Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຕີໂມທຽວ 2:1 - ພຣະຄຳພີສັກສິ

1 ເຫດສະນັ້ນ​ກ່ອນ​ສິ່ງ​ອື່ນ​ໃດ ເຮົາ​ຂໍຮ້ອງ​ເຈົ້າ​ທັງຫລາຍ ໃຫ້​ພາວັນນາ​ອະທິຖານ ໄຫວ້ວອນ ທູນຂໍ ແລະ​ຂອບພຣະຄຸນ​ພຣະເຈົ້າ​ເພື່ອ​ຄົນ​ທັງປວງ

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

1 ດັ່ງນັ້ນ, ກ່ອນອື່ນໝົດ​ເຮົາ​ຈຶ່ງ​ຂໍຮ້ອງ​ໃຫ້​ທູນຂໍ, ອະທິຖານ, ອ້ອນວອນ ແລະ ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ​ເພື່ອ​ຄົນ​ທັງປວງ,

Uka jalj uñjjattʼäta Copia luraña




1 ຕີໂມທຽວ 2:1
26 Jak'a apnaqawi uñst'ayäwi  

ການ​ເຮັດ​ຢ່າງ​ນີ້ ກໍ​ເພື່ອ​ພວກເຂົາ​ຈະ​ໄດ້​ຖວາຍ​ເຄື່ອງ​ບູຊາ​ໃຫ້​ເປັນ​ທີ່​ພໍພຣະໄທ​ພຣະເຈົ້າ​ແຫ່ງ​ສະຫວັນ ແລະ​ໃຫ້​ພາວັນນາ​ອະທິຖານ​ຂໍ​ພຣະພອນ​ຈາກ​ພຣະເຈົ້າ​ສຳລັບ​ເຮົາ​ແລະ​ສຳລັບ​ບັນດາ​ພວກ​ລູກຊາຍ​ຂອງເຮົາ​ດ້ວຍ.


ຂໍ​ໃຫ້​ພຣະນາມ​ອັນ​ຊົງຣິດ​ຂອງ​ພຣະອົງ​ນັ້ນ ຈົ່ງ​ເປັນ​ທີ່​ຍ້ອງຍໍ​ສັນລະເສີນ​ຕະຫລອດໄປ ຂໍ​ໃຫ້​ພຣະ​ສະຫງ່າຣາສີ ຈົ່ງ​ເຕັມ​ໄປ​ທົ່ວ​ແຜ່ນດິນ​ໂລກ. ອາແມນ ອາແມນ.


ຈົ່ງ​ພັດທະນາ​ບ້ານເມືອງ ບ່ອນ​ທີ່​ເຮົາ​ໄດ້​ໃຫ້​ພວກເຈົ້າ​ໄປ​ອາໄສ​ຢູ່ ໃນ​ຖານະ​ຊະເລີຍເສິກ​ນັ້ນ​ໃຫ້​ດີ. ຈົ່ງ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ​ເພື່ອ​ພວກເຂົາ ເພາະ​ຖ້າ​ພວກເຂົາ​ຈະເລີນ​ຮຸ່ງເຮືອງ ພວກເຈົ້າ​ກໍ​ຈະ​ຈະເລີນ​ຮຸ່ງເຮືອງ​ດ້ວຍ.’


ໃນ​ສະໄໝ​ທີ່​ມະນຸດ​ຍັງ​ໂງ່​ບໍ່​ຮູ້ຈັກ​ພຣະເຈົ້າ ພຣະອົງ​ກໍ​ບໍ່​ຊົງ​ຖື​ໂທດ ແຕ່​ບັດນີ້ ພຣະອົງ​ສັ່ງ​ແກ່​ມະນຸດ​ທັງປວງ​ໃນ​ທົ່ວ​ທຸກ​ບ່ອນ ໃຫ້​ຖິ້ມໃຈເກົ່າ​ເອົາໃຈໃໝ່.


ກ່ອນ​ອື່ນ ເຮົາ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ ໂດຍ​ທາງ​ພຣະເຢຊູເຈົ້າ​ເພື່ອ​ພວກເຈົ້າ​ທຸກຄົນ ດ້ວຍວ່າ ຄວາມເຊື່ອ​ຂອງ​ພວກເຈົ້າ​ກຳລັງ​ຊ່າລື​ໄປ​ທົ່ວ​ໂລກ.


ແຕ່​ຈົ່ງ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ ເພາະ​ເມື່ອ​ກ່ອນ​ພວກເຈົ້າ​ໄດ້​ເປັນ​ທາດ​ຂອງ​ຄວາມ​ບາບ, ແຕ່​ບັດນີ້​ພວກເຈົ້າ​ໄດ້​ເຊື່ອຟັງ​ຫລັກ​ຄຳ​ສອນ​ນັ້ນ ຊຶ່ງ​ຊົງ​ໃຫ້​ຄອບຄອງ​ພວກເຈົ້າ.


ເລື່ອງ​ທີ່​ເຮົາ​ໄດ້​ຮັບ​ໄວ້​ແລ້ວ​ນັ້ນ ເຮົາ​ໄດ້​ມອບ​ໄວ້​ແກ່​ເຈົ້າ​ທັງຫລາຍ​ເປັນ​ເລື່ອງ​ສຳຄັນ​ທີ່ສຸດ​ຄື​ວ່າ, ພຣະຄຣິດ​ຊົງ​ສິ້ນພຣະຊົນ​ແທນ​ຄວາມ​ຜິດບາບ​ຂອງ​ເຮົາ​ທັງຫລາຍ ຕາມ​ທີ່​ມີ​ຂຽນ​ໄວ້​ໃນ​ພຣະຄຳພີ,


ຈົນ​ວ່າ​ເຮົາ​ໄດ້​ເຕືອນ​ຕີໂຕ ໃຫ້​ຊ່ວຍ​ພວກເຈົ້າ​ເຮັດ​ການ​ກຸສົນ​ນັ້ນ​ໃຫ້​ສຳເລັດ ຕາມ​ທີ່​ຕົນ​ໄດ້​ລົງ​ມື​ເຮັດ​ໄວ້​ກ່ອນ​ແລ້ວ​ນັ້ນ.


ເຫດສະນັ້ນ, ຂ້າພະເຈົ້າ​ຈຶ່ງ​ຂໍຮ້ອງ​ພວກເຈົ້າ​ວ່າ ຢ່າ​ທໍ້ຖອຍ​ໃຈ​ຍ້ອນ​ຂ້າພະເຈົ້າ​ຖືກ​ທົນທຸກ​ລຳບາກ ເພາະ​ເຫັນ​ແກ່​ພວກເຈົ້າ, ທັງໝົດ​ນັ້ນ​ກໍ​ເພື່ອ​ເປັນ​ກຽດຕິຍົດ​ແກ່​ພວກເຈົ້າ​ເອງ.


ຈົ່ງ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ ພຣະບິດາເຈົ້າ​ສະເໝີ​ສຳລັບ​ທຸກໆ​ສິ່ງ ໃນ​ນາມ​ຂອງ​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ພວກເຮົາ.


ຈົ່ງ​ພາວັນນາ​ອະທິຖານ ແລະ​ໄຫວ້ວອນ​ທຸກຢ່າງ ຈົ່ງ​ພາວັນນາ​ອະທິຖານ​ໂດຍ​ພຣະວິນຍານ​ທຸກ​ເວລາ ແລະ​ຈົ່ງ​ເຝົ້າ​ລະວັງ​ໃນ​ການ​ນັ້ນ ດ້ວຍ​ຄວາມ​ພຽນ​ທຸກຢ່າງ ຈົ່ງ​ພາວັນນາ​ອະທິຖານ​ເພື່ອ​ໄພ່ພົນ​ທັງປວງ​ຂອງ​ພຣະເຈົ້າ.


ທຸກ​ເທື່ອ​ທີ່​ເຮົາ​ຄິດເຖິງ​ພວກເຈົ້າ ເຮົາ​ກໍ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ ເພື່ອ​ພວກເຈົ້າ​ຢູ່​ສະເໝີ,


ຢ່າ​ທຸກຮ້ອນ​ໃຈ​ດ້ວຍ​ສິ່ງໃດ​ເລີຍ ແຕ່​ຈົ່ງ​ທູນ​ເລື່ອງ​ຄວາມ​ປາຖະໜາ​ທຸກຢ່າງ​ຂອງ​ພວກເຈົ້າ ຕໍ່​ພຣະເຈົ້າ​ດ້ວຍ​ການ​ພາວັນນາ​ອະທິຖານ ດ້ວຍ​ການ​ອ້ອນວອນ​ທູນ​ຂໍ ແລະ​ດ້ວຍ​ຈິດໃຈ​ໂມທະນາ​ຂອບພຣະຄຸນ.


ຂໍ​ອົງພຣະ​ຜູ້​ເປັນເຈົ້າ ຊົງ​ໂຜດ​ໃຫ້​ພວກເຈົ້າ​ຈະເລີນ​ຂຶ້ນ ແລະ​ລົ້ນ​ເຫຼືອ​ໄປ​ດ້ວຍ​ຄວາມຮັກ ທີ່​ມີ​ຕໍ່​ກັນແລະກັນ ແລະ ຕໍ່​ຄົນ​ທັງປວງ ເໝືອນ​ດັ່ງ​ທີ່​ພວກເຮົາ​ມີ​ຄວາມຮັກ​ຕໍ່​ພວກເຈົ້າ​ນັ້ນ​ແລ້ວ


ພີ່ນ້ອງ​ທັງຫລາຍ​ເອີຍ ພວກເຮົາ​ຕ້ອງ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ​ຢູ່​ຕະຫລອດ​ເວລາ ກ່ຽວກັບ​ເລື່ອງ​ພວກເຈົ້າ ຊຶ່ງ​ເປັນ​ສິ່ງ​ທີ່​ສົມຄວນ​ສຳລັບ​ພວກເຮົາ ເພາະ​ຄວາມເຊື່ອ​ຂອງ​ພວກເຈົ້າ​ຈະເລີນ​ຫລາຍ​ຂຶ້ນ ແລະ​ຄວາມຮັກ​ຂອງ​ພວກເຈົ້າ​ທຸກຄົນ​ທີ່​ມີ​ແກ່​ກັນແລະກັນ ກໍ​ທະວີ​ຂຶ້ນ​ຫລາຍກວ່າ​ເກົ່າ.


ພຣະອົງ​ຊົງ​ມີ​ພຣະ​ປະສົງ​ໃຫ້​ທຸກຄົນ​ໄດ້​ເຖິງ​ຄວາມ​ພົ້ນ ແລະ​ໃຫ້​ມາ​ຮູ້ຈັກ​ຄວາມຈິງ.


ຜູ້​ເປັນ​ແມ່ໝ້າຍ​ຢ່າງ​ແທ້ຈິງ ທີ່​ຖືກ​ປະລະ​ໃຫ້​ຢູ່​ຜູ້​ດຽວ​ໂດດດ່ຽວ​ນັ້ນ ກໍ​ຈົ່ງ​ມອບ​ຄວາມຫວັງ​ໄວ້​ກັບ​ພຣະເຈົ້າ ແລະ​ສືບຕໍ່​ໄຫວ້ວອນ​ອະທິຖານ​ທັງ​ເວັນ​ແລະ​ຄືນ.


ຜູ້ຮັບໃຊ້​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ຕ້ອງ​ບໍ່​ເປັນ​ຄົນ​ວິວາດ​ຜິດຖຽງ​ກັນ, ແຕ່​ຕ້ອງ​ມີ​ໃຈ​ເມດຕາ​ແກ່​ທຸກຄົນ ເປັນ​ຄູ​ທີ່​ເໝາະສົມ ແລະ​ມີ​ໃຈ​ພຽນ​ອົດທົນ


ເພາະວ່າ​ພຣະຄຸນ​ຂອງ​ພຣະເຈົ້າ​ໄດ້​ຊົງ​ເປີດເຜີຍ​ແລ້ວ ເພື່ອ​ນຳ​ຄວາມ​ລອດພົ້ນ​ມາ​ໃຫ້​ຄົນ​ທັງປວງ.


ຢ່າ​ໃຫ້​ພວກເຂົາ​ໝິ່ນປະໝາດ​ຜູ້ໃດ​ຈັກ​ຄົນ ຢ່າ​ໃຫ້​ເປັນ​ຄົນ​ມັກ​ຜິດຖຽງ​ກັນ ແຕ່​ໃຫ້​ເປັນ​ຄົນ​ເອົາອົກ​ເອົາໃຈ ສະແດງ​ຄວາມ​ອ່ອນ​ສຸພາບ​ແກ່​ຄົນ​ທັງປວງ.


ຄວາມ​ປາຖະໜາ​ອັນ​ຍິ່ງໃຫຍ່​ຂອງ​ພວກເຮົາ ແມ່ນ​ໃຫ້​ແຕ່ລະຄົນ​ໃນ​ພວກເຈົ້າ ມີ​ຄວາມ​ຮ້ອນຮົນ​ຢ່າງ​ດຽວກັນ​ຈົນເຖິງ​ທີ່ສຸດ ເພື່ອ​ວ່າ​ສິ່ງ​ທີ່​ພວກເຈົ້າ​ຫວັງ​ໄວ້​ນັ້ນ​ຈະ​ໄດ້​ສຳເລັດ.


ເຫດສະນັ້ນ ເຈົ້າ​ທັງຫລາຍ ຈົ່ງ​ສາລະພາບ​ຜິດ​ຂອງຕົນ​ຕໍ່​ກັນແລະກັນ, ຈົ່ງ​ພາວັນນາ​ອະທິຖານ​ເພື່ອ​ກັນແລະກັນ, ເພື່ອ​ເຈົ້າ​ທັງຫລາຍ​ຈະ​ໄດ້​ດີ​ພະຍາດ. ຄຳ​ພາວັນນາ​ອະທິຖານ​ຂອງ​ຜູ້​ຊອບທຳ​ມີຣິດ​ສັກສິດ​ເຮັດ​ໃຫ້​ເກີດຜົນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka