1 ເທສະໂລນິກ 5:3 - ພຣະຄຳພີສັກສິ3 ເມື່ອໃດພວກເຂົາເວົ້າວ່າ, “ສະຫງົບສຸກ ແລະປອດໄພດີແລ້ວ” ເມື່ອນັ້ນແຫຼະ ຄວາມພິນາດຈິບຫາຍຈະມາເຖິງພວກເຂົາໃນທັນທີ ເໝືອນດັ່ງຄວາມເຈັບປວດມາເຖິງຍິງທີ່ມີທ້ອງ ແລະພວກເຂົາຈະໜີບໍ່ພົ້ນເປັນແນ່. Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່3 ໃນຂະນະທີ່ຄົນທັງຫລາຍກຳລັງເວົ້າກັນວ່າ, “ສະຫງົບສຸກ ແລະ ປອດໄພ” ເມື່ອນັ້ນຄວາມພິນາດກໍຈະມາເຖິງພວກເຂົາໃນທັນທີ, ເໝືອນດັ່ງການເຈັບທ້ອງເກີດລູກຂອງແມ່ຍິງຖືພາ ແລະ ພວກເຂົາກໍຈະໜີບໍ່ພົ້ນ. Uka jalj uñjjattʼäta |
ພຣະອົງໄດ້ປະຖິ້ມຢູດາເດັດຂາດແລ້ວບໍ? ພຣະອົງກຽດຊັງປະຊາຊົນໃນນະຄອນຊີໂອນຫລືນີ້? ເປັນຫຍັງຈຶ່ງທຳຮ້າຍພວກຂ້ານ້ອຍໜັກຫລາຍ? ຈົນບໍ່ຮັກສາພວກຂ້ານ້ອຍໃຫ້ດີໄດ້? ສັນຕິສຸກຄືສິ່ງທີ່ພວກຂ້ານ້ອຍຊອກຫາ ແຕ່ກໍບໍ່ເຫັນສິ່ງທີ່ດີເກີດຂຶ້ນມາຈັກເທື່ອ; ພວກຂ້ານ້ອຍຫວັງຈະໄດ້ຮັບການຮັກສາໃຫ້ດີ ແຕ່ຄວາມຢ້ານກົວໃຫຍ່ກໍມາແທນທີ່.