13 ດ້ວຍວ່າ, ພຣະເຈົ້າໄດ້ສ້າງອາດາມກ່ອນ ແລະຕໍ່ມາພຣະອົງກໍໄດ້ສ້າງເອວາ.
13 ເພາະພຣະເຈົ້າສ້າງອາດາມກ່ອນ ຫລັງຈາກນັ້ນຈຶ່ງສ້າງເອວາ.
ດັ່ງນັ້ນ ພຣະເຈົ້າຈຶ່ງໄດ້ນິຣະມິດສ້າງມະນຸດໃຫ້ມີຮູບລັກສະນະຂອງພຣະອົງ ຕາມພຣະລັກສະນະຂອງພຣະເຈົ້າ. ພຣະອົງໄດ້ນິຣະມິດສ້າງພວກເຂົາໃຫ້ເປັນຊາຍແລະຍິງ
ແລ້ວພຣະເຈົ້າຢາເວພຣະເຈົ້າກໍກ່າວອີກວ່າ, “ບໍ່ເປັນການສົມຄວນທີ່ຜູ້ຊາຍຕ້ອງຢູ່ໂດດດ່ຽວຢ່າງນີ້. ເຮົາຈະສ້າງຜູ້ຊ່ວຍທີ່ເໝາະສົມໃຫ້ລາວ.”
ພຣະເຈົ້າຢາເວພຣະເຈົ້າເອົາກະດູກຂ້າງມາສ້າງເປັນຜູ້ຍິງ ແລະນຳນາງມາມອບໃຫ້ລາວ.
ແລ້ວພຣະເຈົ້າຢາເວພຣະເຈົ້າກໍເອົາຂີ້ດິນແຕ່ພື້ນດິນ ມາປັ້ນເປັນຊາຍ ແລະເປົ່າລົມຫາຍໃຈໃສ່ຮູດັງຂອງຊາຍທີ່ຖືກປັ້ນຂຶ້ນມານັ້ນໃຫ້ມີຊີວິດ ແລະຊາຍທີ່ຖືກປັ້ນນັ້ນກໍໄດ້ເລີ່ມມີຊີວິດ.
ແລ້ວພຣະອົງກໍໄດ້ກ່າວກັບຍິງນັ້ນວ່າ, “ເຮົາຈະເພີ່ມຄວາມລຳບາກເມື່ອເຈົ້າຖືພາ, ເຈົ້າຈະຕ້ອງເບັ່ງລູກອອກມາຢ່າງເຈັບປວດເຫລືອລົ້ນ. ເຖິງປານນັ້ນເຈົ້າກໍບໍ່ພົ້ນທີ່ຢາກໄດ້ຜົວ, ແລ້ວຜົວຂອງເຈົ້ານັ້ນຈະເປັນນາຍເໜືອເຈົ້າ.”
ອາດາມ ໃສ່ຊື່ໃຫ້ເມຍຂອງຕົນວ່າເອວາ ເພາະນາງເປັນແມ່ຂອງມະນຸດທັງປວງ.