Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຕີໂມທຽວ 1:15 - ພຣະຄຳພີສັກສິ

15 ຄຳ​ນີ້​ເປັນ​ຄວາມຈິງ ຊຶ່ງ​ທຸກຄົນ​ສົມຄວນ​ຮັບ​ເອົາ​ໄວ້ ຄື​ພຣະຄຣິດເຈົ້າ​ເຢຊູ​ໄດ້​ເຂົ້າ​ມາ​ໃນ​ໂລກ ເພື່ອ​ໂຜດ​ເອົາ​ຄົນ​ບາບ​ທັງຫລາຍ​ໃຫ້​ພົ້ນ ໃນ​ບັນດາ​ຄົນ​ເຫຼົ່ານັ້ນ ແມ່ນ​ເຮົາ​ນີ້​ແຫຼະ ເປັນ​ຄົນ​ບາບ​ຫລາຍ​ທີ່ສຸດ,

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

15 ນີ້​ເປັນ​ຄຳກ່າວ​ທີ່​ໜ້າເຊື່ອຖື ເຊິ່ງ​ສົມຄວນ​ແກ່​ການ​ຍອມຮັບ​ໂດຍ​ບໍ່​ມີ​ຂໍ້ສົງໄສ​ຄື: ພຣະຄຣິດເຈົ້າເຢຊູ​ໄດ້​ເຂົ້າ​ມາ​ໃນ​ໂລກ​ເພື່ອ​ຊ່ວຍ​ຄົນບາບ​ທັງຫລາຍ​ໃຫ້​ລອດພົ້ນ ແລະ ໃນ​ບັນດາ​ຄົນບາບ​ເຫລົ່ານັ້ນ​ເຮົາ​ເປັນ​ຄົນຊົ່ວ​ທີ່ສຸດ.

Uka jalj uñjjattʼäta Copia luraña




1 ຕີໂມທຽວ 1:15
41 Jak'a apnaqawi uñst'ayäwi  

ດັ່ງນັ້ນ ຂ້ານ້ອຍ​ຈຶ່ງ​ອັບອາຍ​ຕໍ່​ສິ່ງ​ທີ່​ໄດ້​ກ່າວ​ຈາ ຂ້ານ້ອຍ​ເສຍໃຈ ຈຶ່ງ​ນັ່ງ​ທີ່​ຂີ້ຝຸ່ນ​ດິນ​ແລະ​ຂີ້ເຖົ່າ.”


ເຮົາ​ຈະ​ຍົກ​ຄວາມຜິດ​ທຸກຢ່າງ​ທີ່​ເຈົ້າ​ໄດ້​ເຮັດ, ແຕ່​ເຈົ້າ​ຈະ​ຈົດຈຳ​ມັນ​ໄວ້ ແລະ​ລະອາຍ​ໃຈ ຈົນ​ບໍ່​ກ້າ​ອ້າ​ປາກ​ເວົ້າ​ເຖິງ​ມັນ​ເລີຍ. ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້ແຫຼະ.”


ນາງ​ຈະ​ເກີດ​ລູກຊາຍ​ຜູ້​ໜຶ່ງ ແລະ​ເຈົ້າ​ຈົ່ງ​ໃສ່​ຊື່​ໃຫ້​ເດັກ​ນີ້​ວ່າ ເຢຊູ​ ເພາະ​ເພິ່ນ​ຈະ​ໂຜດ​ຊ່ວຍ​ປະຊາຊົນ​ຂອງ​ຕົນ ໃຫ້​ລອດ​ພົ້ນ​ຈາກ​ບາບກຳ​ຂອງ​ພວກເຂົາ.”


“ຈົ່ງ​ລະວັງ​ໃຫ້​ດີ ຢ່າ​ດູໝິ່ນ​ເດັກນ້ອຍ​ເຫຼົ່ານີ້​ແມ່ນແຕ່​ຜູ້ໜຶ່ງ, ເຮົາ​ບອກ​ພວກເຈົ້າ​ວ່າ ເທວະດາ​ປະຈຳ​ຂອງ​ເຂົາ​ໃນ​ສະຫວັນ​ເຝົ້າ​ຢູ່​ສະເໝີ ຕໍ່​ພຣະພັກ​ພຣະບິດາເຈົ້າ​ຂອງເຮົາ ຜູ້​ຊົງ​ສະຖິດ​ຢູ່​ໃນ​ສະຫວັນ. [


ດ້ວຍວ່າ, ບຸດ​ມະນຸດ​ໄດ້​ມາ​ໂຜດ​ເອົາ​ຜູ້​ທີ່​ຫລົງ​ເສຍ​ໄປ​ແລ້ວ​ນັ້ນ​ໃຫ້​ພົ້ນ]


ເໝືອນ​ຢ່າງ​ບຸດ​ມະນຸດ​ບໍ່ໄດ້​ມາ​ເພື່ອ​ໃຫ້​ຄົນອື່ນ​ຮັບໃຊ້​ຕົນ ແຕ່​ມາ​ເພື່ອ​ຮັບໃຊ້ ແລະ​ຍອມ​ສະຫລະ​ຊີວິດ​ຂອງຕົນ ເປັນ​ຄ່າ​ໄຖ່​ຄົນ​ຈຳນວນ​ຫລວງຫລາຍ.”


ຈົ່ງ​ໄປ​ຄົ້ນ​ເບິ່ງ​ເລື່ອງ​ນີ້​ໝາຍ​ເຖິງ​ຫຍັງ ຕາມ​ທີ່​ພຣະຄຳພີ​ມີ​ກ່າວ​ວ່າ, ‘ເຮົາ​ປະສົງ​ຄວາມ​ເມດຕາ ແຕ່​ບໍ່ແມ່ນ​ເຄື່ອງ​ບູຊາ.’ ເຮົາ​ບໍ່ໄດ້​ມາ​ເພື່ອ​ເອີ້ນ​ເອົາ​ຄົນ​ສິນທຳ, ແຕ່​ມາ​ເອີ້ນ​ເອົາ​ຄົນ​ບາບ​ທັງຫລາຍ.”


ເມື່ອ​ພຣະເຢຊູເຈົ້າ​ໄດ້ຍິນ​ພວກເຂົາ​ເວົ້າ​ແລ້ວ ຈຶ່ງ​ຕອບ​ພວກເຂົາ​ວ່າ, “ຄົນ​ທີ່​ມີ​ສຸຂະພາບ​ດີ​ບໍ່​ຕ້ອງການ​ໝໍ, ແຕ່​ຄົນ​ເຈັບ​ຕ້ອງການ​ໝໍ ເຮົາ​ບໍ່ໄດ້​ມາ​ເພື່ອ​ເອີ້ນ​ເອົາ​ຄົນ​ຊອບທຳ, ແຕ່​ມາ​ເອີ້ນ​ເອົາ​ຄົນ​ທີ່​ມີ​ບາບກຳ​ທັງຫລາຍ.”


ພວກ​ຟາຣີຊາຍ​ກັບ​ພວກ​ທຳມະຈານ​ກໍ​ເລີ່ມ​ຈົ່ມ​ວ່າ, “ຄົນ​ນີ້​ຕ້ອນຮັບ​ຄົນ​ນອກສິນທຳ ແລະ​ຍັງ​ຮ່ວມ​ກິນ​ນຳ​ພວກເຂົາ​ດ້ວຍ”


ດ້ວຍວ່າ, ບຸດ​ມະນຸດ​ໄດ້​ມາ​ເພື່ອ​ຊອກ​ຫາ ແລະ​ໂຜດ​ເອົາ​ຄົນ​ທີ່​ຫລົງ​ເສຍ​ໄປ​ແລ້ວ​ນັ້ນ​ໃຫ້​ລອດພົ້ນ.”


ເຮົາ​ບໍ່ໄດ້​ມາ​ເພື່ອ​ເອີ້ນ​ເອົາ​ຄົນ​ສິນທຳ, ແຕ່​ມາ​ເອີ້ນ​ເອົາ​ຄົນ​ນອກສິນທຳ​ໃຫ້​ຖິ້ມໃຈເກົ່າ​ເອົາໃຈໃໝ່.”


ແຕ່​ສ່ວນ​ບັນດາ​ຜູ້​ທີ່​ຕ້ອນຮັບ​ພຣະອົງ ຄື​ຜູ້​ທີ່​ເຊື່ອ​ໃນ​ພຣະນາມ​ຂອງ​ພຣະອົງ ພຣະອົງ​ກໍ​ຊົງ​ປະທານ​ສິດ​ໃຫ້​ກາຍເປັນ​ບຸດ​ຂອງ​ພຣະເຈົ້າ.


ວັນ​ຕໍ່ມາ ໂຢຮັນ​ໄດ້​ເຫັນ​ພຣະເຢຊູເຈົ້າ​ກຳລັງ​ຍ່າງ​ມາ​ຫາ​ຕົນ ຈຶ່ງ​ກ່າວ​ຂຶ້ນ​ວ່າ, “ເບິ່ງແມ! ລູກແກະ​ຂອງ​ພຣະເຈົ້າ​ຜູ້​ຊົງ​ຮັບ​ເອົາ​ບາບກຳ​ຂອງ​ມະນຸດ​ສະໂລກ​ໄປ​ເສຍ


ຖ້າ​ຜູ້ໃດ​ໄດ້ຍິນ​ຖ້ອຍຄຳ​ຂອງເຮົາ ແລະ​ບໍ່​ຖື​ຮັກສາ​ຖ້ອຍຄຳ​ເຫຼົ່ານັ້ນ ເຮົາ​ຈະ​ບໍ່​ຕັດສິນ​ຜູ້ນັ້ນ ເຮົາ​ບໍ່ໄດ້​ມາ​ເພື່ອ​ຕັດສິນ​ໂລກ ແຕ່​ມາ​ເພື່ອ​ຊ່ວຍ​ໂລກ​ໃຫ້​ພົ້ນ.


ຜູ້​ທີ່​ວາງໃຈເຊື່ອ​ໃນ​ພຣະບຸດ ກໍໄດ້​ຊີວິດ​ນິຣັນດອນ ຜູ້​ທີ່​ບໍ່​ເຊື່ອ​ໃນ​ພຣະບຸດ ກໍ​ຈະ​ບໍ່​ເຫັນ​ຊີວິດ ແຕ່​ການ​ລົງໂທດ​ຂອງ​ພຣະເຈົ້າ​ຈະ​ປົກຄຸມ​ຢູ່​ເທິງ​ຜູ້ນັ້ນ.


ບັດນີ້​ພວກ​ອັກຄະສາວົກ ແລະ​ພີ່ນ້ອງ​ທີ່​ເຊື່ອ​ທົ່ວ​ທັງ​ແຂວງ​ຢູດາຍ​ໄດ້ຍິນ​ວ່າ ຄົນຕ່າງຊາດ​ໄດ້​ຮັບ​ພຣະທຳ​ຂອງ​ພຣະເຈົ້າ​ເໝືອນກັນ.


ເມື່ອ​ພວກເຂົາ​ໄດ້ຍິນ​ດັ່ງນັ້ນ​ແລ້ວ, ຕ່າງ​ກໍ​ເຊົາ​ຕິຕຽນ​ເປໂຕ ແລ້ວ​ໄດ້​ພາກັນ​ສັນລະເສີນ​ພຣະເຈົ້າ​ໂດຍ​ກ່າວ​ວ່າ, “ຖ້າ​ເປັນ​ດັ່ງນີ້ ກໍ​ແມ່ນ​ພຣະເຈົ້າ​ທີ່​ໃຫ້​ຄົນຕ່າງຊາດ​ມີ​ໂອກາດ​ກັບ​ໃຈ​ໃໝ່ ແລະ​ຮັບ​ຊີວິດ​ໃໝ່​ເໝືອນກັນ.”


ເມື່ອ​ພຣະເຈົ້າ​ໄດ້​ຊົງ​ບັນດານ​ໃຫ້​ອົງ​ຜູ້ຮັບໃຊ້​ຂອງ​ພຣະອົງ​ເປັນ​ຄືນ​ມາ​ແລ້ວ ກໍ​ຊົງ​ໃຊ້​ພຣະອົງ​ມາ​ຫາ​ທ່ານ​ທັງຫລາຍ​ກ່ອນ ເພື່ອ​ອວຍ​ພຣະພອນ​ແກ່​ພວກທ່ານ ໂດຍ​ໃຫ້​ທຸກຄົນ​ກັບ​ຈາກ​ການ​ຊົ່ວຮ້າຍ​ຂອງຕົນ.”


ເພື່ອ​ເຮົາ​ຈະ​ໄດ້​ຊັກຊວນ​ເພື່ອນ​ຮ່ວມ​ຊາດ​ຂອງເຮົາ ໃຫ້​ເກີດ​ມີ​ໃຈ​ຫຶງຫວງ ເພື່ອ​ຈະ​ຊ່ວຍ​ພວກເຂົາ​ບາງຄົນ​ໃຫ້​ພົ້ນ.


ຂະນະທີ່​ພວກເຮົາ​ຍັງ​ຂາດ​ກຳລັງ​ຢູ່​ນັ້ນ ພຣະຄຣິດ​ໄດ້​ຕາຍ​ເພື່ອ​ຊ່ວຍ​ຄົນ​ບາບ​ຕາມ​ເວລາ​ທີ່​ເໝາະສົມ.


ດ້ວຍວ່າ, ເຮົາ​ເປັນ​ຜູ້​ນ້ອຍ​ທີ່ສຸດ ໃນ​ບັນດາ​ອັກຄະສາວົກ​ທຸກຄົນ ເຮົາ​ຈຶ່ງ​ບໍ່​ສົມຄວນ​ໃຫ້​ຄົນ​ເອີ້ນ​ເຮົາ​ວ່າ, ອັກຄະສາວົກ ເພາະ​ເຮົາ​ໄດ້​ຂົ່ມເຫັງ​ຄຣິສຕະຈັກ​ຂອງ​ພຣະເຈົ້າ.


ໃນ​ບັນດາ​ໄພ່ພົນ​ຂອງ​ພຣະເຈົ້າ​ທັງໝົດ​ນັ້ນ ຂ້າພະເຈົ້າ​ເປັນ​ຜູ້​ຕໍ່າຕ້ອຍ​ທີ່ສຸດ​ກວ່າ​ຜູ້​ທີ່​ເລັກນ້ອຍ​ທີ່ສຸດ, ເຖິງ​ປານນັ້ນ ພຣະອົງ​ກໍ​ຍັງ​ໂຜດ​ປະທານ​ພຣະຄຸນ​ນີ້​ແກ່​ຂ້າພະເຈົ້າ ຄື​ໃຫ້​ຂ້າພະເຈົ້າ​ປະກາດ​ຂ່າວປະເສີດ​ແກ່​ຄົນຕ່າງຊາດ ເຖິງ​ຄວາມ​ບໍຣິບູນ​ອັນ​ຫາ​ທີ່​ປຽບ​ບໍ່ໄດ້​ຂອງ​ພຣະຄຣິດ,


ເຖິງ​ແມ່ນ​ວ່າ​ເມື່ອ​ກ່ອນ​ນັ້ນ ເຮົາ​ໄດ້​ເປັນ​ຄົນ​ຫຍາບຊ້າ ຂົ່ມເຫັງ ແລະ​ໝິ່ນປະໝາດ​ພຣະອົງ ແຕ່​ເຮົາ​ກໍ​ຍັງ​ໄດ້​ຮັບ​ພຣະ​ກະລຸນາ ເພາະວ່າ​ທີ່​ເຮົາ​ໄດ້​ເຮັດ​ຢ່າງ​ນັ້ນ ກໍ​ດ້ວຍ​ຄວາມ​ບໍ່​ຮູ້​ແລະ​ດ້ວຍ​ຄວາມ​ບໍ່​ເຊື່ອ.


ແລະ​ຈົ່ງ​ຢຶດຖື​ຄວາມເຊື່ອ​ອັນ​ແທ້ຈິງ ແລະ​ໃຫ້​ມີ​ໃຈ​ສຳນຶກ​ຜິດແລະຊອບ​ອັນ​ເສາະໃສ ມີ​ບາງຄົນ​ໄດ້​ປະຕິເສດ​ທີ່​ຈະ​ຟັງ​ໃຈ​ສຳນຶກ​ຜິດແລະຊອບ​ຂອງຕົນ ຈຶ່ງ​ເຮັດ​ໃຫ້​ຄວາມເຊື່ອ​ຂອງ​ເຂົາ​ຫຼົ້ມຈົມ.


ຄຳ​ນີ້​ເປັນ​ຄຳ​ສັດຈິງ ຖ້າ​ຄົນ​ໃດ​ມີ​ຄວາມ​ປາຖະໜາ​ຢາກ​ເປັນ​ຜູ້​ປົກຄອງ​ຄຣິສຕະຈັກ ລາວ​ກໍ​ປາຖະໜາ​ການງານ​ອັນ​ດີເລີດ.


ຂໍ້ຄວາມ​ນີ້​ກໍ​ສັດຈິງ ສົມຄວນ​ທີ່​ທຸກຄົນ​ຈະ​ຮັບ​ເອົາ​ໄວ້ ແລະ​ເຊື່ອ​ຢ່າງ​ຄົບຖ້ວນ.


ເຮົາ​ສັ່ງ​ເຈົ້າ​ຕໍ່ໜ້າ​ພຣະເຈົ້າ ຜູ້​ຊົງ​ບັນດານ​ໃຫ້​ສິ່ງ​ທັງປວງ​ມີ​ຊີວິດ ແລະ​ຕໍ່ໜ້າ​ພຣະຄຣິດເຈົ້າ​ເຢຊູ​ຜູ້​ໄດ້​ຊົງ​ເປັນ​ພະຍານ ເຖິງ​ຄຳ​ປະຕິຍານ​ອັນ​ດີ​ຕໍ່ໜ້າ​ປົນທຽວ​ປີລາດ


ຄຳ​ນີ້​ເປັນ​ຄວາມຈິງ ຄື: “ຖ້າ​ພວກເຮົາ​ໄດ້​ຕາຍ​ດ້ວຍ​ກັນ​ກັບ​ພຣະອົງ ພວກເຮົາ​ກໍ​ຈະ​ມີ​ຊີວິດ​ກັບ​ພຣະອົງ​ເໝືອນກັນ.


ຄຳ​ນີ້​ເປັນ​ຄຳ​ສັດຈິງ. ເຮົາ​ປາຖະໜາ​ໃຫ້​ເຈົ້າ​ເນັ້ນ​ເຖິງ​ເລື່ອງ​ເຫຼົ່ານີ້ ເພື່ອ​ຄົນ​ທັງຫລາຍ​ທີ່​ເຊື່ອ​ໃນ​ພຣະເຈົ້າ​ແລ້ວ ຈະ​ເອົາໃຈໃສ່​ເຮັດ​ການ​ດີ ການ​ເຫຼົ່ານີ້​ດີ​ແລະ​ມີ​ປະໂຫຍດ​ແກ່​ຄົນ​ທັງປວງ.


ດ້ວຍເຫດນີ້ ພຣະອົງ​ຈຶ່ງ​ຊົງ​ສາມາດ​ຕະຫລອດໄປ ທີ່​ຈະ​ໂຜດ​ເອົາ​ຄົນ​ທັງປວງ​ທີ່​ໄດ້​ເຂົ້າ​ມາ​ຫາ​ພຣະເຈົ້າ ໂດຍ​ທາງ​ພຣະອົງ​ນັ້ນ ໃຫ້​ໄດ້​ຮັບ​ຄວາມ​ລອດພົ້ນ ເພາະວ່າ ພຣະອົງ​ຊົງພຣະຊົນ​ຢູ່​ນິຣັນດອນ ເພື່ອ​ຊ່ວຍ​ທູນ​ຂໍ​ພຣະ​ກະລຸນາ​ໃຫ້​ຄົນ​ເຫຼົ່ານັ້ນ.


ພວກເຈົ້າ​ຮູ້​ວ່າ​ພຣະອົງ​ໄດ້​ມາ​ປາກົດ ເພື່ອ​ຍົກ​ເອົາ​ບາບກຳ​ຂອງ​ມະນຸດ ແລະ​ໃນ​ພຣະອົງ​ນັ້ນ​ບໍ່ມີ​ບາບ​ເລີຍ.


ຜູ້​ທີ່​ຍັງ​ເຮັດ​ບາບ ກໍ​ມາ​ຈາກ​ມານຮ້າຍ, ເພາະວ່າ​ມານຮ້າຍ​ໄດ້​ເຮັດ​ບາບ​ຕັ້ງແຕ່​ຕົ້ນເດີມ​ມາ ພຣະບຸດ​ຂອງ​ພຣະເຈົ້າ​ໄດ້​ສະເດັດ​ມາ​ປາກົດ ກໍ​ເພາະ​ເຫດ​ນີ້​ແຫຼະ ຄື​ເພື່ອ​ຊົງ​ທຳລາຍ​ກິດຈະການ​ຂອງ​ມານຮ້າຍ​ເສຍ.


ນີ້​ແຫຼະ ເປັນ​ພະຍານ​ຫຼັກຖານ​ນັ້ນ ຄື​ວ່າ​ພຣະເຈົ້າ​ໄດ້​ຊົງ​ໂຜດ​ປະທານ​ຊີວິດ​ນິຣັນດອນ​ໃຫ້​ເຮົາ​ທັງຫລາຍ ແລະ​ຊີວິດ​ນີ້​ມີ​ຢູ່​ໃນ​ພຣະບຸດ​ຂອງ​ພຣະອົງ.


ພຣະອົງ​ຜູ້​ຊົງ​ປະທັບ​ເທິງ​ພຣະ​ຣາຊບັນລັງ ໄດ້​ຊົງ​ກ່າວ​ວ່າ, “ເບິ່ງແມ! ເຮົາ​ໄດ້​ສ້າງ​ທຸກສິ່ງ​ທັງປວງ​ຂຶ້ນ​ໃໝ່.” ແລະ​ພຣະອົງ​ຊົງ​ກ່າວ​ອີກ​ວ່າ, “ຈົ່ງ​ຂຽນ​ໄວ້ ເພາະວ່າ​ຖ້ອຍຄຳ​ເຫຼົ່ານີ້​ແມ່ນ​ສັດຊື່​ແລະ​ທ່ຽງແທ້.”


ເທວະດາ​ຕົນ​ນັ້ນ​ໄດ້​ບອກ​ຂ້າພະເຈົ້າ​ວ່າ, “ຖ້ອຍຄຳ​ເຫຼົ່ານີ້​ແມ່ນ​ສັດຊື່​ແລະ​ທ່ຽງແທ້ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ແຫ່ງ​ດວງ​ວິນຍານ​ຂອງ​ບັນດາ​ຜູ້ທຳນວາຍ ໄດ້​ຊົງ​ໃຫ້​ເທວະດາ​ຂອງ​ພຣະອົງ ສຳແດງ​ແກ່​ບັນດາ​ຜູ້ຮັບໃຊ້​ຂອງ​ພຣະອົງ ເພື່ອ​ໃຫ້​ຮູ້​ວ່າ​ເຫດການ​ຫຍັງ​ທີ່​ຕ້ອງ​ເກີດຂຶ້ນ​ໃນ​ໄວໆ​ນີ້.”


ພວກເຂົາ​ໄດ້​ຮ້ອງເພງ​ບົດ​ໃໝ່​ວ່າ, “ພຣະອົງ​ຊົງ​ເປັນ​ຜູ້​ສົມຄວນ ທີ່​ຈະ​ຮັບ​ເອົາ​ໜັງສື​ມ້ວນ ແລະ ແກະ​ຕາປະທັບ ມາຍ​ໜັງສື​ມ້ວນ​ນັ້ນ ດ້ວຍວ່າ​ພຣະອົງ​ຊົງ​ຖືກ​ຂ້າ​ແລ້ວ ແລະ ດ້ວຍ​ເລືອດ​ຂອງ​ພຣະອົງ​ນັ້ນ ພຣະອົງ​ໄດ້​ຊົງ​ໄຖ່​ມະນຸດ​ທຸກ​ເຜົ່າ, ທຸກ​ຊາດ, ທຸກ​ພາສາ, ທຸກ​ເຊື້ອຊາດ ແລະ ທຸກ​ປະເທດ​ໃຫ້​ມາ​ເຖິງ​ພຣະເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka