1 ຕີໂມທຽວ 1:10 - ພຣະຄຳພີສັກສິ10 ຄົນຜິດສິນທຳທາງເພດ, ຄົນຮັກຮ່ວມເພດດຽວກັນ, ຜູ້ຮ້າຍລັກຄົນ, ຄົນທີ່ຂີ້ຕົວະ ແລະກ່າວຄຳສາບານບໍ່ຈິງ ຫລືສິ່ງອື່ນໆກໍຕາມ ຊຶ່ງຂັດກັບຫລັກຄຳສັ່ງສອນອັນສັດຈິງ. Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່10 ຄົນຜິດສິນທຳທາງເພດ ແລະ ບັນດາຄົນຮັກຮ່ວມເພດ, ຄົນຄ້າຂາຍຂ້າທາດກັບຄົນຂີ້ຕົວະ ແລະ ຄົນໃຫ້ຄຳພະຍານບໍ່ຈິງ ແລະ ສິ່ງອື່ນອີກທີ່ຂັດກັບຄຳສອນອັນມີຫລັກ. Uka jalj uñjjattʼäta |
ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວວ່າ, “ເຮົາຈະມາປາກົດຢູ່ທ່າມກາງພວກເຈົ້າເພື່ອຕັດສິນ ແລະເຮົາຈະເປັນພະຍານຕໍ່ສູ້ພວກທີ່ລົງມືຝຶກເວດມົນຄາຖາ, ຕໍ່ສູ້ພວກທີ່ຫລິ້ນຊູ້ສູ່ຜົວເມຍ, ຕໍ່ສູ້ພວກທີ່ເປັນພະຍານບໍ່ຈິງ, ຕໍ່ສູ້ພວກທີ່ສໍ້ໂກງຄ່າແຮງງານຂອງລູກຈ້າງ, ຕໍ່ສູ້ພວກທີ່ເອົາປຽບແມ່ໝ້າຍ, ເດັກກຳພ້າ ແລະຄົນຕ່າງດ້າວ ຄືຕໍ່ສູ້ທຸກຄົນທີ່ບໍ່ຢຳເກງເຮົາ.”
ເຈົ້າທັງຫລາຍມາຈາກພໍ່ຂອງພວກເຈົ້າຄືມານຮ້າຍ, ພວກເຈົ້າຢາກປະຕິບັດຕາມຄວາມປາຖະໜາຂອງພໍ່ເຈົ້າ ຄືຕັ້ງແຕ່ຕົ້ນເດີມມາມັນເປັນຜູ້ຂ້າຄົນ ແລະບໍ່ເຄີຍຢູ່ຝ່າຍຄວາມຈິງ ເພາະໃນຕົວຂອງມັນບໍ່ມີຄວາມຈິງ ເມື່ອມັນເວົ້າຕົວະມັນກໍເວົ້າຕາມສັນດານຂອງມັນ ເພາະມັນເປັນຜູ້ຕົວະ ແລະເປັນພໍ່ຂອງການຕົວະ.