາບ​ຕັ້ງແຕ່​ຕົ້ນເດີມ​ມາ ພຣະບຸດ​ຂອງ​ພຣະເຈົ້າ​ໄດ້​ສະເດັດ​ມາ​ປາກົດ ກໍ​ເພາະ​ເຫດ​ນີ້​ແຫຼະ ຄື​ເພື່ອ​ຊົງ​ທຳລາຍ​ກິດຈະການ​ຂອງ​ມານຮ້າຍ​ເສຍ.


ທີ່​ໜ້າຜາກ​ມີ​ຊື່​ຂຽນ​ໄວ້​ເປັນ​ຄວາມ​ເລິກລັບ​ວ່າ, “ບາບີໂລນ​ມະຫາ​ນະຄອນ ແມ່​ຂອງ​ໂສເພນີ​ທັງຫລາຍ ແລະ​ແມ່​ຂອງ​ສິ່ງ​ທັງປວງ​ທີ່​ໜ້າກຽດ​ໜ້າຊັງ​ໃນ​ແຜ່ນດິນ​ໂລກ.”


ເທວະດາ​ຕົນ​ນັ້ນ​ຖາມ​ຂ້າພະເຈົ້າ​ວ່າ, “ເປັນຫຍັງ​ທ່ານ​ຈຶ່ງ​ປະຫລາດ​ໃຈ? ເຮົາ​ຈະ​ບອກ​ໃຫ້​ທ່ານ​ຮູ້​ຄວາມໝາຍ​ອັນ​ເລິກລັບ​ຂອງ​ຍິງ​ຄົນ​ນີ້ ແລະ​ສັດຮ້າຍ​ທີ່​ມີ​ເຈັດ​ຫົວ​ແລະ​ສິບ​ເຂົາ ຊຶ່ງ​ເປັນ​ພາຫານະ​ຂອງ​ຍິງ​ນັ້ນ.


ຫລັງຈາກ​ນັ້ນ ຂ້າພະເຈົ້າ​ໄດ້​ເຫັນ​ປະຊາຊົນ​ຫລວງຫລາຍ​ຈົນ​ນັບ​ບໍ່ຖ້ວນ, ພວກ​ເຫຼົ່ານີ້ ມາ​ຈາກ​ທຸກ​ປະເທດ, ທຸກ​ເຜົ່າ, ທຸກ​ຊົນຊາດ, ທຸກ​ພາສາ, ຄົນ​ເຫຼົ່ານີ້​ນຸ່ງ​ເສື້ອຄຸມ​ສີ​ຂາວ ຖື​ກ້ານຕານ​ຢືນ​ຢູ່​ຕໍ່ໜ້າ​ບັນລັງ ແລະ ຊ້ອງໜ້າ​ພຣະ​ເມສານ້ອຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka