Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ເທສະໂລນິກ 5:8 - ພຣະຄຳພີສັກສິ

8 ແຕ່​ຝ່າຍ​ພວກເຮົາ​ແລ້ວ ເປັນ​ຝ່າຍ​ກາງເວັນ ແລະ​ຢ່າ​ໃຫ້​ພວກເຮົາ​ເມົາ​ມົວ ພວກເຮົາ​ຕ້ອງ​ສວມ​ຄວາມເຊື່ອ ກັບ​ຄວາມຮັກ​ເປັນ​ເຄື່ອງ​ປ້ອງກັນ​ໜ້າເອິກ ແລະ​ຢຶດ​ຄວາມຫວັງ ວ່າ​ໄດ້​ຮັບ​ຄວາມ​ພົ້ນ​ເປັນ​ໝວກ​ເຫຼັກ​ປ້ອງກັນ​ຫົວ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

8 ແຕ່​ເພາະ​ພວກເຮົາ​ເປັນ​ຂອງ​ກາງເວັນ ພວກເຮົາ​ຈົ່ງ​ມີ​ສະຕິ​ຢູ່, ສວມ​ຄວາມເຊື່ອ ແລະ ຄວາມຮັກ​ເປັນ​ເສື້ອເກາະປ້ອງກັນເອິກ​ໄວ້, ມີ​ຄວາມຫວັງ​ໃນ​ຄວາມພົ້ນ​ເປັນ​ໝວກເກາະ.

Uka jalj uñjjattʼäta Copia luraña




1 ເທສະໂລນິກ 5:8
25 Jak'a apnaqawi uñst'ayäwi  

ເປັນຫຍັງ​ຈຶ່ງ​ໂສກເສົ້າ​ແລະ​ຍາກ​ລຳບາກ​ຍິ່ງ? ຂ້ານ້ອຍ​ມອບ​ຄວາມຫວັງ​ໄວ້​ກັບ​ພຣະເຈົ້າ ແລະ​ຂ້ານ້ອຍ​ຍັງ​ຈະ​ຍ້ອງຍໍ​ສັນລະເສີນ​ພຣະອົງ ພຣະຜູ້ຊ່ວຍ​ຂອງ​ຂ້ານ້ອຍ ແລະ​ພຣະເຈົ້າ​ຂອງ​ຂ້ານ້ອຍ​ເອີຍ.


ເປັນຫຍັງ​ຈຶ່ງ​ໂສກເສົ້າ​ແລະ​ຍາກ​ລຳບາກ​ຍິ່ງ? ຈຶ່ງ​ມອບ​ຄວາມຫວັງ​ໄວ້​ກັບ​ພຣະເຈົ້າ​ແຕ່ອົງດຽວ ຄັ້ງໜຶ່ງ​ອີກ ຂ້ານ້ອຍ​ຈະ​ໄດ້​ຍ້ອງຍໍ​ສັນລະເສີນ​ພຣະອົງ ພຣະເຈົ້າ ພຣະ​ຜູ້ໄຖ່​ຂອງ​ຂ້ານ້ອຍ​ເອີຍ.


ເປັນຫຍັງ​ຈຶ່ງ​ໂສກເສົ້າ ແລະ​ຍາກ​ລຳບາກ​ຍິ່ງ? ຂ້ານ້ອຍ​ຈຶ່ງ​ມອບ​ຄວາມຫວັງ​ໄວ້​ກັບ​ພຣະເຈົ້າ ແລະ​ຂ້ານ້ອຍ​ຍັງ​ຈະ​ຍ້ອງຍໍ​ສັນລະເສີນ​ພຣະອົງ ພຣະຜູ້ຊ່ວຍ​ຂອງ​ຂ້ານ້ອຍ ແລະ​ພຣະເຈົ້າ​ຂອງ​ຂ້ານ້ອຍ​ເອີຍ.


ພຣະອົງ​ຈະ​ສວມ​ຄວາມ​ຍຸດຕິທຳ​ໄວ້ ດັ່ງ​ສວມ​ເສື້ອ​ຫຸ້ມເກາະ ແລະ​ສວມ​ໄຊຊະນະ​ໄວ້ ດັ່ງ​ໃສ່​ໝວກ​ແຫ່ງ​ຄວາມພົ້ນ. ພຣະອົງ​ຈະ​ປະດັບ​ຕົນເອງ​ດ້ວຍ​ຄວາມ​ປາຖະໜາ​ອັນ​ແຮງກ້າ ເພື່ອ​ເຮັດ​ທຸກສິ່ງ​ໃຫ້​ຖືກຕ້ອງ ທັງ​ລົງໂທດ​ແລະ​ແກ້ແຄ້ນ​ຄວາມຜິດ​ທີ່​ປະຊາຊົນ​ທົນທຸກ.


ສະນັ້ນ ຈຶ່ງ​ເປັນ​ສິ່ງ​ດີເລີດ​ທີ່​ຄອຍຖ້າ​ຢ່າງ​ອົດທົນ ຄື​ຄອງຄອຍ​ພຣະເຈົ້າຢາເວ​ມາ​ຊ່ວຍ​ພວກເຮົາ​ໃຫ້​ພົ້ນ


ບັດນີ້ ຍັງ​ຕັ້ງ​ຢູ່​ສາມ​ສິ່ງ​ຄື: ຄວາມເຊື່ອ ຄວາມ​ຫວັງໃຈ ແລະ​ຄວາມຮັກ ແຕ່​ສິ່ງ​ທີ່​ໃຫຍ່​ກວ່າ​ແມ່ນ​ຄວາມຮັກ.


ໂດຍ​ຖ້ອຍຄຳ​ອັນ​ສັດຈິງ ໂດຍ​ຣິດອຳນາດ​ຂອງ​ພຣະເຈົ້າ ດ້ວຍ​ອາວຸດ​ຂອງ​ຄວາມ​ຊອບທຳ (ຊຶ່ງ​ໃຊ້​ສຳລັບ​ມື​ຂວາ​ແລະ​ມື​ຊ້າຍ ໄວ້​ໂຈມຕີ​ແລະ​ປ້ອງກັນ​ຕົວ​ດ້ວຍ).


ໂດຍ​ພຣະວິນຍານ ພວກເຮົາ​ມີ​ຄວາມຫວັງ​ວ່າ ພຣະເຈົ້າ​ຈະ​ຊົງ​ໃຫ້​ພວກເຮົາ​ເປັນ​ຜູ້​ຊອບທຳ​ຕໍ່ໜ້າ​ພຣະອົງ ແລະ​ແມ່ນ​ສິ່ງ​ທີ່​ພວກເຮົາ​ຄອງຄອຍ​ຖ້າ​ຢູ່​ໂດຍ​ຄວາມເຊື່ອ.


ຈົ່ງ​ສວມ​ຍຸດທະພັນ​ຄົບຊຸດ ຊຶ່ງ​ພຣະເຈົ້າ​ໂຜດ​ປະທານ​ໃຫ້​ພວກເຈົ້າ ເພື່ອ​ວ່າ​ພວກເຈົ້າ​ຈະ​ສາມາດ​ຢືນ​ຕໍ່ສູ້​ກັບ​ກົນອຸບາຍ​ຂອງ​ມານຮ້າຍ​ໄດ້.


ຂໍ​ໃຫ້​ພີ່ນ້ອງ​ຄຣິສຕຽນ​ທຸກຄົນ​ໄດ້​ຮັບ​ສັນຕິສຸກ ແລະ​ຄວາມຮັກ ພ້ອມ​ທັງ​ຄວາມເຊື່ອ​ຈາກ​ພຣະເຈົ້າ ພຣະບິດາເຈົ້າ​ກັບ​ອົງ​ພຣະເຢຊູ​ຄຣິດເຈົ້າ​ດ້ວຍ​ເທີ້ນ.


ເພາະວ່າ​ພວກເຈົ້າ​ທຸກຄົນ​ເປັນ​ລູກ​ຂອງ​ຄວາມ​ສະຫວ່າງ ເປັນ​ລູກ​ຂອງ​ກາງເວັນ ພວກເຮົາ​ບໍ່​ເປັນ​ຝ່າຍ​ກາງຄືນ ຫລື​ຝ່າຍ​ຄວາມມືດ.


ຂໍ​ໃຫ້​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ເຮົາ​ທັງຫລາຍ ແລະ ພຣະເຈົ້າ ພຣະບິດາເຈົ້າ​ຂອງ​ພວກເຮົາ ຜູ້​ຊົງ​ຮັກ​ເຮົາ​ທັງຫລາຍ ແລະ​ຊົງ​ໂຜດ​ປະທານ​ໃຫ້​ພວກເຮົາ ມີ​ຄວາມ​ຊູ​ໃຈ​ເປັນນິດ​ແລະ​ຄວາມຫວັງ​ໃຈ​ອັນ​ດີ ໂດຍ​ພຣະຄຸນ​ນັ້ນ,


ຄວາມຫວັງ​ທີ່​ພວກເຮົາ​ຢຶດຖື​ນັ້ນ ເປັນ​ສະໝໍ​ທີ່​ແທ້ຈິງ​ອັນ​ໝັ້ນຄົງ​ຂອງ​ຈິດໃຈ ຄວາມຫວັງ​ນັ້ນ​ນຳ​ໄປ​ສູ່​ບ່ອນ​ສັກສິດ​ທີ່ສຸດ​ຢູ່​ເບື້ອງ​ຫລັງ​ຜ້າກັ້ງ,


ດ້ວຍເຫດນັ້ນ ຈົ່ງ​ຕຽມຕົວ​ຕຽມ​ໃຈ​ໃຫ້​ພ້ອມ ຈົ່ງ​ມີ​ສະຕິ​ລະວັງຕົວ ແລະ​ຈົ່ງ​ຕັ້ງ​ຄວາມຫວັງ​ໃຫ້​ເຕັມ​ບໍຣິບູນ​ໃນ​ພຣະຄຸນ ທີ່​ຈະ​ໂຜດ​ປະທານ​ໃຫ້​ພວກເຈົ້າ ເມື່ອ​ພຣະເຢຊູເຈົ້າ​ສະເດັດ​ມາ​ປາກົດ.


ແຕ່​ຝ່າຍ​ເຈົ້າ​ທັງຫລາຍ ເປັນ​ຊາດ​ທີ່​ພຣະເຈົ້າ​ຊົງ​ເລືອກ​ໄວ້​ແລ້ວ ເປັນ​ປະໂຣຫິດ​ຫລວງ ເປັນ​ປະຊາຊາດ​ບໍຣິສຸດ ເປັນ​ພົນລະເມືອງ​ຂອງ​ພຣະເຈົ້າ ເພື່ອ​ເຈົ້າ​ທັງຫລາຍ​ຈະ​ໄດ້​ປະກາດ​ພຣະ​ບາລະມີ​ຂອງ​ພຣະອົງ ຜູ້​ໄດ້​ຊົງ​ເອີ້ນ​ພວກເຈົ້າ​ໃຫ້​ອອກ​ມາ​ຈາກ​ຄວາມມືດ ເຂົ້າ​ໄປ​ສູ່​ຄວາມ​ສະຫວ່າງ​ອັນ​ມະຫັດສະຈັນ​ຂອງ​ພຣະອົງ.


ແຕ່​ຖ້າ​ພວກເຮົາ​ດຳເນີນ​ຊີວິດ​ຢູ່​ໃນ​ຄວາມ​ສະຫວ່າງ ເໝືອນ​ດັ່ງ​ພຣະອົງ​ຊົງ​ຢູ່​ໃນ​ຄວາມ​ສະຫວ່າງ ພວກເຮົາ​ກໍ​ຮ່ວມ​ສາມັກຄີທຳ​ຊຶ່ງກັນແລະກັນ ແລະ​ພຣະ​ໂລຫິດ​ຂອງ​ພຣະເຢຊູເຈົ້າ ພຣະບຸດ​ຂອງ​ພຣະອົງ ກໍ​ຊຳລະ​ເຮົາ​ທັງຫລາຍ​ຈາກ​ການ​ຜິດບາບ​ທັງ​ສິ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka