Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ເທສະໂລນິກ 5:5 - ພຣະຄຳພີສັກສິ

5 ເພາະວ່າ​ພວກເຈົ້າ​ທຸກຄົນ​ເປັນ​ລູກ​ຂອງ​ຄວາມ​ສະຫວ່າງ ເປັນ​ລູກ​ຂອງ​ກາງເວັນ ພວກເຮົາ​ບໍ່​ເປັນ​ຝ່າຍ​ກາງຄືນ ຫລື​ຝ່າຍ​ຄວາມມືດ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

5 ພວກເຈົ້າ​ທຸກຄົນ​ເປັນ​ລູກ​ຂອງ​ຄວາມສະຫວ່າງ ແລະ ເປັນ​ລູກ​ຂອງ​ກາງເວັນ. ພວກເຮົາ​ບໍ່​ໄດ້​ເປັນ​ຂອງ​ກາງຄືນ ຫລື ຂອງ​ຄວາມມືດ.

Uka jalj uñjjattʼäta Copia luraña




1 ເທສະໂລນິກ 5:5
7 Jak'a apnaqawi uñst'ayäwi  

ແລ້ວ​ເຈົ້ານາຍ​ກໍ​ຍົກ​ຍ້ອງ​ເຈົ້າ​ພະນັກງານ​ຜູ້​ບໍ່​ສັດຊື່​ວ່າ, ‘ລາວ​ໄດ້​ເຮັດ​ດ້ວຍ​ຄວາມ​ສະຫລາດ. ດ້ວຍວ່າ ຄົນ​ຝ່າຍ​ໂລກນີ້ ໃນ​ສະໄໝ​ຂອງ​ເຂົາ ເຂົາ​ໃຊ້​ສະຕິປັນຍາ​ສະຫລາດ​ກວ່າ​ຄົນ​ຝ່າຍ​ຄວາມ​ສະຫວ່າງ​ອີກ.’


ເມື່ອ​ພວກເຈົ້າ​ຍັງ​ມີ​ຄວາມ​ສະຫວ່າງ ຈົ່ງ​ເຊື່ອ​ໃນ​ຄວາມ​ສະຫວ່າງ​ນັ້ນ ເພື່ອ​ຈະ​ໄດ້​ເປັນ​ຄົນ​ຝ່າຍ​ຄວາມ​ສະຫວ່າງ.” ຫລັງຈາກ​ທີ່​ພຣະເຢຊູເຈົ້າ​ກ່າວ​ເຊັ່ນນັ້ນ​ແລ້ວ ພຣະອົງ​ກໍ​ອອກ​ໜີ ແລະ​ຫລົບຫລີກ​ຈາກ​ພວກເຂົາ.


ເຮົາ​ໃຊ້​ເຈົ້າ​ໄປ​ກໍ​ເພື່ອ​ວ່າ ເຈົ້າ​ຈະ​ໄຂ​ຕາ​ຄົນ​ເຫຼົ່ານັ້ນ ແລະ​ເພື່ອ​ວ່າ ເຈົ້າ​ຈະ​ນຳ​ພວກເຂົາ​ອອກ​ຈາກ​ຄວາມມືດ ມາ​ຫາ​ຄວາມ​ສະຫວ່າງ ແລະ​ຈາກ​ອຳນາດ​ຂອງ​ມານຊາຕານ ມາ​ຫາ​ພຣະເຈົ້າ ໂດຍ​ວາງໃຈເຊື່ອ​ໃນ​ເຮົາ​ບາບກຳ​ຂອງ​ພວກເຂົາ​ຈະ​ໄດ້​ຮັບ​ການອະໄພ ແລະ​ຮັບ​ສ່ວນ​ໃນ​ທ່າມກາງ​ປະຊາຊົນ​ທີ່​ພຣະເຈົ້າ​ໄດ້​ເລືອກ​ໄວ້.”’


ເມື່ອ​ກ່ອນ​ພວກເຈົ້າ​ເຄີຍ​ຢູ່​ໃນ​ຄວາມມືດ ແຕ່​ເນື່ອງ​ຈາກ​ວ່າ​ພວກເຈົ້າ​ໄດ້​ກາຍເປັນ​ໄພ່ພົນ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ພວກເຈົ້າ​ຈຶ່ງ​ຢູ່​ໃນ​ຄວາມ​ສະຫວ່າງ. ດັ່ງນັ້ນ ພວກເຈົ້າ​ຈົ່ງ​ດຳເນີນ​ຊີວິດ ເໝືອນ​ດັ່ງ​ຄົນ​ທີ່​ຢູ່​ຝ່າຍ​ຄວາມ​ສະຫວ່າງ​ແລ້ວ.


ແຕ່​ຝ່າຍ​ພວກເຮົາ​ແລ້ວ ເປັນ​ຝ່າຍ​ກາງເວັນ ແລະ​ຢ່າ​ໃຫ້​ພວກເຮົາ​ເມົາ​ມົວ ພວກເຮົາ​ຕ້ອງ​ສວມ​ຄວາມເຊື່ອ ກັບ​ຄວາມຮັກ​ເປັນ​ເຄື່ອງ​ປ້ອງກັນ​ໜ້າເອິກ ແລະ​ຢຶດ​ຄວາມຫວັງ ວ່າ​ໄດ້​ຮັບ​ຄວາມ​ພົ້ນ​ເປັນ​ໝວກ​ເຫຼັກ​ປ້ອງກັນ​ຫົວ.


ເຖິງ​ຢ່າງ​ໃດ​ກໍຕາມ ເຮົາ​ຂຽນ​ກົດບັນຍັດ​ໃໝ່​ມາ​ເຖິງ​ເຈົ້າ​ທັງຫລາຍ ຄື​ຄວາມຈິງ​ໄດ້​ຊົງ​ສຳແດງ​ໃນ​ພຣະອົງ ແລະ​ໃນ​ເຈົ້າ​ທັງຫລາຍ. ເພາະວ່າ​ຄວາມມືດ​ກຳລັງ​ຜ່ານ​ພົ້ນ​ໄປ ແລະ​ຄວາມ​ສະຫວ່າງ​ອັນ​ແທ້ຈິງ​ນັ້ນ ກໍ​ກຳລັງ​ສ່ອງ​ສະຫວ່າງ​ຢູ່​ແລ້ວ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka