1 ຕີໂມທຽວ 3:11 - ພຣະຄຳພີສັກສິ11 ຝ່າຍພວກແມ່ຍິງກໍເໝືອນກັນ ຕ້ອງເປັນຄົນເອົາການເອົາງານ ຕ້ອງມີຄຸນສົມບັດດີ ແລະຕ້ອງບໍ່ເວົ້າໃສ່ຮ້າຍປ້າຍສີນິນທາຄົນອື່ນ ຕ້ອງເປັນຜູ້ຮູ້ຈັກບັງຄັບຕົນ ແລະເປັນຄົນສັດຊື່ໃນທຸກສິ່ງ. Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່11 ໃນທຳນອງດຽວກັນ, ພວກແມ່ຍິງຕ້ອງເປັນຄົນທີ່ໜ້ານັບຖື, ບໍ່ເວົ້າຫຍາບຄາຍ, ແຕ່ຮູ້ຈັກຄວບຄຸມອາລົມ ແລະ ເຊື່ອຖືໄດ້ໃນທຸກສິ່ງ. Uka jalj uñjjattʼäta |
ສ່ວນບັນດາທາດຮັບໃຊ້ ທີ່ມີນາຍເປັນຄຣິສຕຽນ ກໍຢ່າລົດຄວາມນັບຖື ຍ້ອນວ່ານາຍນັ້ນເປັນພີ່ນ້ອງຄຣິສຕຽນດ້ວຍກັນ ແຕ່ໃຫ້ພວກເຂົາຮັບໃຊ້ນາຍນັ້ນໃຫ້ດີຍິ່ງຂຶ້ນ ເພາະເຫດວ່າ ນາຍຜູ້ຮັບປະໂຫຍດຈາກວຽກງານຂອງພວກເຂົານັ້ນ ກໍເປັນຄົນທີ່ເຊື່ອແລະເປັນທີ່ຮັກຂອງພວກເຂົາ. ເຈົ້າຕ້ອງສັ່ງສອນ ແລະເທດສະໜາຂໍ້ຄວາມເຫຼົ່ານີ້.