Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຕີໂມທຽວ 1:17 - ພຣະຄຳພີສັກສິ

17 ພຣະ​ກຽດ​ແລະ​ພຣະ​ຣັດສະໝີ ຈົ່ງ​ມີ​ແກ່​ພຣະ​ມະຫາ​ກະສັດ ຜູ້​ຊົງ​ພຣະ​ຈະເລີນ​ຢູ່​ເປັນນິດ ຜູ້​ຊົງ​ເປັນ​ອົງ​ອະມະຕະ ຊຶ່ງ​ບໍ່ໄດ້​ປາກົດ​ພຣະອົງ ຜູ້​ຊົງ​ເປັນ​ພຣະເຈົ້າ​ແຕ່​ອົງ​ດຽວ ສືບໆໄປ​ເປັນນິດ ອາແມນ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

17 ບັດນີ້ ຂໍ​ໃຫ້​ກຽດຕິຍົດ ແລະ ສະຫງ່າລາສີ​ຈົ່ງ​ມີ​ແກ່​ອົງ​ກະສັດ​ຜູ້​ເປັນ​ນິລັນດອນ, ຜູ້​ເປັນ​ອົງ​ອະມະຕະ, ຜູ້​ເບິ່ງ​ບໍ່​ເຫັນ​ດ້ວຍ​ຕາ, ຜູ້​ເປັນ​ພຣະເຈົ້າ​ແຕ່​ອົງ​ດຽວ​ເທົ່ານັ້ນ​ຕະຫລອດໄປ​ເປັນນິດ. ອາແມນ.

Uka jalj uñjjattʼäta Copia luraña




1 ຕີໂມທຽວ 1:17
48 Jak'a apnaqawi uñst'ayäwi  

ຂ້າແດ່​ພຣະເຈົ້າຢາເວ ພຣະອົງ​ຊົງ​ຍິ່ງໃຫຍ່​ແລະ​ຊົງ​ຣິດເດດ, ມີ​ໄຊຊະນະ, ງົດງາມ​ແລະ​ເຕັມປ່ຽມ​ດ້ວຍ​ສະຫງ່າຣາສີ. ທຸກໆ​ສິ່ງ​ໃນ​ຈັກກະວານ​ແລະ​ທີ່​ເທິງ​ແຜ່ນດິນ​ໂລກ​ກໍ​ເປັນ​ຂອງ​ພຣະອົງ, ຂ້າແດ່​ພຣະເຈົ້າຢາເວ ພຣະອົງ​ເປັນ​ຈອມ​ກະສັດ​ປົກຄອງ​ເໜືອ​ສັບພະທຸກສິ່ງ.


ແລ້ວ​ກໍ​ມີ​ການ​ຮຽກຮ້ອງ​ປະຊາຊົນ​ໃຫ້​ນະມັດສະການ​ພຣະເຈົ້າ ໂດຍ​ຊາວ​ເລວີ ມີ​ດັ່ງນີ້: ເຢຊູອາ, ກາດມີເອນ, ບານີ, ຮາຊັບເນອີຢາ, ເຊເຣບີຢາ, ໂຮດີຢາ, ເຊບານີຢາ ແລະ​ເປທາຮີຢາ. ພວກເຂົາ​ໄດ້​ເວົ້າ​ວ່າ, “ຈົ່ງ​ລຸກ​ຢືນ​ຂຶ້ນ ແລະ​ສັນລະເສີນ ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ; ຈົ່ງ​ສັນລະເສີນ​ພຣະອົງ​ສືບ​ໄປ​ຊົ່ວນິຣັນດອນ ຈົ່ງ​ໃຫ້​ທຸກຄົນ​ຍົກຍໍ​ພຣະນາມ​ອັນ​ຮຸ່ງເຮືອງ​ຍິ່ງໃຫຍ່ ເຖິງ​ແມ່ນ​ວ່າ​ມະນຸດ​ນັ້ນ​ໃຫ້​ຄຳ​ຍົກຍໍ ບໍ່​ຍິ່ງໃຫຍ່​ພໍ​ສຳລັບ​ພຣະອົງ​ກໍຕາມ.”


ພຣະເຈົ້າຢາເວ​ຄື​ກະສັດ​ສືບ​ໄປ ຜູ້​ທີ່​ຂາບໄຫວ້​ພະອື່ນ​ຈະ​ສູນສິ້ນໄປ ຈາກ​ດິນແດນ​ຂອງ​ພຣະອົງ.


ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະອົງ​ບັດນີ້​ແລະ​ຕະຫລອດໄປ ໃຫ້​ທຸກຄົນ​ກ່າວ​ວ່າ, “ອາແມນ.” ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ.


ການ​ຄອງ​ອຳນາດ​ຂອງ​ພຣະອົງ​ດຳລົງ​ຢູ່​ຕະຫລອດໄປ ແລະ​ອຳນາດ​ຂອງ​ພຣະອົງ​ກໍ​ຍືນຍົງ​ໄປຕະຫລອດ. ພຣະເຈົ້າຢາເວ​ສັດຊື່​ຕໍ່​ຄຳສັນຍາ​ຂອງ​ພຣະອົງ ພຣະອົງ​ມີ​ໃຈ​ເມດຕາ​ຕໍ່​ການກະທຳ​ທັງສິ້ນ.


ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ ພຣະເຈົ້າ​ແຫ່ງ​ຊາດ​ອິດສະຣາເອນ ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະອົງ​ໃນ​ບັດນີ້​ແລະ​ສືບໆໄປ​ເປັນນິດ ອາແມນ! ອາແມນ!


ຂະນະທີ່​ປະພັນ​ເພງ​ນີ້​ສຳລັບ​ກະສັດ ຄຳ​ເວົ້າ​ອັນ​ມ່ວນ​ຫູ​ກໍ​ລົ້ນ​ຢູ່​ໃນ​ຈິດໃຈ​ດ້ວຍ. ລີ້ນ​ຂ້ານ້ອຍ​ພ້ອມ​ທີ່​ຈະ​ກ່າວ​ເປັນ​ຄຳ​ກາບກອນ ດັ່ງ​ປາກກາ​ຂຽນ​ຂອງ​ນັກ​ປະພັນ​ຜູ້ດີເລີດ.


ອານາຈັກ​ທີ່​ພຣະເຈົ້າ​ມອບ​ໃຫ້​ທ່ານ ຈະ​ຄົງ​ຢູ່​ສືບໄປ ທ່ານ​ຈະ​ປົກຄອງ​ດ້ວຍ​ຄວາມ​ຍຸດຕິທຳ​ອັນ​ຍິ່ງໃຫຍ່.


ຂ້າແດ່​ພຣະເຈົ້າ ຂໍ​ຊົງ​ໂຜດ​ສຳແດງ​ຄວາມ​ຍິ່ງໃຫຍ່​ຂອງ​ພຣະອົງ​ປາກົດ​ທີ່​ຟ້າ​ສະຫວັນ​ເບື້ອງ​ເທິງ ແລະ​ພຣະ​ສະຫງ່າຣາສີ​ປາກົດ​ທົ່ວ​ໄປ​ເທິງ​ແຜ່ນດິນ​ໂລກ.


ກ່ອນ​ທີ່​ພູຜາ​ປ່າໄມ້​ຖືກ​ສ້າງ​ຂຶ້ນ​ມາ ກ່ອນ​ທີ່​ໂລກ​ເຮົາ​ດຳລົງ​ຄົງຕົວ​ຢູ່​ຢ່າງ​ນີ້ ພຣະອົງ​ເປັນ​ພຣະເຈົ້າ​ອົງ​ເປັນ​ຢູ່​ຊົ່ວ​ນິຣັນການ ແລະ​ເປັນ​ພຣະເຈົ້າ​ທີ່​ດຳລົງ​ຢູ່​ສືບໄປ​ເປັນນິດ.


ແຕ່​ພຣະເຈົ້າຢາເວ​ເປັນ​ພຣະເຈົ້າ​ແຫ່ງ​ຄວາມຈິງ ພຣະອົງ​ຊົງ​ເປັນ​ຊີວິດ​ແລະ​ເປັນ​ກະສັດ​ຕະຫລອດໄປ. ເມື່ອ​ພຣະອົງ​ໂກດຮ້າຍ ໂລກນີ້​ກໍ​ສະທ້ານ​ຫວັ່ນໄຫວ ທຸກ​ຊົນຊາດ​ບໍ່​ອາດ​ທົນທານ​ຕໍ່​ຄວາມ​ໂກດຮ້າຍຂອງ​ພຣະອົງ​ໄດ້. (


ໃນ​ສະໄໝ​ທີ່​ກະສັດ​ເຫຼົ່ານັ້ນ​ປົກຄອງ ພຣະເຈົ້າ​ແຫ່ງ​ສະຫວັນ​ຈະ​ຕັ້ງ​ອານາຈັກ​ໜຶ່ງ​ຂຶ້ນ ຊຶ່ງ​ຈະ​ບໍ່​ສູນຫາຍ​ໄປ​ຈັກເທື່ອ. ອານາຈັກ​ນີ້​ຈະ​ບໍ່​ຖືກ​ຕີ​ໃຫ້​ພ່າຍແພ້​ຈັກເທື່ອ, ແຕ່​ຈະ​ທຳລາຍ​ອານາຈັກ​ອື່ນໆ​ໃຫ້​ໝົດສິ້ນ​ໄປ ແລ້ວ​ກໍ​ຈະ​ຕັ້ງໝັ້ນ​ຢູ່​ຕະຫລອດໄປ​ເປັນນິດ.


ເມື່ອ​ກຳນົດ​ເຈັດ​ປີ​ໄດ້​ຜ່ານ​ພົ້ນ​ໄປ​ແລ້ວ ກະສັດ​ຈຶ່ງ​ກ່າວ​ວ່າ, “ເຮົາ​ໄດ້​ເງີຍໜ້າ​ຂຶ້ນ​ສູ່​ທ້ອງຟ້າ ແລ້ວ​ຈິດໃຈ​ຂອງເຮົາ​ກໍ​ກາຍເປັນ​ປົກກະຕິ ເຮົາ​ຈຶ່ງ​ສັນລະເສີນ​ພຣະເຈົ້າ​ອົງ​ສູງສຸດ ທັງ​ຖວາຍ​ກຽດຕິຍົດ ແລະ​ສະຫງ່າຣາສີ​ແກ່​ພຣະອົງ​ຜູ້​ຊົງ​ເປັນ​ຢູ່​ຕະຫລອດໄປ. ພຣະເຈົ້າ​ຈະ​ປົກຄອງ​ຕະຫລອດໄປ ອານາຈັກ​ຂອງ​ພຣະອົງ​ຈະ​ດຳລົງ​ຢູ່​ເປັນນິດ.


ບັດນີ້ ເຮົາ​ຄື​ເນບູ​ກາດເນັດຊາ ຂໍ​ສັນລະເສີນ​ແລະ​ຖວາຍ​ກຽດຕິຍົດ ແລະ​ສະຫງ່າຣາສີ ແດ່​ກະສັດ​ແຫ່ງ​ສະຫວັນ. ທຸກສິ່ງ​ທີ່​ພຣະອົງ​ເຮັດ​ກໍ​ຖືກຕ້ອງ​ແລະ​ຍຸດຕິທຳ ແລະ​ພຣະອົງ​ເຮັດ​ໃຫ້​ຄົນ​ຈອງຫອງ​ຖ່ອມຕົວ​ລົງ​ໄດ້.”


ເພິ່ນ​ໄດ້​ຮັບ​ສິດ​ອຳນາດ, ກຽດຕິຍົດ ແລະ​ອຳນາດ​ແຫ່ງ​ການ​ເປັນໃຫຍ່ ຈົນ​ວ່າ​ທຸກ​ຊົນຊາດ, ທຸກ​ເຊື້ອຊາດ ແລະ​ທຸກ​ພາສາ​ໄດ້​ຮັບໃຊ້​ເພິ່ນ. ສິດ​ອຳນາດ​ຂອງ​ເພິ່ນ​ຈະ​ດຳລົງ​ຢູ່​ຕະຫລອດໄປ ແລະ​ອານາຈັກ​ຂອງ​ເພິ່ນ​ກໍ​ຈະ​ບໍ່​ສິ້ນສຸດ​ເປັນ​ຈັກເທື່ອ.


ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ເບັດເລເຮັມ​ເອຟຣາທາ​ເອີຍ ເຈົ້າ​ເປັນ​ເມືອງ​ໜຶ່ງ​ທີ່​ນ້ອຍ​ທີ່ສຸດ ໃນ​ເມືອງ​ທັງຫລາຍ​ຂອງ​ຢູດາຍ ແຕ່​ເຮົາ​ຈະ​ໃຫ້​ມີ​ຜູ້ປົກຄອງ​ຄົນ​ໜຶ່ງ ອອກ​ມາ​ຈາກ​ເຈົ້າ​ສຳລັບ​ຊາດ​ອິດສະຣາເອນ ຊຶ່ງ​ໜໍ່ແນວ​ເຊື້ອສາຍ​ສືບມາ​ຈາກ​ສະໄໝ​ເດີມ.”


“ຂໍ​ໃຫ້​ຄຳສາບແຊ່ງ​ຕົກ​ຖືກ​ຄົນ​ຂີ້ໂກງ ຜູ້​ຖວາຍ​ສັດ​ທີ່​ໜ້າຂີ້ດຽດ​ແກ່​ເຮົາ ເມື່ອ​ຢູ່​ໃນ​ຝູງ​ມີ​ສັດ​ໂຕດີ​ທີ່​ຕົນ​ໄດ້​ສັນຍາ​ວ່າ​ຈະ​ຖວາຍ​ໃຫ້​ແກ່​ອົງພຣະ​ຜູ້​ເປັນເຈົ້າ ດ້ວຍວ່າ, ເຮົາ​ເປັນ​ກະສັດ​ຜູ້​ຍິ່ງໃຫຍ່ ແລະ​ນາມຊື່​ຂອງເຮົາ​ເປັນ​ທີ່​ຢຳເກງ​ໃນ​ທ່າມກາງ​ບັນດາ​ປະຊາຊາດ.” ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນັ້ນແຫຼະ.


ແລ້ວ​ຈອມ​ກະສັດ​ກໍ​ຈະ​ກ່າວ​ແກ່​ບັນດາ​ຜູ້​ທີ່​ຢູ່​ເບື້ອງຂວາ​ຂອງ​ພຣະອົງ​ວ່າ, ‘ມາເຖີດ ພວກເຈົ້າ​ຜູ້​ທີ່​ໄດ້​ຮັບ​ພຣະພອນ​ຈາກ​ພຣະບິດາເຈົ້າ​ຂອງເຮົາ ຈົ່ງ​ມາ​ຮັບ​ເອົາ​ຣາຊອານາຈັກ ຊຶ່ງ​ໄດ້​ຖືກ​ຈັດຕຽມ​ໄວ້​ສຳລັບ​ພວກເຈົ້າ ຕັ້ງແຕ່​ຕົ້ນເດີມ​ສ້າງ​ໂລກ.


ສັ່ງສອນ​ພວກເຂົາ​ໃຫ້​ຖື​ຮັກສາ​ທຸກໆ​ສິ່ງ​ທີ່​ເຮົາ​ໄດ້​ສັ່ງ​ພວກເຈົ້າ​ໄວ້​ແລ້ວ​ນັ້ນ ນີ້​ແຫຼະ ເຮົາ​ຢູ່​ກັບ​ເຈົ້າ​ທັງຫລາຍ​ທຸກໆ​ວັນ​ຈົນ​ສິ້ນ​ໂລກນີ້.”


ແລະ​ຂໍ​ຢ່າ​ພາ​ຂ້ານ້ອຍ​ເຂົ້າ​ໄປ​ ໃນ​ການ​ທົດລອງ ແຕ່​ຂໍ​ຊົງ​ໂຜດ​ໃຫ້​ພົ້ນ​ຈາກ​ມານຊົ່ວຮ້າຍ [ເຫດ​ວ່າ ຣາຊອານາຈັກ ຣິດອຳນາດ ແລະ ພຣະຣັດສະໝີ​ກໍ​ເປັນ​ຂອງ​ພຣະອົງ​ສືບໆໄປ​ເປັນນິດ ອາແມນ’]


ບໍ່ມີ​ຜູ້ໃດ​ໄດ້​ເຫັນ​ພຣະເຈົ້າ​ຈັກເທື່ອ, ແຕ່​ພຣະບຸດ​ອົງ​ດຽວ​ທີ່​ເປັນ​ພຣະເຈົ້າ ຊຶ່ງ​ຢູ່​ໃນ​ຊວງ​ເອິກ​ຂອງ​ພຣະບິດາເຈົ້າ ພຣະອົງ​ນັ້ນ​ແຫຼະ ໄດ້​ເຮັດ​ໃຫ້​ພວກເຮົາ​ຮູ້ຈັກ​ພຣະເຈົ້າ.


ແລ້ວ​ເຈົ້າ​ທັງຫລາຍ​ຈະ​ເຊື່ອ​ໄດ້​ຢ່າງ​ໃດ? ເຈົ້າ​ທັງຫລາຍ​ມັກ​ຮັບ​ເອົາ​ກຽດຕິຍົດ​ຈາກ​ມະນຸດ​ດ້ວຍ​ກັນ, ແຕ່​ບໍ່​ຊອກຫາ​ກຽດຕິຍົດ​ຈາກ​ຜູ້​ທີ່​ເປັນ​ພຣະເຈົ້າ​ແຕ່​ອົງ​ດຽວ,


ຕັ້ງແຕ່​ເລີ່ມ​ສ້າງ​ໂລກ​ມາ ສະພາບ​ທີ່​ບໍ່​ປາກົດ​ຂອງ​ພຣະເຈົ້າ ຄື​ຣິດທານຸພາບ​ອັນ​ຖາວອນ ແລະ​ຄວາມ​ເປັນ​ພຣະເຈົ້າ​ຂອງ​ພຣະອົງ ກໍໄດ້​ປາກົດ​ແຈ້ງ​ໃນ​ສັບພະສິ່ງ​ທີ່​ພຣະອົງ​ຊົງ​ສ້າງ. ສະນັ້ນ ພວກເຂົາ​ຈຶ່ງ​ບໍ່ມີ​ຂໍ້​ແກ້ຕົວ​ໄດ້,


ພວກເຂົາ​ໄດ້​ເອົາ​ຮູບ​ມະນຸດ​ທີ່​ຕາຍ​ເປັນ ຫລື​ຮູບ​ນົກ ຮູບ​ສັດ​ສີ່​ຕີນ ແລະ​ຮູບ​ສັດ​ເລືອ​ຄານ ມາ​ປ່ຽນ​ແທນ​ສະຫງ່າຣາສີ​ຂອງ​ພຣະເຈົ້າ​ອົງ​ຕາຍ​ບໍ່​ເປັນ.


ດ້ວຍວ່າ, ສິ່ງສາລະພັດ​ເປັນ​ມາ​ຈາກ​ພຣະອົງ ມີ​ມາ​ດ້ວຍ​ພຣະອົງ ແລະ​ເພື່ອ​ພຣະອົງ ຂໍ​ໃຫ້​ພຣະ​ສະຫງ່າຣາສີ ຈົ່ງ​ເປັນ​ຂອງ​ພຣະອົງ​ຕະຫລອດ​ໄປ​ເປັນນິດ​ເທີ້ນ ອາແມນ.


ໂດຍ​ພຣະເຢຊູ​ຄຣິດເຈົ້າ ຂໍ​ໃຫ້​ສະຫງ່າຣາສີ ຈົ່ງ​ມີ​ແດ່​ພຣະເຈົ້າ ຜູ້​ຊົງ​ພຣະ​ປັນຍາ​ແຕ່​ອົງ​ດຽວ​ຕະຫລອດ​ໄປ​ເປັນນິດ​ເທີ້ນ ອາແມນ.


ແຕ່​ສະຫງ່າຣາສີ ແລະ​ກຽດຕິຍົດ​ກັບ​ສັນຕິສຸກ​ຈະ​ເກີດ​ມີ​ແກ່​ທຸກຄົນ​ທີ່​ເຮັດ​ຄວາມດີ ຄື​ແກ່​ຄົນ​ຢິວ​ກ່ອນ ແລະ​ແກ່​ຄົນຕ່າງຊາດ​ດ້ວຍ.


ສຳລັບ​ຄົນ​ທີ່​ມີ​ຄວາມ​ພຽນ​ພະຍາຍາມ​ກະທຳ​ດີ, ສະແຫວງ​ຫາ​ສະຫງ່າຣາສີ ກຽດຕິຍົດ ແລະ​ຊີວິດ​ທີ່​ຕາຍ​ບໍ່​ເປັນ​ນັ້ນ ພຣະອົງ​ຈະ​ຊົງ​ປະທານ​ຊີວິດ​ນິຣັນດອນ​ໃຫ້​ແກ່​ພວກເຂົາ.


ພຣະອົງ​ຊົງ​ເປັນ​ແບບ​ລັກສະນະ​ຂອງ​ພຣະເຈົ້າ​ຜູ້ ຊຶ່ງ​ຕາ​ເຫັນ​ບໍ່ໄດ້ ຊົງ​ເປັນ​ບຸດ​ກົກ​ເໜືອ​ສາລະພັດ​ທີ່​ຊົງ​ເນຣະມິດ​ສ້າງ​ຂຶ້ນ​ນັ້ນ.


ເພາະ​ເພິ່ນ​ມີ​ຄວາມເຊື່ອ​ແບບ​ນີ້ ເພິ່ນ​ຈຶ່ງ​ໄດ້​ອອກ​ຈາກ​ປະເທດ​ເອຢິບ​ໄປ ໂດຍ​ບໍ່​ຢ້ານກົວ​ຕໍ່​ຄວາມ​ໂກດຮ້າຍ​ຂອງ​ກະສັດ. ດ້ວຍວ່າ, ເພິ່ນ​ໄດ້​ໝັ້ນໃຈ​ເໝືອນ​ກັບ​ວ່າ ຕົນ​ໄດ້​ເຫັນ​ພຣະເຈົ້າ​ທີ່​ຕາ​ເຫັນ​ບໍ່ໄດ້.


ພຣະອົງ​ຊົງ​ເຮັດ​ໃຫ້​ມະນຸດ​ຕໍ່າ​ກວ່າ ເທວະດາ​ພຽງ​ໜ້ອຍ​ໜຶ່ງ​ເທົ່ານັ້ນ ຊົງ​ເອົາ​ສະຫງ່າຣາສີ ແລະ​ກຽດຕິຍົດ​ເປັນ​ມົງກຸດ​ໃຫ້


ຣິດທານຸພາບ ຈົ່ງ​ເປັນ​ຂອງ​ພຣະອົງ​ຕະຫລອດໄປ​ເປັນນິດ​ເທີ້ນ ອາແມນ.


ແຕ່​ຂໍ​ໃຫ້​ເຈົ້າ​ທັງຫລາຍ​ຈະເລີນ​ຂຶ້ນ​ໃນ​ພຣະຄຸນ​ແລະ​ໃນ​ຄວາມຮູ້ ຊຶ່ງ​ມາ​ຈາກ​ອົງພຣະ​ຜູ້​ເປັນເຈົ້າ​ຂອງ​ພວກເຮົາ ແລະ​ພຣະເຢຊູ​ຄຣິດເຈົ້າ ພຣະ​ຜູ້​ໂຜດ​ໃຫ້​ພົ້ນ. ຂໍ​ໃຫ້​ພຣະກຽດ​ຈົ່ງ​ມີ​ແດ່​ພຣະອົງ ທັງ​ໃນ​ປະຈຸບັນ​ແລະ​ຕະຫລອດ​ຊົ່ວ​ນິຣັນດອນ ອາແມນ.


ຝ່າຍ​ພຣະເຈົ້າ​ບໍ່ມີ​ຜູ້ໃດ​ໄດ້​ເຫັນ​ພຣະອົງ​ຈັກເທື່ອ. ຖ້າ​ເຮົາ​ທັງຫລາຍ​ຮັກ​ຊຶ່ງກັນແລະກັນ ພຣະເຈົ້າ​ກໍ​ຊົງ​ສະຖິດ​ຢູ່​ໃນ​ເຮົາ​ທັງຫລາຍ ແລະ​ຄວາມຮັກ​ຂອງ​ພຣະອົງ​ກໍ​ສົມບູນ​ໃນ​ພວກເຮົາ.


ແດ່​ພຣະເຈົ້າ​ອົງ​ດຽວ ອົງ​ພຣະ​ຜູ້​ຊົງ​ໂຜດ​ຊ່ວຍ​ໃຫ້​ພົ້ນ​ຂອງ​ເຮົາ​ທັງຫລາຍ ໂດຍ​ພຣະເຢຊູ​ຄຣິດເຈົ້າ ອົງພຣະ​ຜູ້​ເປັນເຈົ້າ​ຂອງ​ພວກເຮົາ; ສະຫງ່າຣາສີ, ຄວາມຍິ່ງໃຫຍ່, ຣິດເດດ ແລະ​ຣິດອຳນາດ ຈົ່ງ​ມີ​ແດ່​ພຣະອົງ​ທັງ​ໃນ​ອະດີດ, ໃນ​ປະຈຸບັນ ແລະ​ໃນ​ອະນາຄົດ​ຊົ່ວ​ນິຣັນດອນ ອາແມນ.


ພວກເຂົາ​ຮ້ອງເພງ​ຂອງ​ໂມເຊ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າ ແລະ​ເພງ​ຂອງ​ພຣະ​ເມສານ້ອຍ​ນັ້ນ​ວ່າ, “ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຜູ້​ຊົງ​ຣິດທານຸພາບ​ສູງສຸດ ພຣະ​ຣາຊກິດ​ຂອງ​ພຣະອົງ​ກໍ​ໃຫຍ່​ຫລວງ ແລະ ໜ້າ​ອັດສະຈັນ ຂ້າແດ່​ພຣະມະຫາ​ກະສັດ​ ແຫ່ງ​ປະຊາຊາດ​ທັງປວງ ວິຖີ​ທາງ​ຂອງ​ພຣະອົງ​ກໍ​ຍຸດຕິທຳ ແລະ​ທ່ຽງແທ້.


ກະສັດ​ທັງຫລາຍ​ນັ້ນ​ຈະ​ສູ້ຮົບ​ກັບ​ພຣະ​ເມສານ້ອຍ ແລະ​ພຣະ​ເມສານ້ອຍ​ຈະ​ມີ​ໄຊຊະນະ ເພາະວ່າ​ພຣະອົງ​ເປັນ​ອົງ​ພຣະຜູ້​ເປັນເຈົ້າ​ເໜືອ​ເຈົ້ານາຍ​ທັງຫລາຍ ແລະ​ເປັນ​ມະຫາ​ກະສັດ​ເໜືອ​ກະສັດ​ທັງຫລາຍ ຝ່າຍ​ບັນດາ​ຄົນ​ທີ່​ຢູ່​ກັບ​ພຣະອົງ ເປັນ​ຜູ້​ທີ່​ພຣະອົງ​ໄດ້​ຊົງ​ເອີ້ນ​ເອົາ​ແລະ​ຊົງ​ເລືອກ​ໄວ້ ກັບ​ທັງ​ເປັນ​ຜູ້​ສັດຊື່ ກໍ​ຈະ​ມີໄຊ​ດ້ວຍ​ກັນ​ກັບ​ພຣະອົງ.”


ຫລັງຈາກ​ນັ້ນ ຂ້າພະເຈົ້າ​ໄດ້ຍິນ​ເໝືອນ​ສຽງດັງ​ຂອງ​ປະຊາຊົນ​ຈຳນວນ​ຫລາຍ​ໃນ​ສະຫວັນ ກຳລັງ​ຮ້ອງ​ວ່າ, “ຮາເລລູຢາ ຄວາມ​ພົ້ນ ສະຫງ່າຣາສີ ແລະ​ຣິດອຳນາດ ເປັນ​ຂອງ​ພຣະເຈົ້າ​ຂອງ​ພວກເຮົາ​ທັງຫລາຍ.


ຕາມ​ເສື້ອຄຸມ​ແລະ​ຕາມ​ກົກຂາ​ຂອງ​ພຣະອົງ ໄດ້​ມີ​ຊື່​ຂຽນ​ໄວ້​ວ່າ, “ຈອມ​ກະສັດ.” ແລະ “ຈອມ​ເຈົ້ານາຍ.”


ແລ້ວ​ຂ້າພະເຈົ້າ​ໄດ້ຍິນ​ເໝືອນ​ສຽງ​ຄົນ​ຈຳນວນ​ຫລວງຫລາຍ ເໝືອນ​ສຽງ​ນໍ້າ​ນອງ​ຕົກຕາດ ແລະ​ເໝືອນ​ຟ້າຮ້ອງ​ສຽງ​ແຮງກ້າ​ວ່າ, “ຮາເລລູຢາ ເພາະວ່າ​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຂອງ​ພວກເຮົາ ຜູ້​ຊົງ​ຣິດທານຸພາບ​ອັນ​ສູງສຸດ ໄດ້​ຊົງ​ຂຶ້ນ​ສະເຫວີຍ​ຣາດ​ແລ້ວ.


ໂດຍ​ກ່າວ​ວ່າ, “ອາແມນ ຄຳ​ສັນລະເສີນ, ສະຫງ່າຣາສີ, ສະຕິປັນຍາ, ຄຳ​ໂມທະນາ​ຂອບພຣະຄຸນ, ກຽດຕິຍົດ, ຣິດອຳນາດ ແລະ​ຣິດເດດ ຈົ່ງ​ເປັນ​ຂອງ​ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ​ຕະຫລອດ​ຊົ່ວ​ນິຣັນດອນ​ເທີ້ນ ອາແມນ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka