1 ຕີໂມທຽວ 2:2 - ພຣະຄຳພີສັກສິ2 ເພື່ອກະສັດທັງຫລາຍແລະຄົນທັງປວງ ທີ່ມີຕຳແໜ່ງສູງ ເພື່ອເຮົາທັງຫລາຍຈະໄດ້ດຳເນີນຊີວິດຢ່າງງຽບໆແລະສະຫງົບສຸກໃນທາງທຳ ດ້ວຍຄວາມນັບຖືຢຳເກງພຣະເຈົ້າແລະດ້ວຍກຽດສັກສີທຸກປະການ. Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່2 ເພື່ອກະສັດທັງຫລາຍ ແລະ ບັນດາຜູ້ມີອຳນາດທັງໝົດ, ເພື່ອວ່າພວກເຮົາທັງຫລາຍຈະໄດ້ຢູ່ຢ່າງສະຫງົບສຸກ ແລະ ດຳເນີນຊີວິດຢ່າງງຽບໆຢູ່ໃນທາງຂອງພຣະເຈົ້າ ແລະ ໃນຄວາມບໍລິສຸດທຸກຢ່າງ. Uka jalj uñjjattʼäta |
ຂ້າແດ່ ອົງພຣະຜູ້ເປັນເຈົ້າເອີຍ ບັດນີ້ ຂໍພຣະອົງຮັບຟັງຄຳພາວັນນາອະທິຖານຂອງຂ້ານ້ອຍ ແລະຄຳພາວັນນາອະທິຖານຂອງບັນດາຜູ້ຮັບໃຊ້ຄົນອື່ນໆຂອງພຣະອົງ ຜູ້ທີ່ຢຳເກງໃຫ້ກຽດນາມຊື່ຂອງພຣະອົງແດ່ທ້ອນ. ໃນວັນນີ້ ຂໍພຣະອົງໂຜດປະທານໄຊຊະນະໃຫ້ແກ່ຂ້ານ້ອຍ ໂດຍບັນດານໃຫ້ເພິ່ນເມດຕາຂ້ານ້ອຍດ້ວຍເຖີດ.” ໃນສະໄໝນັ້ນ ຂ້າພະເຈົ້າໄດ້ເປັນຜູ້ຢາຍເຫຼົ້າອະງຸ່ນປະຈຳໂຕະຂອງກະສັດ.