Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຕີໂມທຽວ 3:13 - ພຣະຄຳພີສັກສິ

13 ຜູ້ດູແລ​ຮັບໃຊ້​ທີ່​ປະຕິບັດ​ໜ້າທີ່​ໄດ້​ດີ​ນັ້ນ ກໍໄດ້​ຮັບ​ກຽດ​ສູງ ແລະ​ມີ​ໃຈ​ກ້າ​ສາມາດ​ກ່າວ​ຢ່າງ​ໝັ້ນໃຈ ເຖິງ​ຄວາມເຊື່ອ​ຂອງ​ພວກ​ຕົນ​ໃນ​ພຣະຄຣິດເຈົ້າ​ເຢຊູ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

13 ບັນດາ​ຜູ້​ທີ່​ຮັບໃຊ້​ດີ​ກໍ​ໄດ້​ຮັບ​ກຽດ​ຫລາຍ ແລະ ມີ​ຄວາມຫມັ້ນໃຈ​ຢ່າງ​ຫລວງຫລາຍ​ໃນ​ຄວາມເຊື່ອ​ຂອງ​ຕົນ​ໃນ​ພຣະຄຣິດເຈົ້າເຢຊູ.

Uka jalj uñjjattʼäta Copia luraña




1 ຕີໂມທຽວ 3:13
17 Jak'a apnaqawi uñst'ayäwi  

ເໝືອນ​ຢ່າງ​ບຸດ​ມະນຸດ​ບໍ່ໄດ້​ມາ​ເພື່ອ​ໃຫ້​ຄົນອື່ນ​ຮັບໃຊ້​ຕົນ ແຕ່​ມາ​ເພື່ອ​ຮັບໃຊ້ ແລະ​ຍອມ​ສະຫລະ​ຊີວິດ​ຂອງຕົນ ເປັນ​ຄ່າ​ໄຖ່​ຄົນ​ຈຳນວນ​ຫລວງຫລາຍ.”


ນາຍ​ຂອງ​ລາວ​ກ່າວ​ວ່າ, ‘ດີ​ແລ້ວ​ຄົນ​ຮັບໃຊ້​ທີ່​ດີ​ແລະ​ສັດຊື່​ເອີຍ ເຈົ້າ​ເປັນ​ຜູ້​ສັດຊື່​ໃນ​ຂອງ​ເລັກນ້ອຍ ເຮົາ​ຈະ​ໃຫ້​ເຈົ້າ​ຮັບຜິດຊອບ​ດູແລ​ສິ່ງ​ຂອງ​ຫລາຍ​ຢ່າງ, ຈົ່ງ​ມາ​ຮ່ວມ​ຊົມຊື່ນ​ຍິນດີ​ກັບ​ເຮົາ​ເຖີດ.’


ເພິ່ນ​ກ່າວ​ວ່າ, ‘ດີ​ຫລາຍ ເຈົ້າ​ເປັນ​ຄົນ​ຮັບໃຊ້​ທີ່​ດີ ເມື່ອ​ເຈົ້າ​ສັດຊື່​ໃນ​ຂອງ​ເລັກນ້ອຍ ເຮົາ​ຈະ​ໃຫ້​ເຈົ້າ​ປົກຄອງ​ສິບ​ເມືອງ.’


ຂະນະທີ່​ໂປໂລ​ມາ​ກັບ​ພວກເຂົາ​ເຖິງ​ຂັ້ນໄດ ພວກ​ທະຫານ​ຈຳ​ຕ້ອງ​ຍົກ​ໂປໂລ​ຂຶ້ນ ເພາະ​ປະຊາຊົນ​ສະແດງ​ພຶດຕິການ​ຮຸນແຮງ​ຫລາຍ.


ແລະ​ບັນດາ​ຄົນ​ທີ່​ນັ່ງ​ຢູ່​ໃນ​ສະພາ​ສູງສຸດ​ນັ້ນ ໄດ້​ແນມ​ໄປ​ເບິ່ງ​ຊະເຕຟາໂນ ແລະ​ເຫັນ​ວ່າ​ໜ້າ​ຂອງ​ເພິ່ນ​ເປັນ​ເໝືອນ​ໜ້າ​ຂອງ​ເທວະດາ.


ຄົນ​ທີ່​ເຊື່ອ​ທັງໝົດ​ພໍໃຈ ເຫັນ​ດີ​ນຳ​ການ​ສະເໜີ​ຂອງ​ພວກ​ອັກຄະສາວົກ. ດັ່ງນັ້ນ ພວກເຂົາ​ຈຶ່ງ​ເລືອກ​ເອົາ​ຊະເຕຟາໂນ ຜູ້​ທີ່​ເຕັມ​ໄປ​ດ້ວຍ​ຄວາມເຊື່ອ ແລະ​ພຣະວິນຍານ​ບໍຣິສຸດ ແລະ ຟີລິບ, ໂປໂຄໂລ, ນີກາໂນ, ຕີໂມນ, ປາເມນາ ແລະ ນີໂກລາໂອ​ຊາວ​ເມືອງ​ອັນຕີໂອເຂຍ ທີ່​ເຂົ້າ​ສາສະໜາ​ຢິວ.


ຊະເຕຟາໂນ​ຜູ້​ທີ່​ບໍຣິບູນ​ດ້ວຍ​ພຣະຄຸນ​ແລະ​ຣິດເດດ ໄດ້​ເຮັດ​ການ​ອັດສະຈັນ​ອັນ​ໃຫຍ່ ແລະ​ໝາຍສຳຄັນ​ອັນ​ຍິ່ງໃຫຍ່​ໃນ​ທ່າມກາງ​ປະຊາຊົນ.


ພວກເຈົ້າ​ກໍ​ຮູ້​ສະເຕຟານາ​ກັບ​ຄອບຄົວ​ຂອງ​ລາວ ພວກເຂົາ​ເປັນ​ຊາວ​ຄຣິສຕຽນ​ພວກ​ທຳອິດ​ຢູ່​ໃນ​ແຂວງ​ອະຂາຢາ ແລະ​ໄດ້​ອຸທິດ​ຕົວ​ພວກເຂົາ​ເອງ​ໃນ​ການ​ບົວລະບັດ​ຮັບໃຊ້​ໄພ່ພົນ​ຂອງ​ພຣະເຈົ້າ,


ຍ້ອນ​ການ​ຖືກ​ຄຸກ​ຂອງເຮົາ ພີ່ນ້ອງ​ຫລາຍ​ຄົນ​ຈຶ່ງ​ມີ​ຄວາມ​ໝັ້ນໃຈ​ຍິ່ງ​ຂຶ້ນ ໃນ​ອົງພຣະ​ຜູ້​ເປັນເຈົ້າ ເພື່ອ​ໃຫ້​ພວກເຂົາ​ມີ​ໃຈ​ກ້າຫານ​ກ່າວ​ພຣະທຳ​ຂອງ​ພຣະເຈົ້າ​ຢ່າງ​ບໍ່​ຢ້ານກົວ.


ພວກເຈົ້າ​ກໍ​ຮູ້​ແລ້ວ​ວ່າ ພວກເຮົາ​ໄດ້​ຮັບ​ການ​ຂົ່ມເຫັງ ແລະ​ການ​ປະຈານ​ຢ່າງ​ໃດ ໃນ​ເມືອງ​ຟີລິບປອຍ ກ່ອນ​ທີ່​ພວກເຮົາ​ມາ​ຫາ​ພວກເຈົ້າ​ໃນ​ເມືອງ​ເທສະໂລນິກ ເຖິງ​ແມ່ນ​ວ່າ​ມີ​ການ​ຕໍ່ຕ້ານ​ຢ່າງ​ຫລວງຫລາຍ​ຢູ່​ໃນ​ທີ່ນັ້ນ​ກໍຕາມ ພຣະເຈົ້າ​ຂອງ​ພວກເຮົາ​ກໍໄດ້​ປະທານ​ໃຈ​ກ້າຫານ​ແກ່​ພວກເຮົາ ເພື່ອ​ປະກາດ​ຂ່າວປະເສີດ​ທີ່​ມາ​ຈາກ​ພຣະອົງ​ແກ່​ພວກເຈົ້າ.


ເຮົາ​ຫວັງ​ວ່າ ເຮົາ​ຈະ​ໄດ້​ມາ​ຫາ​ພວກເຈົ້າ​ໃນ​ບໍ່​ຊ້າ​ນີ້ ເຮົາ​ຈຶ່ງ​ຂຽນ​ຈົດໝາຍ​ນີ້ ເຖິງ​ພວກເຈົ້າ​ກໍ​ເພື່ອ​ວ່າ,


ເຫດສະນັ້ນ ລູກ​ຂອງ​ເຮົາ​ເອີຍ ຈົ່ງ​ເຂັ້ມແຂງ​ຂຶ້ນ​ໂດຍ​ພຣະຄຸນ ທີ່​ພວກເຮົາ​ມີ​ໃນ​ພຣະຄຣິດເຈົ້າ​ເຢຊູ.


ເພາະວ່າ ພຣະເຈົ້າ​ບໍ່ໄດ້​ຊົງ​ອະຍຸດຕິທຳ ຊຶ່ງ​ຈະ​ຊົງ​ລືມ​ການງານ​ທີ່​ພວກເຈົ້າ​ໄດ້​ເຮັດ ແລະ​ຄວາມຮັກ​ທີ່​ພວກເຈົ້າ​ໄດ້​ສະແດງ​ຕໍ່​ພຣະນາມ​ຂອງ​ພຣະອົງ ຄື​ການ​ຮັບໃຊ້​ໄພ່ພົນ​ຂອງ​ພຣະອົງ ເໝືອນ​ດັ່ງ​ພວກເຈົ້າ​ຍັງ​ຮັບໃຊ້​ຢູ່.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka