Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ເທສະໂລນິກ 5:9 - ພຣະຄຳພີສັກສິ

9 ເພາະວ່າ ພຣະເຈົ້າ​ບໍ່ໄດ້​ເລືອກ​ພວກເຮົາ​ໄວ້​ສຳລັບ​ຄວາມ​ໂກດຮ້າຍ​ຂອງ​ພຣະອົງ ແຕ່​ເພື່ອ​ໃຫ້​ໄດ້​ຮັບ​ຄວາມ​ພົ້ນ​ໂດຍ​ທາງ​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ພວກເຮົາ,

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

9 ເພາະ​ພຣະເຈົ້າ​ບໍ່​ໄດ້​ກຳນົດ​ໃຫ້​ພວກເຮົາ​ຕ້ອງ​ປະເຊີນ​ຕໍ່​ຄວາມໂກດຮ້າຍ ແຕ່​ໃຫ້​ຮັບ​ຄວາມພົ້ນ​ໂດຍ​ທາງ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ.

Uka jalj uñjjattʼäta Copia luraña




1 ເທສະໂລນິກ 5:9
23 Jak'a apnaqawi uñst'ayäwi  

ພຣະອົງ​ຈະ​ໃຫ້​ແຜນການ​ທີ່​ພຣະອົງ​ວາງ​ໄວ້​ສຳລັບ​ຂ້ອຍ​ສຳເລັດຜົນ ຊົງ​ເປັນ​ໜຶ່ງ​ໃນ​ຫລາຍໆ​ແຜນການ​ທີ່​ພຣະອົງ​ມີ​ນັ້ນ.


ແຕ່​ທີ່​ເຮົາ​ໃຫ້​ເຈົ້າ​ຍັງ​ມີ​ຊີວິດ​ຢູ່​ນີ້ ກໍ​ເພື່ອ​ໃຫ້​ເຈົ້າ​ໄດ້​ເຫັນ​ຣິດອຳນາດ​ຂອງເຮົາ ແລະ​ໃຫ້​ນາມຊື່​ຂອງເຮົາ​ແຜ່​ຂະຫຍາຍ​ໄປ​ທົ່ວ​ເທິງ​ແຜ່ນດິນ​ໂລກ.


ທຸກສິ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ເຮັດ​ກໍ​ມີ​ເປົ້າໝາຍ​ແນ່ນອນ ແລະ​ຊາຕາກຳ​ຂອງ​ຄົນ​ອະທຳ​ກໍ​ຄື​ຄວາມພິນາດ.


ບຸດ​ມະນຸດ​ຈະ​ຕາຍໄປ​ຕາມ​ທີ່​ມີ​ຂຽນ​ໄວ້​ໃນ​ພຣະຄຳພີ​ເຖິງ​ເລື່ອງ​ເພິ່ນ, ແຕ່​ໄພພິບັດ​ຈະ​ຕົກ​ຖືກ​ຜູ້​ທີ່​ທໍລະຍົດ​ຕໍ່​ບຸດ​ມະນຸດ ຖ້າ​ຄົນ​ຜູ້​ນີ້​ບໍ່​ເກີດ​ມາ​ກໍ​ຈະ​ເປັນ​ການ​ດີກວ່າ.”


“ເພາະ​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະທຳ​ເພງ​ສັນລະເສີນ​ວ່າ, ‘ຂໍ​ໃຫ້​ທີ່​ຢູ່​ຂອງ​ມັນ​ຮົກຮ້າງ​ຫວ່າງ​ເປົ່າ​ໄປ ຢ່າ​ໃຫ້​ມີ​ຜູ້ໃດ​ເຂົ້າ​ໄປ​ອາ​ໄສ​ຢູ່​ໃນ​ທີ່ນັ້ນ.’ ແລະ ຍັງ​ມີ​ຂໍ້​ຄວາມ​ຂຽນ​ໄວ້​ອີກ​ວ່າ, ‘ສ່ວນ​ໜ້າທີ່​ຂອງ​ມັນ​ໃຫ້​ຄົນອື່ນ​ຮັບ​ແທນ ຊຶ່ງ​ມັນ​ເຄີຍ​ໄດ້​ຮັບໃຊ້​ມາ​ນັ້ນ.’


ເພື່ອ​ໃຫ້​ຮັບໃຊ້​ເປັນ​ອັກຄະສາວົກ​ແທນ​ໜ້າທີ່​ຂອງ​ຢູດາ ຜູ້​ທີ່​ຈາກ​ໄປ​ສູ່​ບ່ອນ​ທີ່​ລາວ​ສົມຄວນ​ຕ້ອງ​ໄປ.”


ເມື່ອ​ຄົນຕ່າງຊາດ​ໄດ້ຍິນ​ເຊັ່ນນີ້​ແລ້ວ ພວກເຂົາ​ກໍ​ຊົມຊື່ນ​ຍິນດີ​ຫລາຍ ແລະ​ສັນລະເສີນ​ຖ້ອຍຄຳ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ, ຄົນ​ທັງຫລາຍ ຜູ້​ທີ່​ຖືກ​ເລືອກ​ໄວ້​ສຳລັບ​ຊີວິດ​ນິຣັນດອນ​ກໍໄດ້​ວາງໃຈເຊື່ອ.


ເຈົ້າ​ທັງຫລາຍ​ກໍ​ເໝືອນກັນ ເມື່ອ​ກ່ອນ​ບໍ່ໄດ້​ເຊື່ອຟັງ​ພຣະເຈົ້າ, ແຕ່​ມາບັດນີ້ ພວກເຈົ້າ​ໄດ້​ຮັບ​ພຣະ​ເມດຕາ ຍ້ອນ​ພວກ​ຢິວ​ບໍ່​ເຊື່ອຟັງ​ພຣະອົງ​ສັນໃດ.


ຖ້າດັ່ງນັ້ນ​ແລ້ວ​ຈະ​ວ່າ​ຢ່າງ​ໃດ? ປະຊາຊົນ​ອິດສະຣາເອນ​ບໍ່ໄດ້​ພົບ​ສິ່ງ​ທີ່​ພວກເຂົາ​ຊອກຫາ​ນັ້ນ, ແຕ່​ແມ່ນ​ຄົນ​ທີ່​ພຣະເຈົ້າ​ໄດ້​ເລືອກ​ໄວ້​ເທົ່ານັ້ນ ທີ່​ເປັນ​ຄົນ​ໄດ້​ພົບ, ສ່ວນ​ຄົນອື່ນ​ນັ້ນ​ແມ່ນ​ຄົນ​ທີ່​ຊົງ​ໃຫ້​ເກີດ​ມີ​ໃຈ​ແຂງ​ກະດ້າງ​ໄປ,


ແລະ​ຄອງຄອຍ​ຖ້າ​ພຣະບຸດ​ຂອງ​ພຣະອົງ ທີ່​ຈະ​ສະເດັດ​ມາ​ຈາກ​ສະຫວັນ ຄື​ພຣະເຢຊູເຈົ້າ ພຣະບຸດ​ຂອງ​ພຣະອົງ ຜູ້​ທີ່​ພຣະອົງ​ໄດ້​ບັນດານ​ໃຫ້​ເປັນ​ຄືນ​ມາ​ຈາກ​ຕາຍ ແລະ​ຜູ້​ທີ່​ຊ່ວຍກູ້​ເອົາ​ພວກເຮົາ ໃຫ້​ພົ້ນ​ຈາກ​ຄວາມ​ໂກດຮ້າຍ​ຂອງ​ພຣະເຈົ້າ ທີ່​ກຳລັງ​ຈະ​ມາ​ເຖິງ.


ເພື່ອ​ວ່າ​ຈະ​ບໍ່ມີ​ຜູ້ໃດ​ໃນ​ພວກເຈົ້າ​ຫັນ​ໜີ ເພາະ​ການ​ຂົ່ມເຫັງ​ເຫຼົ່ານັ້ນ ພວກເຈົ້າ​ເອງ​ກໍ​ຮູ້​ວ່າ​ການ​ຂົ່ມເຫັງ​ເຊັ່ນນີ້ ແມ່ນ​ແຜນການ​ສ່ວນ​ໜຶ່ງ​ຂອງ​ພຣະເຈົ້າ​ສຳລັບ​ພວກເຮົາ.


ເຖິງ​ແມ່ນ​ວ່າ​ເມື່ອ​ກ່ອນ​ນັ້ນ ເຮົາ​ໄດ້​ເປັນ​ຄົນ​ຫຍາບຊ້າ ຂົ່ມເຫັງ ແລະ​ໝິ່ນປະໝາດ​ພຣະອົງ ແຕ່​ເຮົາ​ກໍ​ຍັງ​ໄດ້​ຮັບ​ພຣະ​ກະລຸນາ ເພາະວ່າ​ທີ່​ເຮົາ​ໄດ້​ເຮັດ​ຢ່າງ​ນັ້ນ ກໍ​ດ້ວຍ​ຄວາມ​ບໍ່​ຮູ້​ແລະ​ດ້ວຍ​ຄວາມ​ບໍ່​ເຊື່ອ.


ແຕ່​ດ້ວຍເຫດນີ້​ເອງ ພຣະເຈົ້າ​ຈຶ່ງ​ເມດຕາ​ຕໍ່​ເຮົາ ເພື່ອ​ວ່າ​ພຣະເຢຊູ​ຄຣິດເຈົ້າ​ຈະ​ໄດ້​ຊົງ​ສຳແດງ​ໃຫ້​ເຮົາ​ເຫັນ ເຖິງ​ຄວາມ​ອົດທົນ​ຢ່າງ​ລົ້ນເຫລືອ​ຂອງ​ພຣະອົງ ຊຶ່ງ​ມີ​ຕໍ່​ເຮົາ​ທີ່​ເປັນ​ຄົນ​ບາບໜາ​ທີ່ສຸດ ເພື່ອ​ໃຫ້​ເປັນ​ແບບຢ່າງ​ສຳລັບ​ທຸກຄົນ ທີ່​ຈະ​ໄດ້​ເຊື່ອ​ໃນ​ພຣະອົງ ແລະ​ຮັບ​ຊີວິດ​ນິຣັນດອນ.


ເພາະສະນັ້ນ ເຮົາ​ຈຶ່ງ​ສູ້ທົນ​ທຸກສິ່ງ ເພາະ​ເຫັນ​ແກ່​ໄພ່ພົນ​ທີ່​ພຣະເຈົ້າ​ໄດ້​ຊົງ​ເລືອກ​ໄວ້ ເພື່ອ​ພວກເຂົາ​ຈະ​ໄດ້​ຮັບ​ຄວາມ​ພົ້ນ ຊຶ່ງ​ມາ​ໂດຍ​ທາງ​ພຣະຄຣິດເຈົ້າ​ເຢຊູ ແລະ​ຈະ​ຖືກ​ນຳ​ໄປ​ສູ່​ສະຫງ່າຣາສີ​ນິຣັນດອນ.


ຄື​ເມື່ອ​ກ່ອນ​ນັ້ນ ເຈົ້າ​ທັງຫຼາຍ​ບໍ່ມີ​ຊາດ, ແຕ່​ບັດນີ້​ເປັນ​ພົນລະເມືອງ​ຂອງ​ພຣະເຈົ້າ ເມື່ອ​ກ່ອນ​ພວກເຈົ້າ​ບໍ່ໄດ້​ຮັບ​ພຣະ​ກະລຸນາ, ແຕ່​ບັດນີ້​ພວກເຈົ້າ​ໄດ້​ຮັບ​ພຣະ​ກະລຸນາ​ແລ້ວ.


ແລະ “ເປັນ​ຫີນ​ທີ່​ຈະ​ເຮັດ​ໃຫ້​ຄົນ​ຕຳ​ສະດຸດ ແລະ​ເປັນ​ຫີນ​ທີ່​ເຮັດ​ໃຫ້​ ພວກເຂົາ​ສະດຸດ​ລົ້ມ” ທີ່​ພວກເຂົາ​ສະດຸດ​ນັ້ນ ກໍ​ເພາະ​ພວກເຂົາ​ບໍ່​ເຊື່ອຟັງ​ພຣະທຳ ພວກເຂົາ​ກໍ​ຖືກ​ຊົງ​ກຳນົດ​ໄວ້ ສຳລັບ​ການ​ນີ້​ແຫຼະ.


ຊີໂມນ​ເປໂຕ ຜູ້ຮັບໃຊ້ ແລະ ອັກຄະສາວົກ​ຂອງ​ພຣະເຢຊູ​ຄຣິດເຈົ້າ. ຮຽນ ທ່ານ​ທັງຫລາຍ ທີ່​ໄດ້​ຮັບ​ຄວາມເຊື່ອ​ອັນ​ປະເສີດ ເທົ່າທຽມ​ກັນ​ກັບ​ເຮົາ ດ້ວຍ​ຄວາມ​ຊອບທຳ​ແຫ່ງ​ພຣະເຈົ້າ​ຂອງ​ພວກເຮົາ ຄື​ພຣະເຢຊູ​ຄຣິດເຈົ້າ ພຣະ​ຜູ້​ໂຜດ​ໃຫ້​ພົ້ນ​ຂອງ​ເຮົາ​ທັງຫລາຍ.


ແລະ​ດ້ວຍ​ໃຈ​ໂລບ ພວກເຂົາ​ຈະ​ໄດ້​ກຳໄລ​ຈາກ​ພວກເຈົ້າ​ດ້ວຍ​ກ່າວ​ຄຳ​ຕົວະ ການ​ລົງໂທດ​ຄົນ​ເຫຼົ່ານັ້ນ ທີ່​ໄດ້​ຖືກ​ພິພາກສາ​ດົນນານ​ມາ​ແລ້ວ ກໍ​ບໍ່​ເສີຍຊ້າ​ຢູ່. ຄວາມ​ຈິບຫາຍ​ທີ່​ຈະ​ເກີດຂຶ້ນ​ກັບ​ພວກເຂົາ ກໍ​ບໍ່ໄດ້​ລືມ​ພວກເຂົາ.


ດ້ວຍວ່າ, ມີ​ຄົນ​ບໍ່​ນັບຖື​ພຣະເຈົ້າ​ບາງຄົນ​ໄດ້​ແອບແຝງ​ເຂົ້າ​ມາ​ຢູ່​ໃນ​ທ່າມກາງ​ພວກເຈົ້າ, ເປັນ​ບຸກຄົນ​ທີ່​ບິດເບືອນ​ພຣະຄຸນ​ຂອງ​ພຣະເຈົ້າ​ຂອງ​ພວກເຮົາ ເພື່ອ​ເປັນ​ຊ່ອງທາງ​ໃຫ້​ຕົນ​ເຮັດ​ຕາມ​ກິເລດ​ຕັນຫາ ແລະ​ເປັນ​ຜູ້​ທີ່​ປະຕິເສດ​ພຣະເຢຊູ​ຄຣິດເຈົ້າ​ຜູ້​ຊົງ​ເປັນ​ເຈົ້ານາຍ ແລະ​ເປັນ​ອົງ​ພຣະເຢຊູ​ຄຣິດເຈົ້າ​ແຕ່​ອົງ​ດຽວ​ຂອງ​ພວກເຮົາ. ພຣະຄຳພີ​ໄດ້​ກຳນົດ​ໄວ້​ລ່ວງໜ້າ​ແຕ່​ດົນນານ​ມາ​ແລ້ວ ເຖິງ​ການ​ຕັດສິນ​ລົງໂທດ​ທີ່​ພວກເຂົາ​ຈະ​ໄດ້​ຮັບ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka