25 ພີ່ນ້ອງທັງຫລາຍເອີຍ, ຈົ່ງພາວັນນາອະທິຖານເພື່ອພວກເຮົາດ້ວຍ.
25 ພີ່ນ້ອງທັງຫລາຍເອີຍ, ຈົ່ງອະທິຖານເພື່ອພວກເຮົາດ້ວຍ.
ພີ່ນ້ອງທັງຫລາຍຂອງເຮົາເອີຍ ໂດຍເຫັນແກ່ອົງພຣະເຢຊູຄຣິດເຈົ້າຂອງພວກເຮົາ ແລະໂດຍເຫັນແກ່ຄວາມຮັກ ຊຶ່ງພຣະວິນຍານປະທານໃຫ້ ເຮົາຂໍຮຽກຮ້ອງພວກເຈົ້າໃຫ້ຮ່ວມກັບເຮົາພາວັນນາອະທິຖານຕໍ່ພຣະເຈົ້າ ດ້ວຍໃຈຮ້ອນຮົນເພື່ອເຮົາດ້ວຍ.
ຂໍໃຫ້ພວກເຈົ້າຮ່ວມກັນຊ່ວຍໃນການພາວັນນາອະທິຖານສຳລັບເຮົາດ້ວຍ ເພື່ອວ່າຄົນຈຳນວນຫລາຍຈະໄດ້ໂມທະນາຂອບພຣະຄຸນພຣະເຈົ້າເພາະເຮົາ. ເນື່ອງຈາກພຣະພອນທີ່ຊົງໂຜດປະທານແກ່ພວກເຮົາ ອັນເປັນການຕອບສະໜອງຄົນຈຳນວນຫລາຍທີ່ໄດ້ພາວັນນາອະທິຖານເພື່ອພວກເຮົາ.
ເພາະເຮົາຮູ້ວ່າ ຍ້ອນຄຳພາວັນນາອະທິຖານຂອງພວກເຈົ້າ ແລະຄວາມຊ່ວຍຊູທີ່ໄດ້ຮັບຈາກພຣະວິນຍານຂອງພຣະເຢຊູຄຣິດເຈົ້າ ສິ່ງເຫຼົ່ານັ້ນຈະປົດປ່ອຍເຮົາໃຫ້ເປັນອິດສະຫລະ.
ໃນເວລາດຽວກັນນັ້ນ ຈົ່ງພາວັນນາອະທິຖານເພື່ອພວກເຮົາດ້ວຍ ເພື່ອພຣະເຈົ້າຈະຊົງໂຜດໄຂປະຕູໄວ້ສຳລັບພຣະທຳນັ້ນ ໃຫ້ພວກເຮົາປະກາດຂໍ້ເລິກລັບເລື່ອງພຣະຄຣິດ, ການທີ່ເຮົາຖືກຄຸກຢູ່ກໍເພາະເລື່ອງນີ້ແຫຼະ.
ນອກນັ້ນ ຈົ່ງຈັດຕຽມຫ້ອງພັກໄວ້ສຳລັບເຮົາ ເພາະເຮົາຫວັງວ່າ ພຣະເຈົ້າຈະຊົງໂຜດໃຫ້ເຮົາມາຫາເຈົ້າ ຕາມຄຳພາວັນນາອະທິຖານຂອງພວກເຈົ້າ.