Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຕີໂມທຽວ 1:5 - ພຣະຄຳພີສັກສິ

5 ຈຸດປະສົງ​ຂອງ​ຄຳສັ່ງ​ນີ້ ແມ່ນ​ເພື່ອ​ກໍ່​ໃຫ້​ເກີດ​ຄວາມຮັກ​ຈາກ​ໃຈ​ບໍຣິສຸດ ຈາກ​ໃຈ​ສຳນຶກ​ຜິດແລະຊອບ​ອັນ​ເສາະໃສ ແລະ​ຈາກ​ຄວາມເຊື່ອ​ອັນ​ຈິງໃຈ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

5 ເປົ້າໝາຍ​ຂອງ​ຄຳສັ່ງ​ນີ້​ຄື​ຄວາມຮັກ ເຊິ່ງ​ມາ​ຈາກ​ໃຈ​ບໍລິສຸດ, ຈາກ​ຈິດສຳນຶກ​ທີ່​ດີ ແລະ ຈາກ​ຄວາມເຊື່ອ​ຢ່າງ​ຈິງໃຈ.

Uka jalj uñjjattʼäta Copia luraña




1 ຕີໂມທຽວ 1:5
43 Jak'a apnaqawi uñst'ayäwi  

ຄື​ພວກ​ທີ່​ມື​ສະອາດ​ແລະ​ໃຈ​ບໍຣິສຸດ ຄື​ຜູ້​ທີ່​ບໍ່​ຍອມ​ຂາບໄຫວ້​ຮູບເຄົາຣົບ ຫລື​ບໍ່​ໃຫ້​ຄຳສັນຍາ​ຢ່າງ​ຫລອກລວງ.


ຂ້າແດ່​ພຣະເຈົ້າ ຂໍ​ຊົງ​ໂຜດ​ສ້າງ​ຈິດໃຈ​ຂ້ານ້ອຍ​ໃຫ້​ບໍຣິສຸດ ສວມ​ຈິດວິນຍານ​ໃໝ່​ທັງ​ສັດຊື່​ໃສ່​ໃນ​ຂ້ານ້ອຍ​ດ້ວຍ.


ນະຄອນ​ເຢຣູຊາເລັມ​ເອີຍ ຈົ່ງ​ຊຳລະລ້າງ​ຄວາມ​ຊົ່ວຊ້າ​ອອກ​ຈາກ​ຈິດໃຈ​ຂອງເຈົ້າ​ສາ ເພື່ອ​ວ່າ​ເຈົ້າ​ຈະ​ພົ້ນ​ໄດ້. ເຈົ້າ​ຈະ​ຄິດ​ບາບ​ຢູ່​ຢ່າງນີ້​ອີກ​ໄປ​ດົນນານ​ປານໃດ?


ແລ້ວ​ເຮົາ​ກໍ​ຄິດວ່າ ປະຊາຊົນ​ຂອງເຮົາ​ຈະ​ມີ​ຄວາມ​ຢຳເກງ​ເຮົາ ແລະ​ຮັບ​ເອົາ​ການ​ແອບສອນ​ຂອງເຮົາ ຊຶ່ງ​ພວກເຂົາ​ຈະ​ບໍ່​ລືມໄລ​ຈັກເທື່ອ. ແຕ່​ບໍ່​ພໍ​ເທົ່າໃດ ພວກເຂົາ​ກໍ​ແຮ່ງ​ປະພຶດ​ຊົ່ວຊ້າ​ຫລາຍ​ຍິ່ງ​ຂຶ້ນ.”


ຄົນ​ດີ​ກໍ​ເອົາ​ສິ່ງ​ດີ​ອອກ​ມາ​ຈາກ​ຄັງ​ແຫ່ງ​ຄວາມດີ​ຂອງຕົນ, ຄົນຊົ່ວ​ກໍ​ເອົາ​ສິ່ງ​ຊົ່ວ​ອອກ​ມາ​ຈາກ​ຄັງ​ແຫ່ງ​ຄວາມຊົ່ວ​ຂອງຕົນ.”


ຜູ້ໃດ​ມີ​ໃຈ​ບໍຣິສຸດ​ກໍ​ເປັນ​ສຸກ, ເພາະວ່າ​ຜູ້ນັ້ນ​ຈະ​ໄດ້​ເຫັນ​ພຣະເຈົ້າ


ພຣະອົງ​ບໍ່ໄດ້​ປະຕິບັດ​ກັບ​ພວກເຮົາ​ແຕກຕ່າງ​ຈາກ​ພວກເຂົາ, ພຣະອົງ​ອະໄພ​ບາບກຳ​ຂອງ​ພວກເຂົາ​ດ້ວຍ​ຄວາມເຊື່ອ.


ຝ່າຍ​ໂປໂລ​ຈຶ່ງ​ຈ້ອງ​ຕາ​ເບິ່ງ​ກອງ​ປະຊຸມ​ນັ້ນ ແລະ​ກ່າວ​ວ່າ, “ພີ່ນ້ອງ​ທັງຫລາຍ​ເອີຍ, ເຮົາ​ນີ້​ໄດ້​ດຳເນີນ​ຊີວິດ​ຕໍ່​ພຣະພັກ​ຂອງ​ພຣະເຈົ້າ ລ້ວນແຕ່​ຕາມ​ທີ່​ໃຈ​ສຳນຶກ​ຜິດແລະຊອບ​ທີ່​ດີ​ຈົນເຖິງ​ທຸກ​ວັນນີ້.”


ດ້ວຍເຫດນີ້ ຂ້ານ້ອຍ​ຈຶ່ງ​ອົດສາ​ປະພຶດ​ຕົນ​ໃຫ້​ມີ​ໃຈ​ສຳນຶກ​ຜິດແລະຊອບ​ອັນ​ເສາະໃສ ຕໍ່ໜ້າ​ພຣະເຈົ້າ​ແລະ​ຕໍ່ໜ້າ​ມະນຸດ​ສະເໝີ​ມາ.”


ດ້ວຍວ່າ, ພຣະຄຣິດ​ໄດ້​ເຮັດ​ໃຫ້​ກົດບັນຍັດ​ຖືກ​ຍົກເລີກ ເພື່ອ​ວ່າ​ຜູ້​ທີ່​ວາງໃຈເຊື່ອ​ທຸກຄົນ ຈະ​ໄດ້​ເປັນ​ຄົນ​ຊອບທຳ.


ຈົ່ງ​ຮັກ​ດ້ວຍ​ໃຈຈິງ ຈົ່ງ​ກຽດຊັງ​ສິ່ງ​ທີ່​ຊົ່ວຮ້າຍ ຈົ່ງ​ຍຶດໝັ້ນ​ໃນ​ສິ່ງ​ທີ່​ດີ


ຖ້າ​ພີ່ນ້ອງ​ຂອງ​ເຈົ້າ​ເປັນທຸກໃຈ ເພາະ​ອາຫານ​ທີ່​ເຈົ້າ​ກິນ, ເຈົ້າ​ກໍ​ບໍ່ໄດ້​ເຮັດ​ດ້ວຍ​ຄວາມຮັກ​ເສຍ​ແລ້ວ ຢ່າ​ໃຫ້​ອາຫານ​ທີ່​ເຈົ້າ​ກິນ​ນັ້ນ ເປັນ​ເຫດ​ເຮັດ​ໃຫ້​ຄົນ​ທີ່​ພຣະຄຣິດ​ໄດ້​ສິ້ນພຣະຊົນ​ແທນ​ແລ້ວ ຕ້ອງ​ຈິບຫາຍ​ໄປ.


ເຮົາ​ຢູ່​ໃນ​ພຣະຄຣິດ ເຮົາ​ເວົ້າ​ຄວາມຈິງ ເຮົາ​ບໍ່ໄດ້​ເວົ້າ​ຕົວະ​ໃຈ​ສຳນຶກ​ຜິດແລະຊອບ​ຂອງເຮົາ ກໍ​ເປັນ​ພະຍານ​ຝ່າຍ​ເຮົາ​ດ້ວຍ​ພຣະວິນຍານ​ບໍຣິສຸດເຈົ້າ


ເຖິງ​ແມ່ນ​ເຮົາ​ເວົ້າ​ພາສາ​ແປກໆ​ໄດ້ ຈະ​ເປັນ​ພາສາ​ມະນຸດ ຫລື​ພາສາ​ຂອງ​ເທວະດາ​ກໍຕາມ, ແຕ່​ບໍ່ມີ​ຄວາມຮັກ ການ​ເວົ້າ​ຂອງເຮົາ ກໍ​ເປັນ​ເໝືອນ​ສຽງ​ຄ້ອງ​ແລະ​ສຽງ​ແຊ່ງ​ທີ່​ດັງ​ອຶກກະທຶກ.


ນີ້​ແຫຼະ ແມ່ນ​ສິ່ງ​ທີ່​ພວກເຮົາ​ເອກອ້າງ​ໄດ້​ຄື: ໃຈ​ສຳນຶກ​ຜິດແລະຊອບ​ຂອງ​ພວກເຮົາ​ກໍ​ເປັນ​ພະຍານ​ວ່າ, ການ​ດຳເນີນ​ຊີວິດ​ຂອງ​ພວກເຮົາ​ຢູ່​ໃນ​ໂລກນີ້ ດ້ວຍ​ຄວາມ​ບໍຣິສຸດ​ໃຈ​ແລະ​ດ້ວຍ​ຄວາມ​ຈິງໃຈ​ທີ່​ມາ​ຈາກ​ພຣະເຈົ້າ ບໍ່ແມ່ນ​ໂດຍ​ປັນຍາ​ຂອງ​ມະນຸດ ແຕ່​ເປັນ​ມາ​ໂດຍ​ພຣະຄຸນ​ຂອງ​ພຣະເຈົ້າ.


ແຕ່​ຜົນ​ຂອງ​ພຣະວິນຍານ​ນັ້ນ​ຄື: ຄວາມຮັກ, ຄວາມ​ຊົມຊື່ນ​ຍິນດີ, ສັນຕິສຸກ, ຄວາມ​ອົດທົນ​ດົນນານ, ຄວາມ​ເມດຕາປານີ, ຄວາມດີ, ຄວາມ​ສັດຊື່,


ດ້ວຍວ່າ, ໃນ​ພຣະຄຣິດເຈົ້າ​ເຢຊູ ການ​ຮັບ​ພິທີຕັດ​ຫລື​ບໍ່​ຮັບ ກໍ​ບໍ່ມີ​ຜົນ​ຫຍັງ, ແຕ່​ສິ່ງ​ສຳຄັນ​ແມ່ນ​ຄວາມເຊື່ອ​ທີ່​ສະແດງ​ອອກ​ໂດຍ​ທາງ​ຄວາມຮັກ.


“ບັດນີ້ ປະຊາຊົນ​ອິດສະຣາເອນ​ເອີຍ ຈົ່ງ​ຟັງ​ສິ່ງ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ຮຽກຮ້ອງ​ຕ້ອງການ​ຈາກ​ພວກເຈົ້າ ຄື: ຈົ່ງ​ນະມັດສະການ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ແລະ​ປະຕິບັດ​ທຸກສິ່ງ​ທີ່​ພຣະອົງ​ສັ່ງ. ຈົ່ງ​ຮັກ​ພຣະອົງ ແລະ​ຮັບໃຊ້​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ດ້ວຍ​ສຸດໃຈ​ຂອງ​ພວກເຈົ້າ


ຕີໂມທຽວ​ລູກ​ຂອງເຮົາ​ເອີຍ, ເຮົາ​ຂໍ​ມອບ​ຄຳແນະນຳ​ນີ້​ແກ່​ເຈົ້າ ຕາມ​ທີ່​ມີ​ຄຳທຳນວາຍ​ກ່າວ​ໄວ້​ກ່ຽວກັບ​ເຈົ້າ​ເມື່ອ​ກ່ອນ​ນັ້ນ ຈົ່ງ​ໃຊ້​ຖ້ອຍຄຳ​ເຫຼົ່ານັ້ນ​ເປັນ​ອາວຸດ ເພື່ອ​ຕໍ່ສູ້​ດ້ວຍ​ໃຈ​ກ້າຫານ.


ແລະ​ຈົ່ງ​ຢຶດຖື​ຄວາມເຊື່ອ​ອັນ​ແທ້ຈິງ ແລະ​ໃຫ້​ມີ​ໃຈ​ສຳນຶກ​ຜິດແລະຊອບ​ອັນ​ເສາະໃສ ມີ​ບາງຄົນ​ໄດ້​ປະຕິເສດ​ທີ່​ຈະ​ຟັງ​ໃຈ​ສຳນຶກ​ຜິດແລະຊອບ​ຂອງຕົນ ຈຶ່ງ​ເຮັດ​ໃຫ້​ຄວາມເຊື່ອ​ຂອງ​ເຂົາ​ຫຼົ້ມຈົມ.


ຕ້ອງ​ເປັນ​ຄົນ​ຢຶດໝັ້ນ​ໃນ​ຂໍ້​ລັບເລິກ​ແຫ່ງ​ຄວາມເຊື່ອ ດ້ວຍ​ໃຈ​ສຳນຶກ​ຜິດແລະຊອບ​ອັນ​ເສາະໃສ.


ເຮົາ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ ອົງ​ທີ່​ເຮົາ​ຮັບໃຊ້​ດ້ວຍ​ໃຈ​ສຳນຶກ​ຜິດແລະຊອບ​ອັນ​ເສາະໃສ ດັ່ງ​ບັນພະບຸລຸດ​ຂອງເຮົາ​ໄດ້​ປະຕິບັດ​ມາ ເຮົາ​ໂມທະນາ​ຂອບພຣະຄຸນ​ພຣະອົງ​ຢູ່​ສະເໝີ ເມື່ອ​ເຮົາ​ລະນຶກເຖິງ​ເຈົ້າ​ໃນ​ຄຳ​ພາວັນນາ​ອະທິຖານ​ຂອງເຮົາ​ທັງ​ກາງຄືນ​ແລະ​ກາງເວັນ.


ເຮົາ​ລະນຶກເຖິງ​ຄວາມເຊື່ອ​ອັນ​ຈິງໃຈ​ຂອງ​ເຈົ້າ ອັນ​ເປັນ​ຄວາມເຊື່ອ ຊຶ່ງ​ເມື່ອ​ກ່ອນ​ໄດ້​ມີ​ຢູ່​ໃນ​ນາງ​ໂລອີ ແມ່ເຖົ້າ​ຂອງ​ເຈົ້າ ແລະ ນາງ​ຢູນິເກ​ແມ່​ຂອງ​ເຈົ້າ. ບັດນີ້ ເຮົາ​ເຊື່ອ​ແນ່​ວ່າ ມີ​ຢູ່​ໃນ​ເຈົ້າ​ເໝືອນກັນ.


ດັ່ງນັ້ນ ເຈົ້າ​ຈົ່ງ​ຫລີກ​ໜີ​ຈາກ​ຣາຄະ​ຕັນຫາ​ຂອງ​ຄົນ​ໜຸ່ມ. ຈົ່ງ​ຕິດຕາມ​ຄວາມ​ຊອບທຳ, ຄວາມເຊື່ອ, ຄວາມຮັກ ແລະ​ສັນຕິສຸກ ຮ່ວມ​ກັບ​ຄົນ​ທັງປວງ​ທີ່​ຮ້ອງ​ອອກ​ພຣະນາມ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ດ້ວຍ​ໃຈ​ບໍຣິສຸດ.


ສຳລັບ​ຄົນ​ສະອາດ​ນັ້ນ ທຸກສິ່ງ​ກໍ​ສະອາດ​ເສາະໃສ ແຕ່​ສຳລັບ​ຄົນຊົ່ວຮ້າຍ​ແລະ​ຄົນ​ທີ່​ບໍ່​ເຊື່ອ​ນັ້ນ ບໍ່ມີ​ສິ່ງໃດ​ສະອາດ​ຈັກ​ຢ່າງ ແຕ່​ຈິດໃຈ ແລະ​ໃຈ​ສຳນຶກ​ຜິດແລະຊອບ​ຂອງ​ພວກເຂົາ ກໍ​ຖືກ​ຊົ່ວຮ້າຍ​ໄປ​ແລ້ວ.


ດັ່ງນັ້ນ ຈົ່ງ​ໃຫ້​ພວກເຮົາ​ເຂົ້າ​ມາ​ໃກ້​ດ້ວຍ​ຄວາມ​ຈິງໃຈ ແລະ​ດ້ວຍ​ຄວາມ​ເຊື່ອໝັ້ນ​ອັນ​ເຕັມ​ບໍຣິບູນ ດ້ວຍ​ໃຈ​ທີ່​ໄດ້​ຮັບ​ການ​ຊຳລະ​ຈາກ​ຄວາມ​ຮູ້ສຶກ​ຕົວ​ວ່າ​ມີ​ບາບກຳ ແລະ​ມີ​ຮ່າງກາຍ​ທີ່​ໄດ້​ຊຳລະລ້າງ​ແລ້ວ​ດ້ວຍ​ນໍ້າ​ບໍຣິສຸດ.


ຈົ່ງ​ພາວັນນາ​ອະທິຖານ​ເພື່ອ​ພວກເຮົາ ເພາະ​ເຮົາ​ເຊື່ອ​ແນ່​ວ່າ ພວກເຮົາ​ມີ​ໃຈ​ສຳນຶກ​ຜິດແລະຊອບ​ອັນ​ດີ​ຢູ່​ແລ້ວ ແລະ​ປາຖະໜາ​ທີ່​ຈະ​ດຳເນີນ​ຊີວິດ​ຕາມ​ຢ່າງດີ​ໃນ​ທຸກສິ່ງ.


ຫລາຍກວ່າ​ນັ້ນ​ຈັກ​ພຽງໃດ ພຣະ​ໂລຫິດ​ຂອງ​ພຣະຄຣິດ ຜູ້​ໄດ້​ຊົງ​ຖວາຍ​ພຣະອົງ​ເອງ​ແດ່​ພຣະເຈົ້າ ໂດຍ​ພຣະວິນຍານ​ຜູ້​ຊົງ​ຕັ້ງ​ຢູ່​ເປັນນິດ ເປັນ​ເຄື່ອງ​ບູຊາ​ປາສະຈາກ​ຕຳໜິ ກໍ​ຈະ​ຊົງ​ຊຳລະ​ໃຈ​ສຳນຶກ​ຜິດແລະຊອບ​ຂອງ​ເຮົາ​ທັງຫລາຍ ໃຫ້​ພົ້ນ​ຈາກ​ກິດຈະການ​ທີ່​ນຳ​ໄປ​ສູ່​ຄວາມ​ຕາຍ ເພື່ອ​ຫັນ​ໄປ​ຮັບໃຊ້​ພຣະເຈົ້າ​ຜູ້​ຊົງພຣະຊົນ​ຢູ່.


ເຈົ້າ​ທັງຫລາຍ​ຈົ່ງ​ເຂົ້າ​ໃກ້​ພຣະເຈົ້າ ແລະ​ພຣະອົງ​ຈະ​ສະເດັດ​ມາ​ໃກ້​ພວກເຈົ້າ ຄົນ​ບາບ​ທັງຫລາຍ​ເອີຍ, ຈົ່ງ​ຊຳລະ​ມື​ໃຫ້​ສະອາດ ແລະ​ຄົນ​ສອງໃຈ​ເອີຍ, ຈົ່ງ​ຊຳລະ​ໃຈ​ຂອງຕົນ​ໃຫ້​ບໍຣິສຸດ


ທີ່​ເຈົ້າ​ທັງຫລາຍ​ໄດ້​ຊຳລະ​ຈິດໃຈ​ຂອງຕົນ ໃຫ້​ບໍຣິສຸດ​ດ້ວຍ​ຄວາມ​ເຊື່ອຟັງ​ຄວາມຈິງ ຈົນ​ມີ​ຄວາມຮັກ​ພວກ​ພີ່ນ້ອງ​ຢ່າງ​ຈິງໃຈ ພວກເຈົ້າ​ຈົ່ງ​ຮັກ​ຊຶ່ງກັນແລະກັນ​ດ້ວຍ​ເຕັມໃຈ.


ແຕ່​ຈົ່ງ​ຕອບ​ດ້ວຍ​ໃຈ​ສຸພາບ​ແລະ​ຢຳເກງ ແລະ​ໃຫ້​ມີ​ໃຈ​ສຳນຶກ​ຜິດແລະຊອບ​ອັນ​ເສາະໃສ ເພື່ອ​ວ່າ​ເມື່ອ​ພວກເຈົ້າ​ຖືກ​ປະໝາດ​ນິນທາ ຄົນ​ທີ່​ກ່າວ​ຫຍາບຊ້າ ຕໍ່​ທຳນຽມ​ຄຣິສຕຽນ​ອັນ​ດີ​ຂອງ​ພວກເຈົ້າ​ນັ້ນ ກໍ​ຈະ​ໄດ້​ຮັບ​ຄວາມ​ອັບອາຍ.


ນໍ້າ​ນັ້ນ​ໝາຍເຖິງ​ພິທີ​ຮັບ​ບັບຕິສະມາ ທີ່​ໃຫ້​ພວກເຈົ້າ​ລອດພົ້ນ​ດຽວ​ນີ້ ບັບຕິສະມາ​ນີ້ ບໍ່ແມ່ນ​ການ​ຊຳລະ​ສິ່ງ​ເປື້ອນເປິ​ທາງ​ຮ່າງກາຍ ແຕ່​ເປັນ​ການ​ຮຽນຂໍ​ຕໍ່​ພຣະເຈົ້າ ດ້ວຍ​ໃຈ​ສຳນຶກ​ຜິດແລະຊອບ​ອັນ​ເສາະໃສ. ບັບຕິສະມາ​ນີ້​ໃຫ້​ເຖິງ​ທີ່​ພົ້ນ ເພາະ​ດ້ວຍ​ການ​ທີ່​ພຣະເຢຊູ​ຄຣິດເຈົ້າ ຊົງ​ເປັນ​ຄືນ​ມາ​ຈາກ​ຕາຍ


ທີ່​ສຳຄັນ​ກວ່າ​ສິ່ງ​ອື່ນ​ໃດ​ໝົດ ຈົ່ງ​ຮັກ​ຊຶ່ງກັນແລະກັນ​ດ້ວຍ​ເຕັມໃຈ ເພາະ​ຄວາມຮັກ​ກໍ​ປິດບັງ​ຄວາມ​ຜິດບາບ​ໄວ້​ຢ່າງ​ຫລວງຫລາຍ.


ເອົາ​ຄວາມຮັກ​ພີ່ນ້ອງ​ເພີ່ມ​ຄວາມ​ເຫຼື້ອມໃສ​ໃນ​ພຣະເຈົ້າ ແລະ​ເອົາ​ຄວາມຮັກ​ຄົນ​ທົ່ວໄປ​ເພີ່ມ​ຄວາມຮັກ​ພີ່ນ້ອງ.


ດັ່ງນັ້ນ ຈຶ່ງ​ເຫັນ​ໄດ້​ວ່າ​ຜູ້ໃດ​ເປັນ​ລູກ​ຂອງ​ພຣະເຈົ້າ ແລະ​ຜູ້ໃດ​ເປັນ​ລູກ​ຂອງ​ມານຮ້າຍ ຄື​ຜູ້ໃດ​ທີ່​ບໍ່​ເຮັດ​ຕາມ​ຄວາມ​ທ່ຽງທຳ ຫລື​ບໍ່​ຮັກ​ພີ່ນ້ອງ​ຂອງຕົນ ຜູ້ນັ້ນ​ກໍ​ບໍ່ແມ່ນ​ລູກ​ຂອງ​ພຣະເຈົ້າ.


ກົດບັນຍັດ​ຂອງ​ພຣະເຈົ້າ ຄື​ໃຫ້​ພວກເຮົາ​ເຊື່ອ​ໃນ​ພຣະນາມ​ຂອງ​ພຣະເຢຊູ​ຄຣິດເຈົ້າ ພຣະບຸດ​ຂອງ​ພຣະເຈົ້າ ແລະ​ໃຫ້​ພວກເຮົາ​ຮັກ​ຊຶ່ງກັນແລະກັນ ເໝືອນ​ດັ່ງ​ທີ່​ພຣະອົງ​ຊົງ​ສັ່ງ​ພວກເຮົາ.


ແລະ​ທຸກຄົນ​ທີ່​ມີ​ຄວາມຫວັງ​ຢ່າງ​ນີ້​ໃນ​ພຣະອົງ ກໍ​ຊຳລະ​ຕົນ​ໃຫ້​ບໍຣິສຸດ ເໝືອນ​ດັ່ງ​ທີ່​ພຣະອົງ​ຊົງ​ບໍຣິສຸດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka