Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຕີໂມທຽວ 1:6 - ພຣະຄຳພີສັກສິ

6 ມີ​ບາງຄົນ​ໄດ້​ຫັນ​ໜີ​ຈາກ​ສິ່ງ​ເຫຼົ່ານີ້ ແລະ​ຫລົງ​ໄປ​ຫາ​ການ​ໂຕ້ຖຽງ​ອັນ​ໂງ່ງ່າວ​ບໍ່ມີ​ປະໂຫຍດ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

6 ມີ​ບາງຄົນ​ໄດ້​ຫລົງເສຍໄປ​ຈາກ​ສິ່ງ​ເຫລົ່ານີ້ ແລະ ຫັນ​ໄປ​ເວົ້າ​ແບບ​ໄຮ້ສາລະ.

Uka jalj uñjjattʼäta Copia luraña




1 ຕີໂມທຽວ 1:6
9 Jak'a apnaqawi uñst'ayäwi  

ພວກເຈົ້າ​ຄິດ​ຢ່າງ​ໃດ? ຖ້າ​ຄົນ​ຜູ້ໜຶ່ງ​ມີ​ແກະ​ຢູ່​ຮ້ອຍ​ໂຕ ແລະ​ໂຕໜຶ່ງ​ຫລົງ​ເສຍ​ໄປ​ຈາກ​ຝູງ? ລາວ​ຈະ​ບໍ່​ປະ​ແກະ​ເກົ້າສິບ​ເກົ້າ​ໂຕ​ໄວ້​ຢູ່​ຫັ້ນ ແລ້ວ​ໄປ​ຊອກ​ຫາ​ໂຕ​ທີ່​ຫລົງ​ເສຍ​ໄປ​ນັ້ນ​ບໍ?


ດ້ວຍວ່າ, ມີ​ແມ່ໝ້າຍ​ບາງຄົນ​ໄດ້​ຫລົງ​ຕິດຕາມ​ມານຊາຕານ​ໄປ​ແລ້ວ.


ຄົນ​ທັງສອງ​ນັ້ນ​ໄດ້​ຫລົງ​ໄປ​ຈາກ​ຄວາມຈິງ ໂດຍ​ກ່າວ​ວ່າ ການ​ຄືນ​ຈາກ​ຄວາມ​ຕາຍ​ນັ້ນ​ໄດ້​ຜ່ານ​ພົ້ນ​ໄປ​ແລ້ວ, ພວກເຂົາ​ກຳລັງ​ເຮັດ​ໃຫ້​ຄວາມເຊື່ອ​ຂອງ​ບາງຄົນ​ລົ້ມ​ລະລາຍ​ໄປ.


ເພາະວ່າ​ເດມາ​ໄດ້​ຫລົງ​ຮັກ​ສິ່ງ​ຂອງ​ຝ່າຍ​ໂລກ​ເສຍ​ແລ້ວ ແລະ​ໄດ້​ປະຖິ້ມ​ເຮົາ ໜີໄປ​ເມືອງ​ເທສະໂລນິກ. ເກເຊັນ​ໄດ້​ໄປ​ແຂວງ​ຄາລາເຕຍ ແລະ ຕີໂຕ​ໄດ້​ໄປ​ທີ່​ເມືອງ​ດັນມາເຕຍ.


ເພາະວ່າ​ມີ​ຫລາຍ​ຄົນ​ທີ່​ດື້ດ້ານ ກ່າວ​ຄຳ​ທີ່​ບໍ່ມີ​ແກ່ນສານ ແລະ​ຫລອກລວງ​ຄົນອື່ນ​ໃຫ້​ຫລົງ ເປັນ​ຕົ້ນ​ວ່າ​ພວກ​ຢູ່​ຝ່າຍ​ພິທີຕັດ.


ແຕ່​ຈົ່ງ​ຫລີກ​ເວັ້ນ​ຈາກ​ການ​ໂຕ້ຖຽງ​ອັນ​ໂງ່ງ່າວ, ເລື່ອງ​ລຳດັບ​ເຊື້ອວົງ​ອັນ​ຍືດຍາວ​ຂອງ​ບັນພະບຸລຸດ, ການ​ຜິດຖຽງ​ກັນ ແລະ​ການ​ຕໍ່ສູ້​ກັນ​ເຖິງ​ເລື່ອງ​ກົດບັນຍັດ, ສິ່ງ​ເຫຼົ່ານັ້ນ​ເປັນ​ການ​ໄຮ້​ປະໂຫຍດ​ແລະ​ບໍ່ມີ​ຄຸນຄ່າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka