Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຕີໂມທຽວ 1:18 - ພຣະຄຳພີສັກສິ

18 ຕີໂມທຽວ​ລູກ​ຂອງເຮົາ​ເອີຍ, ເຮົາ​ຂໍ​ມອບ​ຄຳແນະນຳ​ນີ້​ແກ່​ເຈົ້າ ຕາມ​ທີ່​ມີ​ຄຳທຳນວາຍ​ກ່າວ​ໄວ້​ກ່ຽວກັບ​ເຈົ້າ​ເມື່ອ​ກ່ອນ​ນັ້ນ ຈົ່ງ​ໃຊ້​ຖ້ອຍຄຳ​ເຫຼົ່ານັ້ນ​ເປັນ​ອາວຸດ ເພື່ອ​ຕໍ່ສູ້​ດ້ວຍ​ໃຈ​ກ້າຫານ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

18 ຕີໂມທຽວ​ລູກຊາຍ​ຂອງ​ເຮົາ, ທີ່​ເຮົາ​ກຳລັງ​ສັ່ງ​ເຈົ້າ​ຢ່າງ​ນີ້ ກໍ​ສອດຄ່ອງ​ກັບ​ຄຳ​ເຜີຍ​ພຣະຄຳ​ທີ່​ເຄີຍ​ກ່າວ​ໄວ້​ກ່ຽວກັບ​ເຈົ້າ, ເພື່ອ​ວ່າ​ເມື່ອ​ເຈົ້າ​ລະນຶກ​ເຖິງ​ຄຳ​ເຫລົ່ານັ້ນ ເຈົ້າ​ກໍ​ຈະ​ສູ້ຮົບ​ໄດ້​ດີ,

Uka jalj uñjjattʼäta Copia luraña




1 ຕີໂມທຽວ 1:18
19 Jak'a apnaqawi uñst'ayäwi  

ໂປໂລ​ໄດ້​ເດີນທາງ​ມາ​ຮອດ​ເມືອງ​ເດຣະເບ ແລະ ເມືອງ​ລີສະຕຣາ, ຢູ່​ໃນ​ທີ່​ນີ້ ມີ​ຄົນ​ທີ່​ເຊື່ອ​ຜູ້ໜຶ່ງ​ຊື່​ວ່າ ຕີໂມທຽວ, ແມ່​ຂອງ​ລາວ​ເປັນ​ຄົນ​ທີ່​ເຊື່ອ​ເໝືອນກັນ ແລະ​ເປັນ​ຄົນ​ຢິວ ສ່ວນ​ພໍ່​ຂອງ​ລາວ​ນັ້ນ​ເປັນ​ຄົນ​ກຣີກ.


ເພາະ​ດ້ວຍເຫດນີ້ ເຮົາ​ຈຶ່ງ​ໄດ້​ໃຊ້​ຕີໂມທຽວ ລູກ​ທີ່ຮັກ​ຂອງເຮົາ ຜູ້​ເປັນ​ຄົນ​ສັດຊື່​ໃນ​ອົງພຣະ​ຜູ້​ເປັນເຈົ້າ​ໃຫ້​ມາ​ຫາ​ພວກເຈົ້າ. ລາວ​ຈະ​ຊ່ວຍ​ເຕືອນ​ພວກເຈົ້າ ເຖິງ​ຫລັກ​ການ​ດຳເນີນ​ຊີວິດ​ໃນ​ພຣະເຢຊູ​ຄຣິດເຈົ້າ ຕາມ​ທີ່​ເຮົາ​ເຄີຍ​ສັ່ງສອນ​ໃນ​ຄຣິສຕະຈັກ​ຕ່າງໆ.


ມີ​ທະຫານ​ຄົນ​ໃດ​ແດ່ ທີ່​ຮັບໃຊ້​ໃນ​ກອງທັບ​ແລ້ວ ຕ້ອງ​ເສຍ​ຄ່າ​ໃຊ້​ຈ່າຍ​ຂອງ​ຕົນເອງ? ມີ​ຄົນ​ໃດ​ແດ່ ທີ່​ເຮັດ​ສວນ​ອະງຸ່ນ​ແລ້ວ ບໍ່ໄດ້​ກິນ​ໝາກ​ອະງຸ່ນ​ຈາກ​ສວນ​ນັ້ນ? ມີ​ຄົນ​ໃດ​ແດ່ ທີ່​ລ້ຽງ​ແກະ​ແລ້ວ ບໍ່ໄດ້​ກິນ​ນໍ້ານົມ​ຈາກ​ຝູງແກະ​ນັ້ນ?


ພວກເຈົ້າ​ເອງ​ກໍ​ຮູ້​ດີ​ແລ້ວ​ວ່າ ເພິ່ນ​ໄດ້​ພິສູດ​ຄຸນຄ່າ​ຂອງ​ເພິ່ນ​ແລ້ວ ແລະ​ເພິ່ນ​ກັບ​ເຮົາ​ກໍ​ເປັນ​ດັ່ງ​ລູກ​ກັບ​ພໍ່ ທີ່​ໄດ້​ດຳເນີນ​ພາລະກິດ​ຮ່ວມ​ກັນ ເພື່ອ​ເຫັນ​ແກ່​ຂ່າວປະເສີດ.


ເຖິງ ຕີໂມທຽວ​ລູກ​ແທ້​ຂອງ​ເຮົາ​ໃນ​ຄວາມເຊື່ອ, ຂໍ​ພຣະເຈົ້າ ພຣະບິດາເຈົ້າ​ກັບ​ພຣະຄຣິດເຈົ້າ​ເຢຊູ ອົງພຣະ​ຜູ້​ເປັນເຈົ້າ​ຂອງ​ພວກເຮົາ​ໂຜດ​ປະທານ​ພຣະຄຸນ, ຄວາມ​ເມດຕາ​ແລະ​ສັນຕິສຸກ​ແກ່​ເຈົ້າ​ເທີ້ນ.


ຈຸດປະສົງ​ຂອງ​ຄຳສັ່ງ​ນີ້ ແມ່ນ​ເພື່ອ​ກໍ່​ໃຫ້​ເກີດ​ຄວາມຮັກ​ຈາກ​ໃຈ​ບໍຣິສຸດ ຈາກ​ໃຈ​ສຳນຶກ​ຜິດແລະຊອບ​ອັນ​ເສາະໃສ ແລະ​ຈາກ​ຄວາມເຊື່ອ​ອັນ​ຈິງໃຈ.


ຢ່າ​ເມີນເສີຍ​ຕໍ່​ຂອງ​ປະທານ ຝ່າຍ​ຈິດ​ວິນຍານ​ທີ່​ມີ​ໃນ​ເຈົ້າ ຊຶ່ງ​ຖືກ​ມອບໝາຍ​ໃຫ້​ເຈົ້າ ເມື່ອ​ພວກ​ຜູ້ທຳນວາຍ​ແລະ​ພວກ​ເຖົ້າແກ່​ວາງ​ມື​ໃສ່​ເຈົ້າ.


ສິ່ງສາລະພັດ​ທີ່​ພຣະເຈົ້າ​ສ້າງ​ໄວ້​ນັ້ນ ເປັນ​ຂອງ​ດີ​ທັງໝົດ ບໍ່ຄວນ​ປະຖິ້ມ​ສິ່ງໃດ​ເລີຍ ແຕ່​ຈົ່ງ​ຮັບ​ເອົາ​ທຸກສິ່ງ​ດ້ວຍ​ການ​ໂມທະນາ​ຂອບພຣະຄຸນ,


ຕີໂມທຽວ​ເອີຍ, ສິ່ງ​ທີ່​ເຮົາ​ຝາກ​ໄວ້​ກັບ​ເຈົ້າ​ແລ້ວ​ນັ້ນ ຈົ່ງ​ຮັກສາ​ໄວ້ ຈົ່ງ​ເວັ້ນເສຍ​ຈາກ​ການ​ເວົ້າ​ອັນ​ບໍ່​ເປັນ​ປະໂຫຍດ​ແລະ​ຂັດ​ຕໍ່​ສາສະໜາ ແລະ​ຈາກ​ການ​ໂຕ້ຖຽງ​ໃນ​ສິ່ງ​ທີ່​ເຂົາ​ເອີ້ນ​ຜິດ​ວ່າ, “ເປັນ​ວິຊາ​ຄວາມຮູ້.”


ເຖິງ ຕີໂມທຽວ​ລູກ​ທີ່ຮັກ​ຂອງເຮົາ​ໃນ​ຄວາມເຊື່ອ, ຂໍ​ໃຫ້​ພຣະເຈົ້າ ພຣະບິດາເຈົ້າ​ກັບ​ພຣະເຢຊູ​ຄຣິດເຈົ້າ ອົງພຣະ​ຜູ້​ເປັນເຈົ້າ​ຂອງ​ພວກເຮົາ​ໂຜດ​ປະທານ​ພຣະຄຸນ ຄວາມ​ເມດຕາ ແລະ​ສັນຕິສຸກ​ແກ່​ເຈົ້າ​ເທີ້ນ.


ເຮົາ​ໄດ້​ຕໍ່ສູ້​ຢ່າງ​ສຸດ​ກຳລັງ ເຮົາ​ໄດ້​ແລ່ນ​ແຂ່ງຂັນ​ຈົນເຖິງ​ທີ່ສຸດ ແລະ​ເຮົາ​ໄດ້​ຮັກສາ​ຄວາມເຊື່ອ​ໄວ້​ແລ້ວ.


ເຖິງ ຕີໂຕ ຜູ້​ເປັນ​ລູກ​ແທ້​ຂອງເຮົາ​ໃນ​ຄວາມເຊື່ອ. ຂໍ​ພຣະເຈົ້າ ພຣະບິດາເຈົ້າ ແລະ ພຣະຄຣິດເຈົ້າ​ເຢຊູ ພຣະ​ຜູ້​ຊົງ​ໂຜດ​ຊ່ວຍ​ໃຫ້​ພົ້ນ​ຂອງ​ພວກເຮົາ ໂຜດ​ປະທານ​ພຣະຄຸນ​ແລະ​ສັນຕິສຸກ​ແກ່​ເຈົ້າ​ເທີ້ນ.


ດັ່ງນັ້ນ ເຮົາ​ຈຶ່ງ​ຂໍຮ້ອງ​ເຈົ້າ​ເພື່ອ​ໂອເນຊີໂມ ຜູ້​ທີ່​ເປັນ​ລູກ​ຂອງເຮົາ​ໃນ​ພຣະຄຣິດ. ດ້ວຍວ່າ, ເມື່ອ​ເຮົາ​ຖືກ​ຄຸກ​ຢູ່​ນັ້ນ ເຮົາ​ໄດ້​ກາຍເປັນ​ພໍ່​ຂອງ​ລາວ​ຝ່າຍ​ຄວາມເຊື່ອ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka