1 ຕີໂມທຽວ 2:7 - ພຣະຄຳພີສັກສິ7 ເພາະສະນັ້ນ ເຮົາຈຶ່ງໄດ້ຖືກແຕ່ງຕັ້ງໃຫ້ເປັນຜູ້ປະກາດ ແລະເປັນອັກຄະສາວົກ ຄູສອນຖ້ອຍຄຳແຫ່ງຄວາມເຊື່ອແລະຄວາມຈິງ ໃຫ້ແກ່ຄົນຕ່າງຊາດ (ເຮົາເວົ້າຄວາມຈິງ ເຮົາບໍ່ໄດ້ເວົ້າຕົວະ). Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່7 ແລະ ເພື່ອຈຸດປະສົງນີ້ ເຮົາຈຶ່ງໄດ້ຖືກແຕ່ງຕັ້ງໃຫ້ເປັນຜູ້ປະກາດ ແລະ ເປັນອັກຄະສາວົກ, ເຮົາກຳລັງເວົ້າຄວາມຈິງ, ເຮົາບໍ່ໄດ້ເວົ້າຕົວະ ແລະ ເຮົາເປັນຄູສອນທີ່ແທ້ຈິງ ແລະ ສັດຊື່ຂອງບັນດາຄົນຕ່າງຊາດ. Uka jalj uñjjattʼäta |
ແຕ່ພວກເຮົາກໍຮູ້ຢູ່ວ່າ ບໍ່ມີຜູ້ໃດຖືກຊົງຖືວ່າເປັນຄົນຊອບທຳ ໂດຍການປະຕິບັດຕາມກົດບັນຍັດ ແຕ່ໂດຍທາງຄວາມເຊື່ອໃນພຣະເຢຊູຄຣິດເຈົ້າເທົ່ານັ້ນ ເຖິງແມ່ນພວກເຮົາກໍຍັງເຊື່ອວາງໃຈໃນພຣະເຢຊູຄຣິດເຈົ້າ ເພື່ອຈະໄດ້ຊົງຖືວ່າເປັນຄົນຊອບທຳໂດຍຄວາມເຊື່ອໃນພຣະຄຣິດ ບໍ່ແມ່ນໂດຍການປະຕິບັດຕາມກົດບັນຍັດ ເພາະວ່າໂດຍການປະຕິບັດຕາມກົດບັນຍັດນັ້ນ “ບໍ່ມີມະນຸດຄົນໃດຈະຊົງຖືວ່າເປັນຄົນຊອບທຳໄດ້.”
ເມື່ອຢາໂກໂບກັບເກຟາ ແລະ ໂຢຮັນ ຜູ້ທີ່ພວກເຂົາຖືວ່າເປັນຫລັກໄດ້ສັງເກດເຫັນພຣະຄຸນທີ່ໄດ້ຊົງປະທານແກ່ເຮົາ ທ່ານທັງສາມກໍໄດ້ຍື່ນມືຂວາໃຫ້ເຮົາກັບບາຣະນາບາຈັບ ເພື່ອສະແດງວ່າເຮົາເປັນເພື່ອນຮ່ວມງານກັນ ເພື່ອໃຫ້ພວກເຮົາໄປຫາພວກຕ່າງຊາດ ແລະທ່ານເຫຼົ່ານັ້ນຈະໄປຫາພວກທີ່ຖືພິທີຕັດ.