1 ເທສະໂລນິກ 5:23 - ພຣະຄຳພີສັກສິ23 ຂໍພຣະເຈົ້າຜູ້ໂຜດໃຫ້ສັນຕິສຸກ ຊົງຊຳລະພວກເຈົ້າໃຫ້ເປັນຄົນບໍຣິສຸດຮຽບຮ້ອຍໃນທຸກດ້ານ ແລະຊົງຮັກສາທັງຈິດວິນຍານ ຈິດໃຈ ແລະຮ່າງກາຍຂອງພວກເຮົາ ໃຫ້ປາສະຈາກຄວາມຜິດໃດໆ ຈົນເຖິງວັນທີ່ອົງພຣະເຢຊູຄຣິດເຈົ້າຂອງພວກເຮົາສະເດັດມາປາກົດ. Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່23 ຂໍໃຫ້ພຣະເຈົ້າເອງຜູ້ເປັນພຣະເຈົ້າແຫ່ງສັນຕິສຸກຊຳລະພວກເຈົ້າໃຫ້ບໍລິສຸດໃນທຸກດ້ານ. ຂໍໃຫ້ທັງວິນຍານ, ຈິດໃຈ ແລະ ຮ່າງກາຍຂອງພວກເຈົ້າບໍ່ມີຕຳໜິໃນວັນທີ່ພຣະເຢຊູຄຣິດເຈົ້າອົງພຣະຜູ້ເປັນເຈົ້າຂອງພວກເຮົາມາ. Uka jalj uñjjattʼäta |
ເຖິງ ຄຣິສຕະຈັກຂອງພຣະເຈົ້າທີ່ຢູ່ເມືອງໂກຣິນໂທ ຜູ້ເປັນໄພ່ພົນຜູ້ບໍຣິສຸດຂອງພຣະເຈົ້າທຸກຄົນ ຜູ້ທີ່ຖືກເອີ້ນໃຫ້ເປັນໄພ່ພົນດ້ວຍກັນໃນພຣະຄຣິດເຈົ້າເຢຊູ ກັບຄົນທັງຫລາຍໃນທຸກແຫ່ງຫົນ ທີ່ຮ້ອງອອກພຣະນາມອົງພຣະເຢຊູຄຣິດເຈົ້າຂອງພວກເຮົາ ຄືອົງພຣະຜູ້ເປັນເຈົ້າຂອງພວກເຂົາ ແລະຂອງພວກເຮົາດ້ວຍ.
ຄືຜູ້ທີ່ພຣະເຈົ້າ ພຣະບິດາເຈົ້າໄດ້ຊົງເລືອກໄວ້ແລ້ວ ຕາມທີ່ພຣະອົງໄດ້ຊົງຮູ້ລ່ວງໜ້າໄວ້ກ່ອນ ເພື່ອພຣະວິນຍານຈະຊົງຊຳລະໃຫ້ບໍຣິສຸດ ຈະໃຫ້ນົບນ້ອມເຊື່ອຟັງພຣະເຢຊູຄຣິດເຈົ້າ ແລະຈະໃຫ້ຮັບການຊຳລະດ້ວຍພຣະໂລຫິດຂອງພຣະອົງ. ຂໍພຣະຄຸນ ແລະສັນຕິສຸກຈົ່ງບັງເກີດທະວີຄູນແກ່ເຈົ້າທັງຫລາຍເທີ້ນ.