Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຕີໂມທຽວ 1:16 - ພຣະຄຳພີສັກສິ

16 ແຕ່​ດ້ວຍເຫດນີ້​ເອງ ພຣະເຈົ້າ​ຈຶ່ງ​ເມດຕາ​ຕໍ່​ເຮົາ ເພື່ອ​ວ່າ​ພຣະເຢຊູ​ຄຣິດເຈົ້າ​ຈະ​ໄດ້​ຊົງ​ສຳແດງ​ໃຫ້​ເຮົາ​ເຫັນ ເຖິງ​ຄວາມ​ອົດທົນ​ຢ່າງ​ລົ້ນເຫລືອ​ຂອງ​ພຣະອົງ ຊຶ່ງ​ມີ​ຕໍ່​ເຮົາ​ທີ່​ເປັນ​ຄົນ​ບາບໜາ​ທີ່ສຸດ ເພື່ອ​ໃຫ້​ເປັນ​ແບບຢ່າງ​ສຳລັບ​ທຸກຄົນ ທີ່​ຈະ​ໄດ້​ເຊື່ອ​ໃນ​ພຣະອົງ ແລະ​ຮັບ​ຊີວິດ​ນິຣັນດອນ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

16 ແຕ່​ເປັນຍ້ອນ​ເຫດຜົນ​ນີ້​ເອງ​ຈຶ່ງ​ເມດຕາ​ເຮົາ​ຜູ້​ເປັນ​ຄົນຊົ່ວ​ທີ່ສຸດ​ໃນ​ບັນດາ​ຄົນບາບ, ເພື່ອ​ພຣະຄຣິດເຈົ້າເຢຊູ​ຈະ​ໄດ້​ສະແດງ​ຄວາມອົດທົນ​ອັນ​ມະຫາສານ​ຂອງ​ພຣະອົງ​ໃຫ້​ເປັນ​ຕົວຢ່າງ​ແກ່​ຄົນ​ທັງປວງ​ທີ່​ຈະ​ເຊື່ອ​ໃນ​ພຣະອົງ ແລະ ຮັບເອົາ​ຊີວິດ​ນິລັນດອນ.

Uka jalj uñjjattʼäta Copia luraña




1 ຕີໂມທຽວ 1:16
37 Jak'a apnaqawi uñst'ayäwi  

ຄຳພາວັນນາ​ອະທິຖານ​ຂອງ​ກະສັດ​ພ້ອມ​ທັງ​ຄຳຕອບ​ຂອງ​ພຣະເຈົ້າ ແລະ​ເລື່ອງ​ການ​ເຮັດ​ບາບ​ຕ່າງໆ​ກ່ອນ​ເພິ່ນ​ກັບໃຈ​ໃໝ່ ເຊັ່ນ: ການກະທຳ​ຊົ່ວ​ຂອງ​ເພິ່ນ, ບ່ອນ​ຂາບໄຫວ້​ຂອງ​ຄົນ​ບໍ່​ນັບຖື​ພຣະເຈົ້າ ສັນຍາລັກ​ຂອງ​ເຈົ້າແມ່​ອາເຊຣາ ຊຶ່ງ​ເພິ່ນ​ໄດ້​ເຮັດ​ຂຶ້ນ ແລະ​ຮູບເຄົາຣົບ​ທີ່​ເພິ່ນ​ຂາບໄຫວ້ ແມ່ນ​ໄດ້​ບັນທຶກ​ໄວ້​ໃນ ປຶ້ມ​ປະຫວັດສາດ​ຂອງ​ພວກ​ຜູ້ທຳນວາຍ.


ຂ້າແດ່​ພຣະເຈົ້າຢາເວ ຂ້ານ້ອຍ​ນີ້​ມີ​ບາບ​ຫລາຍ ຂໍ​ຊົງ​ໂຜດ​ຮັກສາ​ພຣະສັນຍາ​ແລະ​ອະໄພ​ບາບກຳ​ໃຫ້​ດ້ວຍ.


ໂມເຊ​ຈຶ່ງ​ຟ້າວ​ຂາບລົງ ແລະ​ນ້ອມ​ນະມັດສະການ​ພຣະອົງ.


ພຣະເຈົ້າຢາເວ​ກ່າວ​ວ່າ, “ບັດນີ້ ຈົ່ງ​ມາ​ຕົກລົງ​ເລື່ອງລາວ​ກັນເທາະ. ເຖິງ​ແມ່ນ​ວ່າ​ບາບ​ຂອງ​ພວກເຈົ້າ​ນັ້ນ​ເປັນ​ສີແດງເຂັ້ມ ແຕ່​ເຮົາ​ກໍ​ຈະ​ຊຳລະ​ໃຫ້​ຂາວ​ສະອາດ​ດັ່ງ​ຫິມະ ເຖິງ​ແມ່ນ​ວ່າ​ຮອຍ​ເປິເປື້ອນ​ຈະ​ແດງເຂັ້ມ ພວກເຈົ້າ​ກໍ​ຈະ​ຂາວ​ສະອາດ​ດັ່ງ​ຂົນແກະ.


ແຕ່​ເຮົາ​ຍັງ​ເປັນ​ພຣະເຈົ້າ​ຜູ້​ຍົກ​ບາບ​ໃຫ້​ເດີ ເຮົາ​ເຮັດ​ໄປ​ກໍ​ເພາະ​ເຮົາເປັນ​ຜູ້ເຮົາເປັນ​ນັ້ນ. ເຮົາ​ບໍ່ໄດ້​ຈົດຈຳ​ການບາບ​ຂອງ​ພວກເຈົ້າ​ໃດ ເພື່ອ​ນຳ​ເອົາ​ສິ່ງນັ້ນ​ໄປ​ຕໍ່ສູ້​ພວກເຈົ້າ.


ຈົ່ງ​ໃຫ້​ຄົນຊົ່ວຮ້າຍ​ປະ​ວິທີ​ດຳເນີນ​ຊີວິດ​ເດີມ​ຂອງ​ພວກເຂົາ ແລະ​ປ່ຽນ​ແນວທາງ​ທີ່​ພວກເຂົາ​ເຄີຍ​ຄິດ​ນັ້ນ. ຈົ່ງ​ໃຫ້​ພວກເຂົາ​ກັບຄືນ​ມາ​ຫາ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ ພຣະອົງ​ເຕັມ​ດ້ວຍ​ຄວາມ​ເມດຕາ​ແລະ​ອະໄພ​ໃຫ້.


ແລ້ວ​ບາລາອາມ​ກໍໄດ້​ກ່າວ​ຕໍ່​ເຈົ້າ​ບາຫລາກ​ວ່າ, “ຈົ່ງ​ຢືນ​ຢູ່​ໃກ້​ກັບ​ແທ່ນບູຊາ​ຂອງທ່ານ​ນີ້ ສ່ວນ​ຂ້າພະເຈົ້າ​ນັ້ນ​ຈະ​ໄປ​ເບິ່ງ​ວ່າ ພຣະເຈົ້າຢາເວ​ຈະ​ໃຫ້​ຂ້າພະເຈົ້າ​ພົບ​ພຣະອົງ​ຫລື​ບໍ່? ແລ້ວ​ຂ້າພະເຈົ້າ​ກໍ​ຈະ​ກັບ​ມາ​ບອກ​ທ່ານ​ວ່າ ພຣະອົງ​ໄດ້​ກ່າວ​ຫຍັງ​ແດ່.” ສະນັ້ນ ບາລາອາມ​ຈຶ່ງ​ໄປ​ທີ່​ຈອມ​ພູ​ແຕ່​ຜູ້​ດຽວ


ໃນທຳນອງ​ດຽວກັນ​ນັ້ນ​ແຫຼະ ເຮົາ​ບອກ​ເຈົ້າ​ທັງຫລາຍ​ວ່າ, ຝູງ​ເທວະດາ​ຂອງ​ພຣະເຈົ້າ​ກໍ​ຊົມຊື່ນ​ຍິນດີ ທີ່​ມີ​ຄົນ​ບາບ​ຜູ້ໜຶ່ງ​ຖິ້ມໃຈເກົ່າ​ເອົາໃຈໃໝ່.”


ພຣະເຢຊູເຈົ້າ​ຊົງ​ຕອບ​ລາວ​ວ່າ, “ເຮົາ​ບອກ​ເຈົ້າ​ຕາມ​ຄວາມຈິງ​ວ່າ ວັນ​ນີ້​ເຈົ້າ​ຈະ​ຢູ່​ກັບ​ເຮົາ​ໃນ​ທີ່​ສຸກຂະເສີມ.”


ເພາະສະນັ້ນ ເຮົາ​ຈຶ່ງ​ບອກ​ເຈົ້າ​ວ່າ, ເພາະ​ນາງ​ຮັກ​ຫລາຍ ຈຶ່ງ​ພິສູດ​ໃຫ້​ເຫັນ​ວ່າ ການບາບ​ທັງຫລາຍ​ຂອງ​ນາງ ໄດ້​ຮັບ​ການອະໄພ​ແລ້ວ, ແຕ່​ຜູ້ໃດ ທີ່​ໄດ້​ຮັບ​ການ​ໃຫ້​ອະໄພ​ໜ້ອຍ ຜູ້​ນັ້ນ​ກໍ​ຮັກ​ໜ້ອຍ.”


ການ​ທີ່​ໄດ້​ຈົດ​ເຫດການ​ເຫຼົ່ານີ້​ໄວ້​ເພື່ອ​ເຈົ້າ​ທັງຫລາຍ​ຈະ​ໄດ້​ເຊື່ອ ວ່າ​ພຣະເຢຊູເຈົ້າ​ເປັນ​ພຣະຄຣິດ​ພຣະບຸດ​ຂອງ​ພຣະເຈົ້າ ແລະ​ໂດຍ​ທາງ​ຄວາມເຊື່ອ​ໃນ​ພຣະນາມ​ຂອງ​ພຣະອົງ​ນັ້ນ ພວກເຈົ້າ​ຈະ​ມີ​ຊີວິດ.


ຜູ້​ທີ່​ວາງໃຈເຊື່ອ​ໃນ​ພຣະບຸດ ກໍໄດ້​ຊີວິດ​ນິຣັນດອນ ຜູ້​ທີ່​ບໍ່​ເຊື່ອ​ໃນ​ພຣະບຸດ ກໍ​ຈະ​ບໍ່​ເຫັນ​ຊີວິດ ແຕ່​ການ​ລົງໂທດ​ຂອງ​ພຣະເຈົ້າ​ຈະ​ປົກຄຸມ​ຢູ່​ເທິງ​ຜູ້ນັ້ນ.


ເຮົາ​ບອກ​ເຈົ້າ​ທັງຫລາຍ​ຕາມ​ຄວາມຈິງ​ວ່າ, ຜູ້​ທີ່​ຟັງ​ຄຳ​ເວົ້າ​ຂອງເຮົາ ແລະ​ວາງໃຈເຊື່ອ​ໃນ​ພຣະອົງ​ຜູ້​ທີ່​ໃຊ້​ເຮົາ​ມາ ຜູ້ນັ້ນ​ກໍ​ມີ​ຊີວິດ​ນິຣັນດອນ ແລະ​ຈະ​ບໍ່​ເຂົ້າ​ໃນ​ການ​ພິພາກສາ ແຕ່​ໄດ້​ຜ່ານ​ພົ້ນ​ຈາກ​ຄວາມ​ຕາຍ​ເຂົ້າ​ສູ່​ຊີວິດ​ແລ້ວ.


ສິ່ງສາລະພັດ​ທີ່​ພຣະບິດາເຈົ້າ​ມອບ​ໃຫ້​ແກ່​ເຮົາ ກໍ​ຈະ​ມາ​ຫາ​ເຮົາ ແລະ​ຜູ້​ທີ່​ມາ​ຫາ​ເຮົາ ເຮົາ​ຈະ​ບໍ່​ຖິ້ມ​ອອກ​ໄປ​ພາຍນອກ​ຈັກເທື່ອ


ດ້ວຍວ່າ, ນີ້​ແຫຼະ ແມ່ນ​ຄວາມປະສົງ​ພຣະບິດາເຈົ້າ​ຂອງເຮົາ ຄື​ໃຫ້​ທຸກຄົນ​ທີ່​ເຫັນ​ພຣະບຸດ ແລະ​ເຊື່ອ​ໃນ​ພຣະອົງ​ນັ້ນ​ມີ​ຊີວິດ​ນິຣັນດອນ ແລະ​ເຮົາ​ຈະ​ໃຫ້​ຜູ້ນັ້ນ​ເປັນ​ຄືນ​ມາ​ສູ່​ຊີວິດ​ໃນ​ວັນ​ສຸດທ້າຍ.”


ຜູ້​ທີ່​ກິນ​ເນື້ອກາຍ​ຂອງເຮົາ ແລະ​ດື່ມ​ເລືອດ​ຂອງເຮົາ ກໍ​ມີ​ຊີວິດ​ນິຣັນດອນ ແລະ​ເຮົາ​ຈະ​ໃຫ້​ຜູ້ນັ້ນ ເປັນ​ຄືນ​ມາ​ສູ່​ຊີວິດ​ໃນ​ວັນ​ສຸດທ້າຍ.


ແລະ​ໂດຍ​ທາງ​ພຣະອົງ​ນັ້ນ ທຸກຄົນ​ທີ່​ເຊື່ອ​ຈະ​ໄດ້​ຖືກ​ຊົງ​ຊຳລະ​ທຸກຢ່າງ ຊຶ່ງ​ຈະ​ຊຳລະ​ບໍ່ໄດ້​ຕາມ​ກົດບັນຍັດ​ຂອງ​ໂມເຊ.


ທຸກສິ່ງ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ ກໍ​ມີ​ໄວ້​ເພື່ອ​ສັ່ງສອນ​ພວກເຮົາ ເພື່ອ​ວ່າ​ພວກເຮົາ​ຈະ​ມີ​ຄວາມຫວັງ​ດ້ວຍ​ຄວາມ​ອົດທົນ ແລະ​ມີ​ຄວາມ​ຊູໃຈ ດ້ວຍ​ພຣະຄຳພີ​ທີ່​ໄດ້​ກ່າວ​ໄວ້​ນັ້ນ.


ດ້ວຍວ່າ, ຄ່າຈ້າງ​ຂອງ​ຄວາມ​ຜິດບາບ​ກໍ​ຄື​ຄວາມ​ຕາຍ ແຕ່​ຂອງ​ພຣະຣາຊທານ​ອັນ​ໂຜດ​ມາ​ແຕ່​ພຣະເຈົ້າ ກໍ​ຄື​ຊີວິດ​ນິຣັນດອນ​ໃນ​ພຣະເຢຊູ​ຄຣິດເຈົ້າ ອົງ​ພຣະຜູ້​ເປັນເຈົ້າ​ຂອງ​ພວກເຮົາ.


ເລື່ອງ​ຄົນ​ໂສດ​ນັ້ນ ເຮົາ​ບໍ່ໄດ້​ຮັບ​ຄຳສັ່ງ​ຈາກ​ອົງພຣະ​ຜູ້​ເປັນເຈົ້າ, ແຕ່​ເຮົາ​ຂໍ​ໃຫ້​ຄວາມ​ຄິດເຫັນ​ໃນ​ຖານະ​ທີ່​ສົມກັບ​ເປັນ​ຜູ້​ໄດ້​ຮັບ​ພຣະຄຸນ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ໃຫ້​ເປັນ​ຜູ້​ທີ່​ໄວ້​ໃຈ​ໄດ້.


ເພາະ​ດ້ວຍ​ພຣະ​ກະລຸນາ​ຂອງ​ພຣະເຈົ້າ ພວກເຮົາ​ຈຶ່ງ​ໄດ້​ຮັບໃຊ້​ພັນທະກິດ ດັ່ງນັ້ນ ພວກເຮົາ​ຈຶ່ງ​ບໍ່​ທໍ້ຖອຍ.


ພວກເຮົາ​ເປັນ​ຄົນ​ຜູ້​ທຳອິດ ທີ່​ມີ​ຄວາມຫວັງ​ໃນ​ພຣະຄຣິດ ໄດ້​ຮັບ​ການ​ກຳນົດ​ແລະ​ແຕ່ງຕັ້ງ ໃຫ້​ຖວາຍ​ສັນລະເສີນ​ຄວາມ​ຍິ່ງໃຫຍ່​ຂອງ​ພຣະອົງ.


ເພື່ອ​ຈະ​ໃຫ້​ເປັນ​ທີ່​ສັນລະເສີນ​ພຣະຄຸນ​ອັນ​ຮຸ່ງເຮືອງ​ຂອງ​ພຣະອົງ ຊຶ່ງ​ຊົງ​ໂຜດ​ປະທານ​ແກ່​ພວກເຮົາ​ໃນ​ພຣະເຢຊູເຈົ້າ ຜູ້​ຊົງ​ເປັນ​ທີ່ຮັກ​ຂອງ​ພຣະເຈົ້າ.


ເພື່ອ​ໃນ​ຄາວ​ຕໍ່ໄປ ພຣະອົງ​ຈະ​ໄດ້​ຊົງ​ສຳແດງ​ພຣະຄຸນ​ອັນ​ອຸດົມ​ເຫລືອລົ້ນ​ຂອງ​ພຣະອົງ ຊຶ່ງ​ພຣະອົງ​ໄດ້​ຊົງ​ເມດຕາ​ເຮົາ​ທັງຫລາຍ​ໃນ​ພຣະຄຣິດເຈົ້າ​ເຢຊູ.


ເມື່ອ​ພຣະອົງ​ສະເດັດ​ມາ​ປາກົດ​ໃນ​ວັນ​ນັ້ນ ເພື່ອ​ຮັບ​ກຽດຕິຍົດ​ພ້ອມ​ທັງ​ໄພ່ພົນ​ບໍຣິສຸດ​ທັງໝົດ​ຂອງ​ພຣະອົງ ແລະ​ເປັນ​ການ​ອັດສະຈັນ​ໃຈ​ໃນ​ທ່າມກາງ​ຜູ້​ທີ່​ເຊື່ອ​ທຸກຄົນ ລວມ​ທັງ​ພວກເຈົ້າ​ເພາະ​ໄດ້​ເຊື່ອ​ຖ້ອຍຄຳ ຊຶ່ງ​ພວກເຮົາ​ໄດ້​ປະກາດ​ແກ່​ພວກເຈົ້າ​ນັ້ນ.


ເຖິງ​ແມ່ນ​ວ່າ​ເມື່ອ​ກ່ອນ​ນັ້ນ ເຮົາ​ໄດ້​ເປັນ​ຄົນ​ຫຍາບຊ້າ ຂົ່ມເຫັງ ແລະ​ໝິ່ນປະໝາດ​ພຣະອົງ ແຕ່​ເຮົາ​ກໍ​ຍັງ​ໄດ້​ຮັບ​ພຣະ​ກະລຸນາ ເພາະວ່າ​ທີ່​ເຮົາ​ໄດ້​ເຮັດ​ຢ່າງ​ນັ້ນ ກໍ​ດ້ວຍ​ຄວາມ​ບໍ່​ຮູ້​ແລະ​ດ້ວຍ​ຄວາມ​ບໍ່​ເຊື່ອ.


ດ້ວຍເຫດນີ້ ພຣະອົງ​ຈຶ່ງ​ຊົງ​ສາມາດ​ຕະຫລອດໄປ ທີ່​ຈະ​ໂຜດ​ເອົາ​ຄົນ​ທັງປວງ​ທີ່​ໄດ້​ເຂົ້າ​ມາ​ຫາ​ພຣະເຈົ້າ ໂດຍ​ທາງ​ພຣະອົງ​ນັ້ນ ໃຫ້​ໄດ້​ຮັບ​ຄວາມ​ລອດພົ້ນ ເພາະວ່າ ພຣະອົງ​ຊົງພຣະຊົນ​ຢູ່​ນິຣັນດອນ ເພື່ອ​ຊ່ວຍ​ທູນ​ຂໍ​ພຣະ​ກະລຸນາ​ໃຫ້​ຄົນ​ເຫຼົ່ານັ້ນ.


ຊຶ່ງ​ເມື່ອ​ກ່ອນ​ນັ້ນ​ບໍ່ໄດ້​ຍອມ​ເຊື່ອຟັງ​ພຣະເຈົ້າ ຄື​ເມື່ອ​ພຣະເຈົ້າ​ຊົງ​ສຳແດງ​ຄວາມ​ອົດທົນ​ດົນນານ. ໃນ​ສະໄໝ​ຂອງ​ໂນອາ ຂະນະທີ່​ເພິ່ນ​ກຳລັງ​ສ້າງ​ເຮືອ​ຢູ່ ໃນ​ເຮືອ​ມີ​ຄົນ​ຈຳນວນ​ໜ້ອຍ ຄື​ແປດ​ຄົນ​ທີ່​ໄດ້​ຜ່ານ​ພົ້ນ​ນໍ້າ​ຖ້ວມ​ນັ້ນ.


ຈົ່ງ​ຖື​ວ່າ​ການ​ທີ່​ອົງພຣະ​ຜູ້​ເປັນເຈົ້າ​ຂອງ​ພວກເຮົາ​ທັງຫລາຍ ຊົງ​ອົດກັ້ນ​ພຣະໄທ​ໄວ້​ດົນນານ​ນັ້ນ ກໍ​ເພື່ອ​ໂຜດ​ພວກເຮົາ​ໃຫ້​ລອດພົ້ນ ເໝືອນ​ດັ່ງ​ໂປໂລ​ນ້ອງ​ທີ່ຮັກ​ຂອງເຮົາ ໄດ້​ຂຽນ​ຈົດໝາຍ​ເຖິງ​ເຈົ້າ​ທັງຫລາຍ ຕາມ​ສະຕິປັນຍາ​ທີ່​ໄດ້​ຊົງ​ປະທານ​ແກ່​ເພິ່ນ​ນັ້ນ.


ອົງພຣະ​ຜູ້​ເປັນເຈົ້າ​ບໍ່ໄດ້​ຊົງ​ເສີຍຊ້າ ທີ່​ຈະ​ເຮັດ​ໃຫ້​ພຣະສັນຍາ​ຂອງ​ພຣະອົງ​ສຳເລັດ ເໝືອນ​ດັ່ງ​ທີ່​ບາງຄົນ​ນັ້ນ​ຄິດ​ວ່າ​ຊ້າ ແຕ່​ພຣະອົງ​ຊົງ​ອົດທົນ​ດົນນານ ເພາະ​ເຫັນແກ່​ເຈົ້າ​ທັງຫຼາຍ. ພຣະອົງ​ບໍ່​ປະສົງ​ໃຫ້​ຜູ້ໃດ​ຜູ້ໜຶ່ງ​ຕ້ອງ​ຈິບຫາຍ​ໄປ, ແຕ່​ຊົງ​ປາຖະໜາ​ທີ່​ຈະ​ໃຫ້​ຄົນ​ທັງປວງ ມາ​ເຖິງ​ການ​ຖິ້ມໃຈເກົ່າ​ເອົາໃຈໃໝ່.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka