Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຕີໂມທຽວ 2:9 - ພຣະຄຳພີສັກສິ

9 ໃນທຳນອງ​ດຽວກັນ ເຮົາ​ຢາກ​ໃຫ້​ພວກ​ແມ່ຍິງ​ແຕ່ງຕົວ​ຢ່າງ​ສຸພາບ​ຮຽບຮ້ອຍ ແລະ​ສະຫງຽມ​ຄ່ຽມຄົມ ບໍ່ແມ່ນ​ດ້ວຍ​ຊົງ​ຜົມ​ເກີນແບບ ຫລື​ປະດັບ​ຕົວ​ດ້ວຍ​ຄຳ ຫລື​ໄຂ່ມຸກ ຫລື​ເຄື່ອງ​ນຸ່ງ​ທີ່​ມີ​ລາຄາ​ແພງໆ

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

9 ເຮົາ​ຍັງ​ຢາກ​ໃຫ້​ແມ່ຍິງ​ແຕ່ງໂຕ​ສຸພາບ, ດ້ວຍ​ຄວາມສຸພາບຮຽບຮ້ອຍ ແລະ ເໝາະສົມ, ບໍ່​ແມ່ນ​ປະດັບ​ຕົນເອງ​ດ້ວຍ​ຊົງຜົມ​ທີ່​ປານີດ ຫລື ດ້ວຍ​ຄຳ ຫລື ດ້ວຍ​ໄຂ່ມຸກ ຫລື ດ້ວຍ​ເຄື່ອງນຸ່ງ​ລາຄາ​ແພງ,

Uka jalj uñjjattʼäta Copia luraña




1 ຕີໂມທຽວ 2:9
20 Jak'a apnaqawi uñst'ayäwi  

ແລ້ວ​ລາວ​ກໍ​ເອົາ​ເສື້ອຜ້າ​ກັບ​ເຄື່ອງ​ເອ້​ເປັນ​ເງິນ​ເປັນ​ຄຳ​ອອກ​ມາ ແລະ​ມອບ​ໃຫ້​ນາງ​ເຣເບກາ. ລາວ​ຍັງ​ເອົາ​ຂອງຂວັນ​ລາຄາ​ແພງ​ໃຫ້​ແມ່​ແລະ​ອ້າຍ​ຂອງ​ນາງ​ເຣເບກາ​ດ້ວຍ.


ເຢຮູ​ໄດ້​ມາ​ຮອດ​ເມືອງ​ຢິດຊະເຣນ. ນາງ​ເຢເຊເບນ​ໄດ້ຍິນ​ທຸກ​ເລື່ອງ​ທີ່​ເກີດຂຶ້ນ ນາງ​ກໍ​ແຕ້ມ​ຄິ້ວ​ແຕ່ງ​ຜົມ ແລະ​ຢືນ​ແນມເບິ່ງ​ໄປ​ທາງ​ປ່ອງຢ້ຽມ​ວັງ.


ໃນ​ວັນ​ທີ​ສາມ ທີ່​ຣາຊີນີ​ເອສະເທີ​ຖືສິນ​ອົດອາຫານ ຣາຊີນີ​ໄດ້​ນຸ່ງ​ຊຸດ​ຣາຊີນີ​ອອກ​ໄປ​ຢືນ​ຢູ່​ໃນ​ເດີ່ນ​ຂອງ​ວັງ ແລະ​ຫັນໜ້າ​ໄປ​ທາງ​ຫ້ອງ​ບັນລັງ. ສ່ວນ​ກະສັດ​ກໍ​ນັ່ງ​ເທິງ​ບັນລັງ​ຂ້າງ​ໃນ ແລະ​ຫັນໜ້າ​ໄປ​ສູ່​ທາງ​ເຂົ້າ.


ພຣະເຈົ້າຢາເວ​ຊື່ນບານ​ໃຈ​ແທ້​ໃນ​ປະຊາຊົນ​ຂອງ​ພຣະອົງ ພຣະອົງ​ໃຫ້ກຽດ​ຜູ້​ທີ່​ຖ່ອມຕົວ​ໂດຍ​ໃຫ້​ເຂົາ​ໄດ້​ໄຊຊະນະ.


ນາງ​ຕໍ່າ​ຜ້າຫົ່ມ​ໄວ້ ແລະ​ນຸ່ງ​ຜ້າໄໝ​ສີມ່ວງ​ເນື້ອລະອຽດ​ອ່ອນ​ດີ.


ນາງ​ເປັນ​ຍິງ​ທີ່​ແຂງແຮງ​ແລະ​ໜ້າເຄົາຣົບ​ນັບຖື ແລະ​ບໍ່​ຢ້ານກົວ​ຕໍ່​ອະນາຄົດ.


ແລ້ວ​ນາງ​ກໍ​ອອກ​ມາ​ພົບ​ຊາຍ​ຄົນ​ນີ້​ໂດຍ​ແຕ່ງຕົວ​ດັ່ງ​ຍິງ​ແມ່ຈ້າງ​ວາງ​ອຸບາຍ​ຫລອກລໍ້​ຄົນ.


ພຣະເຈົ້າຢາເວ​ກ່າວ​ວ່າ, “ເບິ່ງດູ ຜູ້ຍິງ​ຊາວ​ນະຄອນ​ເຢຣູຊາເລັມ​ອວດອົ່ງ​ຈອງຫອງ​ສໍ່າໃດ ພວກເຂົາ​ຍ່າງ​ເບີດ​ຈົນ​ດັງ​ຕັ້ງຊື່. ພວກເຂົາ​ມັກ​ທ່ຽວ​ເລາະ​ຫລິ້ນ​ສະເໝີ​ໂດຍ​ຍ່າງ​ບາດກ້າວ​ອັນ​ຜ່າເຜີຍ ຈົນ​ປອກຕີນ​ດັງ​ເປັນ​ຈັງຫວະ.


ພວກເຂົາ​ຈະ​ກໍ່ສ້າງ​ເມືອງ​ທັງຫລາຍ​ຂຶ້ນ​ໃໝ່ ຄື​ເມືອງ​ທີ່​ຮົກຮ້າງ​ເພພັງ​ແຕ່​ດົນນານ​ນັ້ນ.


ຍິງສາວ​ລືມ​ເຄື່ອງເອ້​ຂອງຕົນ​ໄດ້​ບໍ? ຫລື​ເຈົ້າສາວ​ລືມ​ຊຸດ​ແຕ່ງງານ​ຂອງຕົນ​ໄດ້​ບໍ? ແຕ່​ປະຊາຊົນ​ຂອງເຮົາ​ໄດ້​ລືມໄລ​ເຮົາ​ໄປ ຫລາຍຟ້າ​ຫລາຍປີ​ເຫຼືອ​ທີ່​ຈະນັບ​ໄດ້.


ເຖິງ​ຄາວ​ເຄາະກຳ​ສາ​ແລ້ວ ນະຄອນ​ເຢຣູຊາເລັມ​ເອີຍ ເປັນຫຍັງ​ເຈົ້າ​ຈຶ່ງ​ນຸ່ງ​ເຄື່ອງ​ສີແດງແຈດ​ເຊັ່ນນັ້ນ? ເປັນຫຍັງ​ເຈົ້າ​ຈຶ່ງ​ໃສ່​ເຄື່ອງເອ້ ແຕ້ມຄິ້ວ​ແຕ້ມ​ຕາ? ເຈົ້າ​ຕົບແຕ່ງ​ໃຫ້​ງາມ​ໂດຍ​ບໍ່ມີ​ປະໂຫຍດ ຄູ່ຮັກ​ຂອງເຈົ້າ​ນັ້ນ​ໄດ້​ປະຖິ້ມ​ເຈົ້າ​ໄປ​ແລ້ວ​ເດ ແລະ​ລາວ​ຍັງ​ຢາກ​ຈະ​ຂ້າ​ເຈົ້າ​ຖິ້ມ​ຊໍ້າ.


ພວກເຈົ້າ​ໄດ້​ອອກ​ໄປ​ເບິ່ງ​ຫຍັງ? ເບິ່ງ​ຄົນ​ທີ່​ນຸ່ງ​ເຄື່ອງ​ຢ່າງ​ລະອຽດ​ອ່ອນ​ຈົບ​ງາມ​ບໍ? ຜູ້​ທີ່​ນຸ່ງ​ເຄື່ອງ​ຢ່າງ​ລະອຽດ​ອ່ອນ​ຈົບ​ງາມ​ເຊັ່ນ​ນັ້ນ ກໍ​ຢູ່​ໃນ​ວັງ​ຂອງ​ກະສັດ


ແຕ່​ໃຫ້​ປະດັບ​ຕົວ​ດ້ວຍ​ເຮັດ​ການ​ດີ ໃຫ້​ສົມ​ກັບ​ເປັນ​ແມ່ຍິງ​ທີ່​ອ້າງ​ຕົນ​ວ່າ ເປັນ​ຄົນ​ຢຳເກງ​ພຣະເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka