Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ເທສະໂລນິກ 5:6 - ພຣະຄຳພີສັກສິ

6 ດ້ວຍເຫດນີ້ ຢ່າ​ໃຫ້​ພວກເຮົາ​ຫລັບ​ຢູ່​ເໝືອນ​ດັ່ງ​ຄົນອື່ນ, ແຕ່​ໃຫ້​ພວກເຮົາ​ເຝົ້າ​ລະວັງ​ຢູ່ ແລະ​ຢ່າ​ເມົາມົວ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

6 ດັ່ງນັ້ນ ຢ່າ​ໃຫ້​ພວກເຮົາ​ເປັນ​ເໝືອນ​ຄົນ​ອື່ນໆ​ທີ່​ນອນຫລັບ​ຢູ່, ແຕ່​ພວກເຮົາ​ຈົ່ງ​ຕື່ນຕົວ ແລະ ມີ​ສະຕິ​ຢູ່.

Uka jalj uñjjattʼäta Copia luraña




1 ເທສະໂລນິກ 5:6
40 Jak'a apnaqawi uñst'ayäwi  

ຄົນ​ຂີ້ຄ້ານ​ນອນນິ້ງ​ຕໍ່ໄປ​ເສີຍ ຄົນ​ບໍ່​ເຮັດ​ຫຍັງ​ເລີຍ​ກໍ​ຈະ​ຫິວໂຫຍ​ເປັນແນ່.


ພຣະອົງ​ກ່າວ​ວ່າ, “ບັນດາ​ຜູ້ນຳ​ທັງໝົດ ຄື​ຜູ້​ທີ່​ຖືກ​ສົ່ງ​ມາ​ຕັກເຕືອນ​ປະຊາຊົນ​ຂອງເຮົາ​ນັ້ນ​ຕາບອດ​ໝົດ ພວກເຂົາ​ບໍ່​ຮູ້ຈັກ​ຫຍັງ. ພວກເຂົາ​ເປັນ​ດັ່ງ​ໝາ​ນອນ​ເຝົ້າ​ທີ່​ບໍ່​ເຫົ່າ ຄື​ມັກ​ເອ່ນ​ຕົວ​ລົງ ແລະ​ເພີ້ຝັນ. ພວກເຂົາ​ມັກ​ນອນ​ຫລາຍ​ແທ້.


ນາຍເຮືອ​ໄດ້​ພົບ​ເພິ່ນ​ທີ່​ນັ້ນ ແລະ​ເວົ້າ​ຕໍ່​ເພິ່ນ​ວ່າ, “ເຈົ້າ​ມົວ​ນອນ​ຫລັບ​ຢູ່​ເຮັດ​ຫຍັງ? ຈົ່ງ​ລຸກ​ຂຶ້ນ ແລະ​ຮ້ອງ​ຫາ​ພຣະ​ຂອງ​ເຈົ້າ​ໃຫ້​ຊ່ວຍເຫລືອ. ບາງທີ​ເພິ່ນ​ອາດ​ຈະ​ເຫັນໃຈ​ພວກເຮົາ ແລະ​ໃຫ້​ພວກເຮົາ​ລອດຕາຍ​ກໍໄດ້.”


ໃນ​ຂະນະທີ່​ທຸກຄົນ​ນອນ​ຫລັບ​ຢູ່​ນັ້ນ ສັດຕູ​ຂອງ​ຜູ້ນັ້ນ​ກໍ​ມາ​ຫວ່ານ​ເຂົ້າ​ນົກ​ໃສ່​ທ່າມກາງ​ເຂົ້າ​ດີ​ແລ້ວ​ກໍ​ໜີໄປ.


ດັ່ງນັ້ນ ຈົ່ງ​ໃຫ້​ເຝົ້າ​ລະວັງ​ຢູ່ ເພາະ​ພວກເຈົ້າ​ບໍ່​ຮູ້​ວ່າ ອົງພຣະ​ຜູ້​ເປັນເຈົ້າ​ຂອງ​ພວກເຈົ້າ​ຈະ​ມາ​ເວລາ​ໃດ.


ເຫດສະນັ້ນ ຈົ່ງ​ເຝົ້າ​ລະວັງ​ຢູ່ ເພາະ​ພວກເຈົ້າ​ບໍ່​ຮູ້ຈັກ​ວັນ​ຫລື​ໂມງ​ນັ້ນ.”


ຂະນະທີ່​ເຈົ້າບ່າວ​ຍັງ​ບໍ່​ມາ ພວກ​ຍິງ​ສາວ​ທັງໝົດ​ຕ່າງ​ກໍ​ເຫງົາ​ນອນ ແລະ​ຫລັບ​ໄປ.


ຈຶ່ງ​ກ່າວ​ແກ່​ພວກເພິ່ນ​ວ່າ, “ຈິດໃຈ​ຂອງເຮົາ​ເປັນ​ທຸກ​ໜັກ​ແທບ​ຈະ​ຕາຍ​ຢູ່​ແລ້ວ ຈົ່ງ​ເຝົ້າຄອຍ​ຢູ່​ທີ່​ນີ້​ກັບ​ເຮົາ​ເທີ້ນ.”


ຖ້ອຍຄຳ​ທີ່​ເຮົາ​ໄດ້​ກ່າວ​ແກ່​ພວກເຈົ້າ​ນີ້ ເຮົາ​ກໍ​ກ່າວ​ເຕືອນ​ແກ່​ທຸກຄົນ​ເໝືອນກັນ​ວ່າ ຈົ່ງ​ເຝົ້າ​ລະວັງ​ຢູ່.”


ເມື່ອ​ພວກ​ຄົນ​ຮັບໃຊ້​ທີ່​ນາຍ​ຂອງຕົນ​ມາ​ພົບ ພວກເຂົາ​ຕຽມພ້ອມ​ຢູ່​ກໍ​ເປັນ​ສຸກ ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ນາຍ​ຈະ​ໃຊ້​ຜ້າ​ຮັດ​ແອວ​ຂອງຕົນ ແລະ​ບອກ​ພວກ​ຄົນ​ຮັບໃຊ້​ນັ່ງ​ລົງ ເພື່ອ​ຮັບປະທານ​ອາຫານ​ແລ້ວ​ເພິ່ນ​ກໍ​ຈະ​ຮັບໃຊ້​ພວກເຂົາ.


ແຕ່​ຈົ່ງ​ເຂົ້າໃຈ​ດັ່ງນີ້​ວ່າ, ຖ້າ​ເຈົ້າ​ຂອງ​ເຮືອນ​ໄດ້​ຮູ້​ກ່ອນ​ວ່າ ຂະໂມຍ​ຈະ​ມາ ລາວ​ຄົງ​ຈະ​ບໍ່​ປ່ອຍ​ໃຫ້​ຂະໂມຍ​ງັດ​ເຂົ້າ​ໄປ​ໃນ​ເຮືອນ​ຂອງຕົນ​ໄດ້.


ດັ່ງນັ້ນ ຈົ່ງ​ເຝົ້າ​ລະວັງ ແລະ​ພາວັນນາ​ອະທິຖານ​ຢູ່​ທຸກ​ເວລາ, ເພື່ອ​ວ່າ ພວກເຈົ້າ​ຈະ​ມີ​ກຳລັງ​ພົ້ນ​ຈາກ​ເຫດການ​ທຸກຢ່າງ ທີ່​ໃກ້​ຈະ​ເກີດຂຶ້ນ​ນັ້ນ ແລະ​ຢືນ​ຢູ່​ຕໍ່ໜ້າ​ບຸດ​ມະນຸດ​ໄດ້.”


ພຣະອົງ​ກ່າວ​ແກ່​ພວກເພິ່ນ​ວ່າ, “ເປັນຫຍັງ​ຈຶ່ງ​ຍັງ​ນອນ​ຫລັບ​ຢູ່? ຈົ່ງ​ລຸກ​ຂຶ້ນ ແລະ​ພາວັນນາ​ອະທິຖານ ເພຶ່ອ​ພວກເຈົ້າ​ຈະ​ບໍ່​ຕົກ​ໃນ​ການ​ທົດລອງ.”


ດັ່ງນັ້ນ ຈົ່ງ​ເຝົ້າ​ລະວັງ ແລະ​ຈົດຈຳ​ໄວ້​ວ່າ ໃນ​ລະຫວ່າງ​ສາມ​ປີ​ທັງ​ກາງເວັນ​ແລະ​ກາງຄືນ ຂ້າພະເຈົ້າ​ບໍ່ໄດ້​ຢຸດ​ຢ່ອນ ໃນ​ການ​ເຕືອນ​ສະຕິ​ພວກທ່ານ​ທຸກຄົນ​ດ້ວຍ​ນໍ້າຕາ​ໄຫລ.”


ຈົ່ງ​ກັບຄືນ​ມາ​ສູ່​ນິໄສ​ອັນ​ຖືກຕ້ອງ ແລະ​ເຊົາ​ເຮັດ​ບາບ​ສາ, ການ​ທີ່​ເຮົາ​ເວົ້າ​ດັ່ງນີ້ ກໍ​ເພື່ອ​ພວກເຈົ້າ​ຈະ​ລະອາຍ​ໃຈ ເພາະ​ມີ​ບາງຄົນ​ໃນ​ພວກເຈົ້າ​ຍັງ​ບໍ່​ຮູ້​ພຣະເຈົ້າ.


ຈົ່ງ​ເຝົ້າ​ລະວັງ​ໃຫ້​ດີ ຈົ່ງ​ຢືນຢັດ​ຢູ່​ຢ່າງ​ໝັ້ນຄົງ​ໃນ​ຄວາມເຊື່ອ ຈົ່ງ​ກ້າຫານ ແລະ​ຈົ່ງ​ເຂັ້ມແຂງ.


ແທ້ຈິງ​ແລ້ວ, ພວກເຮົາ​ທຸກຄົນ​ເຄີຍ​ດຳເນີນ​ຊີວິດ​ເໝືອນ​ດັ່ງ​ຄົນ​ເຫຼົ່ານັ້ນ ຄື​ໄດ້​ດຳເນີນ​ຊີວິດ​ຕາມ​ກິເລດ​ຕັນຫາ​ທີ່​ເຮົາ​ຕ້ອງການ ຄື​ປະຕິບັດ​ຕາມ​ສິ່ງ​ທີ່​ຮ່າງກາຍ​ແລະ​ຈິດໃຈ​ຂອງ​ຕົນເອງ​ປາຖະໜາ​ຕາມ​ສັນດານ ພວກເຮົາ​ສົມຄວນ​ຖືກ​ພຣະເຈົ້າ​ລົງໂທດ​ເໝືອນ​ດັ່ງ​ຄົນອື່ນ.


ດ້ວຍເຫດນີ້​ຈຶ່ງ​ມີ​ຄຳ​ກ່າວ​ວ່າ, “ຄົນ​ທີ່​ນອນ​ຫລັບ​ເອີຍ, ຈົ່ງ​ຕື່ນ​ຂຶ້ນ​ເຖີດ, ຈົ່ງ​ຟື້ນ​ຂຶ້ນ​ມາ​ຈາກ​ຄວາມ​ຕາຍ ແລະ​ພຣະຄຣິດ​ຈະ​ສ່ອງ​ສະຫວ່າງ​ໃສ່​ເຈົ້າ.”


ຈົ່ງ​ພາວັນນາ​ອະທິຖານ ແລະ​ໄຫວ້ວອນ​ທຸກຢ່າງ ຈົ່ງ​ພາວັນນາ​ອະທິຖານ​ໂດຍ​ພຣະວິນຍານ​ທຸກ​ເວລາ ແລະ​ຈົ່ງ​ເຝົ້າ​ລະວັງ​ໃນ​ການ​ນັ້ນ ດ້ວຍ​ຄວາມ​ພຽນ​ທຸກຢ່າງ ຈົ່ງ​ພາວັນນາ​ອະທິຖານ​ເພື່ອ​ໄພ່ພົນ​ທັງປວງ​ຂອງ​ພຣະເຈົ້າ.


ຈົ່ງ​ໃຫ້​ໃຈ​ອ່ອນສຸພາບ​ຂອງ​ເຈົ້າ​ທັງຫລາຍ​ປາກົດ​ແກ່​ຄົນ​ທັງປວງ ອົງພຣະ​ຜູ້​ເປັນເຈົ້າ​ຊົງ​ຢູ່​ໃກ້​ແລ້ວ.


ຈົ່ງ​ອຸທິດ​ຕົວ​ໃນ​ການ​ພາວັນນາ​ອະທິຖານ ຈົ່ງ​ເຝົ້າ​ລະວັງ​ຢູ່​ໂດຍ​ການ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ.


ພີ່ນ້ອງ​ທັງຫລາຍ​ເອີຍ, ພວກເຮົາ​ຢາກ​ໃຫ້​ພວກເຈົ້າ​ຮູ້​ຄວາມຈິງ ເຖິງ​ພວກ​ທີ່​ຫລັບ​ໄປ​ແລ້ວ​ນັ້ນ ເພື່ອ​ວ່າ​ພວກເຈົ້າ​ຈະ​ບໍ່ໄດ້​ເສົ້າໂສກ ເໝືອນ​ດັ່ງ​ຄົນອື່ນ​ທີ່​ບໍ່ມີ​ຄວາມຫວັງ.


ຜູ້​ທີ່​ໄດ້​ຕາຍ​ເພື່ອ​ພວກເຮົາ ເພື່ອ​ວ່າ​ພວກເຮົາ​ຈະ​ມີ​ຊີວິດ​ກັບ​ພຣະອົງ ເມື່ອ​ພຣະອົງ​ສະເດັດ​ມາ​ປາກົດ ບໍ່​ວ່າ​ພວກເຮົາ​ຍັງ​ມີ​ຊີວິດ​ຢູ່ ຫລື​ຕາຍໄປ​ແລ້ວ​ກໍຕາມ.


ແຕ່​ຝ່າຍ​ພວກເຮົາ​ແລ້ວ ເປັນ​ຝ່າຍ​ກາງເວັນ ແລະ​ຢ່າ​ໃຫ້​ພວກເຮົາ​ເມົາ​ມົວ ພວກເຮົາ​ຕ້ອງ​ສວມ​ຄວາມເຊື່ອ ກັບ​ຄວາມຮັກ​ເປັນ​ເຄື່ອງ​ປ້ອງກັນ​ໜ້າເອິກ ແລະ​ຢຶດ​ຄວາມຫວັງ ວ່າ​ໄດ້​ຮັບ​ຄວາມ​ພົ້ນ​ເປັນ​ໝວກ​ເຫຼັກ​ປ້ອງກັນ​ຫົວ.


ແຕ່​ເຖິງ​ປານ​ນັ້ນ​ກໍຕາມ ແມ່ຍິງ​ກໍ​ຍັງ​ຈະ​ຖືກ​ໂຜດ​ໃຫ້​ພົ້ນ​ໄດ້​ໂດຍ​ການ​ມີ​ລູກ ຖ້າ​ນາງ​ຕັ້ງໝັ້ນຄົງ​ຢູ່​ໃນ​ຄວາມເຊື່ອ ໃນ​ຄວາມຮັກ ແລະ​ໃນ​ຄວາມ​ບໍຣິສຸດ ດ້ວຍ​ຄວາມ​ອ່ອນນ້ອມ​ຖ່ອມຕົວ.


ໃນທຳນອງ​ດຽວກັນ ເຮົາ​ຢາກ​ໃຫ້​ພວກ​ແມ່ຍິງ​ແຕ່ງຕົວ​ຢ່າງ​ສຸພາບ​ຮຽບຮ້ອຍ ແລະ​ສະຫງຽມ​ຄ່ຽມຄົມ ບໍ່ແມ່ນ​ດ້ວຍ​ຊົງ​ຜົມ​ເກີນແບບ ຫລື​ປະດັບ​ຕົວ​ດ້ວຍ​ຄຳ ຫລື​ໄຂ່ມຸກ ຫລື​ເຄື່ອງ​ນຸ່ງ​ທີ່​ມີ​ລາຄາ​ແພງໆ


ຝ່າຍ​ພວກ​ແມ່ຍິງ​ກໍ​ເໝືອນກັນ ຕ້ອງ​ເປັນ​ຄົນ​ເອົາການ​ເອົາງານ ຕ້ອງ​ມີ​ຄຸນສົມບັດ​ດີ ແລະ​ຕ້ອງ​ບໍ່​ເວົ້າ​ໃສ່ຮ້າຍ​ປ້າຍສີ​ນິນທາ​ຄົນອື່ນ ຕ້ອງ​ເປັນ​ຜູ້​ຮູ້ຈັກ​ບັງຄັບ​ຕົນ ແລະ​ເປັນ​ຄົນ​ສັດຊື່​ໃນ​ທຸກສິ່ງ.


ຜູ້​ປົກຄອງ​ຄຣິສຕະຈັກ ຕ້ອງ​ເປັນ​ຜູ້​ປາສະຈາກ​ການ​ຕຳໜິ​ຕິຕຽນ ລາວ​ຕ້ອງ​ມີ​ເມຍ​ຄົນ​ດຽວ​ເທົ່ານັ້ນ ຮູ້ຈັກ​ບັງຄັບ​ຕົນ ແລະ​ມີ​ສະຕິ​ອັນ​ດີ​ຮອບຄອບ ມີ​ກິຣິຍາ​ຮຽບຮ້ອຍ ລາວ​ຕ້ອງ​ມີ​ນໍ້າໃຈ​ເຫຼື້ອມໃສ​ໃນ​ການ​ຕ້ອນຮັບ​ແຂກ ເໝາະສົມ​ເປັນ​ຄູ​ທີ່​ດີ​


ແຕ່​ເຈົ້າ​ຈົ່ງ​ລະວັງ​ຕົນເອງ​ໃຫ້​ດີ​ໃນ​ທຸກ​ສະພາບ​ການ, ຈົ່ງ​ອົດທົນ​ຕໍ່​ຄວາມ​ຍາກ​ລຳບາກ ແລະ​ຈົ່ງ​ເຮັດ​ໜ້າທີ່​ຂອງ​ຜູ້​ປະກາດ​ຂ່າວປະເສີດ ຈົ່ງ​ປະຕິບັດ​ໜ້າທີ່​ການ​ຂອງ​ເຈົ້າ​ນັ້ນ​ໃຫ້​ສຳເລັດ.


ພຣະຄຸນ​ນັ້ນ ສອນ​ພວກເຮົາ​ໃຫ້​ປະຖິ້ມ​ການ​ດຳເນີນ​ຊີວິດ ໃນ​ຝ່າຍ​ທາງ​ຊົ່ວຊ້າ​ອະທຳ​ແລະ​ຕັນຫາ​ຝ່າຍ​ໂລກ ແລະ​ໃຫ້​ດຳເນີນ​ຊີວິດ​ຢ່າງ​ມີ​ສະຕິ​ອາຣົມ​ອັນດີ​ຮອບຄອບ ໃນ​ທາງ​ຊອບທຳ ແລະ​ສັດຊື່​ບໍຣິສຸດ​ຕໍ່​ພຣະເຈົ້າ,


ໃນທຳນອງ​ດຽວກັນ ຈົ່ງ​ຕັກເຕືອນ​ພວກ​ຊາຍ​ໜຸ່ມ​ໃຫ້​ເປັນ​ຄົນ​ມີ​ສະຕິ​ອັນ​ດີ​ຮອບຄອບ.


ດ້ວຍເຫດນັ້ນ ຈົ່ງ​ຕຽມຕົວ​ຕຽມ​ໃຈ​ໃຫ້​ພ້ອມ ຈົ່ງ​ມີ​ສະຕິ​ລະວັງຕົວ ແລະ​ຈົ່ງ​ຕັ້ງ​ຄວາມຫວັງ​ໃຫ້​ເຕັມ​ບໍຣິບູນ​ໃນ​ພຣະຄຸນ ທີ່​ຈະ​ໂຜດ​ປະທານ​ໃຫ້​ພວກເຈົ້າ ເມື່ອ​ພຣະເຢຊູເຈົ້າ​ສະເດັດ​ມາ​ປາກົດ.


ອະວະສານ​ຂອງ​ທຸກສິ່ງ​ທັງປວງ​ໃກ້​ຈະ​ມາ​ເຖິງ​ແລ້ວ, ເຫດສະນັ້ນ ເຈົ້າ​ທັງຫລາຍ ຈົ່ງ​ມີ​ສະຕິ​ອັນ​ດີ​ແລະ​ຄອຍ​ລະວັງຕົວ ສຳລັບ​ການ​ພາວັນນາ​ອະທິຖານ.


ເຈົ້າ​ທັງຫລາຍ​ຈົ່ງ​ຄອຍ​ລະວັງຕົວ​ແລະ​ເຝົ້າ​ຢູ່. ດ້ວຍວ່າ, ສັດຕູ​ຂອງ​ພວກເຈົ້າ​ຄື​ມານ​ທຽວ​ວົນ​ວຽນ​ໄປມາ​ເໝືອນ​ໂຕ​ສິງ ທີ່​ແຜດ​ສຽງ​ຊອກ​ຫາ​ຄົນ​ທີ່​ມັນ​ຈະ​ກັດ​ກິນ​ໄດ້.


“ເບິ່ງແມ! ເຮົາ​ຈະ​ມາ​ເໝືອນ​ຂະໂມຍ​ມາ ຄວາມສຸກ​ເປັນ​ຂອງ​ຜູ້​ທີ່​ເຝົ້າ​ລະວັງ ແລະ​ຮັກສາ​ເສື້ອຜ້າ​ຂອງຕົນ​ໄວ້ ເພື່ອ​ວ່າ​ຕົນ​ຈະ​ບໍ່ໄດ້​ເປືອຍກາຍ ແລະ​ເປັນ​ທີ່​ອັບອາຍ​ໃນ​ທ່າມກາງ​ຄົນ​ທັງຫລາຍ.”)


ສະນັ້ນ ຈົ່ງ​ຕື່ນ​ຂຶ້ນ​ເຊີດຊູ​ສ່ວນ​ທີ່​ເຈົ້າ​ຍັງ​ມີ​ເຫຼືອ​ຢູ່​ໃຫ້​ເຂັ້ມແຂງ ກ່ອນ​ທີ່​ມັນ​ຈະ​ຕາຍໄປ​ໝົດ ເພາະ​ເຮົາ​ພົບ​ວ່າ​ການ​ກະທຳ​ຂອງ​ເຈົ້າ​ນັ້ນ ຍັງ​ບໍ່ທັນ​ສົມບູນ​ຕໍ່ໜ້າ​ພຣະເຈົ້າ​ຂອງເຮົາ​ເທື່ອ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka