8 ພວກເຮົາຮູ້ວ່າກົດບັນຍັດນັ້ນດີ ຖ້ານຳໄປໃຊ້ໃນທາງຖືກຕ້ອງ.
8 ພວກເຮົາຮູ້ຢູ່ວ່າກົດບັນຍັດນັ້ນດີຖ້ານຳໄປໃຊ້ໃນທາງທີ່ຖືກຕ້ອງ.
ທີ່ພູເຂົາຊີນາຍພຣະອົງໄດ້ລົງມາຈາກສະຫວັນ; ພຣະອົງໄດ້ກ່າວແກ່ປະຊາຊົນໃນທີ່ນັ້ນ ແລະໄດ້ມອບກົດບັນຍັດທີ່ດີແກ່ພວກເພິ່ນ ທັງຄຳສັ່ງສອນທີ່ມີຫລັກແກ່ພວກເພິ່ນດ້ວຍ.
ຢ່າດຳເນີນຊີວິດເໝືອນຢ່າງຊາວໂລກນີ້ ແຕ່ຈົ່ງຮັບການຊົງປ່ຽນແປງຈິດໃຈຂອງພວກເຈົ້າໃໝ່ ແລ້ວອຸປະນິໄສຂອງພວກເຈົ້າຈຶ່ງຈະປ່ຽນໃໝ່ ເພື່ອພວກເຈົ້າຈະໄດ້ຮູ້ນໍ້າພຣະໄທຂອງພຣະເຈົ້າ ຄືຈະຮູ້ວ່າອັນໃດດີ ອັນໃດເປັນທີ່ພໍພຣະໄທ ແລະອັນໃດດີທີ່ສຸດ.
ໃນເມື່ອສິ່ງທີ່ເຮົາເຮັດນັ້ນ ແມ່ນສິ່ງທີ່ເຮົາບໍ່ຢາກເຮັດ ກໍສະແດງວ່າເຮົາເຫັນພ້ອມວ່າ ກົດບັນຍັດນັ້ນຖືກຕ້ອງ.
ເພາະເຮົາຮູ້ວ່າໃນຕົວເຮົາ ຄືໃນສັນດານມະນຸດນັ້ນ ບໍ່ມີການດີຈັກຢ່າງຢູ່ນຳ. ເຖິງແມ່ນວ່າ ການຢາກເຮັດດີມີຢູ່ໃນຕົວເຮົາ, ແຕ່ເຮົາກໍບໍ່ສາມາດເຮັດດີໄດ້.
ສ່ວນເລິກໃນຈິດໃຈຂອງເຮົາແລ້ວ ເຮົາກໍພໍໃຈປິຕິຍິນດີກັບກົດບັນຍັດຂອງພຣະເຈົ້າ.
ຖ້າດັ່ງນັ້ນ ກົດບັນຍັດຂັດແຍ້ງກັບພຣະສັນຍາຂອງພຣະເຈົ້າບໍ? ບໍ່ແມ່ນຢ່າງນັ້ນດອກ ເພາະວ່າ ຖ້າຊົງປະທານກົດບັນຍັດ ອັນອາດໃຫ້ມີຊີວິດຢູ່ໄດ້ ການຊົງຖືວ່າເປັນຄົນຊອບທຳຄົງຈະໄດ້ມີຢູ່ໂດຍກົດບັນຍັດນັ້ນແທ້.
ນັກກິລາທີ່ແລ່ນຊິງໄຊ ຈະຍາດເອົາລາງວັນບໍ່ໄດ້ ຖ້າບໍ່ປະຕິບັດຕາມກົດລະບຽບ.