Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຕີໂມທຽວ 1:20 - ພຣະຄຳພີສັກສິ

20 ໃນ​ບັນດາ​ຄົນ​ເຫຼົ່ານັ້ນ​ມີ ຮີເມນາໂຢ ແລະ ອາເລັກຊັນເດີ ທີ່​ເຮົາ​ໄດ້​ມອບ​ພວກເຂົາ​ໄວ້​ກັບ​ມານຊາຕານ​ແລ້ວ ເພື່ອ​ພວກເຂົາ​ຈະ​ໄດ້​ຮຽນຮູ້ ແລະ​ເຊົາ​ກ່າວ​ຄຳ​ຫຍາບຊ້າ​ຕໍ່​ພຣະເຈົ້າ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

20 ໃນ​ທ່າມກາງ​ຄົນ​ເຫລົ່ານີ້​ມີ​ຮີເມນາໂຢ ແລະ ອາເລັກຊັນເດີ, ຜູ້​ທີ່​ເຮົາ​ໄດ້​ມອບ​ໃຫ້​ຊາຕານ​ເພື່ອ​ພວກເຂົາ​ຈະ​ໄດ້​ຮຽນຮູ້​ທີ່​ຈະ​ບໍ່​ໝິ່ນປະໝາດ​ພຣະເຈົ້າ.

Uka jalj uñjjattʼäta Copia luraña




1 ຕີໂມທຽວ 1:20
17 Jak'a apnaqawi uñst'ayäwi  

ແຕ່​ຖ້າ​ລາວ​ບໍ່​ຟັງ​ຄົນ​ເຫຼົ່ານີ້ ຈົ່ງ​ໄປ​ແຈ້ງ​ເລື່ອງ​ທັງໝົດ​ຕໍ່​ຄຣິສຕະຈັກ ແລະ​ຖ້າ​ລາວ​ບໍ່​ຟັງ​ຄຣິສຕະຈັກ ກໍ​ໃຫ້​ຖື​ວ່າ​ຄົນ​ນີ້​ເປັນ​ເໝືອນ​ຄົນ​ບໍ່​ເຊື່ອ​ພຣະເຈົ້າ ແລະ​ເປັນ​ເໝືອນ​ຄົນ​ເກັບພາສີ.”


ເມື່ອ​ພວກ​ຢິວ​ເຫັນ​ປະຊາຊົນ​ຫລວງຫລາຍ​ເຊັ່ນນີ້ ພວກເຂົາ​ກໍ​ເຕັມ​ໄປ​ດ້ວຍ​ຄວາມ​ອິດສາ. ດັ່ງນັ້ນ ພວກເຂົາ​ຈຶ່ງ​ໂຕ້ຖຽງ​ຄຳ​ເວົ້າ​ຂອງ​ໂປໂລ ແລະ​ໝິ່ນປະໝາດ​ເພິ່ນ.


ບາງຄົນ​ໃນ​ປະຊາຊົນ​ໄດ້​ອະທິບາຍ​ເລື່ອງ​ສູ່​ອາເລັກຊັນເດີ ຜູ້​ທີ່​ພວກ​ຢິວ​ຊຸກ​ໃຫ້​ອອກ​ໄປ​ຂ້າງ​ໜ້າ ແລ້ວ​ອາເລັກຊັນເດີ​ກໍ​ໃຊ້​ມື​ເປັນ​ສັນຍານ​ໃຫ້​ປະຊາຊົນ​ງຽບ ແລະ​ພະຍາຍາມ​ທີ່​ຈະ​ກ່າວ​ແກ້​ແທນ​ເປັນ​ການ​ປ້ອງກັນ.


ເມື່ອ​ເຮົາ​ທັງຫລາຍ​ຖືກ​ທຳ​ໂທດ ໂດຍ​ອົງພຣະ​ຜູ້​ເປັນເຈົ້າ​ນັ້ນ ພວກເຮົາ​ກໍ​ຖືກ​ພຣະອົງ​ຊົງ​ຕີສອນ ເພື່ອ​ບໍ່​ໃຫ້​ເຮົາ​ຖືກ​ພິພາກສາ​ລົງໂທດ​ດ້ວຍ​ກັນ​ກັບ​ໂລກ.


ແລະ​ເມື່ອ​ການ​ນ້ອມ​ຟັງ​ຂອງ​ເຈົ້າ​ທັງຫລາຍ​ສຳເລັດ​ຄົບຖ້ວນ​ແລ້ວ ເຮົາ​ພ້ອມ​ທີ່​ຈະ​ລົງໂທດ​ແກ່​ການ​ບໍ່​ນ້ອມ​ຟັງ​ທຸກປະການ.


ເຮົາ​ຈຶ່ງ​ຂຽນ​ຂໍ້​ຄວາມ​ທັງຫລາຍ​ນີ້​ເມື່ອ​ເຮົາ​ບໍ່​ຢູ່​ນຳ ກໍ​ເພື່ອ​ເວລາ​ເຮົາ​ຢູ່​ນຳ​ແລ້ວ ເຮົາ​ຈະ​ບໍ່ໄດ້​ກ່າວ​ຄຳ​ເຄັ່ງຄັດ​ໃນ​ການ​ໃຊ້​ອຳນາດ ທີ່​ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ຊົງ​ມອບ​ໃຫ້​ແກ່​ເຮົາ ເພື່ອ​ສ້າງ​ພວກເຈົ້າ​ຂຶ້ນ ບໍ່ແມ່ນ​ເພື່ອ​ມ້າງເພ​ລົງ.


ແຕ່​ເຖິງ​ປານ​ນັ້ນ​ກໍຕາມ ຢ່າ​ຖື​ຄົນ​ນັ້ນ​ວ່າ​ເປັນ​ສັດຕູ ແຕ່​ຈົ່ງ​ເຕືອນ​ສະຕິ​ລາວ ໃນ​ຖານະ​ເປັນ​ພີ່ນ້ອງ​ຄົນ​ໜຶ່ງ.


ດ້ວຍວ່າ, ມີ​ແມ່ໝ້າຍ​ບາງຄົນ​ໄດ້​ຫລົງ​ຕິດຕາມ​ມານຊາຕານ​ໄປ​ແລ້ວ.


ຈົ່ງ​ບອກ​ຄົນ​ຂອງ​ເຈົ້າ ໃຫ້​ຈົດຈຳ​ໃນ​ເລື່ອງ​ນີ້ ແລະ​ຕັກເຕືອນ​ພວກເຂົາ​ຢ່າງ​ໜັກແໜ້ນ​ຢູ່​ຊ້ອງ​ພຣະພັກ​ພຣະເຈົ້າ ບໍ່​ໃຫ້​ຜິດຖຽງ​ກັນ​ເຖິງ​ຖ້ອຍຄຳ​ຕ່າງໆ ການ​ກະທຳ​ເຊັ່ນ​ນີ້ ບໍ່​ເປັນ​ສິ່ງ​ທີ່​ດີ ມີ​ແຕ່​ເຮັດ​ໃຫ້​ຜູ້​ຟັງ​ຈິບຫາຍ​ໄປ.


ຄຳສັ່ງສອນ​ເຊັ່ນນັ້ນ ເປັນ​ດັ່ງ​ບາດແຜ​ເປື່ອຍເນົ່າ​ປົວ​ບໍ່​ດີ ທີ່​ລາມ​ໄປ​ຕາມ​ເນື້ອໜັງ ໃນ​ຈຳພວກ​ນັ້ນ​ມີ ຮີເມນາໂຢ ແລະ ຟີເລໂຕ.


ເພາະວ່າ​ຄົນ​ທັງຫລາຍ​ຈະ​ເຫັນແກ່ຕົວ, ເຫັນແກ່​ເງິນຄຳ, ອວດຕົວ, ຈອງຫອງ, ມັກ​ດ່າ​ວ່າ, ບໍ່​ເຊື່ອຟັງ​ຄວາມ​ພໍ່​ແມ່, ເນຣະຄຸນ, ເປັນ​ຄົນ​ບໍ່ມີ​ສິນທຳ;


ແລະ​ພວກເຈົ້າ​ໄດ້​ລືມ​ຄຳເຕືອນ ທີ່​ພຣະອົງ​ໄດ້​ຊົງ​ເຕືອນ​ໃນ​ຖານະ​ທີ່​ເປັນ​ລູກ​ວ່າ, “ລູກ​ຂອງເຮົາ​ເອີຍ ຢ່າ​ປະໝາດ​ຕໍ່​ການ​ຕີສອນ​ ຂອງ​ອົງພຣະ​ຜູ້​ເປັນເຈົ້າ ແລະ​ຢ່າ​ນ້ອຍໃຈ​ເມື່ອ​ພຣະອົງ​ ຊົງ​ຕິຕຽນ​ເຈົ້າ.


ແລ້ວ​ຂ້າພະເຈົ້າ​ກໍໄດ້​ເຫັນ​ສັດຮ້າຍ​ໂຕໜຶ່ງ ຂຶ້ນ​ມາ​ຈາກ​ທະເລ ມັນ​ມີ​ສິບ​ເຂົາ​ກັບ​ເຈັດ​ຫົວ ແລະ​ຢູ່​ເທິງ​ແຕ່ລະ​ເຂົາ​ມີ​ມົງກຸດ​ອັນ​ໜຶ່ງ ແລະ​ຢູ່​ເທິງ​ແຕ່ລະ​ຫົວ​ມີ​ຊື່​ເປັນ​ຄຳ​ໝິ່ນປະໝາດ​ພຣະເຈົ້າ.


ຝ່າຍ​ເຮົາ ເຮົາ​ຮັກ​ຜູ້ໃດ ເຮົາ​ກໍ​ຕິຕຽນ​ຂ້ຽນ​ສອນ​ຜູ້ນັ້ນ. ເຫດສະນັ້ນ ຈົ່ງ​ມີ​ໃຈ​ຮ້ອນຮົນ​ແລະ​ກັບໃຈ​ເສຍ​ໃໝ່.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka